ຮອບແລກ
ກຸມມານທອງ VS ຄຳສຳລານ
Lao Petanque FC
นักกีฬา(ຂາຍເສື້ອກິລາ Grade Player)
ແຜໃຫມ່
ກິບ+ຈີນ VS ເລ້+ເຕ້ຍ
ເດີມພັນ
ກິບ+ຈີນ VS ເລ້+ອຳປີ
18/12/2025
ການນຳ ກະຊວງ ສສກ ຕ້ອນຮັບນັກກີລາທີມຊາດລາວຍາດໄດ້ຫຼຽນຄຳຊີເກມ
……………………
ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກີລາ (ສສກ) ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວກົມກີລາມວນຊົນ ພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມ-ເຍົາວະຊົນ ກະຊວງສຶກສາທິການ ແລະ ກີລາ ໄດ້ຕ້ອນຮັບຄະນະນັກກີລາເປຕັງທີມຊາດລາວ ພ້ອມດ້ວຍຄະນະ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນການແຂ່ງຂັນກີລາຊີເກມຄັ້ງທີ33 ຢູ່ນະຄອນຫຼວງບາງກອກ ລາຊະອານາຈັກໄທ ເປັນເຈົ້າພາບ ໃນວັນທີ 16 ທັນວາ 2025 ຢູ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ
#ເປຕັງທີມຊາດລາວ
#ເປຕັງທີມຊາດລາວ
13/12/2025
ຜົນງານຂອງທັບນັກກິລາເປຕັງສາມາດຍາດມາໄດ້ໃນ 3 ລາຍການ ໃນງານມະຫາກຳກິລາຊີເກມ ຄັ້ງ 33 ທີ່ປະເທດໄທ ເປັນເຈົ້າພາບ.
ເຄນທອງ ອຸ່ນນາລົມ ແລະ ນຸດມະນີ ຫມື່ນໄຊ ລາຍການຄູ່ປະສົມ ໄດ້ຫຼຽນທອງແດງ🥉🇱🇦
ຈີນດາວອນ ສີສະຫວັດ ແລະ ອາລີ ແສງຈັນເພັດ ລາຍການຄູ່ຍິງ ໄດ້ຫຼຽນທອງແດງ🥉🇱🇦
ໄມສັນ ວິພາກອນ ແລະ ປີຊາ ອຸລາມະນີວົງ ລາຍການຄູ່ຊາຍ ໄດ້ຫຼຽນທອງແດງ🥉🇱🇦
13/12/2025
ແຂ່ງຂັນຕໍ່ໃນຮອບຄັດເລືອກ 2 ລາຍການ ຊາຍ 2 ຍິງ 1 ແລະ ຍິງ 1 ຊາຍ 2 ເລີ່ມແຂ່ງຂັນເວລາ 10:00 ໂມງ.
12/12/2025
ຂໍຂອບໃຈທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດລາວ ປະຈຳບາງກອກ ໄດ້ມາຊົມເຊີຍທັບນັກກິລາເປຕັງທີມຊາດລາວ ພວກເຮົາຮູ້ສຶກເປັນກຽດຢ່າງສຸດໃຈ🇱🇦🥰🥰
#ເປຕັງທີມຊາດລາວ🇱🇦
11/12/2025
ລາຍງານຜົນການແຂ່ງຂັນ ກິລາເປຕັງໃນ 3 ລາຍການຂອງມື້ນີ້ ທີມຊາດລາວເຮົາສາມາດເຂົ້າໄປໃນຮອບ Semifinal ໄດ້ແລ້ວ🥳🥳
#ຝາກຕິດຕາມຊ່ວຍເຊຍແລະໃຫ້ກຳລັງໃຈນັກກິລາເປຕັງລາວແນ່ເດີ້🇱🇦
Click here to claim your Sponsored Listing.