30/07/2026
ຕາຕະລາງແຂ່ງຂັນ ELLSE SPIKE HERO 2026 ບານສົ່ງຫາດຊາຍ U21. ມັກທີມໃດ ຮັກທີມໃດມາຊົມມາເຊຍໄດ້ ສຸກເສົາທິດນີ້ (31ກໍລະກົດ ຫາ 2 ສິງຫາ). ທີມໃດຈະຄອງແຊມ SPIKE HERO U21ປະຈຳປີ 2026 ຮູ້ກັນທ້າຍອາທິດນີ້!
ຂໍຂອບໃຈ ຜູ້ໃຫຍ່ໃຈດີ:
#ນໍ້າດື່ມຫົວເສືອ
#ບຸນນຳພາ
30/07/2026
ສະໜາມພ້ອມ, ທິມງານພ້ອມ, ນັກກິລາພ້ອມ ມື້ອື່ນພົບກັນ ELLSE SPIKE HERO 2026 ບານສົ່ງຫາດຊາຍ U21 ທີ່ເດີ່ນບານສົ່ງກອງທັບຫລັກຫ້າ. 8:30 ເປັນຕົ້ນໄປ.
#ນໍ້າດື່ມຫົວເສືອ
#ເຄື່ອງດື່ມRevive
#ບຸນນຳພາ
21/07/2026
ເນື່ອງຈາກສະພາບການກະກຽມຄວາມພ້ອມຕ່າງໆ ບໍ່ເອື້ອງອຳນວຍ, ສະຫະພັນບານສົ່ງແຫ່ງຊາດ ຈຳເປັນຕ້ອງໄດ້ຍົກເລີກ ການແຂ່ງຂັນກິລາບານສົ່ງຫາດຊາຍ ລຸ້ນອາຍຸຕໍ່າກວ່າ 18ປີ (U18) ຄັ້ງນີ້ໄປກ່ອນ. ສຳລັບລຸ້ນ ອາຍຸຕໍ່າກວ່າ21ປີ (U21) ແມ່ນຈະສືບຕໍ່ແຂ່ງຂັນຕາມກຳນົດ. ໂດຍການແຂ່ງຂັນຈະເລີ່ມແຕ່ວັນທີ 31 ກໍລະກົດຈນເຖິງ ວັນທີ 2ສິງຫານີ້.
ຂໍເຊີນສົ່ງທີມເຂົ້າຮ່ວມການແຂ່ງຂັນ ໂດຍທີມຊະນະເລີດປະເພດທີມຊາຍ ຈະໄດ້ຮັບຫຽນຄຳ ແລະເງິນລາງວັນເຖິງ 4,000,000ກີບ.
🏖️ ELLSE Beach Volleyball SPIKE HERO 🏐🔥
ພ້ອມແລ້ວບໍ ທີ່ຈະກ້າວຂຶ້ນເປັນ "SPIKE HERO 2026’
ສະຫະພັນບານສົ່ງແຫ່ງຊາດລາວ (ສບສ) ຮ່ວມກັບ ELLSE ຂໍນຳສະເໜີເວທີແຈ້ງເກີດຂອງດາວຮຸ່ງ ບານສົ່ງຫາດຊາຍ U18 & U21 ☀️
🏐 "ONE SPIKE CAN CHANGE THE GAME!"
📢 ກົດຕິດຕາມເພດ: ສະຫະພັນບານສົ່ງແຫ່ງຊາດລາວ (LVF) ໄວ້ເລີຍ! ເພື່ອບໍ່ໃຫ້ພາດລາຍລະອຽດການຮັບສະໝັກໄວໆນີ້.
#ນໍ້າດື່ມຫົວເສືອ
18/07/2026
ຫຼັກສູດອົບຮົມຄູຝຶກບານສົ່ງ FIVB Coach Course Level 1 ສຳເລັດລົງຢ່າງຈົບງາມ ສ້າງອີກໜຶ່ງກ້າວສຳຄັນສູ່ການພັດທະນາບານສົ່ງລາວ
ສະຫະພັນບານສົ່ງລາວ (LVF) ໄດ້ຈັດພິທີປິດ ຫຼັກສູດອົບຮົມຄູຝຶກບານສົ່ງ FIVB Coach Course Level 1 ຢ່າງສຳເລັດຜົນ ໃນວັນທີ 10 ກໍລະກົດ 2026 ນັບເປັນອີກໜຶ່ງຫຼັກໝາຍສຳຄັນ ໃນການພັດທະນາບຸກຄະລາກອນກິລາບານສົ່ງ ໂດຍສະເພາະຄູຝຶກທີ່ມີຄຸນນະພາບ ທັງເປັນການວາງຮາກຖານການພັດທະນາບານສົ່ງຂັ້ນພື້ນຖານຂອງປະເທດ.
ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກ Olympic Solidarity ຜ່ານຄະນະກຳມະການໂອລິມປິກແຫ່ງຊາດລາວ (NOCL) ແລະ ສະຫະພັນບານສົ່ງສາກົນ (FIVB), ສະຫະພັນບານສົ່ງແຫ່ງຊາດລາວ ໄດ້ຈັດການອົບຮົມຄູຝຶກບານສົ່ງ FIVB Coach Course Level I ຂຶ້ນ ຊື່ງດຳເນີນເປັນເວລາ 5 ວັນ ຕັ້ງແຕ່ວັນທີ 6 ຫາ 10 ກໍລະກົດ. ການຝຶກອົບຮົມຄັ້ງນີ້ໄດ້ມີຄູຝຶກ ຈຳນວນ 22 ທ່ານ, ຍິງ 3 ທ່ານ, ຈາກ 5 ແຂວງ ແລະ 6 ສະໂມສອນໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ ເພື່ອຍົກລະດັບຄວາມຮູ້, ວິທີການຝຶກສອນ ແລະ ທັກສະການເປັນຄູຝຶກ ຕາມມາດຕະຖານສາກົນຂອງ FIVB. ການຝຶກອົບຮົມຄັ້ງນີ້ໄດ້ຮັບກຽດຈາກ ທ່ານ Constant Tchouassi, ວິທະຍາກອນຄູຝຶກລະດັບສາກົນຂອງ FIVB ຜູ້ມີປະສົບການສູງທັງພາກທິດສະດີ ແລະ ພາກປະຕິບັດ ກ່ຽວກັບຫຼັກການຝຶກສອນສະໄໝໃໝ່, ການພັດທະນາເຕັກນິກ-ແທັກຕິກ ແລະ ການຝຶກສອນທີ່ນຳໃຊ້ຫຼັກການເອົານັກກິລາເປັນສູນກາງ.
ຕະຫຼອດຫຼັກສູດ ຜູ້ເຂົ້າອົບຮົມໄດ້ຮຽນຮູ້ທັງພາກທິດສະດີ, ຝຶກປະຕິບັດໃນສະໜາມ, ແລກປ່ຽນປະສົບການ ແລະ ຜ່ານການປະເມີນຕາມເກນຂອງ FIVB. ຜູ້ທີ່ສຳເລັດຫຼັກສູດໄດ້ຮັບໃບຢັ້ງຢືນ FIVB Coaches Course Level 1 ຈາກສະຫະພັນບານສົ່ງສາກົນ.
ໃນພິທີປິດ, ສະຫະພັນບານສົ່ງລາວ ໄດ້ສະແດງຄວາມຂອບໃຈຕໍ່ Olympic Solidarity, FIVB ແລະ NOCL ສຳລັບການສະໜັບສະໜູນຢ່າງຕໍ່ເນື່ອງ ພ້ອມຢືນຢັນວ່າ ການພັດທະນາຄູຝຶກ ແມ່ນຫົວໃຈຂອງການພັດທະນານັກກິລາ ແລະ ການສ້າງລະບົບບານສົ່ງທີ່ເຂັ້ມແຂງ ແລະ ຍືນຍົງ.
ໃນຂະນະທີ່ ສປປ ລາວ ກຳລັງກະກຽມສູ່ການເປັນເຈົ້າພາບ ມະຫະກຳກິລາຊີເກມ ຄັ້ງທີ 36 ໃນປີ 2031, ຄວາມສຳເລັດຂອງຫຼັກສູດນີ້ ນັບເປັນອີກກ້າວສຳຄັນໃນການສ້າງຄູຝຶກລາວໃຫ້ມີມາດຕະຖານສາກົນ ແລະ ມີຄວາມພ້ອມນຳພາການພັດທະນາບານສົ່ງຂອງຊາດ.
ສະຫະພັນບານສົ່ງລາວ ຂໍສະແດງຄວາມຍິນດີຕໍ່ຜູ້ເຂົ້າອົບຮົມທຸກທ່ານ ພ້ອມທັງຂໍຂອບໃຈ ທ່ານ Constant Tchouassi, FIVB, Olympic Solidarity, NOCL, FIVB ແລະ ພາກສ່ວນຮ່ວມມືທຸກຝ່າຍ ທີ່ໄດ້ຮ່ວມຜົນັກດັນໃຫ້ຫຼັກສູດນີ້ປະສົບຜົນສຳເລັດ.
ຮ່ວມກັນສ້າງອະນາຄົດທີ່ເຂັ້ມແຂງໃຫ້ກິລາບານສົ່ງລາວ. 🏐🇱🇦
13/07/2026
ມື້ແຂ່ງຂັນຍັບໃກ້ເຂົ້າມາແລ້ວ! ລົງທະບຽນກັນຫລືຍັງ. ຮີບຮ້ອນລົງທະບຽນເພື່ອລົງແຂ່ງຂັນຊຍາດເອົາເງິນລາງວັນ ແລະ ປູທາງເພື່ອກ້າວສູ່ການເປັນ SPIKE HERO 2026!
🏖️ ELLSE Beach Volleyball SPIKE HERO 🏐🔥
ພ້ອມແລ້ວບໍ ທີ່ຈະກ້າວຂຶ້ນເປັນ "SPIKE HERO 2026’
ສະຫະພັນບານສົ່ງແຫ່ງຊາດລາວ (ສບສ) ຮ່ວມກັບ ELLSE ຂໍນຳສະເໜີເວທີແຈ້ງເກີດຂອງດາວຮຸ່ງ ບານສົ່ງຫາດຊາຍ U18 & U21 ☀️
🏐 "ONE SPIKE CAN CHANGE THE GAME!"
