Theun-Hinboun Power Company - THPC

Theun-Hinboun Power Company - THPC

Share

THPC was established in 1994 and located in Lao PDR

23/04/2026

Re-advertise

Photos from Theun-Hinboun Power Company - THPC's post 08/04/2026

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະຕິບັດພັນທະໃຫ້ລັດຖະບານຢ່າງຕັ້ງໜ້າ

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໄດ້ມອບພັນທະປະຈຳປີ 2025 ໃຫ້ແຂວງບໍລິຄໍາໄຊ ລວມມູນຄ່າທັງ ໝົດຫຼາຍກວ່າ 21 ລ້ານ ໂດລາສະຫະລັດ ແລະ 76 ລ້ານບາດ (ສະກຸນເງິນໄທ), ໃນນັ້ນລວມມີອາກອນກໍາໄລປະຈໍາປີ 2025 ຈໍານວນ 19.53 ລ້ານໂດລາສະຫະລັດ ແລະ ຄ່າພາກຫຼວງ ງວດທີໜຶ່ງ ປະຈໍາປີ 2026 ຈໍານວນ 2.38 ລ້ານໂດລາສະຫະລັດ ແລະ 76.10 ລ້ານບາດ.

ພິທີມອບເງິນດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 07 ເມສາ 2026 ຢູ່ທີ່ ຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ເປັນກຽດມອບເງິນໂດຍທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫ່ຍບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບໂດຍ ທ່ານ ຄຳແຫວນ ປັນຍານຸວົງ, ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ, ໂດຍມີການເຂົ້າຮ່ວມເປັນສັກຂີພິຍານຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງບໍລິຄຳໄຊ ແລະ ພະນັກງານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.

ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ ໄດ້ກ່າວວ່າ “ ໃນຖານະເປັນຫົວໜ່ວຍທຸລະກິດທີ່ມີຄວາມຮັບຜິດຊອບ, ບໍລິສັດ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍາມໃດກໍ່ຍຶດໝັ້ນຢ່າງໜັກແໜ້ນໃນການປະຕິບັດພັນທະດ້ານພາສີອາກອນຂອງຕົນຕາມສັນຍາສໍາປະທານ, ລະບຽບກົດໝາຍຂອງ ສປປ ລາວ ແລະ ຫຼັກປະຕິບັດສາກົນທີ່ດີທີ່ສຸດ ຊຶ່ງຕະຫຼອດໄລຍະເວລາ 28 ປີ ຜ່ານມາ ບໍລິສັດ ໄດ້ຕັ້ງໜ້າປະຕິບັດພັນທະຂອງຕົນໄດ້ເປັນຢ່າງຖືກຕ້ອງເປັນປະຈໍາ ເພື່ອນຳເອົາເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ປະກອບສ່ວນເຂົ້້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ, ດຳເນີນທຸລະກິດໃນຂະແໜງພະລັງງານໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ, ສ້າງລາຍຮັບໃຫ້ແກ່ປະເທດຊາດ, ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຂີດຄວາມສາມາດທາງດ້ານວິຊາການ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາຊຸມຊົນ ແລະ ຮັບປະກັນວ່າພື້ນຖານໂຄງລ່າງຂອງເຂື່ອນໄຟຟ້າຍັງເປັນໂຄງການທີ່ໄດ້ມາດຖານສາກົນກ່ອນຈະມອບໂອນຄືນໃຫ້ລັດຖະບານ ເມື່ອສິ້ນສຸດສັນຍາສຳປະທານ”

ໃນພິທີ ທ່ານ ຄຳແຫວນ ປັນຍານຸວົງ, ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ມອບພັນທະໃຫ້ແຂວງບໍລິຄຳໄຊໃນຄັ້ງນີ້ ຊຶ່ງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ແຂວງຫຼາຍດ້ານ ໂດຍສະເພາະແມ່ນປັດໃຈທີ່ຈະເຮັດໃຫ້ແຂວງບໍລິຄຳໄຊບັນລຸເປົ້າໝາຍການເກັບລາຍຮັບໃນແຕ່ລະປີ ອີກດ້ານໜຶ່ງແມ່ນເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ.

