19/01/2026
ໃຜແລ້ງ Master ແນ່ ຂໍເບີ່ງດຸ
Pokemon Unite 🤔
ປະກາດລາຍຊື່ປະເພດເກມທີ່ທາງສະຫະພັນກິລາອີສະປອດແຫ່ງຊາດລາວຈະສົ່ງເຂົ້າຮ່ວມໃນລາຍການ Asian Games 2026 ທີ່ ນາໂກຢາ ປະເທດ ຢີ່ປຸ່ນ 🇯🇵
19/01/2026
''ສິດ ແລະ ພາລະບົດບາດຂອງ ສະຫະພັນກິລາອີສະປອດ ມີຫຍັງແດ່''
ແອດມິນຂໍອະນຸຍາດ ມາອະທິບາຍຂະຫຍາຍຄວາມ (ຂໍເຊີນທຸກທ່ານແຊຣ ແລະ ອ່ານ ແລະ ຮ່ວມກັນແລກປ່ຽນໃນທາງສ້າງສັນ)
ຫຼາຍຄົນຍັງຄຸມເຄືອ ແລະ ເຂົ້າໃຈກັນໄປເອງວ່າໃນຈັກກະວານວົງການເກມ ແລະ ອີສະປອດທັງໝົດທຸກຢ່າງ ສະຫະພັນຕ້ອງເຮັດທຸກຢ່າງເປັນເຈົ້າການທຸກໆອັນ, ເຮົາຂໍອະນຸຍາດ ອະທິບາຍເພີ່ມຕື່ມດັ່ງນີ້:
1. ເຮົາຍັງເປັນກິລາສະໝັກຫຼິ້ນ(ຕາມກົດໝາຍ) ເພາະຍັງບໍ່ສາມາດ ເປັນລະບົບອາຊີບ ແລະ ກິລາອາຊີບໄດ້ (ຫວັງວ່າອະນາຄົດຈະເປັນໄດ້ຖ້າພ້ອມໃນຫຼາຍດ້ານ)
2. ຂອບເຂດວຽກຂອງສະຫະພັນແມ່ນກ່ຽວກັບ ການຈັດການແຂ່ງຂັນທຸກລະດັບທົ່ວປະເທດ (ຈັດເອງ, ອະນຸຍາດ, ຄຸ້ມຄອງລະບຽບ, ຮັກສາມາດຕະຖານ) (ບາງກິດຈະກຳແຂ່ງກະບໍ່ໄດ້ຜ່ານເຮົາ ຫຼື ຜ່ານແຂວງ ເຊິ່ງຈິງໆກໍ່ຜິດລະບຽບ/ກົດໝາຍ ແຕ່ຜ່ານມາ ກໍ່ອະລຸ້ມອະລ່ວຍ ໂຍະຍານກັນຍ້ອນຢາກເປີດໂອກາດໃຫ້ ແຕ່ນັ້ນກໍ່ເປັນສິ່ງທີ່ບໍ່ສອດຄ່ອງ ເຮົາຈະປັບປຸງຕື່ມ)
3 ເຮົາເຮັດວຽກ ສົ່ງນັກກິລາ, ສ້າງສະໂມສອນ, ເກັບສະຖິຕິ (ສະໂມສອນ, ຄູຝຶກ, ນັກກິລາ, ກຳມະການ) ຈັດອົບຮົມ, ຄຸ້ມຄອງເຕັກນິກຈັດການແຂ່ງຂັນ ແລະ ອື່ນໆ.
4. ປະຕິບັດຕາມລະບຽບ ແລະ ພັນທະສາກົນ, ໂອແລມປິກ ແລະ ອົງກອນກິລາສາກົນວາງອອກ (ຫຼາຍຄົນບໍ່ຮູ້ວ່າ ເຮົາເປັນສະມາຊິກ IESF, AESF ແລະ ອື່ນໆ ເຮົາຕ້ອງຈ່າຍຄ່າພັນທະສະມາຊິກ ປີລະ X000 USD (ຫຼາຍພັນດອນ/ປີ) ເພື່ອໃຫ້ໄດ້ສິດ ແລະ ໄດ້ slot ຫຼາຍຢ່າງມາໃຫ້ນັກກິລາໃນປະເທດ ແລະ ຕ້ອງຈ່າຍທຸກປີ, ເງິນສ່ວນນີ້ຍັງບໍ່ມີໃຜຈ່າຍຊ່ວຍພວກເຮົາ!))
ເວົ້າເລື່ອງການເຮັດວຽກ ແລະ ງົບປະມານ
1. ຫຼາຍໆຄັ້ງ, ຫຼາຍງານໃນຫຼາຍປີຜ່ານມາ ເຮົາຖືກຈັດເປັນສະຫະພັນກຸ້ມຕົນເອງຮອບດ້ານ ໃນຫຼາຍປີຜ່ານມາ ງົບປະມານທັງໝົດ ໃນການຈັດກິດຈະກຳການແຂ່ງຂັນ, ຄັດເລືອກ, ສົ່ງນັກກິລາໄປແຂ່ງທຸກໆງານ ຫຼາຍກວ່າ 90% ແມ່ນເຮົາຫາມາເອງໝົດ ເຊິ່ງຮ່ວມກັບຜູ້ສະນັບສະໜູນ (ສ່ວນພາກລັດສະນັບສະໜູນ ຫຼາຍຢ່າງໃນຫຼາຍປີຜ່ານມາໃນເຊັ່ນ: ຊີເກມ 2022, 2023 ຊີເກມ 2025 ກັບ ກິລາແຫ່ງຊາດ ຄັ້ງທີ 12 ນີ້ ແລະ ເປີດໂອກາດໃຫ້ເຮົາໄດ້ລອງຈັດຫຼາຍໆອັນໂດຍເພິ່ນສົ່ງເສີມໃຫ້ເຮົາເຮັດກິດຈະກຳ), ສ່ວນທີ່ເຫຼືອ (ຄ່າເຊົ່າຕຶກອາຄານ, ອຸປະກອນຫ້ອງການ, ເງິນເດືອນພະນັກງານ, ໂທລະສັບ ອິນເຕີເນັດ ແມ່ນໃນແຕ່ລະເດືອນ ເຮົາຕ້ອງບໍລິຫານຈັດການເອງທັງໝົດ) (ຄະນະບໍລິຫານງານນັບແຕ່ປະທານຮອດຄະນະບໍ່ມີເງິນເດືອນ, ຍົກເວັ້ນພະນັກງານເຮັດວຽກທີ່ມີສັນຍາສະເພາະເທົ່ານັ້ນ)
2. ການເຄື່ອນໄຫວ, ແຜນການ, ງົບປະມານທຸກຢ່າງເຮົາໄດ້ຜ່ານການເຫັນດີອະນຸມັດ, ຢັ້ງຢືນ ງົບທີ່ໄດ້ຮັບຈາກການສະນັບສະໜູນ (ເປັນເງິນ/ເປັນສິ່ງຂອງ), ທັງໝົດ ໃຫ້ກັບ ກະຊວງສຶກສາທິການ ແລະ ກິລາ, ພ້ອມທັງສະລຸບລາຍງານໃນທຸກໄລຍະ (ຫຼັງຈົບງານ-ໂຄງການ, ປະຈຳ 6 ເດືອນ ແລະ 1 ປີ)
3. ຫຼາຍໆຄັ້ງທີ່ປະທານ/ຄະນະ ຕ້ອງໄດ້ ຈ່າຍເງິນສ່ວນຕົວເພື່ອເດີນທາງໄປຮ່ວມປະຊຸມກັບຫຼາຍຝ່າຍ, ຜູ້ຈັດງານ, ເຈົ້າຂອງລິຂະສິດ ເພື່ອໃຫ້ໄດ້ slot ແລະ ສິດອື່ນໆໃຫ້ກັບລາວ (ເວົ້າງ່າຍໆກໍ່ໄປ ''ຂໍ'' ຫັ່ນລະ ເພາະເຮົາບໍ່ມີຫຍັງໃນມືຫຼາຍພໍສິໄປເຈລະຈາຕໍ່ລອງໄດ້ຂະນາດນັ້ນ)
ສ່ວນໃນວຽກການເຮັດທຸລະກິດຂອງເຈົ້າຂອງເກມ, ວຽກການຕະຫຼາດ, ຫຼື ຕົວແທນຈຳໜ່າຍຕ່າງໆ, promotion ການຕະຫຼາດ, ການຈ້າງງານຂອງເຈົ້າຂອງເກມ ແລະ ອື່ນໆ, ແມ່ນນອກເໜືອພາລະບົດບາດ ແລະ ເຮົາເອງກໍ່ບໍ່ໄດ້ມີສ່ວນຮ່ວມ ແລະ ບໍ່ໄດ້ຢູ່ໃນພາລະບົດບາດຂອງສະຫະພັນ..