06/09/2026
🎉✨🇱🇦 ເອສຣາ ແຊ້ມລາວລີກ 1 ເດີນທາງໄປປະເທດມຽນມາ ເພື່ອຮອບຄັດເລືອກ ເຕະບານຊາຍ ຊິງແຊ້ມສະໂມສອນທະວີບອາຊີ ລະດັບ 3 AFC Challenge League ລະດູການໃໝ່ 2026-27 ແລະ ຮອບເພອັອຟ ຊິງແຊ້ມສະໂມສອນອາຊຽນ ASEAN Club Championship ລະດູການໃໝ່ 2026-27
______
🇱🇦 ເອສຣາ ແຊ້ມລີກສູງສຸດຂອງລາວ ແລະ ແຊ້ມຊິງຂັນທ່ານນາຍົກລັດຖະມົນຕີ ລະດູການຫລ້າສຸດ ໄດ້ເຂົ້າຮ່ວມລາຍການນີ້ເປັນລະດູການທີສອງຕິດຕໍ່ກັນ ຈັບສະຫລາກຮອບຄັດເລືອກ ພົບກັບ ທີມເກົ່າທີ່ພົບກັນໃນລະດູການຜ່ານມາ 🇲🇲 ຢາງກຸ້ງ ຢູໄນເຕັດ ຮອງແຊ້ມລີກສູງສຸດຂອງມຽນມາ ໂດຍຈະແຂ່ງຂັນທີ່ບ້ານຂອງ ຢາງກຸ້ງ ວັນທີ 8 ກັນຍາທີ່ຈະເຖິງນີ້ ທີ່ສະໜາມ ຕູວັນນາ ໃນນະຄອນຢາງກຸ້ງ.
ທີມຊະນະ ຈະໄດ້ສິດເຂົ້າຮ່ວມຮອບແບ່ງກຸ່ມ ກຸ່ມ D ໂຊນອາຊີຕາເວັນອອກ ຮ່ວມກັບ ບໍຣເນວ ຮອງແຊ້ມລີກສູງສຸດຂອງອິນໂດເນເຊຍ, ວັນ ຕາກຸຍ ຮອງແຊ້ມລີກສູງສຸດຂອງຟີລິບປິນ ແລະ ໄທ້ໜານ ຊິຕີ້ ແຊ້ມລີກສູງສຸດຂອງໄຕ້ຫວັນ.
ລະດູການຜ່ານມາ 🇱🇦 ເອສຣາ ບຸກຊະນະ 🇲🇲 ຢາງກຸ້ງ ດ້ວຍການດວນຈຸດໂທດ 5-3 ເວລາປົກກະຕິ ແລະ ການຕໍ່ເວລາພິເສດສະເໝີກັນ 1-1.
ນອກຈາກນີ້ 🇱🇦 ເອສຣາ ຍັງໄດ້ສິດເຂົ້າຮ່ວມແຂ່ງຂັນຊິງແຊ້ມສະໂມສອນອາຊຽນ ASEAN Club Championship ຫລື Shopee Cup ລະດູການໃໝ່ 2026-27 ເປັນລະດູການທີສອງຕິດຕໍ່ກັນ ແຕ່ລົງແຂ່ງຮອບເພອັອຟ ພົບກັບທີມເກົ່າ 🇲🇲 ຊານ ຢູໄນເຕັດ ແຊ້ມລີກສູງສຸດຂອງມຽນມາ ໂດຍຈະແຂ່ງຂັນ 2 ນັດ ແບບໄປ-ກັບ, ແຕ່ທັງສອງນັດຈະແຂ່ງຢູ່ ທີ່ສະໜາມ ຕູວັນນາ ໃນນະຄອນຢາງກຸ້ງ, ນັດທີ 1 ຈະແຂ່ງຂັນວັນທີ 11 ກັນຍາ ແລະ ນັດທີ 2 ຈະແຂ່ງຂັນວັນທີ 14 ກັນຍາ 2026.
ທີມຊະນະ ຈະໄດ້ສິດໄປແຂ່ງຂັນໃນຮອບແບ່ງກຸ່ມ ກຸ່ມ B ເຊິ່ງມີ 6 ທີມລໍຖ້າແລ້ວ ປະກອບມີ: ການທ່າເຮືອ ເອັຟຊີ ຈາກໄທ, ໂຢະໂຮ ດາຣຸນ ທາຊິມ ຈາກມາເລເຊຍ, ໄລອ້ອນ ຊິຕີ້ ເຊວເລີ ຈາກສິງກະໂປ, ກົງອັນ ຮ່າໂນ້ຍ ຈາກຫວຽດນາມ, ເປີຊິບ ບັນດຸງ ຈາກອິນໂດເນເຊຍ ແລະ ສະວາຍຣຽງ ຈາກກຳປູເຈຍ.
News: ຂ່າວກິລາ Lao National TV
Photo: