Vientiane Capital Tennis Federation

Vientiane Capital Tennis Federation

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from Vientiane Capital Tennis Federation, Sports, Vientiane.

26/02/2020

ຢູນິເທວ ແລະ ໄປສະນີ ນວ ຊຸກຍູ້ທັບນັກກິລາເທັນນິດ ນວ ຮ່ວມລ່າຫຼຽນຄຳ ຊຽງຂວາງ ເກມ 18 ລ້ານກີບ

ບໍລິສັດ ສະຕາຣໂທລະຄົມ ຈຳກັດ ຫຼື ຢູນິເທວ ແລະ ພະແນກໄປສະນີ ນະຄອນຫຼວງວຽງຈັນ (ນວ) ໃຫ້ການສະໜັບສະໜູນ 12 ທັບນັກກິລາ ເທັນນິດ ນະຄອນຫຼວງວຽງຈັນ ຈຳນວນ 18 ລ້ານກີບ ເພື່ອກຽມຄວາມພ້ອມເຂົ້າຮ່ວມລ່າຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xl ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສານີ້.

ພິທີມອບ-ຮັບການສະໜັບສະໜູນເງິນຈຳນວນດັ່ງກ່າວ ໄດ້ມີຂຶ້ນ ເມື່ອວັນທີ 25 ກຸມພາ ຜ່ານມາ ທີ່ສະໜາມກິລາເທັນນິດ ສະຫະພັນເທັນນິດ ນະຄອນຫຼວງ ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ ເປັນການກ່າວມອບຂອງທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກໄປສະນີ ນະຄອນຫຼວງ ແລະ ທ່ານ ສົມດີ ອິນທະວົງ ອຳນວຍການລູກຄ້າ ບໍລິສັດ ສະຕາຣໂທລະຄົມ ຈຳກັດ ແລະ ຕາງໜ້າກ່າວຮັບແມ່ນ ທ່ານ ຕຸ້ຍ ບຸນທະລາ ປະທານສະຫະພັນເທັນນິດ ນະຄອນຫຼວງ ມີບັນດາຄະນະຄູຝຶກ, ນັກກິລາ ແລະ ສື່ມວນຊົນບາງຂະແໜງການເຂົ້າຮ່ວມເປັນສັກຂີພິຍານ.

ການແຂ່ງຂັນກິລາເທັນນິດ ຊຽງຂວາງ ເກມ 2020 ຈະມີການຊີງໄຊກັນທັງໝົດເຖິງ 7 ລາຍການ ປະກອບມີ: ປະເພດດ່ຽວຍິງ, ດ່ຽວຊາຍ, ທີມຄູ່ຍິງ, ທີມຄູ່ຊາຍ, ທີມຊຸດຍິງ, ທີມຊຸດຊາຍ ແລະ ທີມປະສົມ ໂດຍຄາດວ່າຈະມີຫຼາຍແຂວງສົ່ງເຂົ້າຮ່ວມແຂ່ງຂັນ ສະເພາະ ທັບນັກກິລາເທັນນິດ ນະຄອນຫຼວງ ແມ່ນຈະສົ່ງນັກກິລາ 12 ຄົນ ເຂົ້າຮ່ວມຊີງໄຊຄົບທຸກລາຍການ ພ້ອມທັງຕັ້ງເປົ້າຈະລ່າ 3 ຫຼຽນຄໍາ ຊຽງຂວາງ ເກມ.

30/01/2020

ໄດມ່ອນ ປະເດີມ 2020 ສວຍງາມ ຄວ້າຮອງແຊ໋ມ ຮຸ່ນ 12 ປີ ເທັນນິດ ຈູເນ່ຍ ຊາເລັນ ທີ່ປະເທດໄທ