ຢໍ້າວ່າ ບໍ່ກ່ຽວຂ້ອງກັບເຮົາເລີຍ!!! (ມັນຢູ່ໃນພາກທຸລະກິດ ເຊິ່ງຄຸ້ມຄອງໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງໂທລະຄົມມະນາຄົມ ແລະ ການສື່ສານ). (ເຊິ່ງເຮົາກໍ່ພຽງໄດ້ໃຫ້ຂໍ້ມູນ ແລະ ໃຫ້ຄຳປຶກສາບາງສ່ວນຕາມທີ່ເຮົາຮູ້ແລະກຳໄດ້ເທົ່ານັ້ນ ຕາມການຮ້ອງຂໍ)
ແຕ່ຫຼາຍໆຄັ້ງເຮົາກໍ່ ໄດ້ເຂົ້າໄປມີສ່ວນຮ່ວມແບບຫຼີກລ່ຽງບໍ່ໄດ້ ເພື່ອຊ່ວຍຊຸກຍູ້ກັນ ແລະ ກັນ ເທົ່າທີ່ເຮົາເຮັດໄດ້, ເພື່ອສ້າງສາຍສຳພັນກັບຫຼາຍຝ່າຍ ລວມທັງສ້າງໂອກາດ ໃຫ້ກັບທຸລະກິດພາຍໃນ ກັບຕ່າງປະເທດ ໄດ້ຮ່ວມງານກັນ (ເອີ້ນວ່າເປັນຂົວເຊື່ອມກະວ່າໄດ້) ແລະ ບາງຄັ້ງ ຍັງຊ່ວຍແກ້ໄຂບັນຫາຊ່ວຍຫຼາຍພາກສ່ວນ (ເພື່ອບໍ່ໃຫ້ເກີດບັນຫາກະທົບໃນວົງກວ້າງ)
ພວກເຮົາພະຍາຍາມ ຢ່າງເຕັມທີ່ເພື່ອໃຫ້ທຸກໆຢ່າງຄ່ອຍໆພັດທະນາໄປຕາມກຳລັງ ແລະ ມີທ່າກ້າວ ແຕ່ກໍ່ຍັງຂາດປັດໃຈຫຼາຍຢ່າງ ປະສົບການກໍ່ຍັງໜູ່ມນ້ອຍ ລອງຜິດລອງຖືກມາກໍ່ເປັນບົດຮຽນ ດັດປັບວິທີການເພື່ອໃຫ້ ອົງກອນສາມາດຂັບເຄື່ອນໄປຕໍ່, ວົງການສາມາດເຄື່ອນໄປທາງໜ້າໄດ້ ແລະ ຫວັງຢ່າງຍິ່ງຈະໄດ້ ຮັບການຮ່ວມມືຈາກທຸກຝ່າຍ.
''ເຊືອກເສັ້ນດຽວພໍແຕ່ຖົກມັນກະຂາດໂດຍບໍ່ອອກແຮງ ແຕ່ຖ້າຫຼາຍເສັ້ນມັດລວມກັນ ມັນຈະແຂງຈົນແຮງແລະຕ້ານລົມພາຍຸລົມຝົນໄດ້''
ອ້າງອີງພາລະບົດບາດ-ໜ້າທີ່ຈາກ:
- ອີງຕາມ ກົດໝາຍວ່າດ້ວຍ ກິລາ-ກາຍະກຳ ສະບັບປັບປຸງ ປີ 2019
- ອີງຕາມ ຂໍ້ກຳນົດວ່າດ້ວຍ ການຈັດຕັ້ງຄຸ້ມຄອງສະຫະພັນ ແລະ ສະໂມສອນສະບັບເລກທີ 868/ສສກ, ລົງວັນທີ 6/6/2013 ແລະ ລະບຽບສະຫະພັນກິລາແຫ່ງຊາດ ເລກທີ 787/ສສກ, ລົງວັນທີ 28/5/2013.
- ອີງຕາມ ກົດລະບຽບຂອງສະຫະພັນກິລາອີສະປອດແຫ່ງຊາດ ສະບັບເລກທີ 074/ສອລ ລົງວັນທີ 27/08/2019
ສຶກສາຂໍ້ມູນເພີ່ມຕື່ມທີ່ https://laoesports.com/
24/12/2025
💪🏻💪🏻
• ອີກໜຶ່ງເບື້ອງຫຼັງແຫ່ງຄວາມໂດດເດັ່ນ ແລະ ຄວາມສຳເລັດ ຂອງວົງການອີສະປອດລາວໃນເວທີສາກົນ!
