29/10/2023
ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ມາຍັງທຸກພາກສ່ວນ ໂດຍສະເພາະຜູ້ໃຫ້ການສະໜັບສະໜູນຈາກບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ທີ່ຊ່ວຍຍິງສັນຍານໃນການໄລ໌ສົດການແຂ່ງຂັນຄັ້ງນີ້ ຜ່ານເພຈຂອງພວກເຮົາ ໃນທຸກໆນັດການແຂ່ງຂັນ ຕະຫຼອດຮອດພາກສ່ວນອື່ນໆ ຊຶ່ງໄດ້ສ້າງໂອກາດສົ່ງເສີມເຍົາວະຊົນລາວ ໄດ້ມີໂອກາດພັດທະນາຕົນເອງ ເພື່ອກ້າວສູ່ຄວາມໄຝ່ຝັນຄວາມເປັນຈິງ.
ສະນັ້ນ ຄະນະຮັບຜິດຊອບຈັດການແຂ່ງຂັນ Radar Super Cup
ຕ້ອງຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງປະທານສະໂມສອນຕ່າງໆ, ຜູ້ປົກຄອງນັກກິລາທຸກໆທ່ານ, ກຳມະການຕັດສິນຕະຫຼອດຮອດເຖິງຄູຝຶກ ແລະ ນ້ອງໆນັກກິລາທຸກໆຮຸ່ນ ທີ່ໄດ້ປະກອບສ່ວນ ແລະ ມີສ່ວນຮ່ວມໃນການພັດທະນາສົ່ງເສີມນັກກິລາເຍົາວະຊົນຮຸ່ນສືບທອດຈາກຮຸ່ນສູ່ຮຸ່ນໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ພ້ອມທັງເປັນການຈຸດປະກາຍຄວາມຫວັງຂອງນັກກິລາ ສາມາດສ້າງໄດ້ນັກກິລາທີ່ມີພອນສະຫວັນ, ມີເຕັກນິກທີ່ສູງເດັ່ນເພື່ອຕໍ່ຍອດກ້າວໄປສູ່ການແຂ່ງຂັນໃນລີກອາຊີບ ແລະ ໄດ້ຕິດທີມຊາດລາວໃນອະນາຄົດຕໍ່ໄປ.
17/10/2023
ລາງວັນບັນດາຄູຝຶກດີເດັ່ນ ແລະ ນັກກິລາດີເດັ່ນ ໃນການແຂ່ງຂັນ ເຕະບານ ເຍົາວະຊົນ ທັງ 3 ຮຸ່ນ ລາຍການ ຣາດ້າ ຊຸບເປີ ຄັບ 2023 ສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2023 ຈັດຂຶ້ນ ລະຫວ່າງວັນທີ 14-15 ຕຸລາ ຜ່ານມາ ທີ່ສະໜາມກິລາສູນ ມາສດ້າ ເຂດສີໄຄ.
#ລາງວັນຄູຝຶກດີເດັ່ນ
- ຢູ-10 ແມ່ນທ່ານ ເພັດທະນູແສງ ປະທຸມມະແສງ ຈາກສະໂມສອນ PMT FC.
- ຢູ-12 ແມ່ນທ່ານ ຄຳໃສ ຈັນທະວົງ ຈາກສະໂມສອນ ຄຳໃສ ເອັບຊີ
- ຢູ-14 ແມ່ນທ່ານ ສັນຕິພາບ ໂພຄະສົມບູນ ຈາກສະໂມສອນ ວຽງຈັນ ເອັບທີ
#ລາງວັນນັກກິລາຊົງຄຸນຄ່າ
- ຢູ-10 ແມ່ນທ້າວ ກຳມະການ ວິໄລພັນ ຈາກສະໂມສອນ ມາສດ້າ ເອັບຊີ
- ຢູ-12 ແມ່ນທ້າວ ພຸດທະລັກ ທຸມມະດີ ຈາກສະໂມສອນ ວອນທະບິງ
- ຢູ-14 ແມ່ນທ້າວ ສະຫວັນ ທຳມະວົງສາ ຈາກສະໂມສອນ ມາສດ້າ ເອັບຊີ
#ລາງວັນຜູ້ຮັກປະຕູດີເດັ່ນ
- ຢູ-10 ແມ່ນທ້າວ ໄຊຍະສອນ ອິນລີ ຈາກສະໂມສອນ ມາສດ້າ ເອັບຊີ
- ຢູ-12 ແມ່ນທ້າວ ໄຊຍະພອນ ສີວົງໄຊ ຈາກສະໂມສອນ ຄຳໃສ
- ຢູ-14 ແມ່ນທ້າວ ພຸດທະນູສອນ ວົງພະຈັນ ຈາກສະໂມສອນ ວຽງຈັນ ເອັບທີ