📢 ກົດຕິດຕາມເພດ: ສະຫະພັນບານສົ່ງແຫ່ງຊາດລາວ (LVF) ໄວ້ເລີຍ! ເພື່ອບໍ່ໃຫ້ພາດລາຍລະອຽດການຮັບສະໝັກໄວໆນີ້.
#ນໍ້າດື່ມຫົວເສືອ
29/06/2026
ELLSE Beach Volleyball SPIKE HERO 2026 ເລີ່ມລົງທະບຽນແລ້ວ.ລາຍລະອຽດຢູ່ໃນແຈ້ງການ.
27/06/2026
🏖️ ELLSE Beach Volleyball SPIKE HERO 🏐🔥
ພ້ອມແລ້ວບໍ ທີ່ຈະກ້າວຂຶ້ນເປັນ "SPIKE HERO 2026’
ສະຫະພັນບານສົ່ງແຫ່ງຊາດລາວ (ສບສ) ຮ່ວມກັບ ELLSE ຂໍນຳສະເໜີເວທີແຈ້ງເກີດຂອງດາວຮຸ່ງ ບານສົ່ງຫາດຊາຍ U18 & U21 ☀️
🏐 "ONE SPIKE CAN CHANGE THE GAME!"
📢 ກົດຕິດຕາມເພດ: ສະຫະພັນບານສົ່ງແຫ່ງຊາດລາວ (LVF) ໄວ້ເລີຍ! ເພື່ອບໍ່ໃຫ້ພາດລາຍລະອຽດການຮັບສະໝັກໄວໆນີ້.
#ນໍ້າດື່ມຫົວເສືອ
07/06/2026
ອີກໜຶ່ງບາດກ້າວທີ່ສຳຄັນໃນການພັດທະນາກິລາບານສົ່ງລາວ!
ດ້ວຍການສະໜັບສະໜູນຈາກກອງທຶນ Olympic Solidarity ຜ່ານຄະນະກຳມະການໂອລິມປິກແຫ່ງຊາດ ຮ່ວມກັບສະຫະພັນບານສົ່ງສາກົນ (FIVB), ໃນລະຫວ່າງວັນທີ 6 ຫາ 10 ກໍລະກົດ 2026 ນີ້ ສະຫະພັນບານສົ່ງຈະຈັດຝືກອົບຮົມຄູຝຶກ ຫຼັກສູດການອົບຮົມຄູຝຶກບານສົ່ງສາກົນ FIVB Coach Course Level 1 ໂດຍມີຄູຝຶກລະດັບສາກົນ (FIVB Instructor) Mr Constant Tchouassi ຈາກປະເທດຝຣັ່ງ ການຝຶກອົບຮົມນີ້ຈັດຂຶ້ນເພື່ອຍົກລະດັບມາດຕະຖານການຝຶກສອນ ແລະ ເສີມສ້າງພື້ນຖານການພັດທະນາກິລາບານສົ່ງໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.
ຫຼັກສູດອົບຮົມທີ່ໄດ້ຮັບການຮັບຮອງຈາກ FIVB ນີ້ ເປັນສ່ວນໜຶ່ງຂອງແຜນງານການພັດທະນາກິລາບານສົ່ງຂອງສະຫະພັນບານສົ່ງລາວ (LVF) ທີ່ມຸ່ງເນັ້ນການພັດທະນາບຸກຄະລາກອນດ້ານການຝຶກສອນ ເພື່ອສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ວົງການບານສົ່ງຂອງປະເທດ ໂດຍເນັ້ນໃສ່:
- ການພັດທະນາຄູຝຶກລຸ້ນໃໝ່ໃຫ້ມີຄວາມຮູ້ ແລະ ທັກສະຕາມມາດຕະຖານສາກົນ
- ການຍົກລະດັບຄວາມຮູ້ດ້ານເທັກນິກ, ຍຸດທະວິທີ ແລະ ຫຼັກການຝຶກສອນສະໄໝໃໝ່
- ການພັດທະນາ ແລະ ຝຶກສອນນັກກິລາເຍົາວະຊົນຕາມຫຼັກວິຊາການສາກົນ
- ການສ້າງເຄືອຂ່າຍຄູຝຶກບານສົ່ງທີ່ມີຄຸນນະພາບ ເພື່ອຊຸກຍູ້ການພັດທະນາກິລາບານສົ່ງໃນທຸກລະດັບ
ຫຼັກສູດອົບຮົມຄັ້ງນີ້ ຖືເປັນອີກໜຶ່ງກ້າວສຳຄັນໃນການວາງຮາກຖານດ້ານບຸກຄະລາກອນ ແລະ ຍົກລະດັບມາດຕະຖານກິລາບານສົ່ງຂອງ ສປປ ລາວ ໃຫ້ພັດທະນາຢ່າງຍືນຍົງ ພ້ອມກ້າວສູ່ການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນໃນອະນາຄົດ