Sports update / ອັບເດດກິລາລາວ-ສາກົນ

Sports update / ອັບເດດກິລາລາວ-ສາກົນ Contact information, map and directions, contact form, opening hours, services, ratings, photos, videos and announcements from Sports update / ອັບເດດກິລາລາວ-ສາກົນ, Vientane.

ນັດນີ້ມີລຸ້ນແນ່ນອນ📆 ວັນພະຫັດ  03/09/2026 🕢 ເວລາ 19:00ທີມຊາດລາວ 🇱🇦 🆚  🇮🇩 ທີມຊາດອິນໂດເນເຊຍ  🏟️  ສະຫນາມກິລາແຫ່ງຊາດຫຼັກ 16
03/09/2026

ນັດນີ້ມີລຸ້ນແນ່ນອນ
📆 ວັນພະຫັດ 03/09/2026
🕢 ເວລາ 19:00
ທີມຊາດລາວ 🇱🇦 🆚 🇮🇩 ທີມຊາດອິນໂດເນເຊຍ
🏟️ ສະຫນາມກິລາແຫ່ງຊາດຫຼັກ 16

ສຸດຍອດ ໜຸ່ມ-ສາວນັກກິລາລອຍນໍ້າ ຂອງສະຫະພັນລອຍນໍ້າ ນະຄອນຫຼວງວຽງຈັນ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດ 10 ຫຼຽນຄຳ, 18 ຫຼຽນເງ...
01/09/2026

ສຸດຍອດ ໜຸ່ມ-ສາວນັກກິລາລອຍນໍ້າ ຂອງສະຫະພັນລອຍນໍ້າ ນະຄອນຫຼວງວຽງຈັນ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດ 10 ຫຼຽນຄຳ, 18 ຫຼຽນເງິນ ແລະ 24 ຫຼຽນທອງ ໃນການແຂ່ງຂັນ ລອຍນ້ຳຊີງແຊ້ມນານາຊາດ ໃນລາຍການ AOSI Swimming Championship Bangkok 2026 ຈັດຂຶ້ນ ລະຫວ່າງວັນທີ 29-30 ສິງຫາ 2026 ທີ່ນະຄອນຫຼວງ ບາງກອນ ປະເທດໄທ ເຊິ່ງລາຍການດັ່ງກ່າວ ມີນັກກິລາລອຍນ້ຳເຂົ້າຮ່ວມຫຼາຍກວ່າ 820 ຄົນ ຈາກ 16 ປະເທດ.
ອີງຕາມການລາຍງານຂໍ້ມູນຈາກສະຫະພັນລອຍນໍ້າ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນສິງຫາ ຜ່ານມາ ໄດ້ສົ່ງນັກກິລາການເຂົ້າຮ່ວມແຂ່ງຂັນລອຍນ້ຳ ຊີງແຊ້ມນາໆຂາດ ລາຍການ AOSI Swimming Championship Bangkok ຊຶ່ງເປັນອີກໜຶ່ງເວທີສຳຄັນລະດັບນານາຊາດ ທີ່ມີນັກກິລາລອຍນ້ຳເຂົ້າຮ່ວມກວ່າ 820 ຄົນ ຈາກ 16 ປະເທດ, ໃນນັ້ນ ສະຫະພັນລອຍນ້ຳນະຄອນຫຼວງວຽງຈັນ ໄດ້ນຳພານັກກິລາໂຕແທນຈາກ ສປປ ລາວ ຈຳນວນທັງໝົດ 62 ຄົນ ເຂົ້າຮ່ວມການແຂ່ງຂັນ ຈາກ 3 ສະໂມສອນ ຄື ASW, RSC ແລະ V2A ນຳໂດຍທ່ານພູວັນ ພູເລືອງຫົງ ຮອງປະທານສະຫະພັນລອຍນ້ຳນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານສະຫະພັນເຂົ້າຮ່ວມແຂ່ງຂັນ ດ້ວຍຄວາມທຸ່ມເທ ຄວາມພາກພຽນ ແລະ ການຝຶກຊ້ອມຢ່າງໜັກ ສາມາດສ້າງຜົນງານໄດ້ຢ່າງໜ້າພາກພູມໃຈ ກວາດ 10 ຫຼຽນຄຳ, 18 ຫຼຽນເງິນ ແລະ 24 ຫຼຽນທອງ ອັນດັບທີ 10 ຂອງການແຂ່ງຂັນ.
ຂ່າວໂດຍ ສົງການ ພັນແພງດີ

ສູ້ໄດ້ໃຈ ເຖິງຈະເສຍໃຫ້ກັບ ແຊ້ມເກົ່າ ແຕ່ເຫັນຄວາມພະຍາຍາມຂອງ ນ້ອງໆ ຄູຝຶກ ເກມອອກມາດີ ທີ່ເສຍປະຕູພາດຫນ້ອຍດຽວ
31/08/2026

ສູ້ໄດ້ໃຈ ເຖິງຈະເສຍໃຫ້ກັບ ແຊ້ມເກົ່າ
ແຕ່ເຫັນຄວາມພະຍາຍາມຂອງ ນ້ອງໆ ຄູຝຶກ ເກມອອກມາດີ ທີ່ເສຍປະຕູພາດຫນ້ອຍດຽວ

31/08/2026

ກຽມ U20 🇱🇦vs🇦🇺

31/08/2026

U20 🇱🇦vs🇦🇺

🔥Match Day  ທີມຊາດລາວ U20 🇱🇦 ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຮອບຄັດເລືອກ 2027 (AFC U20 Asian...
31/08/2026

🔥Match Day ທີມຊາດລາວ U20 🇱🇦 ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຮອບຄັດເລືອກ 2027 (AFC U20 Asian Cup 2027 Qualifiers) ກຸ່ມ H
📆 ວັນຈັນ 31/08/2026
🕢 ເວລາ 19:00
ທີມຊາດອົສຕຣາລີ 🇦🇺 🆚 🇱🇦 ທີມຊາດລາວ
🏟️ ສະຫນາມກິລາແຫ່ງຊາດຫຼັກ 16

ໄມເຄິລ ວາງ ມາຮັບ ໃນຕອນເຊົ້າວັນທີ 27 ສິງຫາ 2026 ຖືເປັນຄັ້ງທຳອິດໃນປະຫວັດສາດຂອງ ສະໂມສອນວິໄລກຸນນາຄາ (W.I.G NAGA) ເມື່ອທັບນາຄ...
29/08/2026

ໄມເຄິລ ວາງ ມາຮັບ ໃນຕອນເຊົ້າວັນທີ 27 ສິງຫາ 2026 ຖືເປັນຄັ້ງທຳອິດໃນປະຫວັດສາດຂອງ ສະໂມສອນວິໄລກຸນນາຄາ (W.I.G NAGA) ເມື່ອທັບນາຄາ U-12 ໄດ້ອອກເດີນທາງຈາກ ສປປ ລາວ ມຸ່ງໜ້າສູ່ ສະຫະລັດອາເມລິກາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນນານາຊາດລາຍການ ECNL INTERNATIONAL – IBERCUP USA ທີ່ເມືອງ Raleigh, ລັດ North Carolina, ປະເທດສະຫະລັດ ອາເມລິກາ.

ໂດຍການນຳພາຂອງທ່ານ ປະທານ ວຽງໄຊ ວິໄລກຸນ ພ້ອມດ້ວຍໂຄສ ຕົ້ນຈັກກິດ ນ້ອຍສົມສີ ເຊິ່ງການແຂ່ງຂັນ IBERCUP USA 2026 ມີກຳນົດຈັດຂຶ້ນໃນວັນທີ 4–7 ກັນຍາ 2026 ນີ້!

ກ່ອນໜ້ານີ້ W.I.G NAGA U-13 ໄດ້ສ້າງຜົນງານອັນໂດດເດັ່ນ ແລະ ເປັນຄວາມພາກພູມໃຈຂອງຄົນລາວທົ່ວປະເທດ ໃນເວທີລະດັບໂລກດ້ວຍການຄວ້າແຊ້ມ IberCup ທີ່ປະເທດປອກຕຸຍການ 2 ສະໄໝຊ້ອນ ຈຶ່ງເຮັດໃຫ້ ທ່ານ Filipe Rodrigues, ປະທານ ແລະຜູ້ກໍ່ຕັ້ງລາຍການ IberCup ສົ່ງສານເຊື້ອເຊີນພິເສດໃຫ້ W.I.G NAGA U-12 ເພື່ອເຂົ້າຮ່ວມແຂ່ງຂັນຢູ່ທີ່ ສະຫະລັດອາເມຣິກາ ນັບເປັນການເດີນໜ້າລຸຍທົວນາເມັ້ນລະດັບໂລກຢ່າງຕໍ່ເນື່ອງ.

