ຂ່າວກິລາ Lao National TV

ຂ່າວກິລາ Lao National TV Lao National TV Sport News established 1 December 1983

🔥🎉🏆🥇 ຍິນດີນຳ 👏 🇭🇰 ຮົງກົງ ເຈົ້າພາບ ຊະນະ 🇰🇭 ກຳປູເຈຍ 2-0❗️ຄວ້າແຊ້ມ FIFA ASEAN Cup 2026 ລະດັບ Division 2 (Challenge Cup) New...
03/10/2026

🔥🎉🏆🥇 ຍິນດີນຳ 👏 🇭🇰 ຮົງກົງ ເຈົ້າພາບ ຊະນະ 🇰🇭 ກຳປູເຈຍ 2-0❗️ຄວ້າແຊ້ມ FIFA ASEAN Cup 2026 ລະດັບ Division 2 (Challenge Cup)

News: ຂ່າວກິລາ Lao National TV
Photo: HKFA

🔥🔴⚽️ ເຄວິນ ເດີບອຍ ຍິງປະຕູທີ 200 ແລະ 201 ໃນອາຊີບ❗️ຊ່ວຍ 🇧🇪 ເບວຢ້ຽມ (ແບນຊິກ) ເປີດບ້ານຊະນະ 🇹🇷 ຕູຣາເຄຍ (ຕັວກກີ້) 3-0❗️ຢູຟ້າ ເ...
03/10/2026

🔥🔴⚽️ ເຄວິນ ເດີບອຍ ຍິງປະຕູທີ 200 ແລະ 201 ໃນອາຊີບ❗️ຊ່ວຍ 🇧🇪 ເບວຢ້ຽມ (ແບນຊິກ) ເປີດບ້ານຊະນະ 🇹🇷 ຕູຣາເຄຍ (ຕັວກກີ້) 3-0❗️ຢູຟ້າ ເນຊັ່ນລີກ ລະດູການໃໝ່ 2026-27 ນັດທີ 3 ລີກ A ກຸ່ມທີ 1
__________________
📊ນັດນີ້ ⚽️ ເຄວິນ ເດີບອຍ ກອງກາງຈາກ ນາໂປລີ ຍິງສອງປະຕູ, ໂຣເມລູ ລູກາກູ ໜຶ່ງປະຕູ.

✅ 201 ປະຕູຂອງ ເດບອຍ :

⚽️ 108 ປະຕູກັບ ແມນຊິຕີ້
⚽ 40 ປະຕູກັບ ທີມຊາດ
⚽ 20 ປະຕູກັບ ໂວຟບວກ
⚽ 17 ປະຕູກັບ ເກັງ
⚽ 10 ປະຕູກັບ ເບຣເມັນ
⚽ 6 ປະຕູກັບ ນາໂປລີ

✅ ກຸ່ມນີ້ຜ່ານ 3 ນັດ 🇫🇷 ຝຣັ່ງ ເກັບ 7 ຄະແນນ ຈາກ 3 ນັດ, 🇧🇪 ເບວຢ້ຽມ (ແບນຊິກ), 🇮🇹 ອີຕາລີ ມີ 4 ຄະແນນ, 🇹🇷 ຕູຣາເຄຍ (ຕັວກກີ້) ຍັງບໍ່ມີຄະແນນ.

📌🗓️ ນັດທີ 3 ຂອງກຸ່ມ ຈະແຂ່ງຂັນວັນທີ 2 ຕຸລານີ້ : ແບນຊິກ ພົບ ຕັວກກີ້ ແລະ ຝຣັ່ງ ພົບ ອີຕາລີ.

News: ຂ່າວກິລາ Lao National TV
Photo: BR Football
__________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

🔥🔴⚽️ ເສິກແຫ່ງສັກສີ ກິນກັນບໍ່ລົງ❗️🇫🇷 ທີມຊາດຝຣັ່ງ ເປີດບ້ານສະເໝີກັບ 🇮🇹 ທີມຊາດອີຕາລີ 1-1❗️ຢູຟ້າ ເນຊັ່ນລີກ ລະດູການໃໝ່ 2026-27...
03/10/2026

🔥🔴⚽️ ເສິກແຫ່ງສັກສີ ກິນກັນບໍ່ລົງ❗️🇫🇷 ທີມຊາດຝຣັ່ງ ເປີດບ້ານສະເໝີກັບ 🇮🇹 ທີມຊາດອີຕາລີ 1-1❗️ຢູຟ້າ ເນຊັ່ນລີກ ລະດູການໃໝ່ 2026-27
__________________
ນັດທີ 3 ລີກ A ກຸ່ມທີ 1 🇫🇷 ທີມຊາດຝຣັ່ງ ພາຍໃຕ້ການຄຸມທີມຂອງຄູຝຶກໃໝ່ ຊີເນດິນ ຊີດານ ໄດ້ຫລິ້ນຢູ່ບ້ານນັດທຳອິດ ສະເໝີກັບ 🇮🇹 ອີຕາລີ ຄູ່ແຂ່ງຕະຫລອດການ 1-1. ຝຣັ່ງ ນຳກ່ອນຈາກ ໄມເຄິນ ໂອລີເຊ່ ນາທີ 55', ອີຕາລີ ທວງຄືນຈາກ ອາເລັສຊານໂດຣ ບັສໂຕນີ້ ນາທີ 68’ ທ້າຍເກມ ຝຣັ່ງ ເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ດາໂຢ້ ອູປາເມກາໂນ້ ໄດ້ສອງບັດເຫລືອງເປັນບັດແດງ ນາທີ 85’.

📊 ໄມເຄິນ ໂອລີເຊ່ ມີສ່ວນກັບ 3 ປະຕູຂອງຝຣັ່ງໃນ 3 ນັດຫລັງສຸດ ຍິງ 2 ແອັສຊິດ 1.

📊 ຊີດານ ຄຸມ ຝຣັ່ງ 3 ນັດ ຊະນະ 2 ສະເໝີ 1.

✅ 🇫🇷 ຝຣັ່ງ ເກັບ 7 ຄະແນນ ຈາກ 3 ນັດ, 🇧🇪 ເບວຢ້ຽມ (ແບນຊິກ), 🇮🇹 ອີຕາລີ ມີ 4 ຄະແນນ, 🇹🇷 ຕູຣາເຄຍ (ຕັວກກີ້) ຍັງບໍ່ມີຄະແນນ.

📌🗓️ ນັດທີ 4 ຂອງກຸ່ມ ຈະແຂ່ງຂັນວັນທີ 5 ຕຸລານີ້ : ຝຣັ່ງ ພົບ ແບນຊິກ ແລະ ອີຕາລີ ພົບ ຕູຣາເຄຍ.

News: ຂ່າວກິລາ Lao National TV
Photo: BR Football, FFF, Italy Football
__________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

🔥🔴⚽️🇻🇳 ຫວຽດນາມ ແຊງຊະນະ 🇵🇰 ປາກິສຖານ 4-2❗ໄປຊິງອັນດັບ 3 ກັບ 🇲🇾 ມາເລເຊຍ ‼️ ການແຂ່ງຂັນເຕະບານຊາຍ ຟີຟ້າ ອາຊຽນ ຄັບ 2026 ລະດັບ Di...
02/10/2026

🔥🔴⚽️🇻🇳 ຫວຽດນາມ ແຊງຊະນະ 🇵🇰 ປາກິສຖານ 4-2❗ໄປຊິງອັນດັບ 3 ກັບ 🇲🇾 ມາເລເຊຍ ‼️ ການແຂ່ງຂັນເຕະບານຊາຍ ຟີຟ້າ ອາຊຽນ ຄັບ 2026 ລະດັບ Division 1
———————————
✅ ນັດສຸດທ້າຍຂອງ ກຸ່ມ B ລະດັບ Division 1 🇻🇳 ຫວຽດນາມ ແຊງຊະນະ 🇵🇰 ປາກິສຖານ 4-2 ແລະ 🇹🇭 ໄທ ເສຍໃຫ້ 🇵🇭 ຟີລິບປິນ 1-2.

📊 ສະຫລຸບຕາຕະລາງຄະແນນ ຈົບ 3 ນັດ: 🇹🇭 ໄທ ເປັນທີ 1 ຂອງກຸ່ມ ມີ 6 ຄະແນນ ເທົ່າກັບ 🇻🇳 ຫວຽດນາມ ແຕ່ສະຖິຕິການພົບກັນ ໄທ ດີກວ່າ ຊະນະ ຫວຽດນາມ 2-0 ໃນນັດທີ 2 ເຮັດໃຫ້ 🇹🇭 ໄທ ເຂົ້າຮອບຊິງຊະນະເລີດ ໄປພົບກັບ 🇮🇩 ອິນໂດເນເຊຍ ເຈົ້າພາບ ທີ 1 ຂອງກຸ່ມ A.

✅ ຂະນະທີ່ 🇻🇳 ຫວຽດນາມ ໄດ້ທີ 2 ຂອງກຸ່ມ ໄປຊິງອັນດັບ 3 ກັບ ທີ 2 ຂອງກຸ່ມ A ນັ້ນກໍຄື: 🇲🇾 ມາເລເຊຍ, ສ່ວນ 🇵🇭 ຟີລິບປິນ ມີ 4 ຄະແນນ ແລະ 🇵🇰 ປາກິສຖານ ມີ 1 ຄະແນນ ຕົກຮອບ.

📌🗓️ ຮອບຊິງຊະນະເລີດ ແລະ ຊິງທີ 3 ລະດັບ Division 1 ຈະແຂ່ງຂັນວັນທີ 5 ຕຸລານີ້ ທີ່ສະໜາມ ເຈໂລຣາ ບັງກາໂນ້ ໃນນະຄອນຫລວງຈາກາຕ້າ ໂດຍຊິງທີ 3 ຈະແຂ່ງກ່ອນເວລາ 16:00 ແລະ ຊິງທີ 1 ເວລາ 20:00.

ຂ່າວ: ຂ່າວກິລາ Lao National TV
ພາບ: ASEAN Football
__________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

📊🥇🥈🥉ສະຫລຸບຕາຕະລາງຫລຽນລາງວັນ ເອຊຽນເກມ 2026 ຫລັງຈົບວັນທີ 2 ຕຸລາ 🇨🇳 ສປ ຈີນ ຍັງສືບຕໍ່ຄວ້າຫລຽນລາງວັນ ແລະ ເປັນຜູ້ນຳຕໍ່ໄປ ໄດ້ມາ...
02/10/2026

📊🥇🥈🥉ສະຫລຸບຕາຕະລາງຫລຽນລາງວັນ ເອຊຽນເກມ 2026 ຫລັງຈົບວັນທີ 2 ຕຸລາ 🇨🇳 ສປ ຈີນ ຍັງສືບຕໍ່ຄວ້າຫລຽນລາງວັນ ແລະ ເປັນຜູ້ນຳຕໍ່ໄປ ໄດ້ມາເຖິງ 162 ຫລຽນຄຳ ຄອງເຈົ້າຫລຽນຄຳ ອີກໜຶ່ງສະໄໝ ແລະ ຫລຽນລວມ ທະລຸຫລັກ 300 ຫລຽນແລ້ວ❗️ເຈົ້າພາບ 🇯🇵 ຍີ່ປຸ່ນ ຢູ່ທີ 2 ໄດ້ 71 ຫລຽນຄຳ ‼️ ສ່ວນ 🇱🇦 ສປປ ລາວ ໄດ້ 1 ຫລຽນຫລຽນທອງ 🥉 ຈາກກິລາກະຕໍ້ຄູ່ຍິງ 🎉
————————————-
News: ຂ່າວກິລາ Lao National TV
Photo: ASEAN Football
__________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

💖🔴⚽️ 🇯🇵 ຍີ່ປຸ່ນ ເຈົ້າພາບ ເອົາຊະນະດວນຈຸດໂທດ 🇰🇵 ສປປ ເກົາຫລີ 5-3❗️ສ້າງປະຫວັດສາດຄວ້າຫຼຽນຄຳ ເຕະບານຍິງ ເອຊຽນເກມ 3 ສະໄໝຕິດຕໍ່ກັ...
02/10/2026

