20/02/2026
15 ປິ ຫວນກັບມາຄືນມາ ສປປ ລາວ ອີກຄັ້ງທ່ານ Vladica Grujic
**********************************************
ວັນທີ 20 ກຸມພາ 2026 ສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດການແຕ່ງຕັ້ງ ທ່ານ ວຣາກິຊາ ກຣູຈິກ (Vladica Grujic) ສັນຊາດ ສ. ເຊີເບຍ ດ້ວຍໄວອາຍຸ 62 ປີ ຮັບຫນ້າທີ່ເປັນ ຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່ ເຊິ່ງຈະຄຸມທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປິ.
ທ່ານ ວຣາກິຊາ ເປັນອາດີດນັກກິລາບານເຕະອາຊີບ ຕຳແໜ່ງກອງໜ້າ ເຊິ່ງເພີ່ນໄດ້ເລີ້ມຕົ້ນເຕະບານສາຍອາຊີບລະຫວ່າງ ປີ 1992 – 2005, ກ່ອນຈະຫັນປ່ຽນມາເປັນຄູຝຶກບານເຕະ ແລະ ປັດຈຸບັນເພີ່ນມີໃບປະກາດຄູຝຶກລະດັບ UEFA Pro License ແລະ ມີຜົນງານການຄຸມທີມດັ່ງນີ້:
1. ປີ 1996 ເລີ່ມຄຸມທີມຄັ້ງທຳອິດ ກັບ ສະໂມສອນ ໃນລີກ ປະເທດ ອົສເຕຣຍ
2. ປິ 2010 – 2011 ເປັນຜູ້ຊ່ວຍຄູຝຶກ ທີມຊາດລາວ ສະໄໝ ຮານສ໌-ປີເຕີ ຊາເລີ ເປັນຫົວໜ້າຄູຝຶກ
3. ປີ 2012 – 2013 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ FC TOKYO ປະເທດ ຍີ່ປຸ່ນ
4. ປີ 2013 – 2014 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນ ຫົວຫນ້າຄູຝຶກ ສະໂມສອນ CEREZO OSAKA ປະເທດ ຍີ່ປຸ່ນ
5. ປີ 2014 – 2016 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນ ຫົວຫນ້າຄູຝຶກ ສະໂມສອນ REAL ZARAGOZA ປະເທດ ສະເປນ
6. ປີ 2016 – 2017 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ ບູລີລໍາ ຢູໄນເຕັດ ປະເທດ ໄທ
7. ປີ 2017 – 2018 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນຫົວຫນ້າຄູຝຶກ ສະໂມສອນ PUNE CITY ປະເທດ ອິນເດຍ
8. ປິ 2018 – 2019 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ SKN ST. PÖLTEN ປະເທດ ອົສເຕຣຍ
9. ປີ 2019 – 2023 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນຫົວຫນ້າຄູຝຶກ ສະໂມສອນ MACHIDA ZELVIA ປະເທດ ຍີ່ປຸ່ນ
10. ປີ 2023 – 2024 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ FK VOJVODINA ປະເທດ ເຊີເບຍ.
ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ວຣາກິຊາ ແມ່ນການກະກຽມທີມຊາດລາວ ຊຸດໃຫຍ່ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) “AFC Asian Cup Saudi Arabia 2027 Qualifiers (Final Round)” ນັດທີ 6 ເປັນການພົບກັນ ລະຫວ່າງ ທີມຊາດລາວ ພົບ ທີມຊາດເນປານ ເຊິ່ງຈະໄດ້ຈັດຂຶ້ນໃນ ວັນທີ 31 ມີນາ 2026 ເວລາ 19:00 ທີ່ສະໜາມກິລາແຫ່ງຊາດຫຼັກ 16 ແລະ ການແຂ່ງຂັນ ບານເຕະຊີງແຊ້ມອາຊຽນ 2026 (ASEAN Hyundai Cup 2026) ຈະເປີດສາກຂຶ້ນລະຫວ່າງ ວັນທີ 24 ກໍລະກົດ - 26 ສິງຫາ 2026, ທີມຊາດລາວ ຖືກຈັບສະຫຼາກຢູ່ໃນ ກຸ່ມ B ເຊິ່ງທີມຊາດລາວ ຈະເປີດບ້ານຕ້ອນຮັບທີມຊາດໄທ ໃນວັນທີ 25 ກໍລະກົດ ແລະ ທີມຊາດ ຟີລິບປິນ ໃນວັນທີ 1 ສິງຫາ ແລະ ອອກໄປແຂ່ງນອກບ້ານສອງເກມ ທີ່ປະເທດມາເລເຊຍ ໃນວັນທີ 28 ກໍລະກົດ ແລະ ມຽນມາ ໃນວັນທີ 4 ສິງຫາ 2026.
