LKCoaching

LKCoaching

Share

ການແລ່ນເຮັດໃຫ້ໂລກຂອງເຮົາກວ້າງອອກໄປ ແລ່ນແລ້ວອາລົມດີ~ແລ່ນແລ້ວ​ສຸຂະພາບ​ແຂງແຮງ​ກັນທົ່ວຫນ້າ

28/04/2026

ແລ່ນແລ້ວເຈັບ!

23/04/2026

ແລ່ນແລ້ວບໍ່ຈ່ອຍ?

07/04/2026

ກ້າມເນື້ອທີ່ເຮັດວຽກຕະລອດເວລາແລ່ນ
ແຕ່ມີຫຼາຍຄົນທີີ່ຍັງບໍ່ຮູ້ ເປັນສາເຫດທີ່ເຮັດໃຫ້ເກີດອາການບາດເຈັບ

Photos from LKCoaching's post 05/04/2026

🎉 ຈົບລົງຢ່າງສວຍງາມ! ງານແບ່ງປັນເຕັກນິກການແລ່ນລະດັບມືອາຊີບ ໂດຍຜູ້ຊ່ຽວຊານຈາກປະເທດໄທ 🏃‍♂️🏃‍♀️
ຜ່ານໄປແລ້ວສຳລັບກິດຈະກຳສຸດພິເສດທີ່ເຮັດໃຫ້ນັກແລ່ນທັງ 20 ທ່ານ ໄດ້ທັງຄວາມຮູ້ ແລະ ເຕັກນິກແບບຈັດເຕັມ! ງານນີ້ເຮົາໄດ້ຮັບກຽດຈາກຄູຝຶກແລ່ນໄລຍະໄກ ແລະ ຜູ້ຊ່ຽວຊານດ້ານການເຄື່ອນໄຫວໂດຍກົງຈາກປະເທດໄທ ທີ່ມາຖ່າຍທອດປະສົບການແບບໃກ້ຊິດ.
ບັນຍາກາດໃນງານແມ່ນເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ສາລະຄວາມຮູ້ທີ່ຫາໄດ້ຍາກ ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ໃນ 4 ຫົວຂໍ້ຫຼັກຄື:
✅ 1. ການຝຶກຊ້ອມ (Training): ຈັດເຕັມເລື່ອງຫຼັກການຝຶກຊ້ອມ ແລະ ການວັດຄ່າຕ່າງໆ ສຳລັບການແລ່ນໄລຍະໄກ ພ້ອມມາດຕະຖານຄວາມປອດໄພຈາກ World Athletics ທີ່ໃຊ້ໄດ້ທັງເດັກນ້ອຍ ແລະ ຜູ້ສູງອາຍຸ.
✅ 2. ຮຽນຮູ້ການເປັນໂຄ້ດ (Coaching): ເປີດໂລກການເປັນຄູຝຶກແບບມືອາຊີບ ຕາມຫຼັກສູດສາກົນ.
✅ 3. ເຕັກນິກແລ່ນໄລຍະໄກ: ເຈາະເລິກວິທີການແລ່ນຕັ້ງແຕ່ 5 ກິໂລແມັດ ໄປຈົນຮອດລະດັບ Ultra Marathon.
✅ 4. ເຕັກນິກການ Recovery: ວິທີການຟື້ນຟູຮ່າງກາຍໃຫ້ກັບມາແຂງແຮງໄວກວ່າເກົ່າ ຈາກຄຳແນະນຳຂອງຜູ້ຊ່ຽວຊານ.
ຂອບໃຈນັກແລ່ນທັງ 20 ທ່ານ ທີ່ມາຮ່ວມສ້າງປະສົບການດີໆນຳກັນໃນຄັ້ງນີ້. ເຖິງວ່າບ່ອນນັ່ງຊິມີຈຳກັດ ແຕ່ຄວາມຮູ້ທີ່ທຸກຄົນໄດ້ຮັບໄປນັ້ນບອກເລີຍວ່າ "ເກີນຄຸ້ມ"!
ໃຜທີ່ພາດໂອກາດນີ້ໄປ ກໍຢ່າຟ້າວເສຍໃຈ... ກົດຕິດຕາມເພຈຂອງພວກເຮົາໄວ້ເດີ້ ເພື່ອບໍ່ໃຫ້ພາດກິດຈະກຳດີໆໃນຄັ້ງຕໍ່ໄປ! 👟🔥
ຂອບໃຈສະຖານທີ່: National Olympic Committee of Laos - NOCL