ເຊິ່ງການແຂ່ງຂັນດັ່ງກ່າວມີ 13 ປະເທດເຂົ້າຮ່ວມເຊັ່ນ: 🇺🇸 ສະຫະລັດອາເມຣິກາ (ເຈົ້າພາບ), 🇧🇷 ບຣາຊິນ (Grêmio, Palmeiras), 🏴󠁧󠁢󠁥󠁮󠁧󠁿 ອັງກິດ (Manchester United, Everton), 🇪🇸 ແອັດສະປາຍ (Sevilla FC, Athletic Bilbao), 🇵🇹 ປອກຕຸຍການ (SL Benfica, FC Porto, Nani FA), 🇯🇵 ຍີ່ປຸ່ນ (Kashima Antlers), 🇨🇦 ແຄນນາດາ, 🇲🇽 ແມັກຊິກໂກ, 🇵🇱 ໂປໂລຍ, ອາຟຣິກາໃຕ້, 🇪🇨 ເອກວາດໍ, 🇩🇴 ສາທາລະນະລັດ ໂດມິນິກັນ, ແລະ 🇯🇲 ຈາໄມກາ.

ຮ່ວມສົ່ງແຮງເຊຍແຮງໃຈໃຫ້ທັບນາຄາ U-12 ຂອງພວກເຮົາ ໃນການເດີນທາງຄັ້ງປະຫວັດສາດນີ້! ທຸກຂໍ້ຄວາມ ແລະ ທຸກກຳລັງໃຈ ຂອງທຸກທ່ານ ຄືແຮງຜັກດັນທີ່ສຳຄັນໃຫ້ພວກເຮົາ 🙏🏻✨🇱🇦🇺🇸
From Laos to the World

ຄະນະນັກກິລາບານເຕະເຍົາວະຊົນລາວ ສະໂມສອນ   ມາສດ້າ ຈີບີ ເອັຟຊີ ຊຸດແຊ໋ມເຕະບານ ເຍົາວະຊົນ ນາໆຊາດ ລາຍການ U12 Junior Soccer World...
27/08/2026

ຄະນະນັກກິລາບານເຕະເຍົາວະຊົນລາວ ສະໂມສອນ
ມາສດ້າ ຈີບີ ເອັຟຊີ ຊຸດແຊ໋ມເຕະບານ ເຍົາວະຊົນ ນາໆຊາດ ລາຍການ U12 Junior Soccer World Challenge 2026 ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 21 – 24 ສິງຫາ 2026 ເດີນທາງກັບເຖິງ ສປປ ລາວ ຢ່າງສະຫວັດດີພາບ ໃນວັນທີ 27 ສິງຫານີ້ ເຊິ່ງຄະນະຊຸດນີ້ ເດີນທາງກັບຄືນປະເທດ ຕໍ່ຖ້ຽວບິນເຖິງ 3 ຄັ້ງ ຈາກປະເທດຍີ່ປຸ່ນ ໄປອິນໂດເນເຊຍ ນອນ 1 ຄືນ, ຂຶ້ນຍົນຈາກປະເທດອິນໂດເນເຊຍ ມາທີ່ປະເທດໄທ ນອນ 1 ຄືນ ແລະ ຂຶ້ນລົດຈາກໄທ ເດີນທາງກັບລາວ ຜ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໂດຍມີຂະບວນຕ້ອນຮັບຢ່າງສົມກຽດຢູ່ສວນປະຕູໄຊ ເຊິ່ງໄດ້ກຽດຮັບການຕ້ອນຮັບໂດຍທ່ານ ກິ່ງມະໂນ ພົມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີອົງການປົກຄອງນະຄອນຫລວງວຽງຈັນ, ສະຫະພັນບານເຕະນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຍາດຕິພີ່ນ້ອງ, ແຟນບານ ແລະ ສື່ມວນຊົນ ດ້ວຍບັນຍາດພີ່ນ້ອງຮ່ວມສະແດງປິຕິຍິນດີຕໍ່ຜົນງານຂອງລູກຫຼານເຍົາວະຊົນລາວ.

