08/06/2026
ຂໍຂອບໃຈ ທະນາຄານຮ່ວມພັດທະນາ LDB Bank ມອບເງິນສະຫນັບສະຫນູນ ແຂ່ງຂັນກິລາເພາະກາຍຊິງແຊັມໂລກ ຄັ້ງທີ 17 ທີ່ ລາວເປັນເຈົ້າພາບ ລະຫວ່າງວັນທີ 3-9 ທັນວາ 2026 ໂດຍຈະມີ 63 ປະເທດເຂົ້າຮ່ວມ ແລະຄະນະນັກກິລາ 500 ກວ່າຄົນ
- ພິທີມອບ-ຮັບເງິນສະໜັບສະໜູນດັ່ງກ່າວ ຈັດຂຶ້ນ ໃນວັນທີ 8 ມິຖຸນານີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ເປັນການກ່າວມອບໂດຍທ່ານ ດວງສີ ສິງດວງແກ້ວ ຜູ້ອຳນວຍການຝ່າຍຄຸ້ມຄອງສາຂາ ທະນາຄານພັດທະນາລາວ ຈຳກັດ ແລະ ຕາງໜ້າກ່າວຮັບໂດຍທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນປະທານສະຫະພັນເພາະກາຍແຫ່ງຊາດລາວ, ມີທ່ານ ຄຳພະໄພວັນ ວົງໄຊ ຮອງປະທານ ແລະ ເລຂາທິການ ສະຫະພັນກິລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ແລະ ພະນກງານທີ່ກ່ຽວຂ້ອງເຂົ້າຮ່ວມເປນສັກຂີພິຍານ.
ໂອກາດນີ້, ທ່ານ ມະໂນທອງ ວົງໄຊ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ LDB ທີ່ໄດ້ໃຫ້ການສະໜັບໜູນການແຂ່ງຂັນໃນຄັ້ງ ຊຶ່ງເປັນຄັ້ງປະຫວັດສາດໜ້າໃໝໃຫ້ແກ່ວົງການກິລາລາວ ແລະ ການໄດ້ຮັບກຽດເປັນເຈົ້າພາບໃນຄັ້ງນີ້ ບໍ່ພຽງແຕ່ເປັນການສົ່ງເສີມກິລາເພາະກາຍໃນລາວໃຫ້ເຕີບໃຫຍ່ຂະຫຍາຍຕົວເທົ່ານັ້ນ, ແຕ່ຍັງເປັນໂອກາດທີ່ດີໃນການເຜີຍແຜ່ວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຂອງລາວໃຫ້ຊາວໂລກໄດ້ຮູ້ຈັກຫຼາຍຂຶ້ນ.
ທ່ານ ຄຳພະໄພວັນ ວົງໄຊ ກໍໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ ສາມາດເວົ້າໄດ້ວ່າເພາະກາຍລາວ ໄດ້ມິການພັດທະນາຢ່າງບໍ່ຢຸດຢັ້ງ ສາມາດກ້າວກະໂດດໄປໄກສ້າງຜົນງານໃນເວທີໂລກ ເປັນກຽດຊື່ສຽງ ແລະ ສັກສີໃຫ້ແກ່ປະເທດຊາດ, ໃນນັ້ນ ສາມາດ້າງນກກິລາ ຄວ້າແຊ໋ມໂລກ ໄດ້ເຖີງ 4 ຄົນແລ້ວ ເປັນຍິງ 2 ຄົນ ແລະ ຊາຍ 2 ຄົນ ເຊື່ອວ່າໃນການຮັບກຽດເປນເຈົ້າພາບ ໃນຄັ້ງນີ້ ພວກເຮົາຈະໄດ້້ຫັນນັກກິລາລາວ ສາຍເລື່ອດໃໝ່ເກີດຂຶ້ນຢ່າງແນ່ນອນ. ແນວໃດກໍດີ, ລາຍການຊີງແຊ໋ມໂລກ ທ້າຍນິ້ ກໍມີຫຼາຍຊາດແຈ້ງເຈດຈຳນົງຈະຮ່ວມຊີງໄຊ ໂດຍສະເພາະ ສສ ຫວຽດ ແລະ ອິນເດຍ ຄາດວ່າຈະສົ່ງນັກກິລາມາຮ່ວມຫຼາຍກວ່າ 100 ຄົນ.
👉 ພ້ອມກັນນີ້ ສະຫະພັນກິລາເພາະກາຍແຫ່ງຊາດລາວຍັງເປີດຮັບການສະຫນັບສະຫນູນຈາກທຸກພາກສ່ວນ ເພື່ອໃຫ້ງານປະຫວັດສາດຄັ້ງນີ້ສໍາເລັດລຸລ່ວງໄປດ້ວຍດີ ເປັນທີ່ເອກອ້າງຂອງປວງຊົນລາວທັງຊາດ