ສະໂມສອນເທຄວັນໂດ PMS Taekwondo Club

ສະໂມສອນເທຄວັນໂດ PMS Taekwondo Club ເປີດສອນເທຄວັນໂດ້ເປັນກິລາປ້ອງກັນໂຕຈາກປະເທດເກົາຫລີສອນໂດຍອາຈານເປເລ້ອະດີດນັກກິລາທີມຊາດລາວສາຍດຳ4ດັ້ນ

ສຸກສັນວັນເກີດນ້ອງສາຍໄຫມຂໍໃຫ້ສຸຂະພາບເເຂງເເຮງຮຽນເກັ່ງເປັນຄົນຮູ້ຂອງພໍ່ເເມ່ຄູອາຈານເດີ້🎉🎊🎂
30/09/2026

ສຸກສັນວັນເກີດນ້ອງສາຍໄຫມຂໍໃຫ້ສຸຂະພາບເເຂງເເຮງຮຽນເກັ່ງເປັນຄົນຮູ້ຂອງພໍ່ເເມ່ຄູອາຈານເດີ້🎉🎊🎂

27/09/2026
ຂໍຂອບໃຈ ທາງເພຈ Lao Sports Media  ຢ່າງສຸດຊຶ້ງທີ່ໄດ້ນຳສະເຫນີຂ່າວກິລາທີ່ດີໆ ແລະ ເຜີຍແຜ່ຂ່າວກິລາໃຫ້ແກ່ເຍົາວະຊົນຍຸກໃຫມ່ໃຫ້ຫັນ...
13/09/2026

ຂໍຂອບໃຈ ທາງເພຈ Lao Sports Media ຢ່າງສຸດຊຶ້ງທີ່ໄດ້ນຳສະເຫນີຂ່າວກິລາທີ່ດີໆ ແລະ ເຜີຍແຜ່ຂ່າວກິລາໃຫ້ແກ່ເຍົາວະຊົນຍຸກໃຫມ່ໃຫ້ຫັນມາໃສ່ໃຈການຫລີ້ນກິລາ ຮ່າງຈາກສິ່ງເສບຕິດຕ່າງໆ 🇱🇦🥇
--------------------
ສະໂມສອນເທຄວັນໂດ PMS Taekwondo Club PMS SPORT WEAR ເຄື່ອງກິລາ

9 ປີແຫ່ງການກໍ່ຕັ້ງສະໂມສອນ ເທຄວັນໂດ ພີເອັມເອັສ (PMS TAEKWONDO CLUB)

ຖ້າເວົ້າເຖິງວົງການກິລາເທຄວັນໂດໃນ ສປປ ລາວ ປັດຈຸບັນ, ຊື່ຂອງ ສະໂມສອນ ເທຄວັນໂດ ພີເອັມເອັສ (PMS TAEKWONDO CLUB) ແມ່ນໜຶ່ງໃນສະໂມສອນທີ່ກຳລັງມາແຮງ ແລະ ສ້າງຜົນງານໄດ້ຢ່າງໂດດເດັ່ນຈົນກ້າວຂຶ້ນມາຄອງເປັນເບີ 1 ຂອງວົງການກິລາເທຄວັນໂດລາວຢ່າງຍິ່ງໃຫຍ່ ໂດຍສະເພາະຜົນງານຫຼ້າສຸດ ກໍສາມາດຄອງຂັນຊະນະເລີດທ່ານເອກອັກຄະລັດຖະທູດ ສ,ເກົາຫຼີ ປະຈຳສປປ ລາວ 2 ສະໄໝຕິດຕໍ່ກັນ.

ແຕ່ກ່ອນຈະເຕີບໃຫຍ່ ແລະ ປະສົບຜົນສຳເລັດຈົນກາຍມາເປັນເບີ 1 ຂອງປະເທດໄດ້ນັ້ນ ບໍ່ແມ່ນເລື່ອງງ່າຍເລີຍ ທຸກຢ່າງຕ້ອງຜ່ານການບໍລິຫານຈັດການທີ່ມີມາດຕະຖານແບບມືອາຊີບ ພາຍໃນໄລຍະເວລາພຽງ 9 ປີເທົ່ານັ້ນ!