ຜົນງານຂອງ U12 ມາສດ້າ ຈີບີ ເອັຟຊີ ຄັ້ງນີ້ ກາຍເປັນສ້າງປະຫວັດສາດໜ້າໃໝ່ ທີ່ສະໂມສອນຈາກລາວ ສາມາດຄວ້າແຊ໋ມລາຍການນີ້ ເຊິ່ງເສັ້ນທາງການເປັນແຊ໋ມ ບໍ່ແມ່ນເລື່ອງງ່າຍ ຕ້ອງຜ່ານການຮອບຄັດເລືອກລະດັບພາກພື້ນອາຊຽນ ທີ່ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ໃນຕົ້ນເດືອນມິຖຸນາຜ່ານມາ. ຈາກນັ້ນ ມາແຂ່ງຂັນໃນຮອບສຸດທ້າຍທີ່ຊິບະ ປະເທດຍີ່ປຸ່ນ ຄວ້າໄຊ 6 ນັດລວດ ມາແຕ່ຮອບແບ່ງກຸ່ມ ຍິງ 16 ປະຕູ ເສຍພຽງ 3 ປະຕູ.

ຮອບແບ່ງກຸ່ມ:
ມາສດ້າ ຈີບີ ເອັຟຊີ ຊະນະ ຊາງັນ ໂທສຸ ຈາກຍີ່ປຸ່ນ 3-0
ມາສດ້າ ຈີບີ ເອັຟຊີ ຊະນະ ເອັຟຊີ ປໍຣຕ້າ ຈາກຍີ່ປຸ່ນ 1-0
ຮອບ 16 ທີມສຸດທ້າຍ:
ມາສດ້າ ຈີບີ ເອັຟຊີ ຊະນະ ອາກຸງ ໂປໂດໂມໂຣ້ ຈາກອິນໂດເນເຊຍ 3-0
ຮອບ 8 ທີມສຸດທ້າຍ:
ມາສດ້າ ຈີບີ ເອັຟຊີ ຊະນະ ເຈັຟ ຢູໄນເຕັດ ຊິບະ ຈາກເຈົ້າພາບ 3-0
ຮອບ 4 ທີມສຸດທ້າຍ:
ມາສດ້າ ຈີບີ ເອັຟຊີ ຊະນະ ຊີບະ ເອັຟເອ ທີມຊາດຍີ່ປຸ່ນ 3-1
ຮອບຊິງຊະນະເລີດ:
ມາສດ້າ ຈີບີ ເອັຟຊີ ແຊງຊະນະ ເຕັງໜຶ່ງ ບາຣເຊໂລນ້າ ທີ່ເປັນແຊ້ມລາຍການນີ້ມາຫລາຍສະໄໝ 3-2 ຈາກຕາມຫລັງກ່ອນ 0-2.

ສຳລັບ ມາສດ້າ ຈີບີ ເອັຟຊີ ສ້າງຕັ້ງຂຶ້ນໃນປີ 2006, ເປັນສະໂມສອນທີ່ພັດທະນານັກກິລາຕັ້ງແຕ່ລະດັບອານຸຊົນ ນັບແຕ່ຮຸ່ນອາຍຸ 10, 12, 14, 16, 19 ປິ ຈົນຮອດຊຸດໃຫຍ່ທີ່ແຂ່ງຂັນໃນ ເປບຊີ ລາວລີກ 1, ເປັນສະໂມສອນແບບຢ່າງ ທີ່ມຸ້ງໝັ້ນໃນການຮ່ວມປຸກປັ້ນກໍ່ສ້າງບຸກຄະລາກອນບານເຕະແຖວໜ້າຂອງປະເທດ ເພື່ອສານຝັນນັກກິລາສູ່ອາຊີບ ແລະ ຮັບໃຊ້ທີມຊາດ.

ສ່ວນເຕະບານເຍົາວະຊົນ ລາຍການ U12 Junior Soccer World Challenge ມີມາແຕ່ປີ 2013 ເປັນໜຶ່ງໃນລາຍການຊັ້ນນຳຂອງໂລກ ໂດຍມີສະໂມສອນແຖວໜ້າມີສື່ສຽງລະດັບໂລກເຂົ້າຮ່ວມຫລາຍທີມ, ດັ່ງນັ້ນ ຜົນສຳເລັດຂອງ ມາສດ້າ ຈີບີ ເອັຟຊີ ຈາກລາວ ໃນຄັ້ງນີ້ ຈຶ່ງກາຍເປັນຂີດໝາຍສຳຄັນ ທີ່ສະແດງເຖິງຄວາມອາດສາມາດຂອງເຍົາວະຊົນລາວ ສ້າງກຽດຕິຍົດ ແລະ ຊື່ສຽງໃຫ້ໂລກໄດ້ຮັບຮູ້ ສປປ ລາວ ຫລາຍຂຶ້ນ.