16/10/2023
ສະຫຼຸບການແຂ່ງຂັນ ເຕະບານ ເຍົາວະຊົນ 3 ຮຸ່ນ ລາຍການ ຣາດ້າ ຊຸບເປີ ຄັບ 2023 ຊີງເງິນລາງວັນລວມ 30 ລ້ານກີບ ສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2023
ຊະນະເລີດ u-10
1. ມັດສະດ້າ ຈີບີ ເອັບຊີ ທີມ ເອ ໄດ້ຮັບຂັນ, ຫຼຽນລາງວັນ ແລະ ເງິນສົດ 5 ລ້ານກີບ
2. ພີເອັມທີ ເອັບຊີ ໄດ້ຮັບຂັນ, ຫຼຽນລາງວັນ ແລະ ເງິນສົດ 3 ລ້ານກີບ
3. ສະປີດ ເອັບຊີ ໄດ້ຮັບຂັນ, ຫຼຽນລາງວັນ ແລະ ເງິນສົດ 2 ລ້ານກີບ
4. ມັດສະດ້າ ຈີບີ ເອັບຊີ ທີມ ບີ ໄດ້ຮັບຂັນ, ຫຼຽນລາງວັນ.
ຊະນະເລີດ u-12
1. ຄຳໃສ ເອັບຊີ ໄດ້ຮັບຂັນ, ຫຼຽນລາງວັນ ແລະ ເງິນສົດ 5 ລ້ານກີບ
2. ວອນທະບິງ ເອັບຊີ ໄດ້ຮັບຂັນ, ຫຼຽນລາງວັນ ແລະ ເງິນສົດ 3 ລ້ານກີບ
3. ມັດສະດ້າ ຈີບີ ເອັບຊີ ໄດ້ຮັບຂັນ, ຫຼຽນລາງວັນ ແລະ ເງິນສົດ 2 ລ້ານກີບ
4. ວຽງຈັນ ເອັບທີ ໄດ້ຮັບຫຼຽນລາງວັນ.
ຊະນະເລີດ u-14
1. ວຽງຈັນ ເອັບທີ ໄດ້ຮັບຂັນ, ຫຼຽນລາງວັນ ແລະ ເງິນສົດ 5 ລ້ານກີບ
2. ມັດສະດ້າ ຈີບີ ເອັບຊີ ທີມ ເອ ໄດ້ຮັບຂັນ, ຫຼຽນລາງວັນ ແລະ ເງິນສົດ 3 ລ້ານກີບ
3. ວອນທະບິງ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 2 ລ້ານກີບ
4. ມັດສະດ້າ ຈີບີ ເອັບຊີ ທີມ ເອ ໄດ້ຮັບຫຼຽນລາງວັນ.
15/10/2023
Vientiane FT Mazda GB FC Team A 1-0 ປະຕູ ຄວ້າຄອງແຊ໋ມ ເຕະບານ U-14 Radar Super Cup 2023 ສະຫຼອງວັນຄູແຫ່ງຊາດ 7 ຄຸລາ 2023 ວັນທີ 15\10\2023 ທີ່ສະໜາມບານເຕະຫຍ້າແທ້ ມາສດ້າ ເຂດສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
15/10/2023
Khamsay FC ດັບຝັນຈຸດໂທດ Vonthabing FC 3-1 ປະຕູ ຫຼັງໃນເກມກິນກັບໍ່ລົງ ສະເໝີ 0-0 ປະຕູ ຄວ້າຄອງແຊ໋ມ ເຕະບານ U-12 Radar Super Cup 2023 ສະຫຼອງວັນຄູແຫ່ງຊາດ 7 ຄຸລາ 2023 ວັນທີ 15\10\2023 ທີ່ສະໜາມບານເຕະຫຍ້າແທ້ ມາສດ້າ ເຂດສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
15/10/2023
Mazda GB Fc Team A ຊະນະ PMT FC ຄວ້າຄອງແຊ໋ມ ເຕະບານ U-10 Radar Super Cup 2023 ສະຫຼອງວັນຄູແຫ່ງຊາດ 7 ຄຸລາ 2023 ວັນທີ 15\10\2023 ທີ່ສະໜາມບານເຕະຫຍ້າແທ້ ມາສດ້າ ເຂດສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.