CC-55 Fc Academy ສະໂມສອນເຕະບານ CC-55 Fc
champahak.fc
football academy U-7 to U-16
20/04/2023
ຊີງຂັນ Mazada youth league 2023
ນັດທີ່2 : ໃນວັນທີ່: 08-09/04/23
# ມື້ນີ້ທີມເຮົາເປັນເຈົ້າບ້ານຕ້ອນຮັບທີມ
- Vientiane .Ft U-10
- PMT.fc U-12
- NOUL.fc U-14
ສູນກິລາຄົບວົງຈອນຈຳປາຮັກ Trung Tâm Thể Thao Chăm Pà Hắc
@ ເດີ່ນເຕະບານ ຈຳປາຮັກ
@ ບ້ານ ວຽງຈະເລີນ ຮ່ອມ6 / ນ.ວ
03/04/2023
ຖືວ່າໂຊກດີທີ່ສຸດສໍາລັບ ທີມຊາດລາວ U17 ຖືກຈັບຢູ່ຮ່ວມກຸ່ມ ເອ ຮ່ວມກັບ ໄທ ( ເຈົ້າພາບ ), ເຢເມນ ແລະ ມາເລເຊຍ ຖືເປັນສາຍທີ່ເບົາທີ່ສຸດແລ້ວຖ້າທຽບໃສ່ກຸ່ມ B C D ໃນແຂ່ງຂັນບານເຕະຊີງແຊ໋ມອາຊີ 2023 U17ຮອບສຸດທ້າຍ
( AFC U17 ASIAN CUP THAILAND 2023)
ສ່ວນກຸ່ມອື່ນໆມີແຕ່ໂຕຕືງຂອງອາຊີ
- ກຸ່ມ ບີ : ສ.ເກົາຫລີ, ອີຣ່ານ, ອັຟການິສຖານ ແລະ ກາຕ້າ
- ກຸ່ມ ຊີ : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ,
- ກຸ່ມ ດີ : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ
ຜົນງານຂອງ ຢູ 17 ລາວ ເບິ່ງໄດ້ທີ່ຄລິບລີ້ງນີ້: https://sportsupdate.org/news/1181
ນັກເຕະໜ້າຕິດຕາມ: https://sportsupdate.org/news/1320
02/04/2023
Mazada youth league 2023
ນັດທຳອິດຂອງລະດູການ
ຫນຸ່ມນ້ອຍ" ເສືອໂຄ່ງ ຈຳປາຮັກ.fc"
U-10, U-12, U-14
ກິລາມີແພ້ມີຊະນະ ສຳຄັນຄືພວກເຮົາສາມັກຄີກັນ...ສູ້ສູ້
# ສູນກິລາ ຈຳປາຮັກ CH Sport Center
# ຈຳປາຮັກ.ເອຟຊີ CH.fc
@ ບ້ານ ວຽງຈະເລີນ ຮ່ອມ6
02/04/2023
ທີມຊາດລາວ U17 ຢູ່ຮ່ວມກຸ່ມ ເອ ຮ່ວມກັບ ໄທ ( ເຈົ້າພາບ ), ເຢເມນ ແລະ ມາເລເຊຍ ແຂ່ງຂັນບານເຕະຊີງແຊ໋ມອາຊີ 2023 U17ຮອບສຸດທ້າຍ
( AFC U17 ASIAN CUP THAILAND 2023)
ວັນທີ 30 ມີນາ 2023 ຢູ່ທີ່ ໂຮງແຮມ Swissotel Bangkok Ratchada ນະຄອນຫຼວງບາງກອກ ປະເທດໄທ, ສະຫະພັນບານເຕະອາຊີ AFC ໄດ້ຈັບສະຫລາກແບ່ງສາຍການແຂ່ງຂັນບານເຕະຊີງແຊ໋ມອາຊີປະຈຳປີ 2023 ຮຸ່ນອາຍຸບໍ່ເກີນ 17 ປິ ຮອບສຸດທ້າຍ ຫຼື AFC U17 ASIAN CUP THAILAND 2023 Final ໂດຍ ປະເທດໄທ ໄດ້ຮັບກຽດເປັນເຈົ້າພາບ ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຜົນການຈັບສະຫລາກມີດັ່ງນີ້:
- ກຸ່ມ ເອ : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ
- ກຸ່ມ ບີ : ສ.ເກົາຫລີ, ອີຣ່ານ, ອັຟການິສຖານ ແລະ ກາຕ້າ