ພາບ-ຂ່າວ ໂດຍ ສົງການ ພັນແພງດີ

ການແຂ່ງຂັນເຕະບານຊາຍ ຊີງແຊ້ມອາຊຽນ 2026‼️ທີມຊາດຫວຽດນາມ ປ້ອງກັນແຊ້ມ ແລະ ເປັນແຊ້ມສະໄໝທີ 4 ຕໍ່ຈາກປີ 2008, 2018, 2024 ແລະ 2026...
26/08/2026

ການແຂ່ງຂັນເຕະບານຊາຍ ຊີງແຊ້ມອາຊຽນ 2026‼️
ທີມຊາດຫວຽດນາມ ປ້ອງກັນແຊ້ມ ແລະ ເປັນແຊ້ມສະໄໝທີ 4 ຕໍ່ຈາກປີ 2008, 2018, 2024 ແລະ 2026 ຫລັງເອົາຊະນະ ທີມຊາດໄທ ຮອງແຊ້ມ 2 ຄັ້ງຕິດຕໍ່ກັນ.

🏅ລາງວັນນັກເຕະດີເດັ່ນ: ຫງຽນ ດິ໋ງ ບັ່ກ ກອງໜ້າ 🇻🇳 ທີມຊາດຫວຽດນາມ.

🏅ລາງວັນດາວຍິງສູງສຸດ: ຫງຽນ ດິ໋ງ ບັ່ກ ແລະ ຫງຽນ ຊວນ ເຊິນ ສອງກອງໜ້າ 🇻🇳 ທີມຊາດຫວຽດນາມ ຍິງ 5 ປະຕູເທົ່າກັນ.

🏅ລາງວັນຜູ້ຮັກສາປະຕູດີເດັ່ນ: ເລ ຊາງ ແພັທຣິກ ຜູ້ຮັກສາປະຕູ 🇻🇳 ທີມຊາດຫວຽດນາມ ລົງສະໜາມ 8 ນັດ ເສຍ 3 ປະຕູ.

🏅ລາງວັນນັກເຕະດາວຮຸ່ງດີເດັ່ນ ຢົດສະກອນ ບູຣະພາ ກອງໜ້າ 🇹🇭 ທີມຊາດໄທ ອາຍຸ 21 ປີ ລົງສະໜາມ 8 ນັດ ຍິງ 3 ປະຕູ.

𝐖𝐄 𝐀𝐑𝐄 𝐓𝐇𝐄 𝐂𝐇𝐀𝐌𝐏𝐈𝐎𝐍𝐒 🔥⚽️🏆🥇2ປີກ່ອນ... ລາຍການນີ້ຄືເປົ້າໝາຍສຸງສຸດຂອງທີມຊຸດ U10 ຂອງພວກເຮົາ ນ້ອງໆຫຼານນ້ອຍທຸກຄົນຕ່າງກໍ່ຝັນວ່າຄ...
24/08/2026

𝐖𝐄 𝐀𝐑𝐄 𝐓𝐇𝐄 𝐂𝐇𝐀𝐌𝐏𝐈𝐎𝐍𝐒 🔥⚽️🏆🥇
2ປີກ່ອນ... ລາຍການນີ້ຄືເປົ້າໝາຍສຸງສຸດຂອງທີມຊຸດ U10 ຂອງພວກເຮົາ ນ້ອງໆຫຼານນ້ອຍທຸກຄົນຕ່າງກໍ່ຝັນວ່າຄັ້ງໜື່ງຂອງເສັ້ນທາງບານເຕະຂອງພວກເຂົານັ້ນວ່າຈັກວັນຕ້ອງໄດ້ມີໂອກາດແລ່ນໃນພືນຫຍ້າສະໜາມຂອງເຈລີກໃຫ້ໄດ້ ແລະ ມື້ນີ້ພວກເຂົາກໍ່ເຮັດສຳເລັດແລ້ວ...
ເບິ່ງຄລິບທີ່ລີ້ງ: https://www.youtube.com/watch?v=yRxmxcJpD4A&feature=youtu.be

Address

Vientane

Alerts

Be the first to know and let us send you an email when Sports update / ອັບເດດກິລາລາວ-ສາກົນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share