ນອກຈາກການຄຸມທີມຊາດແລ້ວ ທ່ານ ວຣາກິຊາ ຈະໄດ້ຊ່ວຍ ສຕລ ວາງລະບົບການຄັດເລືອກນັກເຕະທີມຊາດເຍົາວະຊົນທຸກຮຸ່ນອາຍຸ ແລະ ຈະໄດ້ເຮັດວຽກໃກ້ຊິດນຳ ພະແນກບານເຕະວິທະຍາ ແລະ ການພັດທະນາ ເພື່ອຊ່ວຍວາງໂຄງສ້າງລະບົບການສ້າງນັກເຕະຮຸ່ນສືບທອດ ເນັ້ນພັດທະນາທັກສະພື້ນຖານ ໂດຍແບ່ງໄປຕາມຮຸ່ນອາຍຸ, ສ້າງໃຫ້ນັກກິລາເຂົ້າໃຈເກມ ຜ່ານການລົງແຂ່ງຂັນຕົວຈີງ ແລະ ຮຽນຮູ້ຈັດການສະພາບຮ່າງກາຍ ແລະ ຈິດໃຈ ເປົ້າໝາຍຫຼັກກໍ່ເພື່ອສ້າງຮາກຖານ ແລະ ກຽມພ້ອມເຂົ້າເປັນນັກກິລາອາຊີບໃນອານາຄົດ.
#ຂໍ້ມູນແລະພາບຈາກເພສ:ສະຫະພັນບານເຕະແຫ່ງຊາດລາວ Lao Football Federation
24/01/2026
#ຊ້າງນ້ອຍ ກັບແກ້ມື ກອງທັບ ໃນລາວລິກ1
*************
ການແຂ່ງເຕະບານເປບຊິ ລາວລິກ1 ນັດວັນທີ24/01/2026
ກອງທັບ 0-1 ຊ້າງນ້ອຍ
- ຊ້າງນ້ອຍ ໄດ້ປະຕູຈາກ: ເບີ 99 HYUN WOOK JUNG ນາທີ 90+5’
#ທີ່ມາເພສ: Lao League 1 ລາວລີກ 1
24/01/2026
ການແຂ່ງຂັນກິລາດອກປີກໄກ່ ລາຍການ "BEERLAO BADMINTON SUPER SERIES 2026" ສະໜາມທໍາອິດ ທີ່ແຂວງຄໍາມ່ວນ.
___________________
ກຽມເປີດສາກການແຂ່ງຂັນ ກິລາດອກປີກໄກ່ ລາຍການ ເບຍລາວ ແບັດມິນຕັ້ນ ຊຸບເປີຊີລີ້ "BEERLAO BADMINTON SUPER SERIES 2026" ສະໜາມທີ 1 ທີ່ແຂວງຄໍາມ່ວນ, ພິທີຖະແຫຼງຂ່າວ ໄດ້ຈັດຂຶ້ນຢູ່ທີ່ຮ້ານອາຫານ ທ່າແຂກໃໝ່ ເມືອງທ່າແຂກ ແຂວງຄໍາມ່ວນ ໃນອາທິດທີ່ຜ່ານມາ, ໂດຍການເຂົ້າຮ່ວມຂອງທ່ານ ວຽງສະຫວັນ ແສງຈັນ ຮອງປະທານ ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ຊົມພູ ພົງສາ ຮອງປະທານ ຄະນະບໍລິຫານງານໂອແລມປິກແຫ່ງຊາດລາວ, ທ່ານ ປອ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄໍາມ່ວນ, ທ່ານ ອາເຂດ ວໍລະບຸດ ຕາງໜ້າ ບໍລິສັດ ເບຍລາວ ຈໍາກັດ, ມີຕາງໜ້າບໍລິສັດ TTP Power, ທ່ານ ນາງ ພອນມະນີ ສຸກສົມບູນ ຕາງຫນ້າບໍລິສັດ TNT Power ເຂົ້າຮ່ວມ.