#ນັກແລ່ນລາວ #ສຸຂະພາບ #ແລ່ນໄລຍະໄກ

02/04/2026

ຮັກສຸຂະພາບແບບຖືກວິທີເດີ້ທຸກຄົນ😷🥰

30/03/2026

🎉ຂ່າວດີສຳລັບ ຄົນຮັກການແລ່ນ🏃‍♂️🏃‍♀️

ພວກເຮົາມີໂອກາດພິເສດ ສຳລັບນັກແລ່ນທຸກທ່ານ 🎉
ຄູຝຶກແລ່ນໄກສະເພາະ ແລະ ຊ່ຽວຊານດ້ານການເຄື່ອນໄຫວ ຈາກປະເທດໄທ ເພີ່ນຈະມາຮ່ວມແບ່ງປັນຄວາມຮູ້ ໃນ 4 ຫົວຂໍ້ຫຼັກ ດັ່ງນີ້:

1️⃣ ການຝຶກຊ້ອມ (Training)
- ຫຼັກການຝຶກຊ້ອມຕ່າງໆ
- ການວັດຄ່າສຳລັບການແລ່ນໄລຍະໄກ
- ການປ້ອງກັນຄວາມປອດໄພ ສຳລັບນັກກິລາເດັກນ້ອຍ, ຜູ້ໃຫຍ່ ແລະ ຜູ້ສູງອາຍຸ (ຕາມມາດຕະຖານ World Athletics)

2️⃣ ຮຽນຮູ້ເພື່ອເປັນໂຄ໊ຊ (Coaching)
- ຮຽນຮູ້ວິທີເປັນໂຄ້ດ ຕາມຫຼັກສູດ World Athletics

3️⃣ ເຕັກນິກການຝຶກຊ້ອມແລ່ນໄລຍະໄກ
5km up to ultra marathon

4️⃣ ເຕັກນິກການ Recovery

- ເຕັກນິກຈາກຜູ້ຊ່ຽວຊານໂດຍກົງ

⚠️ ມີບ່ອນຫວ່າງພຽງ 20 ບ່ອນເທົ່ານັ້ນ
ຢ່າພາດໂອກາດນີ້ — ສະໝັກດ່ວນກ່ອນທີ່ຈະເຕັມ! 🔥

ສະໝັກຜ່ານລິ້ງນີ້ເລີຍ👇
https://docs.google.com/forms/d/e/1FAIpQLSdDoeokm_hGFhki6eqMGIT3clWHG7KLvbVvz_ED73raG-6j9g/viewform

ພົບກັນວັນເສົາ ທີ 4 ເມສາ ນີ້!

28/03/2026

ຮອບຂາຕ່າງກັນບໍ່ ລະຫວ່າງນັກແລ່ນໄລຍະໃກ້ ແລະ ໄລຍະໄກ

13/03/2026

Off Season ແບບໃດບໍ່ໃຫ້ຄວາມຟິດຫາຍ

09/03/2026

ເຮົາຢາກໃຫ້ລູກເພຈໄດ້ຟັງ🥰

27/02/2026

ຂາດບໍ່ໄດ້ແທ້ໆ item ນິ😉🏃💨

Want your business to be the top-listed Gym/sports Facility in Vientiane?

Click here to claim your Sponsored Listing.

Location

Category

Telephone

Website

Address


Vientiane
01000