04/08/2026
ໄປ ພວກເຮົາ ໄປຄັດໂຕທີມຊາດກັນ!!!
ໂອກາດມາຮອດແລ້ວສຳລັບນ້ອງໆນັກກິລາບານເຕະຍິງ
ທີມຊາດບານເຕະຍິງ ຮຸ່ນອາຍຸບໍ່ເກີນ 17 ປີ ຈະໄດ້ມີການເປີດຄັດໂຕນັກກິລາ ເພື່ອເຂົ້າຮ່ວມ ການແຂ່ງຂັນບານເຕະ ລາຍການ “AFC U17 Women’s Asian Cup China 2027 Qualifiers” ໃນລະຫວ່າງ ວັນທີ 03 – 11 ຕຸລາ 2026 ທີ່ ນະຄອນຫຼວງວຽງຈັນ ປະເທດລາວ.
ການຄັດໂຕນັກກິລາແມ່ນຈັດຂຶ້ນທີ່ ສະໜາມກິລາແຫ່ງຊາດ ຫຼັກ 16 (ສະໜາມຊ້ອມ) ໃນວັນສຸກ ທີ 07 ສິງຫາ 2026 ເວລາ 16:00 ເປັນຕົ້ນໄປ.
ເງື່ອນໄຂຜູ້ເຂົ້າຮ່ວມຄັດໂຕ ແມ່ນນັກກິລາ ເພດຍິງ ທີ່ເກີດໃນລະຫວ່າງ ວັນທີ 01 ມັງກອນ 2010 ຫາ 31 ທັນວາ 2012. (ກະລຸນານຳສຳມະໂນຄົວ ຫຼື ເອກະສານຢັ້ງຢືນໂຕຕົນມາດ້ວຍ)
ຕິດຕໍ່ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:
ນາງ ມີນາ ເພັງໄພວັນ 020 94303789
ນາງ ປຣະຣິຊາດ ສຸກສຳລານ 020 77447444
20/07/2026
ທາງນັ້ນພ້ອມລຸຍ ທາງນີ້ພ້ອມເຊຍ 🎉🎉🎉⚽️⚽️⚽️
🏆 ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ 2026 AFF WOMEN'S CUP 2026 ນັດຊີງຊະນະເລີດ
📅 ວັນພຸດ 22/07/2026
🕗 ເວລາ 19:45
ທີມຊາດຍິງລາວ 🇱🇦 🆚 🇮🇩 ທີມຊາດຍິງອິນໂດເນເຊຍ
🏟 ສະໜາມກິລາ Kuala Lumpur Football Stadium ປະເທດມາເລເຊຍ
19/07/2026
ນັກເຕະຍິງລາວ ສ້າງປະຫວັດສາດໃຫມ່ 🎉🎉🎉
ມາສົ່ງກຳລັງໃຈຮ່ວມເຊຍໃນຮອບຊີງຊະນະເລີດກັນ 🎉🎉🎉
👏ຊົມເຊີຍ ນັກກິລາທີມຊາດຍິງ ສ້າງປະຫວັດສາດຜ່ານເຂົ້າສູ່ຊີງຊະນະເລີດ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ 2026 AFF WOMEN'S CUP 2026
ຈົບການແຂ່ງຂັນ /
ທີມຊາດຍິງກໍາປູເຈຍ 🇰🇭 0-1 🇱🇦 ທີມຊາດຍິງລາວ
- 🇱🇦 ທີມຊາດຍິງລາວ ໄດ້ປະຕູຈາກ : ເບີ 10 ອັນນ່າ ແກ້ວອ່ອນສີ ນາທີ 1'
ຮອບຊີງຊະນະເລີດ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ 2026 AFF WOMEN'S CUP 2026 ຈະມີຂຶ້ນ ວັນທີ 22/07/2026 ເວລາ 19:45 ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາກົວລາລຳເປີ (Kuala Lumpur Football Stadium).
23/06/2026
ເລກທີ່ອອກ~~~~~
ຈັບສະຫລາກ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ 2026 AFF WOMEN'S CUP 2026
ວັນທີ 22 ມິຖຸນາ 2026 ຢູ່ທີ່ ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໄດ້ມີພິທີຈັບສະຫລາກ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ 2026 AFF WOMEN'S CUP 2026, ຜົນການຈັບສະຫລາກ ມີດັ່ງນີ້:
- ກຸ່ມ ເອ: ມາເລເຊຍ ( ເຈົ້າພາບ), ສິງກະໂປ ແລະ ລາວ
- ກຸ່ມ ບີ: ອິນໂດເນເຊຍ, ກຳປູເຈຍ ແລະ ຕີມໍ ເລສເຕ
ຮູບແບບ ການແຂ່ງຂັນຮອບແບ່ງກຸ່ມແມ່ນແຂ່ງຂັນ ແບບພົບກັນຫມົດ, ທີມທີ່ໄດ້ອັນດັບ 1 – 2 ຂອງທັງ 2 ກຸ່ມ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດ, ທີມທີ່ຊະນະໃນຮອບຮອງຊະນະເລີດ ຈະໄດ້ຜ່ານເຂົ້າໄປສູ່ຮອບຊີງຊະນະເລີດ, ທີມທີ່ເສຍຮອບຮອງຊະນະເລີດ ແມ່ນຈະໄດ້ຊີງອັນດັບທີ 3. ການແຂ່ງຂັນລາຍການດັ່ງກ່າວແມ່ນ ຈະແຂ່ງຂັນໃນລະຫວ່າງ ວັນທີ 10-22 ກໍລະກົດ 2026 ແຂ່ງຂັນຢູ່ທີ່ປະເທດມາເລເຊຍ.
