01/09/2026
1 ກັນຍາ 2026 ເຖິງເວລາຮຽນກໍຕ້ອງຮັບຜິດຊອບໜ້າທີ່ໃຫ້ເຕັມທີ່ ເຖິງເວລາຊ້ອມກໍຕ້ອງຈິງຈັງສຸດໆ!
ພວກເຮົານັກກິລາຕາຕະລາງປິ່ງປອງ ສູນຝຶກຊ້ອມ WAGA ພິສູດໃຫ້ເຫັນແລ້ວວ່າ ການແບ່ງເວລາລະຫວ່າງການຮຽນແລະການກິລາຄືຫົວໃຈສຳຄັນສູ່ຄວາມສຳເລັດ. ພະຍາຍາມ ແລະ ພັດທະນາໄປພ້ອມໆກັນທັງໃນຫ້ອງຮຽນ ແລະ ການຝືກຊ້ອມປິ່ງປອງ
UNIVERSITY
#ກຸ່ມບໍລິສັດດາວເຮືອງ
#ແສງທອງຄຣີນິກ
#ວິທະຍາໄລຄູປາກເຊ
#ໂຮງຮຽນມສໂພນໄຊ
28/08/2026
ຂໍສະແດງຄວາມຍິນດີຢ່າງສຸດໃຈມາຍັງ ທ່ານ ຄະນິດ ໄຊເພັດວົງ (ໂຄ້ຊເຫລັກ) ຄູຝຶກປະຈຳສູນຝຶກຊ້ອມ WAGA ທີ່ຮຽນຈົບຫຼັກສູດນາຍຮ້ອຍ ຈາກ ວິທະຍາໄລສັນຕິບານ ປະຊາຊົນ ເລກ|| ຢ່າງເປັນທາງການ.
UNIVERSITY
#ກຸ່ມບໍລິສັດດາວເຮືອງ
#ແສງທອງຄຣີນິກ
#ວິທະຍາໄລຄູປາກເຊ
#ໂຮງຮຽນມສໂພນໄຊ
24/08/2026
ມື້ນີ້ສະໂມສອນປິ່ງປອງ WAGA ຮູ້ສຶກຕື່ນເຕັ້ນ ແລະ ເປັນກຽດສຸດໆທີ່ໄດ້ຕ້ອນຮັບ .
1 ທ່ານນາງ ຢາມາອຸຈິ ອາຄິໂຍະ (Ms. YAMAUCHI Akiyo), ຜູ້ປະສານງານອາສາສະໝັກ (Volunteer coordinator)
2 ທ່ານນາງ ມ່ວຍ ໄຊຍະລາດ (Ms. Mouay SAYALATH), ພະນັກງານທ້ອງຖິ່ນ/ພະນັກງານພາຍໃນປະເທດ (National Staff) .
3 . ທ່ານ ໂຄຊຸເກະ ອາຊຸມາ (Mr Kosuke Azuma) ພະນັກງານອາສາສະຫມັກ.
ໂຄງການ JICA ລາວ ມາຢ້ຽມຊົມສະຖານທີ່ ແລະ ການຝຶກຊ້ອມຂອງນັກກິລາຂອງພວກເຮົາ.
ຄວາມພິເສດຍັງບໍ່ໝົດເທົ່ານີ້ ພວກເຮົາກຽມຕ້ອນຮັບ ຄູຝຶກປິ່ງປອງຈາກ JICA ທີ່ຈະມາຮ່ວມທີມຝຶກສອນທີ່ WAGA ໃນໄວໆນີ້. ກຽມພົບກັບເຕັກນິກໃໝ່ໆ ແລະ ການຝຶກຊ້ອມທີ່ມ່ວນກວ່າເກົ່າໄດ້ເລີຍ.
UNIVERSITY
#ກຸ່ມບໍລິສັດດາວເຮືອງ
#ແສງທອງຄຣີນິກ
#ວິທະຍາໄລຄູປາກເຊ
#ໂຮງຮຽນມສໂພນໄຊ
21/08/2026
ພວກເຮົາສະຖານທີ່ຝຶກຊ້ອມປີ່ງປ່ອງ ວາກ້າ ປາກເຊ (WAGA PAKSE TABLE TENNIS) ຂໍສະແດງຄວາມຂອບໃຈຢ່າງຍິ່ງ ເຖິງຜູ້ສະໜັບສະໜູນຜູ້ໃຈດີຈາກປະເທດໄທ ທີ່ໄດ້ໃຫ້ຄວາມເມດຕາ ແລະ ສະໜັບສະໜູນ ເສື້ອກິລາປີ່ງປ່ອງ WAGA Pakse Table Tennis ສວຍງາມ ຈຳນວນ 60 ໂຕ ໃຫ້ກັບນ້ອງໆ ນັກກິລາເຍົາວະຊົນຂອງພວກເຮົາ.