20/03/2026

An opportunity for you to get experiences

27/01/2026

ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ສືບຕໍ່ໃຫ້ການຊ່ວຍເຫຼືອພັດທະນາຊຸມຊົນໃນຂອບເຂດໂຄງການ

Photos from Theun-Hinboun Power Company - THPC's post 26/01/2026

THPC ຈັດງານແຂ່ງຂັນກ໋ອຟການກຸສົນ ລະດົມທຶນຊ່ວຍເຫຼືອການສຶກສາໃນເຂດຊົນນະບົດ

ນະຄອນຫຼວງວຽງຈັນ, ວັນທີ 24 ມັງກອນ 2026 – ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໄດ້ຈັດງານແຂ່ງຂັນກ໋ອຟການກຸສົນປະຈຳປີຂຶ້ນ ຢູ່ທີ່ສະໜາມກ໋ອຟ ລາວ ຄັນທຣີ ຄລັບ (ຫຼັກ 14), ເພື່ອລະດົມທຶນສົມທົບເຂົ້າໃນການປັບປຸງພື້ນຖານໂຄງລ່າງໃຫ້ແກ່ໂຮງຮຽນທີ່ຂາດເຂີນໃນເຂດຊົນນະບົດຫ່າງໄກສອກຫຼີກ.
ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ຈັນທະບູນ ສຸກອາລຸນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ນອກຈາກນີ້, ຍັງມີການເຂົ້າຮ່ວມຂອງການນໍາຂັ້ນສູງ ແຂວງບໍລິຄຳໄຊ, ຄະນະສະພາບໍລິຫານ, ຄະນະອຳນວຍການ ບໍລິສັດ THPC, ພ້ອມດ້ວຍການນຳພັກ-ລັດ, ບັນດາຄູ່ຮ່ວມທຸລະກິດ ແລະ ນັກກິລາກ໋ອຟ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວເນັ້ນເຖິງບົດບາດຂອງ THPC ວ່າ: “ໃນຖານະທີ່ເປັນບໍລິສັດຊັ້ນນຳໃນຂະແໜງພະລັງງານໄຟຟ້ານ້ຳຕົກ, THPC ບໍ່ພຽງແຕ່ສຸມໃສ່ການດຳເນີນທຸລະກິດເພື່ອພັດທະນາເສດຖະກິດເທົ່ານັ້ນ, ແຕ່ຍັງໃຫ້ຄວາມສຳຄັນຢ່າງຕັ້ງໜ້າຕໍ່ການຍົກລະດັບຄຸນນະພາບຊີວິດຂອງຊຸມຊົນ. ການຈັດງານກ໋ອຟການກຸສົນ ທີ່ເລີ່ມມາແຕ່ປີ 2018 ແມ່ນໜຶ່ງໃນຄວາມພະຍາຍາມເພື່ອຊ່ວຍເຫຼືອຂະແໜງການສຶກສາ, ໂດຍສະເພາະການສ້າງສະພາບແວດລ້ອມການຮຽນ-ການສອນທີ່ດີໃຫ້ແກ່ນັກຮຽນໃນເຂດຫ່າງໄກສອກຫຼີກ”.
ສຳລັບຜົນສຳເລັດໃນປີ 2025 ທີ່ຜ່ານມາ, THPC ໄດ້ນຳເອົາລາຍໄດ້ທັງໝົດຈາກການແຂ່ງຂັນ ຈຳນວນ 314 ລ້ານກີບ ໄປສົມທົບທຶນປັບປຸງໂຮງຮຽນປະຖົມບ້ານ ແພວແຢະ, ເມືອງລອງ, ແຂວງຫຼວງນ້ຳທາ ຈົນສຳເລັດເປັນຮູບປະທຳ.
ສຳລັບການແຂ່ງຂັນໃນປີ 2026 ນີ້, ມີນັກກິລາເຂົ້າຮ່ວມທັງໝົດ 162 ທ່ານ, ໂດຍສາມາດລະດົມທຶນໄດ້ຈາກການລົງທະບຽນຂອງບັນດານັກກິລາກ໋ອຟລວມເປັນມູນຄ່າທັງໝົດ 324 ລ້ານກີບ. ລາຍໄດ້ທັງໝົດນີ້, ໂດຍບໍ່ຫັກຄ່າໃຊ້ຈ່າຍໃດໆ, ຈະຖືກນຳໄປໃຊ້ເຂົ້າໃນໂຄງການຟື້ນຟູ ແລະ ປັບປຸງພື້ນຖານໂຄງລ່າງໃຫ້ແກ່ໂຮງຮຽນໃນເຂດຊົນນະບົດ ທີ່ມີຄວາມຕ້ອງການຈຳເປັນຮີບດ່ວນ.
ກິດຈະກຳດັ່ງກ່າວບໍ່ພຽງແຕ່ເປັນການສົ່ງເສີມການກິລາ, ແຕ່ຍັງເປັນການສ້າງສັນໄມຕີຈິດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ (CSR) ທີ່ THPC ຍຶດຖືມາໂດຍຕະຫຼອດ ເພື່ອການພັດທະນາທີ່ຍືນຍົງ.