ທ້າວ ໄດມ່ອນ ບຸນທະລາ ນັກກິລາເທັນນິດຊາຍ ມື 1 ເຍົາວະຊົນລາວ ຮຸ່ນອາຍຸ 10 ປີ ປະເດີມປີ 2020 ໃນການເຂົ້າຮ່ວມແຂ່ງຂັນນອກປະເທດ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນຈາກການເລື່ອນຂັ້ນແຂ່ງຂັນໃນຮຸ່ນໃຫຍ່ກວ່າເກົ່າ ກໍຄື ຮຸ່ນອາຍຸບໍ່ເກີນ 12 ປີ ຄວ້າຮອງແຊ໋ມ ລາຍການ ກະແສເທັນນິດແຄ້ມ ຈູເນ່ຍ ຊາເລັນ 2020 ຄັ້ງທີ 1 ທີ່ສະໜາມ FBT ປິລາມິດລາດກະບັງ ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 25-26 ມັງກອນ ຜ່ານມາ.
ກ່ອນໜ້ານີ້ ທ້າວ ໄດມ່ອນ ບຸນທະລາ ນັກກິລາເທັນນິດຊາຍມື 1 ເຍົາວະຊົນລາວ ຮຸ່ນອາຍຸ 10 ປີ ສ້າງຜົນງານໂດດເດັ່ນ ແລະ ແຈ້ງເກີດໃນປີ 2019 ດ້ວຍການຄວ້າແຊ໋ມ ໃນຮຸ່ນອາຍຸ 10 ປີ ແລະ ຄວ້າອັນດັບທີ 3 ຮຸ່ນອາຍຸ 12 ປີ ໃນລາຍການ Greta Tennis Kids Cup 2019 ເມື່ອເດືອນຕຸລາ ທີ່ແຂວງພັດທະຍາ ປະເທດໄທ ແລະ ຄວ້າແຊ໋ມຮຸ່ນ 10 ປີ ລາຍການ ເທັນນິສ ພີທີທີ-ລອນເທັນນິສ ພັດທະນາສີມື ຮອບມາສເຕີ ລາຍການໃຫຍ່ແຫ່ງປີ 2019.
ທ່ານ ຕຸ້ຍ ບຸນທະລາ ປະທານສະຫະພັນເທັນນິສ ນະຄອນຫຼວງວຽງຈັນ ທັງເປັນຜູ້ປົກຄອງຂອງ ໄດມ່ອນ ລາຍງານໃຫ້ຊາບວ່າ: ລະຫວ່າງວັນທີ 25-26 ມັງກອນ 2020 ໄດ້ມອນໄດ້ເດີນທາງໄປຮ່ວມແຂ່ງຂັນໃນລາຍການ ກະແສເທັນນິດແຄ້ມ ຈູເນ່ຍ ຊາເລັ້ນ 2020 ຄັ້ງທີ 1 ທີ່ສະໜາມ FBT ປິລາມິດລາດກະບັງ ປະເທດໄທ ເຊິ່ງເປັນລາຍການທໍາອິດຂອງປີ 2020 ແລະ ລົງແຂ່ງຂັນໃນຮຸ່ນ 12 ປີ ເຊິ່ງມີນັກກິລາຈາກຕ່າງວປະເທດ ແລະ ໄທ ເຖິງ 64 ຄົນ ຜົນປະກົດວ່າ: ໄດມ່ອນ ສາມາດທະລຸເຂົ້າຮອບຊີງຊະນະເລີດ ກ່ອນໜ້າເສຍດ່າຍເສຍໃຫ້ກັບ ພະຊະຣະ ທະວີກຸນ ນັກກິລາຈາກໄທ ໄປຫວຸດຫວິດ 1-2 ເຊັດ 2-4, 5-4 ແລະ 3-10 ຄວ້າຮອງແຊັມໄປຄອງ. ຢ່າງໃດກໍຕາມ ເພື່ອໃຫ້ ໄດມ່ອນ ໄດ້ພັດທະນາສີມືໄປເລື້ອຍໆ ຈິ່ງວາງແຜນເຂົ້າຮ່ວມແຂ່ງຂັນລາຍການ ພີທີທີ ລອນເທັນນິດພັດທະນາສີມື ຄັ້ງທີ 1 ພາກອີ່ສານ ໃນລະຫວ່າງວັນທີ 8-10 ກຸມພາ 2020 ທີ່ສະໜາມເທັນນິດຄ່າຍສຸຣະນາຣີ ແຂວງນະຄອນຣາຊະສີມາ ປະເທດໄທ.
ສໍາລັບ ໄດມ່ອນ ປັດຈຸບັນອາຍຸ 10 ປີເປີດປີ 2020 ໄດ້ຢ່າງໂດດເດັ່ນໃນລາຍການທໍາອິດດ້ວຍການເປັນຮອງແຊ໋ມ ດ້ວຍຜົນງານຜ່ານເຂົ້າຮອບ 2 ແບບອັດຕະໂນມັດກ່ອນເອົາຊະນະ ທົນຫັດ ສິວບົວຣະວັນນາ 2-0 ເຊັດ 4-1 ແລະ 4-1 ຜ່ານເຂົ້າຮອບ 3 ຊະນະ ວະຣະເມກ ບຸນພຶ່ງ 2-0 ເຊັດ 4-1 ແລະ 4-0 ຜ່ານເຂົ້າຮອບ 8 ຄົນສຸດທ້າຍຊະນະ ສິຣະຊະຍະ ຂຸນດີ 2-1 ເຊັດ 3-5, 5-3 ແລະ 10-7 ຜ່ານເຂົ້າຮອບຮອງຊະນະເລີດ ສາມາດຊະນະ ນະຣາທິບ ເຣືອງສຣີ 2-0 ເຊັດ 4-2 ແລະ 4-0 ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ພະຊະຣະ ທະວີກຸນ ກ່ອນເສຍໄປຫວຸດຫວິດ 1-2 ເຊັດ 2-4, 5-4 ແລະ 3-10.

