02/05/2026
“ ສະບາຍດີ “🙌🏻 ໄທທ່າແຂກ ບໍ່ວ່າຊິເປັນໄວລຸ້ນ ຜູ້ໃຫຍ່ ເດັກນ້ອຍ ຜູ້ຍິງ ຜູ້ຊາຍ , ທ່າແຂກເຮົາມີເດີ່ນບາສໃຫ້ຫຼີ້ນເດີ້ 🏀 ໃຜສົນໃຈ ຢາກອອກກໍາລັງກາຍ ຫຼີ້ນກິລາຄາຍຄຽດ ເຂົ້າມາຫຼີ້ນນໍາພວກເຮົາໄດ້ ສາມາດຕິດຕໍ່ສອບຖາມທາງເພຈພວກເຮົາໄດ້ເລີຍ 🫡
ເຂົ້າມາຫຼີ້ນ Free ! ບໍ່ເສຍຄ່າໃຊ້ຈ່າຍໃດໆ ມາແຕ່ໂຕກັບຫົວໃຈກະພໍ
📍ສະຖານທີ່ : ເດີ່ນພະນົມພອນ ທາງໄປທາດເມືອງເກົ່າ 📍
ແລ້ວມ່ວນນໍາດຽວພີ່ນ້ອງ🔥
23/03/2026
ຈົບການແຂ່ງຂັນ basketball ງານ KIS ທີ່ນະຄອນຫຼວງວຽງຈັນ
-ທ້າວ ວຽງນະຄອນ ສີສຸພັນທອງ ( ວຽງ ) ນັກກິລາບານບ້ວງທີມທ່າແຂກ ສາມາດຍາດຫຼຽນຄໍາມາໄດ້ 🥇 ລາຍການ 3x3 ລຸ້ນ ທົ່ວໄປຊາຍ 🏀
ລົງແຂ່ງຂັນໃນນາມ PN sport ຂອບໃຈທາງ PN sport ທີ່ໃຫ້ນັກກິລາເຮົາເປັນສ່ວນ1 ໃນການແຂ່ງຂັນ 🙌🏻 ເປັນການແຂ່ງຂັນທີ່ດຸເດືອດຫຼາຍ ຄູ່ແຂ່ງທຸກທີມຄືສູສີກັນແຮງ ນັກກິລາເຮົາກໍບໍ່ຍອມແພ້ ສູ້ຈົນວິນາທີສຸດທ້າຍ ສາມາດຍາດແຊ້ມ ລາຍການນີ້ມາໄດ້ 🔥
16/03/2026
ສະຫຼຸບຜົນການແຂ່ງຂັນ Basketball ງານ itec 🏀 ທີມທ່າແຂກ
ຮອບ 1 : thakhek vs CIB = CIB ຊະນະ
ຮອບ 2 : Thakhek vs ATT = ATT ຊະນະ
ຮອບ 3 : Thakhek vs nrn br phr = thakhek ຊະນະ
ເສຍ 2 , ຊະນະ 1 ( ງານນີ້ຖືວ່າເຈີຄູ່ແຂ່ງທີ່ເກັ່ງອິຫຼີ ດີກີນັກກິລາທີມຊາດ ເປັນກຽດໃຫ້ທີມທ່າແຂກເຮົາຫຼາຍທີ່ໄດ້ເຈີຄູ່ແຂ່ງທີ່ເກັ່ງ )
ນອກຈາກນີ້ ຕ້ອງຂໍຂອບໃຈຜູ້ສະໜັບສະໜູນຫຼັກ 2 ທ່ານ ໄດ້ແກ່ :
KT SPORT : ຜູ້ອຸປະຖໍາຊຸດແຂ່ງງາມໆໃຫ້ແກ່ນັກກິລາ ລວມທັງໝົດ 10ຊຸດ , ທຸກຄົນສາມາດໄປອຸດໜຸນເພີ່ນໄດ້ ນອກຈາກເສື້ອບາສ ຍັງມີເສື້ອກິລາອີກຫຼາກຫຼາຍໃຫ້ເລືອກ ລາຄາຈັບຕ້ອງໄດ້ ລາຍລະອຽດແມ່ນທັກສອບຖາມທາງເພຈເພີ່ນເລີຍ ໃຫ້ຄໍາແນະນໍາດີ🙌🏻
Phimphika Nanthavong : ຜູ້ອຸປະຖໍາຄ່າສະໝັກ ແລະ ເຄື່ອງດື່ມໃຫ້ນັກກິລາ
ສຸດທ້າຍນີ້ ຕາງໜ້ານັກກິລາບານບ້ວງທ່າແຂກ ເຮົາຂໍຂອບໃຈມາຍັງທຸກທ່ານທີ່ສະໜັບສະໜູນ ບໍ່ວ່າຊິເປັນອຸປະກອນ ຫຼື ສິນນໍ້າໃຈຕ່າງໆ ເຮົາຂໍໃຫ້ທຸກທ່ານມີສຸຂະພາບແຂງແຮງ ອາຍຸໝັ່ນຂັວນຍືນ ລໍ້າລວຍຍິ່ງໆຂື້ນໄປ ສິ່ງດີໆທີ່ທ່ານມອບໃຫ້ພວກເຮົາ ຂໍໃຫ້ສິ່ງນັ້ນໆກັບຄືນຫາທ່ານ 100ເທົ່າ 1000ເທົ່າ 🙇🏻♀️🏀🫂 ຂອບໃຈ🙏🏻
07/03/2026
ມື້ອື່ນຝາກເຊຍເດັກໆທີມ Thakhek ແນ່ເດີ້ 🙌🏻🏀 U21
ລາຍການແຂ່ງຂັນ ວັນອາທິດ 08/03/2026
-ຮອບແລກ 21:20
#ຮອບແບ່ງສາຍ
07/02/2026
🎉Lao-thai International basketball team Draft 2026 / first place SVK🇱🇦🇹🇭📍⛹️
⛹️ພົບກັນທີ່ 📍ສະຫວັນນະເຂດ Spark Fitness & Sports club - ສະປາກຄ໌ ຟິດເນສ 24.01.2026ນີ້!
#ເພາະພວກເຮົາບໍ່ເຄີຍຢຸດຫລິ້ນບາສ
20/11/2024
ວັນທີ 12-11-2024 ສຳເລັດໄປອີກພາກສ່ວນ ການຂັດເລືອກເອົານັກກິລາບານບ້ວງ ແຂວງຄຳມ່ວນ. ກຽມພ້ອມເຂົ້າຮ່ວມແຂ່ງຂັນມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ່ VII ແຂວງສາລະວັນ ເປັນເຈົ້າພາບ.
05/09/2022
ການແຂ່ງຂັນບານບ້ວງມິດຕະພາບຄວາມສຳພັນ ລະຫວ່າງ
“ຄຳມ່ວນ-ສະຫວັນນະເຂດ” ລຸ້ນ U16
ໃນວັນທີ່ 29-5-2022