24/11/2021
[English Language Below]
ຂໍສະແດງຄວາມເສຍໃຈມາຍັງຄອບຄົວ ທີ່ເສຍຊິວິດ ຈາກອຸບັດເຫດລົດໃຫຍ່ຕຳ ໃນຄະນະກຳລັງຖີບລົດໃນຕອນເຊົ້າຂອງມື້ນີ້ ,ຂໍໃຫ້ດວງວິນຍານໄປສູ່ສຸກຄະຕິດ້ວຍເຖີ້ນ 🙏🙏
🏃ເພື່ຫລີກລ້ຽງ ອຸບັດເຫດ ທີ່ອາດເກີດຂື້ນໄດ້ຂໍໃຫ້ນັກແລ່ນທຸກຄົນທີ່ແລ່ນຢູ່ຕາມທາງຫລວງ ແລ່ນຍ່າງມີສະຕິ ແລະ ມາເບີ່ງຂໍ້ຄວນປະຕິບັດນຳກັນ :
❗ຂໍ້ຄວນປະຕິບັດ ເວລາແລ່ນຢູ່ຕາມທາງຫລວງ
ຄວາມປອດໄພເປັນສີ່ງທີ່ສຳຄັນທີສຸດ ເມື່ອນັກແລ່ນອອກແລ່ນຕາມເສັ້ນທາງ. ຊື່ງໄລຍະນີ້ກ້າວເຂົ້າສູ່ລະດູໜາວກໍ່ຈະມືດໄວ ແລະນານແຈ້ງ.
ເມື່ອຕ້ອງແລ່ນໃນຍາມມືດເທິງຖະໜົນ:
1.) ບອກພໍ່ແມ່ ຫລືໝູ່ເພື່ອນ ບ່ອນທີ່ເຮົາຈະໄປແລ່ນ
2.)ນຸ່ງເຄື່ອງທີ່ແຈ້ງ ຫລືໃສ່ເສື້ອສະທ້ອນແສງ
3.) ຫລີກລ້ຽງ ການແລ່ນຢູ່ເສັ້ນທາງມືດ
4.)ໃສ່ໄພກະພິບຢູ່ດ້ານຫລັງ ແລະໄຟກ້ານກົບຢູ່ດ້ານນ້າ
5.) ແລ່ນສວນທາງກັບລົດ ເພື່ອຈະໄດ້ເຫັນລົດທີສວນມາ
6.) ຖ້າເປັນໄປໄດ້ ມີຄົນແລ່ນນຳກໍ່ເປັນການດີ
7.)ຖ້າແລ່ນເປັນກຸ່ມຫລາຍຄົນ ຕ້ອງແລ່ນເປັນແຖວຍາວ
8.)ມີສະຕິ ແນມເບີ່ງຊ້າຍຂວາ ກ່ອນຂ້າມທາງ
9.) ຖືມີຖືໄປຕະຫລອດ
10.) ຖືເງິນໄປນຳເພື່ອກໍລະນີສຸກເສີນ
11.) ເມື່ອມີໂຕໝາຫຸ້ມ ໃຫ້ມີສະຕິ ແຕ່ບໍ່ຕ້ອງຕື່ນຕົກໃຈ
12.)ຖ້າຢູ່ໃນອັນຕະລາຍໃຫ້ຫ້ອງຂໍຄວາມຊ່ວຍເຫລືອ
We are saddened to hear the sad news of one biker who was hit by a car while riding this morning. We express our condolences to the bereaved family. May she rest in peace. 🙏🙏
❗SAFETY TIPS FOR RUNNERS
Safety is of utmost importance when you go out for a road run. Now we have longer dark hours. When you run during dark time:
1. Inform your family or friends where you are running.
2. Wear bright or reflectorized shirt.
3. Avoid unlighted route.
4. Wear blinking lights behind and headlamp Infront.
5. Run against the direction of traffic so that you can see the incoming vehicles.
6. It is advisable to run with a companion.
7. When running in a group, run in single line.
8. Always check both sides of the road for vehicles before crossing.
9.Always bring your cellphone.
10. Have some money for emergency.
11. When dogs are around stay alert but don't panic.
12. When in danger, shout for help.
04/10/2021
28/08/2021
25/08/2021
23/08/2021
22/08/2021