06/01/2020

ສະຫະພັນເທັນນິດ ນະຄອນຫຼວງວຽງຈັນ (ນວ) ພ້ອມສົ່ງທັບນັກກິລາເທັນນິດລູກຫຼານເຈົ້າຟ້າງຸ່ມ ຈຳນວນ 12 ຄົນ, ຍິງ 6 ຄົນ ຫຼັງເກັບຕົວຝຶກຊ້ອມຕັ້ງແຕ່ເດືອນສິງຫາ 2019 ນັບມາຮອດປັດຈຸບັນມີຄວາມພ້ອມເຖິງ 90 ເປີເຊັນ ພ້ອມຕັ້ງເປົ້າໝາຍຈະລ່າ 3 ຫຼຽນຄຳ ຫວັງທວງຕຳແໜ່ງແຊ໋ມເຈົ້າຫຼຽນຄຳ ໃຫ້ທັບນັກກິລາ ນະຄອນຫຼວງວຽງຈັນ ກັບມາຍິ່ງໃຫຍ່ອີກຄັ້ງ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ Xl ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.

Photos from Vientiane Capital Tennis Federation's post 24/12/2019

ໄດມ່ອນ ປາບມື 1 ໄທ ຄວ້າແຊ໋ມ ເທັນນິດຊາຍດ່ຽວ ຮຸ່ນ 10 ປີ ລາຍການ ລອນ-ເທັນນິດພັດທະນາສີມຶື ຮອບມາສເຕີ ທີ່ປະເທດໄທ
............***............
ທ້າວ ໄດມ່ອນ ບຸນທະລາ ນັກກິລາເທັນນິດເຍົາວະຊົນ ມື 1 ລາວ ໃນຮຸ່ນອາຍຸບໍ່ເກີນ 10 ປີ ຈາກໂຮງຮຽນນາໆ ປັນຍາທິບ ຂອງສະຫະພັນເທັນນິດ ນະຄອນຫຼວງວຽງຈັນ ລົງສະໜາມສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020 ສ້າງຜົນງານໄດ້ຢ່າງໂດດເດັ່ນອີກແລ້ວ ຫຼັງປາບນັກເທັນນິດເຈົ້າຖິ່ນໄທ ທະລຸເຂົ້າເຖິງຮອບຊີງ ກ່ອນຈະເອົາຊະນະ ທ້າວ ການທັກ ສຸລະສິດໂຍທິນ ນັກເທັນນິດມື 1 ປະເທດໄທ ໃນຮຸ່ນອາຍຸ 10 ປີ ໄປແບບຂາດຮອຍ 2-0 ເຊັດ ດ້ວຍຄະແນນ 5-3 ແລະ 5-2 ຄະແນນ ຄວ້າແຊ໋ມການແຂ່ງຂັນເທັນນິດລາຍການໃຫຍ່ທ້າຍປີ ລາຍການ ເທັນນິດ ພີທີທີ-ລອນເທັນນິດພັດທະນາສີມື ຮອບມາສເຕີ ປະຈຳປີ 2019 ເມື່ອທ້າຍອາທິດຜ່ານມາ ໄປຄອງ.