21/01/2026

ໂອກາດສໍາລັບນັກສຶກສາຈົບໃໝ່

Photos from Theun-Hinboun Power Company - THPC's post 05/01/2026

THPC Charity Golf Tournament 2026

08/12/2025

New opportunity for fresh graduates

04/11/2025

Invitation to Tender

01/11/2025

ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ (THPC) ໄດ້ຮັບການຍ້ອງຍໍ ໃນຖານະປະຕິບັດພັນທະທາງກົດໝາຍດີເດັ່ນ
THPC Recognized for Outstanding Legal Compliance

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໄດ້ຮັບການຍ້ອງຍໍຢ່າງເປັນທາງການ ຈາກກະຊວງການເງິນ ແຫ່ງ ສປປ ລາວ, ໃນຖານະເປັນບໍລິສັດທີ່ ປະຕິບັດພັນທະຖືກຕ້ອງຕາມລະບຽບກົດໝາຍດີເດັ່ນ ຕະຫຼອດໄລຍະ 5 ປີຜ່ານມາ (2020–2024).

ພິທີຍ້ອງຍໍດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 31 ຕຸລາ 2025, ໃນໂອກາດສະເຫຼີມສະຫຼອງຄົບຮອບ 75 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການເງິນ, ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນກຽດມອບໂດຍ ທ່ານ ສັນຕິພາບ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ແລະ ຂຶ້ນຮັບໂດຍ ທ່ານ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອໍານວຍການໃຫຍ່, ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.

ບໍລິສັດ THPC ມຸ່ງໝັ້ນຢ່າງເຂັ້ມງວດໃນການດຳເນີນທຸລະກິດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ ແລະສັນຍາທີ່ໄດ້ເຊັນໄວ້. ບໍລິສັດ THPC ເຊື່ອໝັ້ນວ່າ: "ຄວາມສຳເລັດທີ່ແທ້ຈິງ ຕ້ອງຕິດພັນກັບຄວາມຖືກຕ້ອງ." ດັ່ງນັ້ນ, ການປະຕິບັດຕາມລະບຽບກົດໝາຍຈຶ່ງບໍ່ແມ່ນພຽງແຕ່ເປັນໜ້າທີ່ເທົ່ານັ້ນ, ແຕ່ມັນຍັງສະແດງເຖິງຄວາມຮັບຜິດຊອບ ແລະ ຄວາມຊື່ສັດສູງສຸດ ຕໍ່ສັງຄົມ ແລະ ຕໍ່ປະເທດຊາດ.

ການປະຕິບັດພັນທະທີ່ດີເດັ່ນດັ່ງກ່າວ ຖືເປັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມແຫ່ງ ສປປ ລາວ ໃຫ້ມີຄວາມຍືນຍົງ.

