EFG Laos

EFG Laos

Share

EFG Laos
Your most trust mass events organizer. EFG is dedicated to creating memorable events from start to finish.

We deliver an experience that ignites and engages the community bringing all levels and abilities together for both runners and volunteers. Through our dedication to inclusiveness, commitment to our community and drive for innovation, EFG is Laos’ premiere organizer for running events since 2015. Over 40,000 runners from around the world have participated in our international and charity events su

11/04/2026

💦 ສະບາຍດີປີໃໝ່ລາວ 2569 💦
EFG LAOS ຂໍອວຍພອນໃຫ້ທຸກຄົນມີສຸຂະພາບແຂງແຮງ ແລະ ເຕັມໄປດ້ວຍຄວາມສຸກ 🌸

🏃‍♂️ ປີໃໝ່ນີ້…ມາເລີ່ມຕົ້ນສິ່ງດີໆໄປນຳກັນ
💙 Run for health, Run for happiness

💦 ຫຼິ້ນນ້ຳໃຫ້ມ່ວນ ແຕ່ຢ່າລືມດູແລເບີ່ງແຍງສຸຂະພາບ

✨ See you on the track!

11/04/2026

ຂໍຂອບໃຈ 🙏❤️ ທຸກຄົນທີ່ຮ່ວມບໍລິຈາກ ຊື້​ເຄື່ອງປ້ຳຫົວໃຈ​ໄຟຟ້າ​ອັດຕະໂນມັດ​ AED​ ຜ່ານກິດຈະກຳແລ່ນ VIHM2026 ໄດ້ ທັງໝົດ​3 ເຄື່ອງ​ປະກອບໃສ່ລົດ​ກູ້ໄພ​ 1623 ຂໍໃຫ້ທຸກຄົນແຂງແຮງ ມີຄວາມສຸກ 🙏 ຂອບໃຈຫລາຍໆ

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຕາງໜ້າສັງຄົມຜູ້ບໍລິຈາກ ມອບ-ຮັບ ເງິນທີ່ໄດ້ຈາກການລະດົມຜ່ານ OneHeart ໃນໂຄງການ “ແລ່ນວຽງຈັນຮາຟ ມາຣາທອນ ນາໆຊາດ ຄັ້ງທີ 9” ຈໍານວນ 33,333,333.33 ກີບ; ມີຜູ້ບໍລິຈາກທັງໝົດ 177 ຄັ້ງ.

ໃນວັນທີ 09 ເມສາ 2026, ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ໄດ້ຕາງໜ້າສັງຄົມຜູ້ບໍລິຈາກ ມອບ-ຮັບ ເງິນບໍລິຈາກຜ່ານ OneHeart ໂຄງການ “ແລ່ນວຽງຈັນຮາຟ ມາຣາທອນ ນາໆຊາດ ຄັ້ງທີ 9” ໃຫ້ກຽດມອບໂດຍ ທ່ານ ຄອນປະເສີດ ຫຼວງສຸວັນນະວົງ ຮອງປະທານຄະນະກຳມະການ OneHeart ທຄຕລ ແລະ ຮັບໂດຍ ທ່ານ ນາງ ວັນເພັງ ສຸດທິຈັກ ຜູ້ອຳນວຍການວິສາຫະກິດສ່ວນບຸກຄົນອີແອັບຈີລາວ (ຕາງໜ້າ EFG Laos) ພ້ອມດ້ວຍບັນດາຄະນະຈາກທັງສອງຝ່າຍກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ; ຈຸດປະສົງຂອງໂຄງການແມ່ນ ເພື່ອສົ່ງເສີມໃຫ້ຄົນລາວມີສຸຂະພາບດີ, ສົ່ງເສີມການທ່ອງທ່ຽວ ແລະ ລະດົມທຶນ ຊື້ເຄື່ອງກະຕຸ້ນຫົວໃຈໄຟຟ້າ ແບບອັດຕະໂນມັດ Automated External Defibrillator (AED) ເພື່ອປະກອບໃສ່ລົດກູ້ໄພ 1623. ໃນຕອນທ້າຍ, ຕາງໜ້າ EFG Laos ທ່ານ ນາງ ວັນເພັງ ສຸດທິຈັກ ໄດ້ກ່າວຂອບໃຈຢ່າງສຸດຊື້ງຕໍ່ສັງຄົມ ກໍຄືນໍ້າໃຈຂອງທ່ານຜູ້ບໍລິຈາກເງິນ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງການແລ່ນເພື່ອສຸຂະພາບ ແລະ ສົ່ງເສີມການມີສຸຂະພາບທີ່ດີຂອງປະຊາຊົນລາວ, ພ້ອມດຽວກັນນີ້ ທ່ານ ນາງ ວັນເພັງ ສຸດທິຈັກ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະນຳເງິນບໍລິຈາກຈຳນວນດັ່ງກ່າວໄປນຳໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດແກ່ສັງຄົມ.