ອັນດັບ 1 ຫາ ອັນດັບ 3 ແມ່ນຈະໄດ້ສິດເຂົ້າຮ່ວມ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ ຮອບສຸດທ້າຍ ASEAN WOMEN’S CHAMPIONSHIP 2027 ຮ່ວມກັບ ອົສຕຣາລີ, ຫວຽດນາມ, ໄທ , ຟີລິບປິນ ແລະ ມຽນມາ.
18/06/2026
ພ້ອມບໍ່ພວກເຮົາ~~ ໄປເຊຍຮຸ່ນເອື້ອຍກັນ 🎉🎉🎉
🔰 ຕາຕະລາງ ການແຂ່ງຂັນບານເຕະ ລາວລີກ ຍິງ 2026 ນັດທີ 1
SCHEDULE OF LAO WOMEN'S LEAGUE 2026 MATCH DAY 1
🗓 ວັນສຸກ 19/06/2026
⏱ ເວລາ 15:30 ສະໂມສອນບານເຕະ ບໍລິຄຳໄຊ ພົບ ສະໂມສອນບານເຕະ ເອັສອີຊີ ຢູໄນເຕັດ
🏟 ແຂ່ງຂັນຢູ່ທີ່ສະຫນາມກິລາສູນຝຶກ ສຕລ ສະຫນາມ 1
🎥 ຖ່າຍທອດສົດ Youtube : LAOFF TV ສະຫະພັນບານເຕະແຫ່ງຊາດລາວ
🔴ລິ້ງຖ່າຍທອດສົດ: https://youtube.com/live/8jVNrgCP72g?feature=share
⏱ ເວລາ 15:30 ສະໂມສອນບານເຕະ ມັດສະດ້າ ຈີບີ ພົບ ສະໂມສອນບານເຕະ ໄຊເສດຖາ
🏟 ແຂ່ງຂັນຢູ່ທີ່ສະຫນາມກິລາສູນຝຶກ ສຕລ ສະຫນາມ 2
🎥 ຖ່າຍທອດສົດ Youtube : LAOFF TV ສະຫະພັນບານເຕະແຫ່ງຊາດລາວ
🔴ລິ້ງຖ່າຍທອດສົດ: https://youtube.com/live/039ArvIVYbg?feature=share
⏱ ເວລາ 15:30 ສະໂມສອນບານເຕະ ມາດສເຕີ ພົບ ສະໂມສອນບານເຕະ ເຄພີເອັສ
🏟 ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ
⏱ ເວລາ 18:30 ສະໂມສອນບານເຕະ ເຊໂນ ພົບ ສະໂມສອນບານເຕະ ກອງທັບ
🏟 ແຂ່ງຂັນຢູ່ທີ່ສະຫນາມກິລາສູນຝຶກ ສຕລ ສະຫນາມ 1
🎥 ຖ່າຍທອດສົດ Youtube : LAOFF TV ສະຫະພັນບານເຕະແຫ່ງຊາດລາວ
🔴ລິ້ງຖ່າຍທອດສົດ: https://youtube.com/live/ZJUOrvOCT9E?feature=share
📌 ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE)
🌐 www.laoff.org.la
#ກ້າທີ່ຈະສູ້
18/05/2026
ພາບການແຂ່ງຂັນ / ນັດຊິງຊະນະເລີດ
ສະໂມສອນບານເຕະ ມາດສເຕີ 3-1 ສະໂມສອນບານເຕະ ເອັສອີຊີ
-------------------------------
ພາບໂດຍ: [ Johnnie Naitro ]
ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026
LFF U-16 GIRLS'CHAMPIONSHIP 2026
🗓 ວັນສຸກ ທີ 15 ພຶດສະພາ 2026
🏟 ແຂ່ງຂັນຢູ່ທີ່ສະຫນາມກິລາສູນຝຶກ ສຕລ ສະຫນາມ 1
📌 ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE)
🎥 ທຸກໆຄູ່ຖ່າຍທອດສົດຜ່ານທາງຢູທູບ ສະຫະພັນບານເຕະແຫ່ງຊາດລາວ LAOFF TV