08/04/2022
ສະຫະພັນກິລາບານເຕະຄົນພິການແຫ່ງຊາດລາວ
- ຂອບເຂດໜ້າວຽກ ແລະ ຄວາມຮັບພິຊອບຂອງຕໍາແໜ່ງ ຮອງປະທານສະຫະພັນຝ່າຍພົວພັນຕ່າງປະເທດ, ຫົວໜ້າຄັງເງິນ ແລະ ຫົວໜ້າກວດກາ -
(ວັນທີ: 8 ເມສາ 2022)
I. ຄວາມເປັນມາ ແລະ ເປົ້າໝາຍຂອງສະຫະພັນ
ສະຫະພັນກິລາບານເຕະຄົນພິການແຫ່ງຊາດໄດ້ຖືກສ້າງຕັ້ງຂຶ້ນໂດຍຄະນະບໍລິຫານຊຸດທໍາອິດໃນວັນທີ 19 ເດືອນ ມີນາ 2021 ໂດຍໄດ້ຮັບການອະນຸມັດການສ້າງຕົ້ງຢ່າງເປັນທາງການໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານ ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ການສ້າງຕັ້ງສະຫະພັນນີ້ ແມ່ນມີເປົ້າໝາຍເພື່ອຊ່ວຍເຫຼືອ ແລະ ສະແດງຄວາມເມດຕາຕໍ່ຜູ້ພິການໃຫ້ພວກເຂົາເຈົ້າມີຮູ້ສືກໃຊ້ຊິວິດປະຈໍາວັນໃນສັງຄົມໂດຍມີຄວາມໝາຍ ແລະ ມີຈຸດປະສົງ ກໍ່ຄືການໄດ້ມີໂອກາດຫຼີ້ນກິລາຂອງມວນຊົນ, ໄດ້ຝືກຊ້ອມແລະເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ ລວມໄປເຖີງການສ້າງປະຫວັດສາດໃໝ່, ການຍາດມາໄດ້ເຖີງກຽດ ແລະ ສັກສີຂອງຄົນພິການຈົນຮອດການສ້າງຊື່ສ່ຽງໃຫ້ແກ່ປະເທດຊາດໂດຍທີມນັກກິລາບານເຕະຂອງຄົນພິການຂອງ ສປປລາວ.
II. ພາລະກິດຂອງສະຫະພັນກິລາບານເຕະຄົນພິການແຫ່ງຊາດລາວ
1. ຈັດການຝຶກຊ້ອມແບບເປັນປະຈໍາໃຫ້ແກ່ບັນດານັກກິລາບານເຕະຄົນພິການທີ່ມີໃນປັດຈຸບັນ
2. ຈັດລາຍການແຂ່ງຂັນເພື່ອໃຫ້ສັງຄົມຮູ້ຈັກການຫຼີ້ນກິລາບານເຕະຂອງຄົນພິການສາຍຕາຫຼາຍຂຶ້ນ;
3. ຈັດຝຶກອົບຮົມກໍາມະການເດີ່ນ, ຜູ້ຊ່ວຍນັກກິລາຂ້າງເດີ່ນ ແລະ ຫຼັງປະຕູໂກນໃຫ້ມີຫຼາຍຂຶ້ນ;
4. ໂຄສະນາ ແລະ ພັນຂະຫຍາຍກິລາບານເຕະຄົນພິການໄປຫາບັນດາຕ່າງແຂວງ ແລະ ກໍ່ສ້າງໃຫ້ແຂວງນື່ງຢ່າງໜ້ອຍມີ 1 ສະໂມສອນ;
5. ຮ່ວມຈັດລາຍການແຂ່ງຂັນກິລາບານເຕາະຄົນພິການ ໃນງານມະຫາກໍາກິລາແຫ່ງຊາດນໍາບັນດາແຂວງເຈົ້າພາບ;
6. ກະກຽມ ແລະ ສົ່ງນັກກິລາໄປຮ່ວມງານການແຂ່ງຂັນກິລາເຕາະບານຄົນພິການໃນລະດັບຊີເກມ, ເອເຊຍເກມ, ພາຣາແລມປິກ ແລະ ລາຍການອື່ນໆຂອງສາກົນເພື່ອເກັບຄະແນນໃຫ້ນັກກິລາລາວ;
7. ສ້າງກອງທຶນເພື່ອພັດທະນານັກກິລາ, ສະໂມສອນ ແລະ ການຈັດການແຂ່ງຂັນກິລາບານເຕະຂອງຄົນພິການໃນລາວ ລວມການເຂົ້າຮ່ວມລາຍການແຂ່ງຂັນຂອງສາກົນ.