ສະຫະພັນກິລາດອກປີກໄກ່ແຫ່ງຊາດ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ຈະປະກາດເປີດຕົວລາຍການແຂ່ງຂັນເກັບຄະແນນສະສົມລະດັບປະເທດ "BEERLAO BADMINTON SUPER SERIES 2026". ເຊິ່ງໃນປີນີ້ ໄດ້ຍົກລະດັບຄວາມຍິ່ງໃຫຍ່ໂດຍການແບ່ງການແຂ່ງຂັນອອກເປັນ 4 ສະໜາມທົ່ວປະເທດຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ກ່ອນຈະກ້າວເຂົ້າສູ່ຮອບຊີງຊະນະເລີດ,
ສໍາລັບສະໝາມເປີດສາກ ສະໜາມ ທີ 1 ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 29-31 ມັງກອນ 2026 ທີ່ເດີ່ນກິລາດອກປີກໄກ່ ແຂວງຄໍາມ່ວນ (ເດີ່ນພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ) ຖືເປັນຄັ້ງປະຫວັດສາດທີ່ແຂວງຄໍາມ່ວນ ໄດ້ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນ ລະດັບປະເທດ, ເຊິ່ງຈະເປັນບາດກ້າວສໍາຄັນໃນການຊຸກຍູ້ ແລະ ພັດທະນາວົງການກິລາດອກປີກໄກ່ພາຍໃນແຂວງໃຫ້ ມີຄວາມເຂັ້ມແຂງ ແລະ ກ້າວສູ່ລະດັບສາກົນໃນອະນາຄົດ.
ໃນການແຂ່ງຂັນຄັ້ງນີ້, ໂດຍມີນັກກິລາຈາກທົ່ວປະເທດ ໂດຍມີ 16 ສະໂມສອນ ທີ່ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 250 ຄົນ, ຊຶ່ງສະແດງໃຫ້ເຫັນເຖິງຄວາມຕື່ນຕົວ ແລະ ການເຕີບໂຕຂອງວົງການກິລາລາວທີ່ໜ້າຊຶ່ນຊົມ. ຄວາມສໍາເລັດໃນຄັ້ງນີ້ ຈະເກີດຂຶ້ນບໍ່ໄດ້ ຫາກປາສະຈາກການສະໜັບສະໜູນຈາກ ຜູ້ສະໜັບສະໜູນ ທີ່ເຫັນເຖິງຄວາມ ສໍາຄັນຂອງການພັດທະນາຊາວໜຸ່ມ ແລະ ນັກກິລາລາວ ປະກອບມີ: ບໍລິສັດ ເບຍລາວ ຈຳກັດ ຜູ້ສະໜັບສະໜູນຫຼັກ (Main Sponsor) ທີ່ຢືນຄຽງຂ້າງວົງການກິລາລາວມາໂດຍຕະຫຼອດ ໂດຍສະໜັບສະໜູນທັງໝົດ 5 ລາຍການ, ບໍລິສັດ TTP Power: ຜູ້ສະໜັບສະໜູນຮອງ ດ້ວຍງົບປະມານ 100.000.000 ກີບ, ບໍລິສັດ TNT Transport: ຜູ້ຮ່ວມສະໜັບສະໜູນ ດ້ວຍງົບປະມານ 50.000.000 ກີບ ພ້ອມດ້ວຍບັນດາບໍລິສັດຕ່າງໆ ທີ່ຮ່ວມແຮງຮ່ວມໃຈກັນເຮັດໃຫ້ງານນີ້ເກີດຂຶ້ນຢ່າງສົມບູນແບບ.