- ກຸ່ມ ຊີ : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ,
- ກຸ່ມ ດີ : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ
ສຳລັບລາຍການດັ່ງກ່າວນີ້ແມ່ນຈະແຂ່ງຂັນ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ
2023 ໂດຍແຂ່ງຂັນ 4 ສະຫນາມຄື: ສະຫນາມກິລາຣາດຊະມັງກິລາສະຖານ, ສະຫນາມກິລາທຳມະສາດ, ສະຫນາມກິລາປະທຸມທານີ ແລະ ສະຫນາມກິລາຊົນບູຣີ, ອັນດັບ 1 – 4 ລາຍການນີ້ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP 2023
ຜົນງານຂອງທີມຊາດລາວ U17 ຮອບຄັດເລືອກ ສ້າງຜົນງານຜ່ານເຂົ້າຮອບ 16 ທີມສຸດທ້າຍ ການແຂ່ງຂັນບານເຕ ຊີງແຊ໋ມອາຊີປິ 2022 ຮອບຄັດເລືອກ ກຸ່ມ I ຫຼື “AFC U17 Asian Cup 2023 Qualifiers Group I” ທີ່ຈັດຂຶ້ນລະຫວ່າງ ວັນທີ 5-9 ຕຸລາ 2022 ທີ່ປະເທດກຽກກິດສະຖານ ລົງແຂ່ງຂັນ 3 ນັດ ໃນກຸ່ມ I ຮອບຄັດເລືອກ ໂດຍຜົນງານນັດທໍາອິດU17 ລາວ ເສຍໃຫ້ ທີມຊາດອີຣານ 0-3, ນັດທີ 2 ຊະນະ ເຂດປົກຄອງພິເສດຮົງກົງ 5-0 ແລະ ນັດສຸດທ້າຍ ຊະນະ ເຈົ້າພາບ ກຽກກິດສະຖານ 2-1 ລວມມີ 6 ຄະແນນ ໄດ້ອັນດັບສອງຂອງກຸ່ມ ແລະ ເປັນອັນດັບສອງທີ່ມີຄະແນນດີສຸດທີມທີ 6 ຈາກ 10 ກຸ່ມ ເຂົ້າຮອບສຸດທ້າຍ.
ປະຫວັດຜົນງານຂອງ ທີມຊາດລາວU17 ປີຜ່ານມາ ເຄີຍຜ່ານການຄັດເລືອກເຂົ້າແຂ່ງຂັນຮອບສຸດທ້າຍ 2 ຄັ້ງ ກໍຄື ໃນປີ 2004 ແລະ 2012.
ທີມຊາດລາວU17ໄດ້ເລີ່ມເກັບຕົວຝຶກຊ້ອມມາຕັ້ງແຕ່ວັນທີ 06 ມີນາ2023 ເປັນຕົ້ນມາ ໂດຍແມ່ນທ່ານ ກັນລະຍາ ສີສົມຫວັງ ເປັນຫົວຫນ້າຄູຝຶກ ໂດຍໄດ້ຮຽກຕົວນັກກິລາເຍົາວະຊົນ ຈໍານວນ 35 ຄົນ, ໂດຍມີແຜນໄປເກັບຕົວຝຶກຊ້ອມຢູ່ທີ່ຕ່າງປະເທດ.
ສ່ວນຕາຕະລາງແຂ່ງຂັນ , ເວລາ ແລະ ສະຫນາມ ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.
30/03/2023
🚨 2023 AFC U17 ASIAN CUP
🗓 The AFC U17 Asian Cup™ Thailand 2023 final draw ceremony will be held today (30/3) at the Swissotel Bangkok Ratchada.
🕑 14:00 (GMT+7)
👉 The seeding pots are as follow:
Pot 1 : 🇹🇭-🇰🇷-🇯🇵-🇹🇯
Pot 2 : 🇮🇷-🇦🇺-🇮🇳-🇾🇪
Pot 3 : 🇻🇳-🇲🇾-🇸🇦-🇦🇫
Pot 4 : 🇺🇿-🇨🇳-🇱🇦-🇶🇦
Click here to claim your Sponsored Listing.
Location
Category
Contact the business
Telephone
Website
Address
ບ້ານ ວຽງຈະເລີນ ຮ່ອມ6/ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
ນະຄອນຫລວງວຽງຈັນ