ເພື່ອໃຫ້ພາລະກິດດັ່ງກ່າວສາມາດບັນລຸໄດ້ສະຫະພັນຂອງພວກເຮົາຈື່ງປະກາດຊອກຫາຜູ້ມີຈິດອາສາ ແລະ ຄວາມເມຕາຕໍ່ນັກິລາເຕະບານຄົນພິການ 3 ຕໍາແໜ່ງ
III. ຕໍາແໜ່ງ: ຮອງປະທານສະຫະພັນຝ່າຍພົວພັນຕ່າງປະເທດ
ຄຸນະວຸດທິ: ລະດັບການສຶກສາຢ່າງຕໍາແມ່ນປະລິນຍາຕີສາຍບໍລິຫານທຸລະກິດ ຫຼື ໃກ້ຄຽງ, ມີປະສົບປະການເຮັດຕໍາແໜ່ງຜູ້ຈັດການມາກອນຢ່າງໜ້ອຍ 3 ປີ, ສາມາດນໍາໃຊ້ຄອມພິວເຕີ ແລະ ອີເມວເປັນຢ່າງດີ, ສາມາດສື່ສານພາສາອັງກິດໃນການສົນທະນາ ແລະ ການຂຽນເປັນຢ່າງດີ.
ໜ້າວຽກ:
1. ຄົ້ນຄ້ວາ ແລະ ນໍາສະເໜີແຜນການຮ່ວມມື ແລະ ຍາດແຍ່ງການຊ່ວຍເຫຼືອຈາກອົງການສາກົນພາຍໃນປະເທດ ແລະ ຕ່າງປະເທດ;
2. ພົວພັນການຮ່ວມມືນໍາອົງການສາກົນໃນລາວ ແລະ ຕ່າງປະເທດ;
3. ພົວພັນ, ລົງທະບຽນ ແລະ ຈັດສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນກິລາບານເຕະຄົນພິການນໍາສາກົນ;
4. ເຮັດບົດລາຍງານການຈັດຕັ້ງປະຕິບັດໂຄງການ ແລະ ກິດຈະກໍາຮ່ວມມືນໍາສາກົນ ລວມສະຫຼຸບການນໍາໃຊ້ທຶນການຊ່ວຍເຫຼືອຫຼ້າເປັນໄຕມາດ ແລະ ເປັນປີ.
ຄວາມຮັບພິຊອບ:
1. ປະຕິບັດຕາມໜ້າວຽກທີ່ກໍານົດດ້ວຍຕົນເອງ, ຕ້ອງການຄຳແນະນໍາຈາກຄະນະປະທານໃນລະດັບໜ້ອຍ;
2. ປະຊຸມນໍາຄະນະປະທານ 1 ຄັ້ງ ຕໍ່ ອາທິດ ແຕ່ລະຄັງປະມານ 2 ຫາ 3 ຊົ່ວໂມງ;
3. ປະຊຸມນໍາຄະນະບໍລິຫານ 1 ຄັ້ງ ຕໍ່ ເດືອນ;
4. ປະຊຸມນໍາຄະນະກໍາມະການພາຣາແລມປິກແຫ່ງຊາດ.
IV. ຕໍາແໜ່ງ: ຫົວໜ້າຄັງເງິນ
ຄຸນະວຸດທິ: ລະດັບການສຶກສາຢ່າງຕໍາແມ່ນຊັ້ນສູງໃນສາຍບັນຊີ, ການເງິນ ຫຼື ໃກ້ຄຽງ, ມີປະສົບປະການເຮັດຕໍາແໜ່ງບັນຊີ ຫຼື ການເງິນມາກ່ອນຢ່າງໜ້ອຍ 2 ປີ, ສາມາດນໍາໃຊ້ຄອມພິວເຕີ ແລະ ອີເມວເປັນຢ່າງດີ, ສາມາດສື່ສານພາສາອັງກິດໃນການສົນທະນາ ແລະ ການຂຽນໃນລະດັບກາງ.
ໜ້າວຽກ:
1. ສ້າງບັນຊີຕິດຕາມລາຍຮັບ, ລາຍຈ່າຍ, ຊັບສິນ ແລະ ໜີ້ສີນຂອງສະຫະພັນ;
2. ຕິດຕາມເງິນຝາກທະນາຄານ ແລະ ຄັງເງິນຍ່ອຍຂອງສະຫະພັນ;
3. ຕິດຕາມຊັບສົມບັດ ແລະ ຫັກຄ່າຫຼຸຍຫ້ຽນ;
4. ສ້າງແຜນງົບປະມານລາຍຈ່າຍປະຈໍາໄຕໝາດ ແລະ ປະຈໍາປີໃຫ້ສະຫະພັນ;
5. ສ້າງບົດລາຍງານການເງິນໃຫ້ສະຫະພັນ.
