ນັດທີ 2 ໃນຮອບແບ່ງກຸ່ມຂອງ U-18 Grow-UP VC ແພ້ໃຫ້ AIMS Sport Academy 0-2 ເກມ
ສຶກສາຈາກບົດຮຽນທີ່ຜ່ານການແຂ່ງຂັນມາ ເພື່ອກັບໄປປັບປຸງຕົວເອງໃຫ້ດີຂຶ້ນກວ່າເກົ່າ ທັງຮ່າງກາຍ, ຈິດໃຈ ແລະ ການຫຼິ້ນ ✌️😊🏐🦅
https://www.facebook.com/share/v/1QAjEAvDTj/?mibextid=wwXIfr
Grow-Up VC
Grow-Up VC ທີມນັກກິລາບານສົ່ງ
ນັດແລກຂອງ U-18 Grow-UP VC ແພ້ໃຫ້ Army Academy 0-2 ເຊັດ
ເກັບໄວ້ໃຫ້ເດັກໆ ເບິ່ງຄືນເພື່ອປັບປຸງຕົວເອງຕໍ່ໄປ 😊✌️🏐🦅
https://www.facebook.com/share/v/1JFKWRGjrE/?mibextid=wwXIfr
27/08/2026
ຝາກຕິດຕາມຜົນງານຂອງເດັກໆ U-18 Grow-UP VC ສາຍເລືອດໃໝ່ ທີ່ຈະເຂົ້າຮ່ວມເເຂ່ງຂັນ ບານສົ່ງ ຊິງຂັນປະທານສະໂມສອນ MPC Blue Hawaii ປະຈຳປີ 2026 ນີ້ ທີ່ສະໂມສອນກອງທັບຫຼັກ 5, ເຊິ່ງໃນມື້ອື່ນ ວັນສຸກທີ 28 ສິງຫາ 2026 ຈະລົງແຂ່ງຂັນ 2 ນັດໃນຮອບແບ່ງກຸ່ມ A ຄື:
ນັດທີ 1 ເວລາ 11:00 ພົບກັບ ສະໂມສອນ Army Academy
ນັດທີ 2 ເວລາ 13:30 ພົບກັບ AIMS Sport Academy
ຝາກໃຫ້ກຳລັງໃຈເດັກໆນັກກິລາລຸ້ນໃຫມ່ຂອງພວກເຮົາດ້ວຍ 🥰
🙏🏻🏐 ພວກເຮົາຈະເຮັດໃຫ້ເຕັມທີ່ທີ່ສຸດ ✌️😊
21/08/2026
ອີກໜຶ່ງຜົນງານ ໃນລຸ້ນຊາວໜຸ່ມ ທີ່ສະໂມສອນ Grow-UP VC ຍາດມາໄດ້ ນອກຈາກການແຂ່ງຂັນໃນຮົ່ມແລ້ວ ກໍ່ຍັງມີ ການເເຂ່ງຂັນບານສົ່ງຫາດຊາຍ U-21 ຊິງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈຳປີ 2026
ເຊິ່ງສະໂມສອນ ໄດ້ສົ່ງລົງແຂ່ງຂັນ 5 ຄູ່ ຍິງ 2 ຄູ່ ແລະ ຊາຍ 3 ຄູ່ ແຕ່ເປັນຄູ່ຂອງ ມັງກອນ ແສງປະທຸມ ທີ່ຈັບຄູ່ກັບ ອາສະໃນ ສີສົມບູນ ລົງແຂ່ງຂັນ ແລະ ສາມາດຄວ້າຮອງເເຊ໋ມໃນການແຂ່ງຂັນຄັ້ງນີ້ມາຄອງໄດ້ສຳເລັດ 🏐🥈 ຮັບຫຼຽນເງິນ ພ້ອມເງິນສົດ 2,500,000 ກີບ. ນອກຈາກນັ້ນ ສະໂມສອນຍັງໄດ້ອັນດັບ 3 🥉🏐 ໃນປະເພດຄູ່ຍິງອີກດ້ວຍ.
ຖືເປັນອີກໜຶ່ງຄວາມສຳເລັດ ຂອງລຸ້ນສືບທອດ ສະໂມສອນ Grow-UP VC, ຝາກທຸກຄົນຕິດຕາມຜົນງານ ແລະ ໃຫ້ກຳລັງໃຈນັກກິລາຂອງພວກເຮົາ ໃນການແຂ່ງຂັນຄັ້ງຕໍ່ໄປ 👏🏻🥰🙏🏻🏐
09/08/2026
ຄວາມອົດທົນ ພະຍາຍາມສູ້ຈົນສຸດຄວາມສາມາດ ບໍ່ເຄີຍທຳຮ້າຍໃຜ
ພວກເຮົາສູ້ເຕັມທີ່ ຈົນຍາດອັນດັບ 3 ມາຄອງໄດ້ສຳເລັດ 🥰🥉 ໃນການເເຂ່ງຂັນບານສົ່ງ Luangprabang Volleyball Open 2026 ຊິງຂັນປະທານສະໂມສອນຫຼວງພະບາງ ແລະ ສະໂມສອນອິນທະສອນ ທີ່ຈັດຂຶ້ນໃນລະຫວ່າງວັນທີ 8-9 ສິງຫາ 2026 ທີ່ສະໂມສອນໃນຮົ່ມນາສ້າງເຫວີຍ ແຂວງຫຼວງພະບາງ
ຮອບຊິງອັນດັບ 3 ເອົາຊະນະທີມ Luangprabang VC ໄປ 3-0 ເຊັດ (25-17 / 25-21 / 25-23) ຄອງອັນດັບ 3 ໄດ້ຮັບຫຼຽນທອງ 🥉 ພ້ອມເງິນລາງວັນ 3,500,000 ກີບໄປຄອງ 👏🏻
