30/08/2026
ສະໂມສອນ ທະຫານແຂວງ ຄວ້າແຊ້ມ ການແຂ່ງຂັນກິລາບານເຕະ ສະຫວັນນະເຂດ ລີກ 2 ລະດູການ 2026
===============
ພິທີປິດການແຂ່ງຂັນ ແລະ ມອບລາງວັນກິລາບານເຕະ ສະຫວັນນະເຂດ ລີກ 2 ລະດູການ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ປອ ພູລຳພອນ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ ປະທານສະຫະພັນບານເຕະແຂວງ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ, ນັກກິລາ ແລະ ມວນຊົນຊາວແຂວງສະຫວັນນະເຂດເຂົ້າຮ່ວມຊົມ ແລະ ເຊຍຢ່າງຟົດຟື້ນ.
ຜົນການແຂ່ງຂັນໃນລະດູການນີ້ ຕຳແໜ່ງຊະນະເລີດຕົກເປັນຂອງ ສະໂມສອນ ທະຫານແຂວງ ທີ່ສາມາດໂຊຟອມໄດ້ຢ່າງໂດດເດັ່ນ ແລະ ຍາດແຊ້ມໄປຄອງຢ່າງສົມກຽດ. ສຳລັບການຈັດອັນດັບ ແລະ ລາງວັນປະເພດທີມ ມີດັ່ງນີ້:
- ອັນດັບທີ 1 (ຊະນະເລີດ): ສະໂມສອນ ທະຫານແຂວງ ໄດ້ຮັບຂັນຊະນະເລີດ ຫຼຽນລາງວັນ ພ້ອມດ້ວຍເງິນລາງວັນ 20 ລ້ານກີບ
- ອັນດັບທີ 2: ສະໂມສອນ ມະຫາວິທະຍາໄລ ສະຫວັນນະເຂດ
- ອັນດັບທີ 3: ສະໂມສອນ ຮອນດ້າ ສາຍສະໝອນ ເຊໂນ
- ອັນດັບທີ 4: ສະໂມສອນ ຊຸບເປີ້ ຄິມ & ນ້ອງເພັດກ້າ
- ອັນດັບທີ 5: ສະໂມສອນ ສົງເປື່ອຍ
- ອັນດັບທີ 6: ສະໂມສອນ ສະຫວັນບັນຊາ
ນອກຈາກນີ້ ຄະນະກຳມະການຈັດການແຂ່ງຂັນຍັງໄດ້ມອບລາງວັນປະເພດບຸກຄົນ ເພື່ອເປັນກຽດຕິຍົດ ແລະ ສ້າງກຳລັງໃຈໃຫ້ແກ່ນັກກິລາ ລວມເຖິງຄູຝຶກທີ່ສ້າງຜົນງານໄດ້ດີເດັ່ນ ປະກອບມີ:
- ລາງວັນຄູຝຶກດີເດັ່ນ: ທ່ານ ສຸກນະຄອນ ສີພັນດອນ ຈາກສະໂມສອນ ທະຫານແຂວງ
- ລາງວັນນັກເຕະດີເດັ່ນ: ທ້າວ ຕົ້ນຕາວັນ ບຸນຮັກສາ ຈາກສະໂມສອນ ທະຫານແຂວງ
- ລາງວັນນັກຮັບດີເດັ່ນ: ທ້າວ ຫັດສະດີ ຈັນທະລັງສີ ຈາກສະໂມສອນ ທະຫານແຂວງ
- ລາງວັນດາວຊັນໂວ (ຍິງປະຕູສູງສຸດ): ທ້າວ ຈິດຕະກອນ ວໍລະເດດ ຈາກສະໂມສອນ ມະຫາວິທະຍາໄລ ສະຫວັນນະເຂດ ເຊິ່ງຍິງປະຕູລວມໄດ້ເຖິງ 26 ປະຕູ.
ໃນໂອກາດນີ້ ທ່ານ ປອ ພູລຳພອນ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ ປະທານສະຫະພັນບານເຕະແຂວງ ພ້ອມດ້ວຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການຈັດການແຂ່ງຂັນທີ່ເຮັດໃຫ້ລາຍການນີ້ດຳເນີນໄປດ້ວຍຄວາມຈົບງາມ. ປະທານທັງສອງທ່ານ ຍັງໄດ້ເນັ້ນໜັກໃຫ້ນັກກິລາທຸກຄົນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ນ້ຳໃຈນັກກິລາ ຮູ້ແພ້ ຮູ້ຊະນະ ຮູ້ອະໄພ ແລະ ສືບຕໍ່ພັດທະນາທັກສະເຕັກນິກຂອງຕົນເອງ ເພື່ອກ້າວຂຶ້ນໄປເປັນກຳລັງສຳຄັນໃນການພັດທະນາວົງການບານເຕະຂອງແຂວງສະຫວັນນະເຂດໃນອະນາຄົດ.
ດ້ານ ທ່ານ ສຸກນະຄອນ ສີພັນດອນ ຕົວແທນຈາກ ສະໂມສອນ ທະຫານແຂວງ ໄດ້ສະແດງຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ທີມສາມາດຄວ້າແຊ້ມໃນປີນີ້ມາຄອງໄດ້ສຳເລັດ ໂດຍກ່າວວ່າ: "ຜົນງານໃນຄັ້ງນີ້ແມ່ນເກີດຈາກຄວາມອົດທົນ, ຄວາມຕັ້ງໃຈຝຶກຊ້ອມຢ່າງໜັກ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງນັກກິລາ ແລະ ທີມງານທຸກຄົນ. ຂໍຂອບໃຈມາຍັງການນຳທຸກຂັ້ນ ຕະຫຼອດຮອດແຟນບານທີ່ໃຫ້ການສະໜັບສະໜູນ ແລະ ຕິດຕາມໃຫ້ກຳລັງໃຈພວກຮົາສະເໝີມາ ພວກເຮົາຈະສືບຕໍ່ພັດທະນາທີມໃຫ້ມີຄວາມແຂງແກ່ນຍິ່ງໆຂຶ້ນໄປ."
ພິທີປິດການແຂ່ງຂັນກິລາບານເຕະ ສະຫວັນນະເຂດ ລີກ 2 ລະດູການ 2026 ໄດ້ສຳເລັດລົງດ້ວຍບັນຍາກາດທີ່ເຕັມໄປດ້ວຍຮອຍຍິ້ມ, ຄວາມເບີກບານມ່ວນຊື່ນ ແລະ ມິດຕະພາບອັນແໜ້ນແຟ້ນ ຖືເປັນອີກໜຶ່ງຜົນງານທີ່ສ້າງສີສັນ ແລະ ປຸກລະດົມຂະບວນການກິລາພາຍໃນແຂວງໃຫ້ມີຄວາມຟົດຟື້ນຢ່າງແທ້ຈິງ.