PMS TAEKWONDO CLUB ໄດ້ສ້າງຕັ້ງຂຶ້ນເມື່ອປີ 2017 ໂດຍມີຈຸດເລີ່ມຕົ້ນຈາກສະໂມສອນນ້ອງໃໝ່ທີ່ມີນັກກິລາພຽງແຕ່ 15 ຄົນເທົ່ານັ້ນ, ຕັ້ງຢູ່ທີ່ບ້ານພະໂພ (ໃກ້ກັບໄຟແດງທາດຂາວ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ມາຮອດປັດຈຸບັນ, ດ້ວຍຄວາມມຸ່ງໝັ້ນ ແລະ ຄວາມເຊື່ອໝັ້ນຈາກຜູ້ປົກຄອງ ເຮັດໃຫ້ມີນັກກິລາເພີ່ມຂຶ້ນເຖິງ 65 ຄົນແລ້ວ!

ເປົ້າໝາຍຫຼັກຂອງສະໂມສອນ ບໍ່ພຽງແຕ່ຝຶກຝົນໃຫ້ນັກຮຽນ ແລະ ເຍົາວະຊົນຫັນມາອອກກຳລັງກາຍເພື່ອຫ່າງໄກຈາກສິ່ງເສບຕິດເທົ່ານັ້ນ; ແຕ່ຍັງສຸມໃສ່ພັດທະນານັກກິລາໃຫ້ກ້າວໄປສູ່ການແຂ່ງຂັນໃນລະດັບສາກົນ ເພື່ອເປັນກຳລັງສໍາຄັນ ແລະ ເປັນຕົວແທນໃຫ້ກັບທີມຊາດລາວໃນຮຸ່ນຕໍ່ໆໄປອີກດ້ວຍ.

ຜົນງານໃນຕະຫຼອດໄລຍະຜ່ານມາຂອງ PMS TAEKWONDO CLUB ກໍເປັນການກາຣັນຕີຄວາມ ຍິ່ງໃຫຍ່ ຈາກຜົນງານຂອງການແຂ່ງຂັນໃນລາຍການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຢ່າງໜ້າ ປະທັບໃຈດັ່ງລຸ່ມນີ້
• ປີ 2023: ຄວ້າອັນດັບທີ 3 ໃນການແຂ່ງຂັນຊິງຂັນທ່ານເຈົ້າຄອງນະຄອນຫຼວງ, ຄວ້າອັນດັບທີ 2 ຈາກລາຍການ E-san League Thailand (ຈັງຫວັດຂອນແກ່ນ).
• ປີ 2024:
o ຄວ້າອັນດັບ 1 ຈາກລາຍການ UD Town Taekwondo Championship (ຈັງຫວັດອຸດອນທານີ, ປະເທດໄທ) ແລະ ລາຍການແຂ່ງຂັນທີ່ໜອງຄາຍ.
o ຄວ້າອັນດັບ 3 ຊິງຂັນທ່ານປະທານສະຫະພັນເທຄວັນໂດແຫ່ງຊາດ.
o ສ້າງຊື່ສຽງໃນເວທີສາກົນ ດ້ວຍການສົ່ງນັກກິລາ 2 ຄົນ ເຂົ້າຮ່ວມການແຂ່ງຂັນ Korea Open Seongnam International Taekwondo Championship 2024 ທີ່ແຂວງຊອງນຳ ປະເທດເກົາຫຼີໃຕ້ ໂດຍ ທ້າວ ລັດຕະນະພອນ ລັດຕະນະປະເສີດ ສາມາດຄວ້າ 1 ຫຼຽນຄຳ ມາຄອງໄດ້ສຳເລັດ ແລະ ນາງ ນະລິນດາ ເຂັມມະລາ ຄວ້າຫຼຽນທອງແດງມາໄດ້ຢ່າງສະຫງ່າຜ່າເຜີຍ!
• ປີ 2025:
o ຄວ້າອັນດັບ 1 ການແຂ່ງຂັນຊິງຂັນທ່ານເອກອັກຄະລັດຖະທູດ ຄັ້ງທີ 9 (ປີ 2025).
o ຄວ້າອັນດັບ 2 ລາຍການ UD Town Taekwondo Championship ຄັ້ງທີ 2 ແລະ ຊິງຂັນທ່ານເຈົ້າຄອງນະຄອນຫຼວງ ຄັ້ງທີ 7.
o ຄວ້າອັນດັບ 1 ຈາກລາຍການຊິງຂັນທ່ານປະທານສະຫະພັນເທຄວັນໂດ ແລະ ຊິງຂັນ PMS Taekwondo Championship 2025.
o ຄວ້າອັນດັບ 1 ການແຂ່ງຂັນຊິງຂັນທ່ານເອກອັກຄະລັດຖະທູດ ຄັ້ງທີ 10 ປີ 2026
ສະໜບສະໜູນການລາຍງານຂ່າວໂດຍ