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະກອບມີສອງເຂື່ອນຄື: ເຂື່ອນເທີນ-ຫີນບູນ ແລະ ເຂື່ອນນ້ຳຍວງ, ມີກຳລັງຕິດຕັ້ງລວມ 520 ເມກາວັດ. ນັບຕັ້ງແຕ່ການຜະລິດໄຟຟ້າຂອງໂຄງການ ແຕ່ປີ 1998 ຫາ 2025 ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ປະຕິບັດພັນທະໃຫ້ລັດຖະບານຫຼາຍກວ່າ 897.12 ລ້ານໂດລາສະຫາລັດ ຊຶ່ງລວມມີ: ເງິນປັນຜົນ 563.01 ລ້ານໂດລາສະຫະລັດ, ເງິນຄ່າພາກຫຼວງ 136.3 ລ້ານໂດລາສະຫະລັດ, ອາກອນກໍາໄລ 164.77 ລ້ານໂດລາສະຫະລັດ ແລະ ເງິນສົ່ງຄືນຕົ້ນທຶນໃຫ້ລັດຖະບານ 33 ລ້ານໂດລາສະຫະລັດ.

Theun-Hinboun Power Company Limited (THPC) has received formal recognition from the Ministry of Finance of the Lao PDR as an Outstanding Company for Legal Compliance for the period 2020–2024.

The commendation ceremony was held on October 31, 2025, during the celebration of the 75th Anniversary of the Growth and Development of the Finance Sector at the National Convention Center in Vientiane Capital.

The award was presented by Mr. Santiphap Phomvihane, Minister of Finance, and was received by Mr. Jyxiong Juevaxaiki, Managing Director of THPC.

THPC remains firmly committed to conducting its business in full compliance with all applicable laws, regulations, and contractual obligations. The company upholds the belief that “True success must be tied to integrity.” For THPC, compliance is not merely a legal requirement but a demonstration of the highest standards of responsibility and honesty toward society and the nation.
This consistent fulfillment of obligations represents a proactive and vital contribution to the sustainable socio-economic development of the Lao PDR.

THPC operates two hydropower facilities: the Theun-Hinboun Dam and the Nam Gnouang Dam, with a combined installed capacity of 520 MW.

From the commencement of power generation in 1998 through 2025, THPC has contributed more than US$ 897 million to the Government of Lao PDR, comprising:
• Dividends: US$ 563.01 million
• Royalties: US$ 136.30 million
• Profit Tax: US$ 164.77 million
• Capital Repayment to the Government: US$ 33 million
Through strong governance, transparency, and accountability, THPC continues to play an important role in the development of the Lao power sector and the nation’s sustainable growth.

Photos from Theun-Hinboun Power Company - THPC's post 14/10/2025

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະຕິບັດພັນທະໃຫ້ລັດຖະບານຢ່າງຕໍ່ເນື່ອງ

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໄດ້ມອບພັນທະເງິນຄ່າພາກຫຼວງງວດທີສອງ ປະຈຳປີ 2025 ໃຫ້ແຂວງບໍລິຄໍາໄຊ ມີມູນຄ່າທັງໝົດ ເກືອບ 4 ລ້ານໂດລ່າສະຫະລັດ ໃນນັ້ນມີສະກຸນເງິນໂດລາແມ່ນ 2,055,163 ໂດລ່າສະຫະລັດ ແລະ ສະກຸນເງິນບາດແມ່ນ 58,973,213 ບາດ (ສະກຸນເງິນໄທ).

ພິທີມອບເງິນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2025 ຢູ່ທີ່ ຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ເປັນກຽດມອບເງິນໂດຍທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫ່ຍບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບໂດຍ ທ່ານ ປອ ສອນທະນູ ທຳມະວົງ, ເຈົ້າແຂວງແຂວງບໍລິຄຳໄຊ, ໂດຍມີການເຂົ້າຮ່ວມເປັນສັກຂີພິຍານຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງບໍລິຄຳໄຊ ແລະ ພະນັກງານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.

ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ ໄດ້ກ່າວວ່າ “ ໃນຖານະເປັນຫົວໜ່ວຍທຸລະກິດທີ່ມີຄວາມຮັບຜິດຊອບ, ບໍລິສັດ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍັງຄົງຢືນຢັນຢ່າງຕັ້ງໜ້າໃນການປະຕິບັດພັນທະຂອງຕົນຕົນຕາມສັນຍາສໍາປະທານ, ລະບຽບກົດໝາຍຂອງ ສປປ ລາວ ແລະ ຫຼັກປະຕິບັດສາກົນທີ່ດີທີ່ສຸດ ໂດຍສະເພາະແມ່ນພັນທະດ້ານພາສີອາກອນ, ເງິນປັນຜົນ ແລະ ເງິນຄ່າພາກຫຼວງ ຊຶ່ງຕະຫຼອດໄລຍະເວລາ 27 ປີ ຜ່ານມາ ບໍລິສັດ ໄດ້ຕັ້ງໜ້າປະຕິບັດພັນທະຂອງຕົນໄດ້ຢ່າງຖືກຕ້ອງ ແລະ ເປັນປົກກະຕິ ເພື່ອນຳເອົາເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ປະກອບສ່ວນເຂົ້້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ, ຍຶດໝັ້ນໃນການດຳເນີນທຸລະກິດໃນຂະແໜງພະລັງງານໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ, ສ້າງລາຍຮັບໃຫ້ແກ່ປະເທດຊາດ, ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຂີດຄວາມສາມາດທາງດ້ານວິຊາການ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາຊຸມຊົນ, ມີການບຳລຸງຮັກສາ ສ້ອມແປງປະຈຳປີ ແລະ ປະຈຸບັນນີ້ ບໍລິສັດກຳລັງມີການປ່ຽນຖ່າຍເຄື່ອງຈັກຜະລິດໄຟຟ້າ ຈາກເຄື່ອງເກົ່າທີ່ກຳລັງຈະໝົດອາຍຸການ ມາເປັນເຄື່ອງໃໝ່ ເພື່ອຮັບປະກັນວ່າພື້ນຖານໂຄງລ່າງຂອງເຂື່ອນໄຟຟ້າຍັງເປັນໂຄງການທີ່ໄດ້ມາດຖານສາກົນກ່ອນຈະມອບໂອນຄືນໃຫ້ລັດຖະບານ ເມື່ອສິ້ນສຸດສັນຍາສຳປະທານ”.

ໃນພິທີ ທ່ານ ປອ ສອນທະນູ ທຳມະວົງ, ເຈົ້າແຂວງ ແຂວງບໍລິຄຳໄຊ ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ມອບພັນທະໃຫ້ແຂວງບໍລິຄຳໄຊໃນຄັ້ງນີ້ ຊຶ່ງຈະເປັນປັດໃຈຫຼັກທີ່ຈະເຮັດໃຫ້ແຂວງບໍລິຄຳໄຊບັນລຸເປົ້າໝາຍການເກັບລາຍຮັບໃນແຕ່ລະປີ ອີກດ້ານໜຶ່ງແມ່ນເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ.

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະກອບມີສອງເຂື່ອນຄື: ເຂື່ອນເທີນ-ຫີນບູນ ແລະ ເຂື່ອນນ້ຳຍວງ, ມີກຳລັງຕິດຕັ້ງລວມ 520 ເມກາວັດ. ນັບຕັ້ງແຕ່ການຜະລິດໄຟຟ້າຂອງໂຄງການ ແຕ່ປີ 1998 ຫາ 2025 ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ປະຕິບັດພັນທະໃຫ້ລັດຖະບານຫຼາຍກວ່າ 897.12 ລ້ານໂດລາສະຫາລັດ ຊຶ່ງລວມມີ: ເງິນປັນຜົນ 563.01 ລ້ານໂດລາສະຫະລັດ, ເງິນຄ່າພາກຫຼວງ 136.3 ລ້ານໂດລາສະຫະລັດ, ອາກອນກໍາໄລ 164.77 ລ້ານໂດລາສະຫະລັດ ແລະ ເງິນສົ່ງຄືນຕົ້ນທຶນໃຫ້ລັດຖະບານ 33 ລ້ານໂດລາສະຫະລັດ.

Want your business to be the top-listed Gym/sports Facility in Lao PDR?

Click here to claim your Sponsored Listing.

Location

Telephone

Address

8th Floor Vientiane Center Building, Nongchan Village, Sisattanak District
Lao Pdr

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00