08/11/2019
26/10/2019

ໄດມ່ອນ ບຸນທະລາ ປະເດີມສະໜາມທຳອິດ ລະເບີດຟອມເກັ່ງ ໄລ່ເອົາຊະນະ ນາກ ປະຈົງສານ ນັກກິລາເທັນນິດມື 2 ໄທ ໄປແບບຂາດຮອຍ 2-4, 4-1 ແລະ ເຮັດຊຸບເປີເບກໄດ້ 10-4 ຄະແນນ ໄດ້ຜ່ານເຂົ້າຮອບ 4 ສຸດທ້າຍ ການແຂ່ງຂັນເທັນນິດ ລາຍການ ໂຕໂຢຕ້າ ຣີຊິງ ສະຕ້າ ໂອແລມປິກ 2019 ຫຼື ລາຍການພດທະນາເຍົາວົນວະຊົນ ເພື່ອກ້າວສູ່ ໂອແລມປີກ ໃນອະນາຄົດ ຈັດຂຶ້ນ ທີ່ແຂວງນະຄອນຣາຊະສີມາ ປະເທດໄທ ຈັດຂຶ້ນລະຫວ່າງ26-27 ຕຸລາ 2019

15/10/2019

ພາບໂດຍ= ປະທານ ຕຸ້ຍ ບຸນທະລາ
ຂ່າວໂດຍ= ປາກກາດຳ
ຄື້ນລູກໃໝ່ ວົງການເທັນນິດລາວ ໄດມ່ອນ​ ຄວ້າ ແຊ໋ມ​ ຮຸ່ນ​ 10​ ປີ​ ແລະ​ ຄວ້າ ທີ​ 3​ ຮຸ່ນ​ 12​ ປີ​ ລາຍການ​ Greta Tennis Kids Cup 2019
...​...............​000..............