&NFC
ີດຄຸນນະພາບ
ີ່ປຶກສາກົດໝາຍອາໄພສັກສິດ
FC
#ຮ້ານບັນເທີງBB999

11/09/2026

ນັກກິລາເທຄວັນໂດລຸ່ນຈິວ🥋😄

🥇🏆ເເຊ້ມສະໄໝທີ່2 (PMS ຂັນລວມອັນດັບທີ່1🥇)
10/09/2026

🥇🏆ເເຊ້ມສະໄໝທີ່2 (PMS ຂັນລວມອັນດັບທີ່1🥇)

🏆ຊົມເຊີຍນ້ອງໆທຸກຄົນເຮັດໄດ້ດີຫລາຍທີ່ສາມາດຄວ້າຂັນລາງວັນລວມທີມອັນດັບທີ່1ມາໄດ້🥇🏆
08/09/2026

🏆ຊົມເຊີຍນ້ອງໆທຸກຄົນເຮັດໄດ້ດີຫລາຍທີ່ສາມາດຄວ້າຂັນລາງວັນລວມທີມອັນດັບທີ່1ມາໄດ້🥇🏆

🏆PMS Taekwondo Club won "The Grand Championship Trophy" 🥋  ສະໂມສອນ PMS ສາມາດຄວ້າ 13 ຫລຽນຄຳ🥇ແລະ 11 ຫລຽນທອງແດງ🥉 🏆 (ປີ 2025...
07/09/2026

🏆PMS Taekwondo Club won "The Grand Championship Trophy"
🥋 ສະໂມສອນ PMS ສາມາດຄວ້າ 13 ຫລຽນຄຳ🥇ແລະ 11 ຫລຽນທອງແດງ🥉

🏆 (ປີ 2025 PMS ໄດ້ເເຊ້ມງານຊິງຂັນ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ເປັນສະໄຫມທຳອິດ)
🏆 (ປີ 2026 PMS ໄດ້ເເຊ້ມງານຊິງຂັນ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ເປັນສະໄຫມທີ 2)

ສຳລັບການແຂ່ງຂັນກິລາເທຄວັນໂດ ຊີງຂັນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ🇰🇷ປະຈຳປີ 2026 ເຊິ່ງການແຂ່ງຂັນໃນຄັ້ງນີ້ ເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ມາດຕະຖານການແຂ່ງຂັນທີ່ສູງຫຼາຍ.
ທາງສະໂມສອນ PMS ຂໍສະແດງຄວາມດີໃຈ ແລະ ພາກພູມໃຈສຸດ ທີ່ນັກກິລາທຸກຄົນໄດ້ຮ່ວມກັນເທແຮງກາຍແຮງໃຈ ຝຶກຊ້ອມຢ່າງໜັກໜ່ວງ ຈົນສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ຄວ້າລາງວັນທີມຊະນະເລີດອັນດັບ 1 (Grand Championship 🏆) ມາຄອງໄດ້ຢ່າງສະຫງ່າງາມ 🥇🔥