ຖືເປັນການອອກແຂ່ງຂັນຕ່າງແຂວງຄັ້ງແລກທີ່ ພວກເຮົາສາມາດສ້າງຜົນງານໄດ້ດີເກີນຄາດຫມາຍ ທີ່ຕັ້ງໄວ້ 👍🥰🏐👏🏻
ຂໍຂອບໃຈນັກກິລາທຸກຄົນທີ່ສູ້ຈົນສຸດຄວາມສາມາດ ກັບ 5 ນັດ ແລະ 11 ເຊັດ, ຂອບໃຈທີມງານ ແລະ ຜູ້ສະຫນັບສະຫນູນທຸກທ່ານ ທີ່ໃຫ້ການຊ່ວຍເຫລືອ ແລະ ໃຫ້ກຳລັງໃຈພວກເຮົາ ຈົນສ້າງຜົນງານໄດ້ດີຂະຫນາດນີ້ 🥰🙏🏻🏐 ໄວ້ພົບກັນໃໝ່ ງານຫນ້າ 😊👋🏻
09/08/2026
ຕ້ານທານຄວາມແຂງແກ່ນຂອງ Inthasone VC ບໍ່ໄຫວ
ແພ້ໄປໃນຮອບຮອງຊະນະເລີດ 0-2 ເຊັດ (18-25 / 20-25)
ໄດ້ໄປຊິງອັນດັບ 3 ກັບ Luangprabang VC ໃນເວລາ 14:30 ໂມງຂອງມື້ນີ້ 🏐🥉🏐
ຂໍຂອບໃຈທຸກກຳລັງໃຈ ທີ່ມີໃຫ້ Grow-UP VC ຂອງພວກເຮົາ ຈະເຮັດເຕັມທີ່ສຸດຄວາມສາມາດ 😊🙏🏻🏐
09/08/2026
ຜ່ານໄປດ້ວຍດີ ການແຂ່ງຂັນບານສົ່ງ Luangprabang Open 2026 ຊິງຂັນປະທານສະໂມສອນຫຼວງພະບາງ ແລະ ສະໂມສອນອິນທະສອນ ໃນຮອບແບ່ງກຸ່ມ ດ້ວຍຜົນງານ ແຂ່ງ 2 ນັດ ຊະນະ 1 ເສຍ 1, ເປັນອັນ 2 ຂອງກຸ່ມ B 🥰🏐🥰
ຮອບ 8 ຍັງມີເຮົາ ເຊຍກັນຕໍ່ມື້ນີ້ 9:30 ໂມງ ພົບກັບ Tiny Titan VC ຈາກແຂວງຫຼວງພະບາງ.
ຂໍຂອບໃຈທຸກກຳລັງໃຈ ທີ່ມີໃຫ້ Grow-UP VC ຂອງພວກເຮົາ ຈະເຮັດເຕັມທີ່ສຸດຄວາມສາມາດ 😊🙏🏻🏐
05/08/2026
ຝາກຕິດຕາມ ແລະ ໃຫ້ກຳລັງໃຈ ສະໂມສອນ Grow-UP VC ຂອງພວກເຮົາ ລຸຍງານ Inthasone VC Tournament 2026 ທີ່ຈະຈັດຂຶ້ນຢູ່ ແຂວງຫຼວງພະບາງ ໃນລະຫວ່າງວັນທີ 8-9 ສິງຫາ 2026 ນີ້.
ພວກເຮົາຈະເຮັດໃຫ້ເຕັມທີ່,
ຂໍຂອບໃຈທຸກການສະໜັບສະໜູນທີມ 🥰🙏🏻🏐
15/06/2026
🦅
Welcome ສະໂມສອນ Grow Up VC ອີກ1 ທີມທີຈະເດີນທາງມາຈາກນະຄອນຫລວງວຽງຈັນ ເຊີ່ງສະໂມສອນເອງກະໄດ້ຍົກທີມຊຸດໃຫຍ່ທີ່ມີປະສົບການ ລະດັບລາວຫລີກ ແລະ ປະສົມນັກກິລາດາວຮຸ່ງຂອງທີມ ນຳທີມໂດຍ: Coach Bounyasaeng ທັງເປັນປະທານສະໂມສອນ ເພື່ອຮ່ວມລົງຊິງໄຊທີ່ ຫລວງພະບາງ ໃນງານ INTHASONE VC OPEN 2026
-upvc
14/05/2026
ຝ່າຍຈັດການເເຂ່ງຂັນ ຂໍແຈ້ງກ່ຽວກັບ ກົດລະບຽບ-ກະຕິກາ
ການເເຂ່ງຂັນບານສົ່ງ LGBTQ x 173 ປະຈຳປີ 2026 🏳️🌈
ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 20-21 ມິຖຸນາ 2026 ນີ້
🏐 ສົນໃຈສະໝັກເຂົ້າຮ່ວມເເຂ່ງຂັນ Inbox Whatsapp +8562058785071 ໄດ້ເລີຍ, ຮັບຈຳນວນຈຳກັດພຽງ 12 ທີມ ເທົ່ານັ້ນ.
📢 ເປີດຮັບສະໝັກ ແລະ ສົ່ງຟອມສະໝັກເເຂ່ງຂັນ ຮອດວັນທີ 14 ມິຖຸນາ 2026 ນີ້ເທົ່ານັ້ນ.
🔊ຈັບສະຫຼາກແບ່ງກຸ່ມ ວັນທີ 16 ມິຖຸນາ 2026 ພ້ອມເເຈ້ງຕາຕະລາງເເຂ່ງຂັນໃນວັນດຽວກັນ
Click here to claim your Sponsored Listing.
Location
Category
Website
Address
Vientiane