ທ້າວ ໄດມ່ອນ ບຸນທະລານ ນັກກິລາເທັນນິດມື 1 ເຍົາວະຊົນລາວ ຮຸ່ນອາຍຸ 10 ປີ ຈາກສະຫະພັນເທັນນິດ ນະຄອນຫຼວງວຽງຈັນ ສ້າງຜົນງານໄດ້ຢ່າງໂດດເດັ່ນອີກແລ້ວ ຄອງແຊ໋ມໃນຮຸ່ນອາຍຸ 10 ປີ ພ້ອມປາບ ມື​ 1​ ປະເທດໄທ​ ຂາດຮອຍ​ 2-0​ ເຊັດ​ ຄວ້າອັນນດັບທີ 3 ຮຸ່ນອາຍຸ 12 ປີ ໃນການແຂ່ງຂັນເທັນນິດເຍົາວະຊົນ ລາຍການ Greta Tennis Kids Cup 2019 ຈັດຂຶ້ນລະຫວ່າງວັນທີ 12-13 ຕຸລາ ຜ່ານມາ ທີ່ແຂວງພັດທະຍາ ປະເທດໄທ.
ແຂ່ງຂັນເທັນນິດເຍົາວະຊົນ ລາຍການ Greta Tennis Kids Cup 2019 ຈັດຂຶ້ນລະຫວ່າງວັນທີ 12-13 ຕຸລາ ຜ່ານມາ ທີ່ແຂວງພັດທະຍາ ປະເທດໄທ ລາຍການດັ່ງກ່າວ ໄດມ່ອນ ລົງແຂ່ງຂັນຊີງໄຊ 2 ຮຸ່ນ ຄື ຮຸ່ນ ອາຍຸ 10 ປີ ມີນັກກິລາເຂົ້າຮ່ວມ 16 ຄົນ, ໃນນັ້ນ ມີນັກກິລາຈາກປະເທດສິງກະໂປ ສ່ວນຮຸ່ນອາຍຸ 12 ປີ ມີ 32 ຄົນ ເຂົ້າຮ່ວມ.
ຜ່ານການແຂ່ງຂັນ ໄດມ່ອນ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ໃນຮອບທຳອິດໂຊກດີ ຈັບຖືກເນີດ ຜ່ານເຂົ້າໄປຢືນໃນຮອບ 8 ຄົນ ກ່ອນຮອບ 8 ໄດມ່ອນ ຈະເອົາຊະນະ ທະນາດົນ ອ່ຽມປະເສີດ (ໄທ) 2-0 ເຊັດ ດ້ວຍຄະແນນ 4-0 ແລະ 4-0 ຄະແນນ.
- ຮອບ 4 ຄົນສຸດທ້າຍ ຊະນະ ສໍລະວິດ ລຳວັດທະນາຍິ່ງຍົງ 2-0 ເຊັດ ດ້ວຍຄະແນນ 4-0 ແລະ 4-1 ຄະແນນ.
- ຮອບຊີງຊະນະເລີດ ຊະນະ ສີພະສິດ ປະພັນ ຂາດດຮອຍ 2-0 ເຊັດ ດ້ວຍຄະແນນ 4-0 ແລະ 4-0 ຄະແນນ.

ສ່ວນຜົນງານຮຸ່ນອາຍຸ 12 ປີ ໃນຮອບ 32 ຄົນ ໄດມ່ອນ ຊະນະ ຈາລຸພັນດີ ພໍ່ຄ້າຊ້າງ 2-0 ເຊັດ ດ້ວຍຄະແນນ 4-1 ແລະ 4-0 ຄະແນນ
- ຮອບ 16 ຄົນ ຊະນະ ພູມສີລິ ຍານົນ 2-0 ເຊັດ ດ້ວຍຄະແນນ 4-1 ແລະ 4-0 ຄະແນນ
- ຮອບ 8 ຄົນ ຊະນະ ບຸນນະພັດ ທາລະເວດ ມື​ 1​ ລາຍການ ທັງເປັນມື​ 1​ ປະເທດໄທ.ຂາດຮອຍ​ 2-0 ເຊັດ ດ້ວຍຄະແນນ 4-1 ແລະ 4-2 ຄະແນນ
- ຮອບ 4 ຄົນສຸດທ້າຍ ໜ້າເສຍດ່າຍໄປເສຍໃຫ້ ພະຊອນ ທະວີກຸນ 2-1 ເຊັດ ດ້ວຍຄະແນນ 1-4, 4-2 ແລະ 10-4 ຄະແນນ ໄດ້ພຽງອັນດັບທີ 3 ຮ່ວມ.

19/09/2019

ສຸດຍອດ ມື້ນີ້ (19 ກັນຍາ) ໄດມ່ອນ ບຸນທະລາ ນັກເທັນນິດຂອງສະຫະພັນເທັນນິດ ນະຄອນຫຼວງວຽງຈັນ ທັງເປັນມື 1 ລາວ ຮຸ່ນ 11 ປີ ສາມາດທະລຸເຂົ້າຮອບ 8 ຄົນສຸດທ້າຍ.
....................000....................