📊 ສະຫຼຸບຜົນງານທີ່ໜ້າປະທັບໃຈ:
🥇 ປະເພດຕໍ່ສູ້ ເເລະ ອຸປະກອນ : ນັກກິລາ PMS ໂຊຟອມໄດ້ຢ່າງດຸດັນ ໃຊ້ທັກສະ ແລະ ໄຫວພິບທີ່ດີ ຍາດໄຊຊະນະມາໄດ້ໃນຫຼາຍລຸ້ນນ້ຳໜັກທັງຊາຍ ແລະ ຍິງ.

ສະໂມສອນ PMS ໄດ້ສົ່ງນ້ອງໆນັກກິລາເຂົ້າຮ່ວມ40ກວ່າຄົນ👤
🙏 ຂໍຂອບໃຈມາຍັງ:
ສະຖານທູດ ສ.ເກົາຫຼີ ທີ່ຈັດການແຂ່ງຂັນດີໆແບບນີ້ ເເລະ
ຜູ້ປົກຄອງທຸກທ່ານ ທີ່ເປັນກຳລັງໃຈອັນຍິ່ງໃຫຍ່ ແລະ ໃຫ້ການສະໜັບສະໜູນລູກຫຼານຕະຫຼອດມາ.

ທີມງານຄູຝຶກ ແລະ ນັກກິລາ PMS ທຸກໆຄົນ ທີ່ບໍ່ເຄີຍຍອມແພ້ຕໍ່ອຸປະສັກ ແລະ ຮ່ວມຈິດຮ່ວມໃຈກັນຈົນຮອດຈຸດໝາຍ
ພວກເຮົາຈະສືບຕໍ່ພັດທະນາສີມື ແລະ ສ້າງຜົນງານໃຫ້ດີຂຶ້ນເລື້ອຍໆໃນອະນາຄົດ! ເສັ້ນທາງນີ້ຍັງອີກຍາວໄກ, ພວກເຮົາຈະສູ້ຕໍ່ໄປ! 💪✨
#ຂ່າວກິລາ

🥋•ພົບກັນມື້ອື່ນທີ່ຫ້າງ Parkson ຊັ້ນ1 ເວລາ 8:00 ເຊົ້າເປັນຕົ້ນໄປ!🏬✨📍•ສະຖານທີ່: ຫ້າງ Parkson (ພາກຊັນ) ຊັ້ນ1⏰•ເວລາລົງສະໜາມ: ...
04/09/2026

🥋•ພົບກັນມື້ອື່ນທີ່ຫ້າງ Parkson ຊັ້ນ1 ເວລາ 8:00 ເຊົ້າເປັນຕົ້ນໄປ!🏬✨
📍•ສະຖານທີ່: ຫ້າງ Parkson (ພາກຊັນ) ຊັ້ນ1
⏰•ເວລາລົງສະໜາມ: ເວລາ 8:00 ໂມງເຊົ້າເປັນຕົ້ນໄປ
🔥ໄປຮ່ວມກັນສົ່ງສຽງເຊຍ ມອບພະລັງບວກ ແລະ ເປັນກຳລັງໃຈໃຫ້ທຸກຄົນໃນທີມ PMS ຄວ້າໄຊຊະນະມາໃຫ້ໄດ້🥇🎉
ໃຜວ່າງຢ່າລືມແວ່ໄປ📣ໃຫ້ກຳລັງໃຈນ້ອງໆກັນຫຼາຍໆເດີ💪🏻🥋✨

Address

Vientiane

Opening Hours

Monday 18:00 - 19:30
Wednesday 18:00 - 19:30
Friday 18:00 - 19:30
Saturday 14:30 - 16:00
Sunday 14:30 - 16:00

Telephone

+8562077537220

Website

Alerts

Be the first to know and let us send you an email when ສະໂມສອນເທຄວັນໂດ PMS Taekwondo Club posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share