💖🔴⚽️ 🇯🇵 ຍີ່ປຸ່ນ ເຈົ້າພາບ ເອົາຊະນະດວນຈຸດໂທດ 🇰🇵 ສປປ ເກົາຫລີ 5-3❗️ສ້າງປະຫວັດສາດຄວ້າຫຼຽນຄຳ ເຕະບານຍິງ ເອຊຽນເກມ 3 ສະໄໝຕິດຕໍ່ກັນ
__________________
✅ ຮອບຊິງຊະນະເລີດ (ຊິງຫຼຽນຄຳ): 🇯🇵 ຍີ່ປຸ່ນ ເຈົ້າພາບ ທັງເປັນແຊ້ມເກົ່າ 2 ສະໄໝຊ້ອນ ພົບກັບ 🇰🇵 ສປປ ເກົາຫລີ ຮອງແຊ້ມຄັ້ງຜ່ານມາ, ຄູ່ນີ້ ໃນເວລາ 90 ນາທີ ແລະ ຕໍ່ເວລາພິເສດ 30 ນາທີ ສະເໝີກັນ 2-2, ຕ້ອງຕັດສິນດ້ວຍການສັງຫານຈຸດໂທດ ເປັນເຈົ້າພາບ ຍິງຄົມກວ່າ ເອົາຊະນະ 5-3. ຍີ່ປຸ່ນ ຄວ້າຫຼຽນຄຳ ເປັນສະໄໝທີ 3 ຕິດຕໍ່ກັນ.

✅ ຄູ່ຊິງທີ 3 (ຫລຽນທອງ): 🇰🇷 ສາທາລະນະລັດເກົາຫລີ ເອົາຊະນະ 🇨🇳 ສປ ຈີນ 1-0.

News: ຂ່າວກິລາ Lao National TV
Photo: Our Japan
__________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

🔥❌🇱🇦 ສປປ ລາວ ບໍ່ໄດ້ຕາມເປົ້າໝາຍ❗️ໄດ້ພຽງ 🥉 1 ຫລຽນທອງ ໃນງານເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ 🇯🇵 __________________✅ ການເຂົ...
02/10/2026

🔥❌🇱🇦 ສປປ ລາວ ບໍ່ໄດ້ຕາມເປົ້າໝາຍ❗️ໄດ້ພຽງ 🥉 1 ຫລຽນທອງ ໃນງານເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ 🇯🇵
__________________
✅ ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ 🇱🇦 ສປປ ລາວ ສົ່ງສົ່ງຄະນະນຳ, ກອງເລຂາ, ແພດ ແລະ ນັກຂ່າວ ລວມ 12 ທ່ານ, ຄະນະຄູຝືກ 38 ທ່ານ ແລະ ນັກກິລາ 72 ຄົນ ລວມທັງໝົດ 122 ທ່ານ ຈາກ 15 ປະເພດກິລາ ປະກອບມີ: ວູຊູ, ແລ່ນ-ລານ, ລອຍນໍ້າ, ຢູໂດ້, ກາຣາເຕໂດ້, ຈູຈິດຊຸ, ມວຍສາກົນ, ເທັກບໍລ, ກະຕໍ້, ຟັນດາບ, ຍິມນາສຕິກ, ອີສະປອດ, ດອກປີກໄກ່, ປິ່ງປ່ອງ, ຊັອບເທັນນິສ ຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ຈາກກິລາກະຕໍ້ ແລະ ວູຊູ.

🎯 ຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 🥈 1 ຫລຽນເງິນ 🥉 2 ຫລຽນທອງ❗️ແຕ່ການແຂ່ງຂັນຕົວຈິງ ໄດ້ພຽງ 🥉 1 ຫລຽນທອງ ຈາກກິລາກະຕໍ້ຄູ່ຍິງ.

✅ ຄະນະນັກກິລາທຸກຄົນ ໄດ້ພະຍາຍາມສຸດຂີດ ທຸ້ມເທສຸດຄວາມສາມາດ ເພື່ອສ້າງຜົນງານໃຫ້ດີທີ່ສຸດ ແຕ່ສັກກະຍະພາບ ຍັງເປັນຮອງຄູ່ແຂ່ງ ກາຍເປັນບົດຮຽນ ແລະ ວຽກບ້ານ ທີ່ຕ້ອງກັບໄປປັບປຸງ ຍົກລະດັບ ແລະ ພັດທະນາ ໃຫ້ດີຂຶ້ນກວ່າເກົ່າ ເຊິ່ງຖືວ່າເປັນສິ່ງທ້າທາຍຢ່າງຍິ່ງ.