ຂໍຂອບໃຈເປັນຢ່າງຍິ່ງ ຫາຜູ້ສະໜັບສະໜູນທຸກໆ ທ່ານ:
1 ທ່ານ ປຸ້ຍ
2 ທ່ານ ຕ່າຍ
3 ທ່ານ ໂອ່
4 ທ່ານ ບອຍ
ພວກເຮົາໃນນາມຄູຝຶກ, ນັກກິລາ, ແລະ ຜູ້ປົກຄອງ ຂໍສະແດງຄວາມຂອບໃຈ . ຂໍອວຍພອນໃຫ້ທຸກທ່ານ ຈົ່ງມີແຕ່ຄວາມສຸກ, ສຸຂະພາບແຂງແຮງ, ແລະ ປະສົບຜົນສຳເລັດໃນທຸກໆ ດ້ານ.
UNIVERSITY
#ກຸ່ມບໍລິສັດດາວເຮືອງ
#ແສງທອງຄຣີນິກ
#ວິທະຍາໄລຄູປາກເຊ
#ໂຮງຮຽນມສໂພນໄຊ
18/08/2026
ຕະຫຼອດໄລຍະເວລາ 3 ເດືອນໃນຊ່ວງປິດພາກຮຽນນີ້, ພວກເຮົາທີມ ປິງປອງ WAGA ຂໍສະແດງຄວາມຂອບໃຈມາຍັງຮ້ານອາຫານ "3 ແມ່ຄົວ" ຢ່າງຍິ່ງ ທີ່ໄດ້ເອົາໃຈໃສ່ຈັດກຽມອາຫານທ່ຽງ ທີ່ຖືກຕ້ອງຕາມຫຼັກໂພຊະນາການສຳລັບນັກກິລາໂດຍສະເພາະ.
ບໍ່ພຽງແຕ່ຄວາມແຊບທີ່ຖືກປາກ, ແຕ່ຍັງເຕັມໄປດ້ວຍຄຸນຄ່າທາງໂພຊະນາການທີ່ຊ່ວຍບຳລຸງຮ່າງກາຍ, ເພີ່ມພະລັງງານ ແລະ ຄວາມສົດຊື່ນໃຫ້ນັກກິລາຂອງພວກເຮົາພ້ອມສຳລັບທຸກໆການຝືກຊ້ອມ.
ທີ່ສຳຄັນ, ຍັງໃຫ້ລາຄາທີ່ເປັນກັນເອງສຸດໆ ຕະຫຼອດໄລຍະເວລາທີ່ຜ່ານມາ.
ຂໍອວຍພອນໃຫ້ຮ້ານອາຫານ "3 ແມ່ຄົວ" ກິດຈະການຈະເລີນຮຸ່ງເຮືອງ, ລູກຄ້າໝູນວຽນເຂົ້າ-ອອກບໍ່ຂາດສາຍ ແລະ ຮັກສາຄວາມແຊບແບບນີ້ຕະຫຼອດໄປເດີ້
10/08/2026
ສະຫລຸບການເຄື່ອນໄຫວແຂ່ງຂັນ ຂອງນ້ອງສູນຝຶກຊ້ອມວາກາ ໃນລາຍການ ສຸຣິນ ໂອເພັນ 2026
ຂໍຂອບໃຈທີ່ຫຼິ້ນດ້ວຍ ນ້ຳໃຈນັກກິລາ ທີ່ສວຍງາມ, ມີຄວາມອົດທົນ, ໃຫ້ກຽດຄູ່ແຂ່ງ ແລະ ສູ້ຈົນວິນາທີສຸດທ້າຍ.
ບໍ່ວ່າຜົນການແຂ່ງຂັນຈະອອກມາເປັນແນວໃດ, ປະສົບການ ແລະ ບົດຮຽນທີ່ໄດ້ຮັບຈາກສະໜາມແຂ່ງຂັນຈິງນີ້ ຄື ຊັບພະຍາກອນອັນລ້ຳຄ່າ ທີ່ຈະນຳພານ້ອງໆກ້າວໄປສູ່ຄວາມສຳເລັດທີ່ໃຫຍ່ກວ່າເກົ່າໃນອະນາຄົດ!