ເປັນຜະລິດຕະພັນໜຶ່ງທີ່ ທາງ BCEL ມີຄວາມຕັ້ງໃຈນໍາໃຊ້ເທັກໂນໂລຢີທີ່ໄດ້ມີຄວາມທັນສະໄໝເຂົ້າໃນວຽກງານຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນກຳໄລ ແລະ ບໍ່ມີຄ່າທຳນຽມ ການບໍລິຈາກກໍ່ງ່າຍ, ເຊິ່ງຈະຊ່ວຍໃຫ້ຜູ້ທີ່ມີຄວາມຫຍຸ້ງຍາກໄດ້ຮັບການຊ່ວຍເຫຼືອຕາມຄວາມເໝາະສົມ, ຜູ້ທີ່ບໍລິຈາກກໍ່ມີຄວາມໝັ້ນໃຈໄດ້ວ່າການບໍລິຈາກຂອງຕົນຈະເຖິງມືຜູ້ຕ້ອງການຄວາມຊ່ວຍເຫຼືອແທ້.
---------------------------------------------------
ເບີ່ງລາຍລະອຽດໂຄງການ: https://oneheart.la/projects/634
BCEL OneHeart ຫົວໃຈດວງດຽວກັນ

09/04/2026

ມາໆ

Photos from EFG Laos's post 16/03/2026

ໃຜຍັງບໍ່ມີ​ຈັດເລີຍ​ ເສື້ອ ແລະ​ຖົງ..​ງານແລ່ນ VIHM2026 ແພນຸ້ມ ໃສ່​ມ່ວນຄັກ 200.000 ກີບ​ ຖົງຜ້າ ອະເນກປະສົງ 30.000 ກີບ​ ຈັດສົ່ງທົ່ວປະເທດລາວ​ ແລະ​ປະເທດໄທ.

Photos from EFG Laos's post 14/03/2026

💵ລວມຍອດບໍລິຈາກທັງໝົດຈາກທຸກພາກສ່ວນ​ ພວກເຮົາ​ ຄະນະ​ຈັດງານແລ່ນ ວຽງຈັນ ຮາຟ ມາລາທອນ ນາໆຊາດ​ ​ຄັ້ງທີ​9​ ປະຈຳປີ​ 2026 ຂໍຂອບໃຈ ທຸກຄົນທີ່ຮ່ວມບໍລິຈາກຊ່ວຍເຫຼືອໃນຄັ້ງນີ້ຫຼາຍໆ🥰🙏
ຂໍໃຫ້ອະນິສົງຈາກການຮ່ວມບໍລິຈາກ​ໃນຄັ້ງນີ້ ເປັນເຫດໃຫ້ທຸກຄົນ ມີສຸຂະພາບແຂງແຮງ ຈະເລີນຮຸ່ງເຮືອງ​ມີຄວາມສຸກ🙏❤️ ຂອບໃຈຫລາຍໆ
#ໜ່ວຍກູ້ໄພມູນນິທິ1623 #ເຊື່ອໃນບຸນ

14/03/2026

🙏ຂໍຂອບໃຈ ການນຳ​ ກະຊວງ​ ສຶກສາ​ ທິການ​ ແລະ​ ກິລາ​ ແລະ​ ທຸກພາກສ່ວນ 🙏ຂໍຂອບໃຈ ນ້ຳດື່ມເກືອແຮ່ ລີວາຍ ທີ່ໃຫ້ການສະໜັບສະໜູນ​ຫລັກ​ ຍ່າງ​ເປັນ​ທາງການ​ ບໍລິສັດ​ ໂຕໂຍຕ້າລາວ ແລະ​ທຸກໆຜູ້ຮ່ວມໃຫ້ການສະໜັບສະໜູນ ທີ່ເຮັດໃຫ້ງານນີ້ເກີດຂື້ນ ແລະສຳເລັດຜົນ ຂອບໃຈ​ ນັກແລ່ນທຸກຄົນ ທີ່​ເຂົ້າຮ່ວມງານ ແລະ​ ຮ່ວມບໍລິຈາກ ຊື້​ເຄື່ອງປ້ຳຫົວໃຈ ໄພຟ້າ ອັດຕະໂນມັດ​ໃຫ້​ລົດ​​ ກູ້ໄພ1623
ທີ່ຂາດບໍ່ໄດ້ ຂໍຂອບໃຈ ❤️ນ້ອງໆ​ອາສາ​ແລະ​ ທີມງານ​ທຸກຄົນ.