ການຖະແຫຼງຂ່າວໃນຄັ້ງນີ້, ບໍ່ພຽງແຕ່ເປັນການປະກາດຄວາມພ້ອມຂອງເຈົ້າພາບເທົ່ານັ້ນ ແຕ່ຍັງເປັນການຕ້ອນຮັບນັກກິລາຈາກທົ່ວປະເທດດ້ວຍໄມຕີຈິດມິດພາບ, ຂໍເຊື້ອເຊີນພໍ່ແມ່ພີ່ນ້ອງຊາວແຂວງຄໍາມ່ວນ ແລະ ແຟນກິລາທົ່ວປະເທດ ຮ່ວມສົ່ງແຮງເຊຍ ແລະ ຕິດຕາມການແຂ່ງຂັນທີ່ຈະເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ມິດພາບໃນຄັ້ງນີ້.
#ກິລາດອກປີກໄກ່ #ສະໜາມທີ1
#ທີ່ມາເພສ:ຂ່າວກິລາ Lao National TV
21/11/2025
ສະບາຍດີ Fc ເຕະບານຊາຍກິລາແຫ່ງຊາດ ຄັ້ງນີ້ ດຸເດືອນເລືອດແລ່ນຢູ່ບໍ ຮອບ8 ທີມ ກໍມີ ເຫດການດຸເດືອດ ຮອບ 4ທີມ ຄວນມີມາດຕະການເພີ່ມຕື່ມ
# ມື້ນີ້ຈະມາ ລິວິວ ກ່ອນເກມ ຮອບ 4 ທີມ ເຕະບານຊາຍກິລາແຫ່ງຊາດ 3 ຄັ້ງຫລ້າສຸດ ຈະມີຄົນສົນໃຈຢູ່ບໍ ແຊອອກໄປແລ້ວຈະລົງໃຫ້ເບີ່ງ ຂໍ້ມູນ 4 ທີມນີ້ ວ່າແຂວງໃດເຄີຍພົບກັນ ແຂວງໃດເຄີຍໄດ້ ອັນອັບໃດໃນ3 ປີຄືນຫຼັງ ຂໍຈັກ100ແຊເດີ.
14/10/2025
ທີມຊາດລາວ 2 ນັດຍີງ ໄດ້ພຽງ 1ປະຕູ
09/10/2025
🇱🇦 ທີມຊາດລາວ 0-3 🇲🇾 ທີມຊາດມາເລເຊຍ
- ທີມຊາດມາເລເຊຍ ໄດ້ປະຕູຈາກ: ເບີ 12 ARIF AIMAN ນາທີ 53', ເບີ 21 DION COOLS ນາທີ 69', ເບີ 7 FAISAL HALIM ນາທິີ 90+8'
09/10/2025
🎉👏🇱🇦 ຄອບຄົວ ທ່ານ ປອ ສີນາວາ ສຸພານຸວົງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ມອບເງິນ 100 ລ້ານກີບ ໃຫ້ສະໂມສອນ WIG NAGA ເພື່ອຊົມເຊີຍຜົນງານທີ່ສາມາດຄວ້າແຊ້ມ U9 ປີ ແລະ U11 ປີ ການແຂ່ງຂັນເຕະບານເຍົາວະຊົນ ລະດັບນາໆຊາດ ລາຍການ FLYING CUP ຄັ້ງທີ 9 ທີ່ນະຄອນຫລວງປັກກິ່ງ ປະເທດຈີນ 🇨🇳 ລະຫວ່າງວັນທີ 30 ກັນຍາ - 8 ຕຸລາ 2025
----------------------
✅ ວັນທີ 9 ຕຸລານີ້ ທ່ານ ປອ ສີນາວາ ສຸພານຸວົງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄອບຄົວ ໄດ້ໃຫ້ກຽດເຂົ້າມາຢ້ຽມຢາມສະໂມສອນ WIG NAGA ແລະ ສະແດງຄວາມຊົມເຊີຍຄະນະນັກກິລານາກນ້ອຍຂອງລາວ ທີ່ປະຫວັດສາດ ຊື່ສຽງ ແລະ ກຽດຕິຍົດ ໃຫ້ປະເທດຊາດ, ທັງເປັນການສ້າງຜົນງານຂໍ່ານັບຮັບຕ້ອນ ສະເຫລີມສະຫລອງວັນສຳຄັນຕ່າງໆພັກຂອງຂອງຊາດ ໂດຍສະເພາະ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ.