- ຂໍສະແດງຄວາມຊົມເຊີຍແດ່ Mr. Somphachan Sengsilavong ຜູ້ຕັດສິນອີສະປອດລະດັບສາກົນ ພຽງຄົນດຽວຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທີ່ຢືນຢູ່ໃນເວທີອີສະປອດໂລກຢ່າງສົມກຽດ
- ໃນຂະນະທີ່ຜົນສຳເລັດຂອງວົງການອີສະປອດລາວໄດ້ເຕີບໂຕ ແລະ ສ້າງຊື່ສຽງໃນພາກພື້ນ ແລະ ເວທີສາກົນຢ່າງຕໍ່ເນື່ອງ ຫຼາຍຄົນອາດຍັງບໍ່ຮູ້ວ່າ ຍັງມີບຸກຄົນໜຶ່ງທີ່ຢືນຢູ່ເບື້ອງຫຼັງຄວາມສຳເລັດຫຼາຍຢ່າງ ແລະ ເປັນຕົວແທນດ້ານຄວາມເຫັນທາງວິຊາການ ພ້ອມທັງສ້າງຊື່ສຽງ ແລະ ພາບລັກທີ່ດີໃຫ້ແກ່ປະເທດລາວໃນເວທີອີສະປອດສາກົນຢ່າງຕໍ່ເນື່ອງ ນັ້ນຄື ທ່ານ ສົມພະຈັນ ແສງສີລາວົງ
ຮອງເລຂາທິການ ແລະ ຫົວໜ້າຄະນະກຳມະການຕັດສິນ ຂອງ LESF
- Mr. Somphachan ເປັນ ກຳມະການອີສະປອດພຽງຄົນດຽວຂອງ ສປປ ລາວ ທີ່ໄດ້ຮັບການຮັບຮອງລາຍເຊັນ International Referee ຈາກ International Esports Federation (IESF) ຫຼື ສະຫະພັນກິລາອີສະປອດສາກົນ ແລະ ເອເຊຍ ຊຶ່ງເປັນມາດຕະຖານຂັ້ນສູງສຸດດ້ານການຕັດສິນ ແລະ ການຄວບຄຸມດ້ານເຕັກນິກຂອງການແຂ່ງຂັນອີສະປອດໃນລະດັບໂລກ
ຕະຫຼອດເສັ້ນທາງການເຮັດວຽກ ທ່ານໄດ້ຮ່ວມປະຕິບັດໜ້າທີ່ໃນຖານະ International Technical Official (ITO) ໃນການແຂ່ງຂັນກິລາຊີເກມຢ່າງຕໍ່ເນື່ອງ ຕັ້ງແຕ່
• ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ
• ຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ
ຊີເກມ ຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບ
ພ້ອມທັງຍັງໄດ້ມີສ່ວນຮ່ວມໃນກິດຈະກຳ ແລະ ການແຂ່ງຂັນອີສະປອດອື່ນໆ ອີກຫຼາກຫຼາຍ ທັງເບື້ອງໜ້າ ແລະ ເບື້ອງຫຼັງ
ນອກຈາກນັ້ນ Mr. Somphachan ຍັງເປັນ ຄົນລາວພຽງຄົນດຽວ ທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມ Esports Referee Academe 2024 ຊຶ່ງເປັນສະຖາບັນພັດທະນາຜູ້ຕັດສິນອີສະປອດລະດັບສາກົນ ທີ່ລວບລວມຜູ້ຊ່ຽວຊານຈາກທົ່ວໂລກ ເປັນການຢືນຢັນຢ່າງຊັດເຈນເຖິງຄວາມສາມາດ ມາດຕະຖານ ແລະ ຄວາມເຊື່ອຖື ທີ່ໄດ້ຮັບຈາກອົງກອນອີສະປອດສາກົນ
ຕະຫຼອດເວລາທີ່ຜ່ານມາ ພາຍໃຕ້ການສະໜັບສະໜູນ ຂອງຄະນະບໍລິຫານງານຂອງ ສະຫະພັນກິລາອີສະປອດແຫ່ງຊາດລາວ. ທ່ານບໍ່ພຽງແຕ່ປະຕິບັດໜ້າທີ່ດ້ານເຕັກນິກ ແລະ ການຕັດສິນເທົ່ານັ້ນ ແຕ່ຍັງເຮັດໜ້າທີ່ເປັນ “ໜ້າເປັນຕາ” ແລະ ຕົວແທນພາບລັກຂອງ ສປປ ລາວ ໃນເວທີອີສະປອດສາກົນ ດ້ວຍຄວາມເປັນມືອາຊີບ ຄວາມຍຸດຕິທຳ ແລະ ຄວາມທຸ່ມເທຢ່າງເຕັມທີ່ຕໍ່ວົງການກິລາອີສະປອດ
ຄວາມສຳເລັດຂອງ Mr. Somphachan Sengsilavong ບໍ່ແມ່ນພຽງແຕ່ຄວາມພາກພູມໃຈສ່ວນບຸກຄົນ ແຕ່ຍັງເປັນຄວາມພາກພູມໃຈຂອງຊາດ ເປັນແຮງບັນດານໃຈໃຫ້ຄົນຮຸ່ນໃໝ່ ແລະ ເປັນຮາກຖານສຳຄັນໃນການຜັກດັນໃຫ້ວົງການອີສະປອດຂອງ ສປປ ລາວ ເຕີບໃຫຍ່ຢ່າງມີຄຸນນະພາບ ແລະ ຍືນຍົງໃນອະນາຄົດ.