💚ຜິດພາດ​ປະການໄດ ຂໍໂທດ​ຂໍອະໄພ​ ແລະຈະສືບຕໍ່ພັດທະນາໃຫ້ກາຍເປັນ ຈຸດໝາຍປາຍທາງໃໝ່ ສຳລັບນັກແລ່ນ​ທົ່ວໂລກ.​🏃🏃💪💪




06/03/2026

ຮັບເຄື່ອງແລ່ນ​ / ລົງທະບຽນ​ໃໝ່​ດ້ວຍຕົນເອງ
10:00-19:00

06/03/2026

🙏🙏ຂໍຄວາມຮ່ວມມືຜູ້ໃຊ້ລົດໃຊ້ຖະໜົນ ຫລີກລ່ຽງ ແລະ​ ລະມັດລະວັງນັກແລ່ນ🏃🏃 ໃນວັນ​ອາທິດ​ 8/3/2026 ເລີ່ມ​04:30-08:00 ເຊົ້າ..​ຕາມເສັ້ນທາງດັ່ງນີ້:
-ທາດຫລວງ-ປະຕູໄຊ-ສາມແສນໄທ-ເສັ້ນ​ແຄມຂອງ​ - ການຊ່າງລາວ-ເຍຍລະມັນ​-ໂຮງຮຽນນິລະຖາວອນ - ເສັ້ນວັດອິນແປງ-ຫໍຄຳ-ຖະໜົນລ້ານຊ້າງຮອດທາດຫລວງ.

ທາງຄະນະຈັດງານແລ່ນ ວຽງຈັນ​ ຮາຟ ມາຣາທອນ ນາໆຊາດ​ ຂໍຂອບໃຈທີ່ທຸກຄົນໃຫ້ຄວາມຮ່ວມມື ແລະ​ຂໍອະໄພໃນຄວາມບໍ່ສະດວກ​ໃນຄັ້ງນີ້​🙏




Supported by:
Supported by:
Organized by:

05/03/2026

❗ຂໍຄວາມ​ຮ່ວມມື​​ ນັກແລ່ນ​ ປະເພດ​ ຮາຟ ມາຣາທອນ 21 ກມ ສຶກສາ​ເວລາທີ່ກຳນົດ ແຕ່ລະຈຸດ cut off ໃຫ້ລະອຽດ ເພື່ອບໍ່ພາດເຂົ້າເສັ້ນໄຊ ໃຫ້ທັນເວລາທີ່ກຳນົດ​ໃນ​ແຕ່ລະຈຸດ🏃

❗Please take note of the official cut-off times for the 21KM race.
Make sure to pass each checkpoint within the required time to continue the race.
Plan your pace and run smart! 🏃‍♂️🏃‍♀️




Supported by:
Supported by:
Organized by:

05/03/2026

ພົບກັນ ທຸກຄົນ!🎉

05/03/2026

ຂໍຂອບໃຈ 🙏SP Serviced Apartments ທີ່​ຮ່ວມບໍລິຈາກ ເຄື່ອງປ້ຳຫົວໃຈ ໄຟຟ້າ​ ອັດຕະໂນມັດ​( AED)ຈຳນວນ​1 ເຄື່ອງ​ມູນຄ່າ 52.000.000 ກີບ​ຜ່ານກິດຈະກຳແລ່ນ ວຽງຈັນ​ ຮາຟມາຣາທອນ ນາໆຊາດ​ ໃນຄັ້ງນີ້.​
💚ເຄື່ອງ​ປ້ຳຫົວໃຈ​ AED ແມ່ນ​ຈະປະກອບໃສ່ລົດກູ້ໄພ 1623 ເພື່ອຊ່ວຍ​ກອບ​ກູ້​ຊິວິດ​ຜູ້ປະສົບອຸບັດເຫດ ແລະອື່ນໆ ໃຫ້ທັນເວລາ.

❤️ຂໍ​ອວຍພອນ ໃຫ້​ກິດຈະການ​ຮຸ່ງເຮືອງ​ທີມງານ​ແຂງແຮງ​ມີຄວາມສຸກ​ສືບຕໍ່​ ຊ່ວຍເຫລືອສັງຄົມເພື່ອໃຫ້ມີຄຸນນະພາບຊີວິດທີ່ດີຂື້ນ🙏

ນືກຫາອາພາສເມັ້ນທີ່ອົບອຸ່ນມີພະລັງງານດີໆ ຕິດຕໍ່ຫາເພີ່່ນໄດ້ SP Serviced Apartments






https://www.facebook.com/share/16kJPTsJ3Q/

02/03/2026

❗❗ຫລາຍຄົນຍັງລົງທະບຽນບໍ່ທັນເປີດອີກຮອບຮອດ 23:59
10km= 85 slots
21Km =76 slots

Want your business to be the top-listed Gym/sports Facility in Vientiane?

Click here to claim your Sponsored Listing.

Location

Category

Telephone

Address


Thaduen Road
Vientiane

Opening Hours

Monday 09:30 - 17:00
Tuesday 09:30 - 17:00
Wednesday 09:30 - 17:30
Thursday 09:30 - 17:00
Friday 09:30 - 17:00