XAIYA Badminton

XAIYA Badminton

Share

ສະໂມສອນດອກປີກໄກ່ໄຊຍະບູລີ

Photos from XAIYA Badminton's post 02/09/2026

ຜົນງານການແຂ່ງຂັນຊິງແຊ້ມທົ່ວປະເທດ 25th Beerlao Badminton Championship 2026 ໃນວັນທີ່ 27-30 ສິງຫາ 2026 ທີ່ຜ່ານມາ. ນັກກິລາສະໂມສອນ ໄຊຍະ ພວກເຮົາໄດ້ເຂົ້າຮ່ວມ ແລະ ຍາດໄດ້ລາງວັນໄດ້ແກ່:
- ທ້າວ ເພັດມັງກອນ ສຸດທານີລະໄຊ ໄດ້ຫຼຽນທອງແດງປະເພດ ດ່ຽວຊາຍU13🥉
- ທ້າວ ທະນາກອນ ທິມາວົງ ແລະ ນາງ ເມສາທິບ ດ້ວງເງິນ ໄດ້ຫຼຽນເງິນປະເພດ ຄູ່ປະສົມU19🥈
- ນາງ ດາລາວອນ ຄຳຈັນ ແລະ ນາງ ເມສາທິບດ້ວງເງິນ ໄດ້ຫຼຽນເງິນປະເພດ ຄູ່ຍິງທົ່ວໄປ🥈

ພ້ອມກັນນັ້ນຜົນສະຫຼຸບຫຼຽນຂອງແຕ່ລະສະໂມສອນ ສະໂມສອນ ໄຊຍະໄດ້ຕິດເປັນອັນດັບ 4 ຂອງທຸກສະໂມສອນທົ່ວປະເທດທີ່ໄດ້ເຂົ້າຮ່ວມແຂ່ງຂັນລາຍການນີ້, ເຊິ່ງຍາດໄດ້ລວມເປັນ 2 ຫຼຽນເງິນ ແລະ 1ຫຼຽນທອງແດງ.
ຂອບໃຈທຸກໆພາກສ່ວນທີ່ຄອຍຕິດຕາມ ແລະ ຊັບພອດສະໂມສອນພວກເຮົາແລ້ວຈະກັບໄປພັດທະນາຂຶ້ນຕື່ມອີກເພື່ອງານຕໍ່ໆໄປ.

Photos from Badminton Beerlao Championships 's post 01/09/2026

4

27/08/2026

25th Beerlao Badminton Championship 2026🏸🐘❤️

Photos from XAIYA Badminton's post 21/08/2026

ຜົນການແຂ່ງຂັນງານ Badminton Asia Southeast Asia Regional Championships 2026 ທີ່ປະເທດກຳປູເຈຍ🇰🇭

ນາງ ເມສາທິບ ດ້ວງເງິນ (ເມສາ) ນັກກິລາສະໂມສອນໄຊຍະໄດ້ຕາງໜ້າເຂົ້າຮ່ວມໃນນາມເຍົາວະຊົນທີມຊາດໄປແຂ່ງຂັນສາມາດຍາດໄດ້ຫຼຽນທອງແດງປະເພດດ່ຽວຍິງ U19🥉
ແລະ ໄດ້ຈັບຄູ່ກັບ ນາງ ມຸທິຕາ ກິນນາວົງ (ດາດ່າ) ສາມາດຍາດໄດ້ຫຼຽນເງິນປະເພດຄູ່ຍິງ U19🥈

ຂໍສະແດງຄວາມຍິນດີ ແລະ ຂອບໃຈທຸກພາກສ່ວນທີ່ຊັບພອດນ້ອງໆ

19/08/2026

ມາເດີຕີດອກນຳກັນ

17/08/2026

Hello Monday

Photos from XAIYA Badminton's post 16/08/2026

ນາງ ເມສາທິບ ດ້ວງເງິນ (ເມສາ) ນັກກິລາຈາກສະໂມສອນ ໄຊຍະ, ຕາງໜ້າເຍົາວະຊົນທີມຊາດລາວໄດ້ເຂົ້າຮ່ວມແຂ່ງຂັນດອກປີກໄກ່ງານ Badminton Asia Southeast Asia Regional Championships 2026 ທີ່ປະເທດກຳປູເຈຍ🇰🇭

ຝາກໃຫ້ກຳລັງໃຈ ແລະ ຕິດຕາມຜົນການແຂ່ງຂັນໄດ້ທີ່page Badminton Lao Federation - ສະຫະພັນດອກປີກໄກ່ແຫ່ງຊາດລາວ

Photos from XAIYA Badminton's post 02/08/2026

ທ ແກ້ວປະທຸມ ບັນຈົງ (ໂດເລ່) ນັກກິລາຈາກສະໂມສອນ ໄຊຍະ ໄດ້ເຂົ້າຮ່ວມງານແຂ່ງຂັນລາຍການ Tigerhead Badminton Championships 2026 ທີ່ຫຼວງພຣະບາງ
ສາມາດຄວ້າແຊ້ມໄດ້ໃນລາຍການປະເພດດ່ຽວຊາຍ U17🥇
ຂອບໃຈທຸກພາກສ່ວນທີ່ສະໜັບສະໜູນ ແລະ ໃຫ້ກຳລັງໃຈ.



Photos from XAIYA Badminton's post 20/06/2026

ຮອບ64 ຜ່ານໄປດ້ວຍດີສູ້ຕໍ່ຮອບຕໍ່ໄປ ຝາກເຊຍນ້ອງໆແນ່ເດີ
XAIYA & progress

Want your business to be the top-listed Gym/sports Facility in Thakhek?

Click here to claim your Sponsored Listing.

Location

Category

Website

Address


Thakhek