ເຊີ່ງສະຫຼຸບຜົນງານນ້ອງໆມີດັ່ງນີ້:
ລຸ້ນ7ປີ ທ ແສງສຸລິຍາ ຄຳພາວົງ ທີ 3
ລຸ້ນ9ປີ ທ ສຸດສາຄອນ ແກ້ວມະນີ ທີ 2
ລຸ້ນ11ປີ ນ ຈິນມະນີ ແກ້ວເຮືອງສັກ ທີ 3
ລຸ້ນ13ປີ ນ ເພັດມະນີ ແກ້ວເຮືອງສັກ ທີ 3
ລຸ້ນ15ປີ ນ ພອນນະພາ ທີ 3
ລຸ້ນ15ປີ ທ ສິດທິເດດ ສຸດທະວິໄລ ທີ 3
ລຸ້ນ15ປີ ທ ແສງສຸລິນ ແກ້ວສຸວັນ ທີ 2
ລຸ້ນ17ປີ ທ ແສງລັດສະຫມີ ແກ້ວເຮືອງສັກ ທີ 2
ລວມ 3ຫຼຽນເງິນ 5ຫຼຽນທອງແດງ
ຂໍຂອບໃຈ!
UNIVERSITY
#ກຸ່ມບໍລິສັດດາວເຮືອງ
#ແສງທອງຄຣີນິກ
#ວິທະຍາໄລຄູປາກເຊ
#ໂຮງຮຽນມສໂພນໄຊ
09/08/2026
🏓 ປິດສາກລົງຢ່າງເປັນທາງການ! ການແຂ່ງຂັນ Feeder ວຽງຈັນ 2026
ຂໍຂອບໃຈ ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຢ່າງຈິງໃຈ ທີ່ຊ່ວຍຜັກດັນ ແລະ ສ້າງໂອກາດອັນດີເລີດໃຫ້ນັກກິລາໄດ້ສ້າງສົມປະສົບການ ເພື່ອກຽມຄວາມພ້ອມກ້າວໄປສູ່ເວທີລະດັບທະວີບ ໃນການແຂ່ງຂັນ ເອຊຽນເກມ 2026 ປີນີ້!
#ສະຫະພັນກິລາປີ່ງປ່ອງແຫ່ງຊາດລາວ
UNIVERSITY
#ກຸ່ມບໍລິສັດດາວເຮືອງ
#ແສງທອງຄຣີນິກ
#ວິທະຍາໄລຄູປາກເຊ
#ໂຮງຮຽນມສໂພນໄຊ
06/08/2026
ຂໍຂອບໃຈ ບອຍແບນໃນອາດິດ "ພີ່ບອຍ ບອຍຈິດຕິ" ອາດີດນັກກິລາເຍົາວະຊົນທີມຊາດໄທ ຢ່າງຍິ່ງ ທີ່ໄດ້ມາຢ້ຽມຢາມສະຖານທີ່ຝຶກຊ້ອມປີ່ງປ່ອງ ວາກ້າ (WAGA) ຂອງພວກເຮົາ ພ້ອມນັ້ນ ຍັງໄດ້ ມອບອຸປະກອນກິລາ ເພື່ອສະໜັບສະໜູນການຝຶກຊ້ອມຂອງນ້ອງໆ.
#ກິລາປີ່ງປ່ອງ
#ສູນຝຶກຊ້ອມວາກ້າ
UNIVERSITY
#ກຸ່ມບໍລິສັດດາວເຮືອງ
#ແສງທອງຄຣີນິກ
#ວິທະຍາໄລຄູປາກເຊ
#ໂຮງຮຽນມສໂພນໄຊ
04/08/2026
✨🏓 ** No Days Off! ການຝຶກຊ້ອມຍັງສືບຕໍ່... **
ເຖິງແມ້ການແຂ່ງຂັນ WTT Youth Contender 2026 ຈະຈົບລົງ, ແຕ່ Passion ແລະ ຄວາມມຸ່ງໝັ້ນຂອງທີມເຮົາບໍ່ເຄີຍຫຼຸດລົງ.
