LabdorK
Contact information, map and directions, contact form, opening hours, services, ratings, photos, videos and announcements from LabdorK, Sports Event, Vientiane.
13/03/2026
ອາທິດນີ້ ພັກຊ້ອມ ເດີ..!!! ❌14-15/3/2026 ❌
ເນື່ອງຈາກ ປັບປຸງພື້ນສະໜາມ..!!
ຂອບໃຈ
ຂ່າວດີສຳລັບນັກກິລາດອກປີກໄກ່ລາວ 🇱🇦
19/02/2026
Good news 🏸
12/02/2026
LABDORK TOURNAMENT TOUR 2026 🚌💨
ປະສົບການ👜 ນອກຫ້ອງຮຽນ
ສະໜາມ 1: ຄຳມ່ວນ, ທ່າແຂກ 28/1 - 1/2/2026
Beerlao Badminton Super Series 2026 (ສະໜາມ 1)
#ສະໜາມ1
28/01/2026
LABDORK TOURNAMENT TOUR 2026 🚌💨
ປະສົບການ👜 - ຊີວິດ♻️- ຄວາມຄິດ🧠- ຈິດໃຈ 🍃
ພວກເຮົານັກກິລາ Labdork ຝາກເນື້ອຝາກໂຕແນ່ເດີ ຊາວເມືອງ ທ່າແຂກ ບ້ານເຮົາ .!!
#ສະໜາມ1
27/10/2025
ແຈ້ງການ ຈາກສະຫະພັນດອກປີກໄກ່ແຫ່ງຊາດ
ເລື່ອງ ຈົດທະບຽນສະໂມສອນ
ສະຫະພັນດອກປີກໄກ່ແຫ່ງຊາດລາວ ຂໍປະກາດແຈ້ງການ (ຢ່າງເປັນທາງການ)
ເຖິງ: ບັນດາສະຫະພັນດອກປີກໄກ່ແຂວງ, ນະຄອນຫຼວງວຽງຈັນ ແລະ ບັນດາສະໂມສອນກິລາດອກປີກໄກ່ໃນຂອບເຂດທົ່ວປະເທດ
ເລື່ອງ: ການຈົດທະບຽນສະໂມສອນກິລາດອກປີກໄກ່ ພາຍໃນ ສປປ ລາວ.
ເພື່ອການພັດທະນາ ແລະ ຍົກລະດັບ ຂອງວົງການກິລາດອກປີກໄກ່ລາວໃຫ້ກ້າວສູ່ສາກົນ ຢ່າງເປັນລະບົບ. ສະຫະພັນແຫ່ງຊາດ ມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງໃຫ້ທຸກສະໂມສອນພາຍໃນ ສປປ ລາວ ໄດ້ຈົດທະບຽນເປັນສະມາຊິກສະໂມສອນ ພາຍໃຕ້ການຄຸ້ມຄອງຂອງສະຫະພັນແຫ່ງຊາດ ເພື່ອເປັນຂໍ້ມູນພື້ນຖານໃນການວາງແຜນພັດທະນາ ນະໂຍບາຍ ແລະ ໂຄງສ້າງຖານຕ່າງໆ ຢ່າງເປັນເອກກະພາບ.
ສະນັ້ນ ສະຫະພັນຈຶ່ງຮຽກຮ້ອງໃຫ້ບັນດາສະໂມສອນດອກປີກໄກ່ໃນຂອບເຂດທົ່ວປະເທດ “ຈົດທະບຽນສະໂມສອນ” ເປັນສະມາຊິກຂອງສະຫະພັນແຫ່ງຊາດ ເພື່ອຮັບສິດດັ່ງຕໍ່ໄປນີ້:
ສິດ ແລະ ຜົນປະໂຫຍດ
1.ສະໂມສອນໄດ້ຮັບສິດເຂົ້າຮ່ວມງານແຂ່ງຂັນເກັບຂະແນນສະສົມພາຍໃນປະເທດຂອງສະຫະພັນແຫ່ງຊາດທຸກລາຍການ
2. ສະໂມສອນສາມາດສົ່ງນັກກິລາເຂົ້າຮ່ວມຂັດເລືອກນັກກິລາທີມຊາດ (ເຍົາວະຊົນ ແລະ ທົ່ວໄປ)
3. ສະໂມສອນສາມາດສົ່ງຄູຝືກເຂົ້າຮ່ວມໂຄງການຝືກອົບຮົມຕ່າງໆຈາກສະຫະພັນແຫ່ງຊາດ ແລະ ສາກົນ
4. ສະໂມສອນຈະໄດ້ຮັບການສະໜັບສະໜູນອຸປະກອນຝືກຊ້ອມບາງສ່ວນຈາກສະຫະພັນແຫ່ງຊາດ
5. ສະໂມສອນຈະໄດ້ຮັບໃບຍັ້ງຢືນການເປັນສະໂມສອນຢ່າງເປັນທາງການ
ເປີດໃຫ້ລົງທະບຽນຕັ້ງແຕ່ມື້ອອກແຈ້ງການຈົນເຖິງ ວັນທີ 10/1/2026
ໝາຍເຫດ: ສະເພາະສະໂມສອນທີ່ລົງທະບຽນເປັນສະມາຊິກກັບສະຫະພັນແຫ່ງຊາດເທົ່ານັ້ນທີ່ສາມາດເຂົ້າຮ່ວມການແຂ່ງຂັນຂອງສະຫະພັນແຫ່ງຊາດໄດ້.
ສອບຖາມຂໍ້ມູນ : ກົດລະບຽບ ແລະ ຂັ້ນຕອນການສະໜັກ
ຜູ້ຮັບຜິດຊອບ: ທ່ານ ດາວເພັດ ເພັດສີລິແສງ
ເບີໂທ & ວ໋ອດແອບ : +8562097455355
ອີເມວ: [email protected]
ຂໍຂອບໃຈທຸກໆພາກສ່ວນທີ່ໃຫ້ການຮ່ວມມື ແລະ ເປັນສ່ວນໜຶ່ງໃນການພັດທະນາວົງການກິລາດອກປີດໄກ່ໃຫ້ຈະເລີນກ້າວໜ້າ.
#ສະຫະພັນດອກປີກໄກ່ແຫ່ງຊາດ #ແຈ້ງການ #ລົງທະບຽນ #ສະໂມສອນ
Click here to claim your Sponsored Listing.
Location
Category
Contact the business
Telephone
Website
Address
Vientiane