ໄດມ່ອນ ບຸນທະລາ ໜຶ່ງຄວາມຫວັງຂອງເທັນນິດ ນະຄອນຫຼວງ ວານນີ້ (19 ກັນຍາ) ໄດ້ລົງສະໜາມແຂ່ງຂັນປະເພດດ່ຽວຊາຍ ຮຸ່ນອາຍຸ 11 ປີ ເທັນນິດ​ ຊີງແຊ໋ມ ນາໆຊາດ ລາຍການ​ SENKO CUP World junior tennis tour championship 2019 ທີ່ນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດເອົາຊະນະ 3 ນັດ ແລະ ເສຍ 1 ນັດ ທະລຸເຂົ້າຮອບ 8 ຄົນສຸດທ້າຍ
ຜົນງານໃນນັດທຳອິດ
- ນັດທີ 1 ພາດທ່າເສຍໃຫ້ ຊູຢູລຽນ ນັກກິລາ ສປ ຈີນ 6-1 ຄະແນນ
-ນັດທີ 2 ຄືນຟອມເກັ່ງ ໄລ່ເອົາຊະນະ ອາກາວິນ ອາສາວາ ມື 2 ຂອງໄທ 6-2 ຄະແນນ
- ນັດທີ 3 ຊະນະ ຮູລູໂຕະ ຊູສູກິ ຈາກຍີ່ປຸ່ນ​ 6-4 ຄະແນນ
- ນັດທີ 4 ຊະນະ ຮາຢາໂຕ ທາເກດາ ຈາກອົດສະຕາລີ 6-2​ ຄະແນນ.

ໄດມ່ອນ ໄດ້ເປັນທີ 2 ຂອງກຸ່ມ ດີ ຜ່ານເຂົ້າຮອບ 8 ຄົນສຸດທ້າຍ ແລະ ຕ້ອງລໍຖ້າຟັງຜົນການຈັບສະຫຼາກໃນຕອນເຊົ້າມື້ອື່ນ (20 ກັນຍາ) ຂະນະທີ່ຜົນງານຂອງນັກກິລາລາວ ອີກ 2 ຄົນ ບໍ່ສາມາດຜ່ານເຂົ້າຮອບຕໍ່ໄປໄດ້ ສ່ວນຜົນງານຂອງ ໄດມ່ອນ ຈະເປັນແນວນັ້ນ ຈະຂໍລາຍງານໃຫ້ຊາບຕື່ມອີກ.

Photos from Vientiane Capital Tennis Federation's post 17/09/2019

ໄດມ່ອນ​ ບຸນທະລາ ນັກເທັນນິດເຍົາວະຊົນ 11​ ປີ​ ມື​ 1​ ລາວ​ ຈາກສະຫະພັນເທັນນິດ ນະຄອນຫລວງ​ ໂຊຜົນງານໂດດເດັ່ນຢ່າງຕໍ່ເນື່ອງ​ໄລ່ເອົາຊະນະ​ ສ ເກົາ​ ແລະ​ ເຈົ້າພາບ​ ຍີ່ປຸ່ນ​ ຂາດຮອຍ​ ແຕ່ໜ້າເສຍດ່າຍເພື່ອນຮ່ວມທີມພາດທ່າຄູ່ຕໍ່ສູ້ ເຖີງ​ 2​ ຄູ່ ສັງລວມ​ທີມ​ລາວ​ ເສຍ​ 1-2​ ຕົກຮອບຕາມລະບຽນ ເທັນນິດ​ ລາຍການ​ SENKO CUP World junior tennis tour championship 2019​ ປະເພດທີມ ຍັງເຫລືອລຸ້ນພຽງ ປະເພດດ່ຽວຊາຍ​ ເຊິ່ງຈະສືບຕໍ່ແຂ່ງຂັນໃນວັນທີ 19​ ກັນຍານີ້.

