12/03/2022
JKA at WF fitness
ສະໂມສອນຄາຣາເຕ້ JKA ໄດ້ເປີດສາຂາ2ແລ້ວຢູ?
12/03/2022
11/02/2022
ມື້ອື່ນ 10:00ເຊົ້າ ມາຊ້ອມຮ່ວມກັນທີ່ດອນໜູນເດີ້ທຸກຄົນ✌🏻😊
09/02/2022
ສະໂມສອນ KARATE JKA ພວກເຮົາເລີ້ມເປີດສອນເປັນປົກກະຕິແລ້ວ
ວັນເສົາທີ 12 ກຸມພານີ້.
ໂດຍຍັງຕ້ອງຮັກສາມາດຕະການປ້ອງກັນຕ່າງໆ ບໍ່ວ່າຈະເປັນການກວດອຸນຫະພູມ,ໃສ່ຜ້າປິດປາກ ແລະ ນັກຮຽນທີ່ຢູ່ໃນເກນຮັບວັກຊີນ ໃຫ້ສະແດງບັດສັກວັກຊີນນຳ.
ເປັນຄວາມຊົງຈຳທີ່ບໍ່ອາດລືມ!!!
ແຕ່ເປັນບາດກ້າວຕໍ່ໄປຂອງທຸກຄົນ✌🏼✌🏼
#ສູ້ຕໍ່ໄປ
14/06/2021
ແລະນີ້ແມ່ນ6ຄົນສຸດທ້າຍທີ່ໄດ້ຜ່ານເຂົ້າໄປແຂ່ງຂັນໃນງານ
ກິລາໂອແລັມປິກ ທີ່ປະເທດຍີ່ປຸ່ນ ໃນທີ່ສຸດການເກັບຄະແນນ ຫຼື ຄັດເລືອກເອົານັກກິລາໄປຮ່ວມງານ ກິລາ ໂອແລັມປິກ ຂອງກິລາ karate ກໍສິ້ນສຸດລົງໄປແລ້ວ ເວລາທີ່ເຫຼືອແມ່ນການກຽມຕົວຂອງນັກກິລາແຕ່ລະປະເທດ ເພື່ອທີ່ຈະເຂົ້າຮ່ວມຕໍ່ສູ້ໃນງານທີ່ຍິ່ງໃຫຍ່ທີ່ສຸດຂອງ karate ແລະ ຂອງໂລກເຮົາ.
ຂໍສະແດງຄວາມຍິນດີກັບນັກກິລາທຸກຄົນທີ່ໄດ້ຜ່ານເຂົ້າໄປຮ່ວມໃນງານຄັ້ງນີ້ດ້ວຍ ແລະ ກໍຂໍເປັນກຳລັງໃຈໃຫ້ກັບຜູ້ທີ່ບໍ່ສາມາດຜ່ານໄປເຂົ້າຮ່ວມໃນງານ ກິລາໂອແລັກປິກຄັ້ງນີ້ ຂໍໃຫ້ຕັ້ງໃຈຝຶກຊ້ອມຕໍ່ໄປແລະນຳເອົາທຸກຂໍ້ຜິດພາດມາແກ້ໄຂປັບປຸງ ແລະ ສູ້ຕໍ່ໄປ.
13/06/2021
ບັນດາໂສມໜ້າຂອງຜູ້ທີ່ໄດ້ໂຄ່ຕ້າໄປ ໂອແລັມປິກ ໃນມື້ທີ່2.
ນີ້ຄືໂສມໜ້າຂອງນັກກິລາ ຄາຣາເຕ້ ໃນການແຂ່ງຂັນມື້ທຳອິດທີ່ປະເທດຝຣັ່ງ ທີ່ໄດ້ຮັບໂຄ່ຕ້າໃບສຸດທ້າຍໃນການໄປເຂົ້າຮ່ວມແຂ່ງຂັນງານ ມະຫະກຳກິລາ ໂອແລັມປິກ ທີ່ປະເທດ ຍີ່ປຸ່ນ ຂໍສະແດງຄວາມຍິນດີນຳທຸກຄົນ ແລະ ຍັງເຫຼືອການແຂ່ງຂັນອິກ2ມື້ ສ່ວນໃຜຈະໄດ້ໂຄ່ຕ້າໄປອີກນັ້ນທາງແອັດມິນເຮົາຈະມາອັບເດດໃຫ້ຮູ້ຕໍ່ໄປ.
09/06/2021
ປະຊຸມຄະນະບໍລິຫານງານ ທາງອອນໄລນ໌
👉 ເພື່ອສົ່ງເສີມນັກກິລາໃຫ້ສືບຕໍ່ຝຶກຊ້ອມ,ຫ່າງໄກຈາກມືຖື, ສືບຕໍ່ຜັນຂະຫຍາຍກິລາຄາລາເຕ້ໂດ້ລາວພາຍໃນປະເທດໃຫ້ເປັນທີ່ນິຍົມ ແລະ ທຽບເທົ່າສາກົນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ19 ທາງສະໂມສອນ ລາວເຈເຄເອ ໄດ້ມີການຈັດກອງປະຊຸມອອນລາຍຂື້ນ ເຊິ່ງເປັນກອງປະຊຸມຄະນະບໍລິຫານງານຂອງສະໂມສອນ ປະຈຳໄຕມາດໃນວັນທີ 9 ມິຖຸນາ 2021 ມີປະທານ.ຮອງປະທານ ຂອງແຕ່ລະເຂດ ເຂົ້າຮ່ວມ ໂດຍເປັນກຽດກ່າວເປີດງານ ຄືທ່ານ ປອ.ອຸຕະວົງ ພະທຳມະວົງ ປະທານຂອງສະໂມສອນ. ທ່ານໄດ້ກ່າວເຖິງບາງບັນຫາໃນຊ່ວງໂຄວິດທີ່ກຳລັງແຜ່ລະບາດ ແລະ ແຜນງານໃນຕໍ່ຫນ້າ ລວມໄປເຖິງການຈັດການແຂ່ງຂັນແບບອອນລາຍທີ່ຈະມີໃນລາວເປັນຄັ້ງທຳອິດ ພ້ອມນັ້ນຍັງເປີດກວ້າງໃຫ້ກັບແຕ່ລະສະໂມສອນຜູ້ທີ່ສົນໃຈເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ 🥋🥋🥊🥊
Click here to claim your Sponsored Listing.
Location
Category
Website
Address
WF Fitness
Vientiane