ບົດຮຽນຈາກເວທີໂລກໃນຄັ້ງນີ້ ຄືພະລັງຂັບເຄື່ອນໃຫ້ພວກເຮົາກັບມາລຸຍຊ້ອມຕໍ່ຢ່າງມີເປົ້າໝາຍ. ເຮົາຈະ ຕຽມພ້ອມສະເໝີ (Always Ready) ສຳລັບທຸກໆ ໂອກາດ ແລະ ລາຍການແຂ່ງຂັນທີ່ກຳລັງຈະມາເຖິງ.
UNIVERSITY
#ກຸ່ມບໍລິສັດດາວເຮືອງ
#ແສງທອງຄຣີນິກ
#ວິທະຍາໄລຄູປາກເຊ
#ໂຮງຮຽນມສໂພນໄຊ
03/08/2026
🎉🏆 ປິດສາກຢ່າງສວຍງາມ ແລະ ພາກພູມໃຈ! WTT YOUTH CONTENDER VIENTIANE 2026 🇱🇦🏓
ສິ້ນສຸດລົງຢ່າງງົດງາມ ສຳລັບການແຂ່ງຂັນປີ່ງປ່ອງເຍົາວະຊົນລະດັບໂລກ WTT YOUTH CONTENDER VIENTIANE 2026! ງານນີ້ນັກກິລາເຍົາວະຊົນລາວເຮົາໄດ້ສ້າງຜົນງານຢ່າງໂດດເດັ່ນ ໂດຍສາມາດ ຄວ້າລາງວັນ ອັນດັບ 3 ຮ່ວມ (ຫຼຽນທອງ 🥉) ໃນປະເພດ ຄູ່ປະສົມ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ມາຄອງໄດ້ຢ່າງສົ່ງກຽດ👏✨
Behind the success — ຢູ່ເບື້ອງຫຼັງຄວາມສຳເລັດ ແລະ ຄວາມຮຽບຮ້ອຍໃນຄັ້ງນີ້, ພວກເຊົາຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຫາຜູ້ສະໜັບສະໜູນໃຈດີ:
☕ ກຸ່ມບໍລິສັດ ດາວເຮືອງ (Dao-Heuang Group): ຂໍຂອບໃຈຢ່າງຍິ່ງ ທີ່ໄດ້ເອື້ອອຳນວຍຄວາມສະດວກ ເລື່ອງການເດີນທາງ, ຍານພາຫະນະ ແລະ ການອຳນວຍຄວາມສະດວກຕ່າງໆ ຕະຫຼອດຊ່ວງໄລຍະເວລາການແຂ່ງຂັນ ເຮັດໃຫ້ນັກກິລາ ແລະ ທີມງານສາມາດເດີນທາງຢ່າງມີຄວາມປອດໄພ ແລະ ເຕັມທີ່ກັບການແຂ່ງຂັນ.
❤️ ທ່ານ ໄຊປະເສີດ ສະຫງວນວົງ (ທ່ານ Sang Sagoanvong ): ຂໍຂອບໃຈເປັນຢ່າງຍິ່ງ ທີ່ໄດ້ມອບເງິນລາງວັນອັດສີດ ເພື່ອເປັນກຳລັງໃຈອັນລ້ຳຄ່າ ແລະ ສ້າງຂວັນກຳລັງໃຈຢ່າງຍິ່ງໃຫຍ່ໃຫ້ກັບນ້ອງໆ ນັກກິລາເຍົາວະຊົນເຮົາ.
ຂໍຂອບໃຈທຸກໆ ສຽງເຊຍ, ກຳລັງໃຈຈາກພໍ່ແມ່ຜູ້ປົກຄອງ, ຄູຝຶກ, ແລະ ແຟນກິລາປີ່ງປ່ອງລາວທຸກທ່ານ.ພວກເຂົາຈະນຳເອົາປະສົບການໃນເວທີໂລກຄັ້ງນີ້ ໄປພັດທະນາຝີມືໃຫ້ເກັ່ງກ້າຂຶ້ນເລືອດໆ.💪🇱🇦🔥
# DaoHeuangGroup #ປີ່ງປ່ອງລາວ #ທີມຊາດລາວ #ຂອບໃຈຜູ້ສະໜັບສະໜູນ
#ສະຫະພັນກິລາປີ່ງປ່ອງແຫ່ງຊາດລາວ
UNIVERSITY
#ກຸ່ມບໍລິສັດດາວເຮືອງ
#ແສງທອງຄຣີນິກ
#ວິທະຍາໄລຄູປາກເຊ
#ໂຮງຮຽນມສໂພນໄຊ