ນັກກິລາເທັນນິດ​ເຍົາວະຊົນ​ ນະຄອນຫລວງ​ ລົງແຂ່ງຂັນເປັນມື້ທີ3 ມີຂຶ້ນ​ ວັນ17​ ກັນຍາ​ 2019​ ເປັນມື້ທີສາມແລ້ວນັກກິລາເທັນນິດລາວລົງແຂ່ງຂັນລາຍການ​ SENKO CUP World junior tennis tour championship 2019​ ປະເພດທີມ
ຮອບແລກຂອງວັນນີ້ ລາວພົບ ປະເທດເກົາຫຼີ ຜົນການແຂ່ງຂັນ ລາວເສຍ1-2​ ຄົນ

ຜົນການແຂ່ງຂັນລາຍການດັ່ງກ່າວມີດັ່ງນີ້
- U11ປິ ທ້າວ​ ໄດມ້ອນ​ ບຸນທະລາ​ ຊະນະເກົາຫຼີ​ 2-0​ເຊັດ​ດ້ວຍຄະແນນ 4-0,​4-0.​
- U13ປີ ທ້າວ​ ເຄນນີ ເສຍໃຫ້ເກົາຫຼີ 0-2 ເຊັດ​ ຄະແນນ​ 2-4,​2-4
- U15ປີ​ ທ້າວ​ ໂດນັດ​ ເສຍໃຫ້ ສເກົາຫຼີ 0-2​ ເຊັດ​ ດ້ວຍຄະແນນ 0-4 ແລະ​ 2-4​
ຮອບສອງ ລາວພົບກັບ ຍີປຸ່ນ ລາວເສຍ1-2ຄູ່
-U11ປີທ້າວໃດມອ່ນບຸນທະລາຊະນະ ຍີປຸ່ນ 4-1,​4-1
-U13ທ້າວເຄນນີເສຍ 0-4,​0-4
-U15ປີທ້າວໂດນັດເສຍ 1-4,​1-4

ລາວສູ້ສູ້ສູ່💪💪💪ຍັງເຫລືອລາຍການສຸດທ້າຍໃນວັນທີ19-21​ ກັນຍາ​ 2019 ແຂ່ງປະເພດບຸກຄົນ​ (ປະເພດດຽວ) ຊວ່ຍເປັນກໍາລັງໃຈຊວ່ຍທີມລາວແດ່ເດີ🙏🙏🙏

17/09/2019

ເມື່ອວັນທີ 16 ກັນຍາ 2019
ເປັນມື້ທີສອງ ຂອງທັບນັກກິລາເຍົາວະຊົນເທັນນິດນະຄອນຫຼວງວຽງຈັນ ຕ່າງໜ້າໃຫ້ ສປປ ລາວ ລົງແຂ່ງຂັນລາຍການSENKO CUP World junior tennis tour championship 2019 ປະເພດທີມ ແບບພົບກັນໝົດ
ຮອບແລກຂອງວັນນີ້ ລາວ ພົບກັບ ທິມນານາຊາດ
ປະກອບມີ ປະເທດອອດສະເຕເລຍ, ຮອງກົງ, ຍີ່ປຸ່ນ ຜົນການແຂ່ງຂັນ ລາວເສຍ 1-2

ິ ທ້າວໃດມອນ ບຸນທະລາ ຊະນະ ນັກກິລາຈາກອອດສະເຕເລຍ 4-0 ແລະ 4-1 ຄະແນນ

ີ ທ້າວເຄນນີ ເສຍໃຫ້ ຮອງກົງ 1-4 ແລະ 2-4 ຄະແນນ1=4.2=4

ີ ທ້າວໂດນັດ ເສຍໃຫ້ ຍີ່ປຸ່ນ 2-4 ແລະ 4-2 ຄະແນນຊຸບເປີ 2-10 ຄະແນນ

#ຮອບສອງ ລາວ ພົບກັບ ທີມຮອງກົງ ລາວ ເສຍ 0-3
U11ປີ ທ້າວ ໃດມອ່ນ ບຸນທະລາ ເສຍ3-4 ແລະ 3-4
U13 ປີ ທ້າວ ເຄນນີ ເສຍ 1-4 ແລະ 0-4
U15 ປີ ທ້າວ ໂດນັດ ເສຍ 0-4 ແລະ 0-4

Want your business to be the top-listed Gym/sports Facility in Vientiane?

Click here to claim your Sponsored Listing.

Location

Category

Website

Address


Vientiane