News: ຂ່າວກິລາ Lao National TV
Photo: ສະຫະພັນກິລາລາວ
__________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

🔥✨🇱🇦 ແພຣວາ ມິຊາໂຕະ ພິລາພັນເດຊ ນັກກິລາຍີມນາສຕິກໜຶ່ງດຽວຈາກລາວ ຈົບອັນດັບທີ 19❗️ໃນເອຊຽນເກມ 2026 __________________✅🇱🇦 ນ້ອງ ແ...
02/10/2026

🔥✨🇱🇦 ແພຣວາ ມິຊາໂຕະ ພິລາພັນເດຊ ນັກກິລາຍີມນາສຕິກໜຶ່ງດຽວຈາກລາວ ຈົບອັນດັບທີ 19❗️ໃນເອຊຽນເກມ 2026
__________________
✅🇱🇦 ນ້ອງ ແພຣວາ ມິສາໂຕະ ພິລາພັນເດຊ ໄວ 21 ປີ ລົງແຂ່ງຂັນຍິມນາສຕິກລີລາ (Rhythmic) ປະເພດຍິງດ່ຽວ ປະກອບ 4 ອຸປະກອນ ແລະ ມີຜົນງານດັ່ງນີ້:

- ອຸປະກອນ ບ້ວງ ໄດ້ 22.300 ຄະແນນ
- ອຸປະກອນ ບານ ໄດ້ 18.550 ຄະແນນ
- ອຸປະກອນ ຣິບບິນ ໄດ້ 19.950 ຄະແນນ
- ອຸປະກອນ ໄມ້ CLUBS ໄດ້ 20.200 ຄະແນນ

✅ ລວມ 81.000 ຄະແນນ ບໍ່ຜ່ານຮອບຄັດເລືອກ ຈົບອັນດັບທີ 19 ຈາກ 23 ຄົນເຂົ້າຮ່ວມ.

✨🇱🇦 ແພຣວາ ເປັນນັກກິລາຍິມນາສຕິກປະຫວັດສາດ ໜຶ່ງດຽວຈາກ ສປປ ລາວ ທີ່ໄດ້ຮ່ວມງານເອຊຽນເກມ ເປນນັກກິລາອາຍຸໜຸ່ມນ້ອຍ ອະນາຄົດຍັງໄກ ໂດຍມີຄູຝຶກຊາວຈີນຊ່ວຍສິດສອນ ແລະ ແນະນຳ.

✨ 🇱🇦 ສູ້ໆພັດທະນາຕໍ່ໄປເດີ❗️

News: ຂ່າວກິລາ Lao National TV
Photo: ສະຫະພັນຍິມນາສຕິກແຫ່ງຊາດລາວ
__________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

🔥🥋🇱🇦 ແປງ ນັກກິລາຈູຈິດຊູລາວຄົນສຸດທ້າຍ ໄດ້ສູ້ສຸດຂີດແລ້ວ❗️ເສຍໃຫ້ 🇰🇷 ນັກກິລາເກົາຫລີ ຕົກຮອບ 32 ຄົນສຸດທ້າຍ❗️ເອຊຽນເກມ 2026 ທີ່ຍ...
02/10/2026

🔥🥋🇱🇦 ແປງ ນັກກິລາຈູຈິດຊູລາວຄົນສຸດທ້າຍ ໄດ້ສູ້ສຸດຂີດແລ້ວ❗️ເສຍໃຫ້ 🇰🇷 ນັກກິລາເກົາຫລີ ຕົກຮອບ 32 ຄົນສຸດທ້າຍ❗️ເອຊຽນເກມ 2026 ທີ່ຍີ່ປຸ່ນ 🇯🇵
__________________
✅ ຮອບ 32 ຄົນ ປະເພດຍິງ ລຸ້ນນໍ້າໜັກ -52 ກິໂລ 🇱🇦 ນາງ ແປງ ຈາກລາວ ເສຍໃຫ້ 🇰🇷 Eonju IM ນັກກິລາຈາກສາທາລະນະລັດເກົາຫລີ ດ້ວຍທ່າ Submission.