ທ່ານ ປອ ສີນາວາ ສຸພານຸວົງ ກ່າວວ່າ: ພັກ-ລັດ ໃຫ້ຄວາມສຳຄັນ ແລະ ຕິດຕາມ WIG NAGA ຢ່າງຕ່ໍເນື່ອງ ພ້ອມໃຫ້ການຊຸກຍູ້ສະໜັບສະໜູນເຕັມທີ່ ເປັນສະໂມສອນຕົ້ນແບບທີ່ດີ ໃນການພັດທະນານັກກິລາເຍົາວະຊົນລາວ, ການສະໜັບສະໜູນຄັ້ງນີ້ ບໍ່ແມ່ນຄັ້ງທຳອິດ ແລະ ບໍ່ແມ່ນຄັ້ງສຸດທ້າຍ ຍັງຈະສືບຕໍ່ໃຫ້ການຊຸກຍູ້ຕໍ່ໄປ ເພື່ອຮ່ວມສ້າງນັກກິລາ ແລະ ສະໂມສອນ ໃຫ້ເຂັ້ມແຂງ ແລະ ພົ້ນເດັ່ນຂຶ້ນໄປເລື້ອຍໆ.
ຂະນະທີ່ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ໄດ້ກ່າວສະແດງຂອບໃຈເປັນຢ່າງຍິ່ງ ຕໍ່ການສະໜັບສະໜູນຢ່າງຈິງໃຈຂອງຄອບຄົວ ທ່ານ ສີນາວາ ສຸພານຸວົງ ຊຶ່ງສະໂມສອນຈະນຳເອົາເງິນຈຳນວນນີ້ມາໜູນໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອປຸກປັ້ນນັກກິລາໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບ ສາມາດສ້າງຜົນງານອັນໃໝ່ໃຫ້ພົ້ນເດັ່ນກວ່າເກົ່າ.
#ທີ່ມາເພສ:ຂ່າວກິລາLaoNationalTV
07/10/2025
ວັນທີ 07 ຕຸລາ 2025 ພາບບັນຍາກາດ ທີມຊາດລາວ ຊຸດໃຫຍ່ ຝຶກຊ້ອມຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ.
ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ໂອລົມຕໍ່ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ໄດ້ແນະນຳໃຫ້ນັກກິລາສຸມສະຕິປັນຍາ, ກຳລັງວັງຊາເຂົ້າໃນການຝຶກຊ້ອມຄັ້ງນີ້ໃຫ້ມີການກຽມຄວາມພ້ອມທີ່ສຸດ ທີ່ຈະພົບກັບ ທີມຊາດມາເລເຊຍ .
ສຳລັບການຝຶກຊ້ອມ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ຝຶກຊ້ອມທາງດ້ານເຕັກນິກ ຍຸດທະວີຕ່າງໆ ແລະ ລະບົບການຫລິ້ນ ເພື່ອກຽມໄວ້ສຳລັບນັດທີ່ຈະພົບກັບ ທີມຊາດມາເລເຊຍ.
🔥ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ ຮອບສຸດທ້າຍ (AFC Asian Cup Saudi Arabia 2027 Qualifiers Final Round)
📅 ວັນພະຫັດ 09/10/2025
🇱🇦 ທີມຊາດລາວ 🆚 🇲🇾 ທີມຊາດມາເລເຊຍ
🕗 ເວລາ 19:00
🏟 ສະຫນາມກິລາແຫ່ງຊາດຫຼັກ 16
🎥ຖ່າຍທອດສົດທາງເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ Lao Football Federation
📌ປີ້ເຂົ້າຊົມ ລາຄາ 20.000 ກີບ
ປະຕູທາງເຂົ້າສະຫນາມກິລາແຫ່ງຊາດຫຼັກ 16 ແມ່ນຈະເປີດ 2 ປະຕູ ຄື:
- ປະຕູໂຊນ VIP ສໍາລັບແຂກຖືກເຊີນ
- ປະຕູໂຊນ C ສໍາລັບແຟນບານ
🔻ສອບຖາມການຊື້ບັດເຂົ້າຊົມໄດ້ທີ່:
ເບີໂທຕິດຕໍ່: +856305266415
ໃນວັນ ແລະ ໂມງລັດຖະການ 9:00-11:30 ແລະ 14:00-17:00
#ທີ່ມາເພສ:ສະຫະພັນບານເຕະແຫ່ງຊາດລາວ.