ຄວາມຮັບພິຊອບ:
1. ປະຕິບັດຕາມໜ້າວຽກທີ່ກໍານົດໂດຍຕົນເອງ, ຕ້ອງການຄໍາແນະນໍາຈາກຄະນະປະທານໃນລະດັບປານກາງ;
2. ປະຊຸມນໍາຄະນະປະທານ 1 ຄັ້ງ ຕໍ່ ອາທິດ ແຕ່ລະຄັງ ປະມານ 2 ຫາ 3 ຊົ່ວໂມງ;
3. ປະຊຸມນໍາຄະນະບໍລິຫານ 1 ຄັ້ງ ຕໍ່ ເດືອນ.
V. ຕໍາແໜ່ງ: ຫົວໜ້າກວດກາ
ຄຸນະວຸດທິ: ລະດັບການສຶກສາຢ່າງຕໍາແມ່ນຊັ້ນສູງໃນສາຍບັນຊີ ຫຼື ບໍລິຫານ ຫຼື ພັດທະນາຊຸມຊົນ, ມີປະສົບປະການເຮັດຕໍາແໜ່ງກວດສອບພາຍໃນ, ກວດກາ ຫຼື ປະເມີນໂຄງການຢ່າງໜ້ອຍ 1 ປີ, ສາມາດນໍາໃຊ້ຄອມພິວເຕີ ແລະ ອີເມວເປັນຢ່າງດີ, ສາມາດສື່ສານພາສາອັງກິດ ໃນການສົນທະນາ ແລະ ການຂຽນໃນລະດັບຕໍາ ຫາ ກາງ.
ໜ້າວຽກ:
1. ວິເຄາະແຜນງານ, ກິດຈະກໍາ ແລະ ສ້າງແຜນປະເມີນການປະຕິບັດງານຂອງສະຫະພັນປະຈໍາໄຕມາດ ແລະ ປະຈໍາປີ;
2. ສ້າງແຜນປະເມີນການເຮັດວຽກ ແລະ ການປະກອບສ່ວນຂອງຄະນະບໍລິຫານ;
3. ປະເມີນຜົນງານຂອງຄູຝຶກ, ຜູ້ຊ່ວຍຄູຝຶກ, ກໍາມະການເດີນ, ຜູ້ຊ່ວຍນັກກິລາ ແລະ ຜູ້ຈັດການທີມຊາດ(ຖ້າມີໃນອານະຄົດ);
4. ປະເມີນຜົນງານຂອງນັກກິລາ ແລະ ບັນດາສະໂມສອນ(ຖ້າມີໃນອານະຄົດ);
5. ປະເມີນການຈັດແຂ່ງຂັນ ແລະ ການຮ່ວມຈັດລາຍການແຂ່ງຂັນກິລາເຕະບານຄົນພິການໃນງານມະຫະກໍາກິລາແຫ່ງຊາດ;
6. ປະເມີນການການສົ່ງນັກກິລາເຂົ້າຮ່ວມລາຍການແຂ່ງຂັນໃນລະດັບສາກົນ.
ຄວາມຮັບພິຊອບ:
1. ປະຕິບັດຕາມໜ້າວຽກຂອງຕົນເອງ, ຕ້ອງການຄວາມຮ່ວມມືຈາກຄະນະບໍລິຫານໃນລະດັບກາງ;
2. ປະຊຸມນໍາຄະນະປະທານ 1 ຄັ້ງ ຕໍ່ 2 ອາທິດ ແຕ່ລະຄັງ ປະມານ 2 ຫາ 3 ຊົ່ວໂມງ;
3. ປະຊຸມນໍາຄະນະບໍລິຫານ 1 ຄັ້ງ ຕໍ່ ເດືອນ.
ສຳຫຼັບ ທ່ານຜູ່ທີ່ມີຈິດໃຈເມດຕາ ແລະ ສົນໃຈຢາກມາຮ່ວມເປັນຮອງປະທນ ແລະ ຄະນະນໍາສະຫະພັນບານເຕະຄົນພິການແຫ່ງຊາດລາວ ສາມາດສົ່ງຊີວະປະຫວັດ ຫຼື CV ໃຫ້ພວກເຮົາໄດ້ທາງອີເມວ Email: [email protected] ຫຼື ຕິດຕໍ່ມາຍັງທາງ WhatsApp: 2022048881.
ປະທານ ສະຫະພັນກິລາບານເຕະຄົນພິການແຫ່ງຊາດ
ລິດທິໄກ ພູມມະສັກ
31/03/2022
29/03/2022
16/03/2022
16/03/2022