✅ ກ່ອນໜ້ານີ້ໃນວັນຜ່ານມາ 🇱🇦 ນັກກິລາຈູຈິດຊຸລາວ 2 ຄົນປະເພດຊາຍ ກໍຕົກຮອບທຳອິດ ເສຍໃຫ້ຄູ່ຕໍ່ສູ້ດ້ວຍທ່າ Submission:

- 🇱🇦 ທ້າວ ຄຳແກ້ວ ວິໄລພອນ ລຸ້ນນໍ້າໜັກ -62 ກິໂລ ຮອບ 32 ຄົນ ເສຍໃຫ້ 🇦🇪 Omar ALSUWAIDI ນັກກິລາຈາກສະຫະລັດ ອາຣັບ ເອມິເຣດ

- 🇱🇦 ທ້າວ ຈິນດາວອນ ສີວັນວິໄລ ລຸ້ນນໍ້າໜັກ -69 ກິໂລ ຮອບ 32 ຄົນ ເສຍໃຫ້ 🇯🇴 Mohammad OMET ນັກກິລາຈາກຈໍແດນ (ຊັອກດານີ)

❤️💪 ສູ້ໆ ພັດທະນາຕໍ່ໄປເດີ❗️

News: ຂ່າວກິລາ Lao National TV
Photo: Asian Games 2026
__________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

🔥🇱🇦 ກະຕໍ້ທີມຍິງ 4 ຄົນ ແລະ ທີມຊາຍ 4 ຄົນ ທີມຊາດລາວ ຕົກຮອບແບ່ງກຸ່ມ❗️ເອຊຽນເກມ 2026__________________✅ ການແຂ່ງຂັນກິລາກະຕໍ້ ໃນ...
02/10/2026

🔥🇱🇦 ກະຕໍ້ທີມຍິງ 4 ຄົນ ແລະ ທີມຊາຍ 4 ຄົນ ທີມຊາດລາວ ຕົກຮອບແບ່ງກຸ່ມ❗️ເອຊຽນເກມ 2026
__________________
✅ ການແຂ່ງຂັນກິລາກະຕໍ້ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ 🇯🇵 ປະເພດທີມຍິງ 4 ຄົນ ແລະ ທີມຊາຍ 4 ຄົນ ເປັນສອງລາຍການສຸດທ້າຍຈາກທັງໝົດ 6 ລາຍການ ທີ່ຊິງຫລຽນໃນງານຄັ້ງນີ້.

✅ 🇱🇦 ທີມຍິງ 4 ຄົນ ແລະ ຊາຍ 4 ຄົນ ຂອງລາວເຮົາ ສູ້ເຕັມທີ່ແລ້ວ ແຕ່ຕົກຮອບແບ່ງກຸ່ມ, 🇱🇦 ທີມຍິງ ເສຍ 3 ນັດລວດ ເສຍໃຫ້ 🇮🇩 ອິນໂດເນເຊຍ 0-2 ເຊັດ, ເສຍໃຫ້ 🇲🇾 ມາເລເຊຍ 0-2 ເຊັດ ແລະ ເສຍໃຫ້ 🇯🇵 ຍີ່ປຸ່ນ ເຈົ້າພາບ 1-2 ເຊັດ.

✅ ສ່ວນ 🇱🇦 ທີມຊາຍ ເສຍໃຫ້ 🇮🇳 ອິນເດຍ 0-2 ເຊັດ, ເສຍໃຫ້ 🇲🇲 ມຽນມາ 1-2 ເຊັດ ແລະ ຊະນະ 🇻🇳 ຫວຽດນາມ 2-0 ເຊັດ ບໍ່ພຽງພໍຕໍ່ການເຂົ້າຮອບຕໍ່ໄປ.

✅ ຢ່າງໃດກໍຕາມ 🇱🇦 ກະຕໍ້ລາວເຮົາ ໃນເອຊຽນເກມຄັ້ງນີ້ ໄດ້ມາ 🥉 1 ຫລຽນທອງ ຈາກກະຕໍ້ຄູ່ຍິງ ແລະ ເປັນຫລຽນດຽວທີ່ຄະນະນັກກິລາວຍາດມາໄດ້ໃນງານຄັ້ງນີ້.

News: ຂ່າວກິລາ Lao National TV
Photo: ສະຫະພັນກະຕໍ້ ແລະ ຊິນລອນ ແຫ່ງຊາດລາວ, Asian Games 2026
__________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

Address

Vientiane
[email protected]

Alerts

Be the first to know and let us send you an email when ຂ່າວກິລາ Lao National TV posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ຂ່າວກິລາ Lao National TV:

Shortcuts

Share

Category