19/02/2026
🌊 ເປີດທຣີບ: ສາຍມ່ວນ ສາຍເມົາ ຫ້າມພາດ! 🏕️🍺
[ທຣີບແຄ້ມປີ້ງດອນພູວຽງ] - ອາບນ້ຳໃຫ້ເປື່ອຍ ມ່ວນ (ເມົາ) ໃຫ້ສຸດ!
ຮ້ອນນີ້ບໍ່ຕ້ອງໄປໃສໄກ... ມາຫາໝູ່ໃໝ່ ໄປນອນເກາະກາງອ່າງນ້ຳງື່ມນຳກັນ! ວັນທີ 7-8 ມີນາ 2026 ນີ້ ກຽມໂຕໃຫ້ພ້ອມ ເພາະເຮົາຈະໄປປົດປ່ອຍຄວາມຄຽດຢູ່ ດອນພູວຽງ!
✨ ທຣີບນີ້ມີຫຍັງແດ່? ✅ ອາບນ້ຳ: ຫຼິ້ນນ້ຳໃຫ້ເປື່ອຍ ພາຍເຮືອຄາຍັກໃຫ້ຄຸ້ມ! ✅ ມ່ວນ(ເມົາ): ດັງໄຟແຕ່ງກິນ ຊຸມເຂົ້າແລງ ແກ້ມເຄື່ອງດື່ມເຢັນໆ ຟັງເພງເບົາໆ (ຫຼື ຈະ dance ກໍຈັດໄປ!). ✅ ຊິວ: ກາງເຕັ້ນນອນຮັບລົມເຢັນໆ ເບິ່ງດາວເຕັມຟ້າ.
💰 ຄ່າທຣີບລວມມີ (All-inclusive!):
🚢 ຄ່າເຮືອ ໄປ-ກັບ (ບໍ່ຕ້ອງພາຍໄປເອງ!)
🍱 ອາຫານຈັດເຕັມ 2 ຄາບ (ແລງ-ເຊົ້າ)
🥤 ເຄື່ອງດື່ມ (Soft drinks & Mixers) ບໍລິການຕະຫຼອດງານ
🚣 ເຮືອຄາຍັກ ພາຍຫຼິ້ນຟຣີ!
📍 ຈຸດນັດພົບ: ຮ້ານເສືອປ່າຣີເວີໃຊ້, ບ້ານນາເຜີຍ (ມີບ່ອນຝາກລົດປອດໄພ). 📅 ວັນທີ: 7-8 ມີນາ 2026 (ເສົາ-ອາທິດ)
⚠️ ສິ່ງທີ່ຕ້ອງເອົາມາເອງ:
ເຕັ້ນ ແລະ ອຸປະກອນນອນ (ໃຜບໍ່ມີ ທັກມາປຶກສາໄດ້!)
ເຄື່ອງໃຊ້ສ່ວນຕົວ
"ຕັບ" ທີ່ແຂງແຮງ ແລະ "ຫົວໃຈ"ທີ່ພ້ອມຈະມ່ວນ!
📩 ຟ້າວຈອງກ່ອນບ່ອນຈະເຕັມ! ທັກອິນບັອກ ຫຼື ໂທ: [58041916 Vichai Darasavong ] ຫລື [54495113 Kiim Phoutthavong ]
ຫົວຫນ້າເຜົ່າ Morlamxing Want to go - ຢາກໄປ
18/02/2026
ພາບບັນຍາກາດ ຄັ້ງວັນທີ 08/02/2026
ຊ້ອມແລ່ນ - ຍ່າງ ວິບາກ ໄປກັບ ໄລຍະ 21km
ທີ່ວັດຖ້ຳຄອກມ້າ ທີ່ຜ່ານມາ ບອກໄດ້ເລີຍ
ມັນ ມ່ວນ ມົ້ນ ເມື່ອຍ 555
ຫົວຫນ້າເຜົ່າ Morlamxing
#ຫົວຫນ້າເຜົ່າ #ຫົວຫນ້າທາງລັດ #ທໍລະມານບັນເທິງ
09/02/2026
ອາດມີແລ່ນເທຣວນຳຕອນເຊົ້າ
ເບົາໆ 10-20 ກິໂລແມັດ
Trip free ງານເອົາໃຈຄົນໂສດ (ມີແຟນກະມາໄດ້)
14-15/02 ເຮົາມາພົບປະອ້າຍນ້ອງຍ່າງປ່າກັນທຸກຄົນ ງານດີໆແບບນີ້ ຈັດປີລະເທື່ອ
🏞️ໃຜຈະມາກົດ link ເຂົ້າກຸ່ມເລີຍ: https://m.me/j/AbZN6AdvXMt71O4d/
Trip ນີ້ຟຣີເດີ້ທຸກຄົນ✅ ຖືວ່າເປັນການພັກຜ່ອນແບບຊິວໆ
ສະຖານທີ່ແມ່ນ : ບ້ານຫົວຂົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນເດີ້
https://maps.app.goo.gl/DyfV3qmeKNiFqdU2A
ຈັດໂດຍທີມງານ: Want to go - ຢາກໄປ Morlamxing TrailLaos
ຄິກlink ເບິ່ງສະຖານທີ່: https://www.facebook.com/share/r/1ADR416Lxd/
04/02/2026
ວັນອາທິດ 08/02/2026
ຊ້ອມແລ່ນ - ຍ່າງ ວິບາກ ໄປກັບ ໄລຍະ 20km
ວັດຖ້ຳຄອກມ້າ - ຖ້ຳຫມາກຝາງ (Wealth Coffee)
ຫມາຍເຫດ: ບອກຊື່ໆ ບໍ່ໄດ້ຊວນ 🤣
ໄປສະເພາະແຕ່ກຸ່ມເທຣວລາວ
#ຫົວຫນ້າເຜົ່າ #ຫົວຫນ້າທາງລັດ #ທໍລະມານບັນເທິງ
14/01/2026
ໄປຊ້ອມໃສດີ ແນະນຳມາໄດ້ ໄລຍະ 30-50k
12/01/2026
ຊ້ອມຍ່າງ-ແລ່ນວິບາກ ໄປກັບ
ຜາດ່າງ(45k)-ຜາໄດ(33k)
ຄັ້ງວັນທີ 10/01/2026
ມັນ ມ່ວນ ເມື່ອຍ
ແລະ #ທໍລະມານບັນເທິງ ຕາມເຄີຍ
ຕິດຕາມຕອນຕໍ່ໄປພວກເຮົາຊິໄປໃສ
ກຽມຂາໃຫ້ພ້ອມ 😁
#ຫົວຫນ້າເຜົ່າ
#ຫົວຫນ້າທາງລັດ
#ພູເຂົາຄວາຍ
#ຜາໄດ
#ຜາດ່າງ