———————————————————
Another Force Behind the Excellence and Success
of Lao Esports on the International Stage
We would like to extend our sincere congratulations to Mr. Somphachan Sengsilavong, the only International Esports Referee from the Lao People’s Democratic Republic, who proudly represents Laos on the global esports stage.
As Lao esports continues to achieve growing success and recognition at both regional and international levels, many may not be aware that behind these achievements stands a key individual who has consistently contributed behind the scenes. He has played a vital role in providing professional technical opinions, upholding international standards, and continuously enhancing the reputation and image of Laos in the global esports community. That individual is Mr. Somphachan Sengsilavong,
Deputy Secretary-General and Head of the Referee Committee of the Lao Esports Federation (LESF).
Mr. Somphachan is the only esports referee from Laos to have received official International Referee certification from the International Esports Federation (IESF), the global and Asian governing body for esports. This certification represents the highest international standard in esports officiating and technical competition management.
Throughout his professional journey, he has continuously served as an International Technical Official (ITO) at major multi-sport events, including:
The 30th Southeast Asian Games (SEA Games) in the Philippines
The 31st SEA Games in Vietnam
The 33rd SEA Games, hosted by Thailand, where he played a particularly significant and impactful role
In addition, he has contributed to numerous other esports competitions and international events, both in front of the stage and behind the scenes.
Furthermore, Mr. Somphachan is the only Lao national selected to participate in the Esports Referee Academe 2024, a prestigious international program dedicated to developing elite esports referees. The academy brings together experts from around the world and stands as a strong testament to his competence, professionalism, and the trust placed in him by international esports organizations.
Over the years, Mr. Somphachan has not only fulfilled technical and officiating responsibilities with excellence, but has also served as a key representative and ambassador of Laos, projecting professionalism, fairness, and integrity on the international esports stage. His dedication and commitment have significantly contributed to the credibility and global presence of Lao esports.
The achievements of Mr. Somphachan Sengsilavong are not merely a source of personal pride, but a national honor. His journey serves as an inspiration to the younger generation and represents a crucial foundation for the sustainable growth and development of esports in the Lao People’s Democratic Republic in the years to come.
23/12/2025
Glood New Skin Be like 🤯
นี่คือเหตุผลที่ทำไมถึงถูกแบนในRank
23/12/2025
ເຂົ້າໃຈຄວາມຮູ້ສຶກຄົນເລ່ນປ່າ🫨🫨
Cr: Robin Gaming
16/12/2025
Our FreeFire Laos National Team in Thailand seagame 33th
Tomorrow We Have Match game Again 5 nation
Let Fight For Laos 🇱🇦 ! ! !
13/12/2025
ຍັງເຫຼືອອີກສອງເກມ ເປັນກຳລັງໃຈໃຫ້ກັບຕົວແທນທີມຊາດລາວ 🇱🇦ເຮົາແນ່ເດີ້ ທຸກຄົນ 🙏🏻 ເຈິະແຕ່ທີມຕຶງໆ 🥺
ສາມາດຮັບຊົມໄດ້ຜ່ານລິ້ງໃຕ້ຄອມເມັ້ນ 👇🏻
23/11/2025
Result Laos National Game 2025 Khammuan Province TEAM 😎🥳
1 Gold 🥇
3 Silver 🥈
5 Bronze🥉
Thank Guy Keep up Good work😇😇