03/09/2026
ສະບາຍດີທຸກຄົນ🙌🔊 ພວກເຮົາແມ່ນທີມງານນັກກິລາfloorball Savan Centre
ຖືວ່າເປັນໂອກາດດີກະວ່າໄດ້ ທາງພວກເຮົາຈະມີການເປີດຮັບນັກກີລາເພີ້ມ
🏒ຖ້າທຸກຄົນຖາມວ່າກິລາfloorball(ຟລໍບອລ) ຄືຫຍັງ ?
ທາງເຮົາບອກຄຳດຽວ ຕ້ອງລອງແລ້ວລະ😁
ເປີດຮັບຕັ້ງເເຕ່ວັນທີ່ 3-30/09/2026
👧ນັກກິລາຍິງ15ຄົນ
🧑ນັກກິລາຊາຍ10ຄົນ
✅ອາຍຸເລີ້ມຕົ້ນແມ່ນ12ປີ-28ປີ
ອຸປະກອນແມ່ນສາມາດໃຊ້ຂອງສູນໄດ້ເເຕ່ຕ້ອງຮັບສາຊ່ວຍກັນ
✅ຊ້ອມແມ່ນຟຣີເເຕ່ຕ້ອງປະຕິບັດຕາມກົດລະບຽບຂອງສູນ
✅ຂໍໃຫ້ທຸກຄົນຖືແຕ່ຫົວໃຈ❤️ ກັບ ເລືອດນັກສູ້ມາ💪
✅ທຸກຄົນທີ່ສະໝັກເເລ້ວສາມາດເຂົ້າມາສຳພາດທີມງານຂອງພວກໄດ້ເລີຍທີ່ Savan Centre ເວລາ 17:30-19:20
✅ຫມາຍເຫດ: ການນຸ່ງຖືແມ່ນຊຸດກິລາ (ຜູ້ຍິງແມ່ນຫ້າມໃສ່ໂສ້ງຂາສັ້ນຈົນເກີນໄປ )
🎬ສະຖານທີ່ແມ່ນ: Savan Centre ໃກ້ເດີ່ນເທັນນິດ
🎬 ລົງທະບຽມທີ່ລິງນີ້ໄດ້ເລີຍ👉[https://docs.google.com/forms/d/e/1FAIpQLScLi8ytKUKO4VMOkvnD1t4FY7Owkdx_ISBg8DXEj_RH0IyYtg/viewform?usp=header]
02/09/2026
ຟິດ4ຟລໍບອລ ກັບ Coach Tjaard
ມື້ນີ້ 19:00 ໂມງ
📍Lao Floorball Development Centre
Fitness4Floorball with Coach Tjaard
7 PM
4 rounds
8 DB shoulder press
5 pull-ups
16 reverse lunges
01/09/2026
🏑 ຕາຕະລາງກິດຈະກຳຟລໍບອລປະຈຳອາທິດ
ວັນຈັນ ແລະ ວັນພະຫັດ
19:00 ໂມງ — ຝຶກຊ້ອມຟລໍບອລ
With Coach Mike
ວັນພຸດ ແລະ ວັນສຸກ
19:00 ໂມງ — Fitness4Floorball
With Coach Tjaard
ວັນເສົາ
09:00–10:30 ໂມງ — ຟລໍບອລສຳລັບເດັກ
ຮັບທັງຍິງ ແລະ ຊາຍ ອາຍຸ 8–14 ປີ
With Coach Mike
📅 ຟລໍບອລສຳລັບເດັກເລີ່ມວັນເສົານີ້!
📍 ສູນພັດທະນາກິລາຟລໍບອລລາວ
ຍິນດີຕ້ອນຮັບຜູ້ເລີ່ມຕົ້ນ ແລະ ມີອຸປະກອນໃຫ້ໃຊ້.
🏑 WEEKLY FLOORBALL SCHEDULE
Monday & Thursday
7:00 PM — Floorball Training
With Coach Mike
Wednesday & Friday
7:00 PM — Fitness4Floorball
With Coach Tjaard
Saturday
9:00–10:30 AM — Kids Floorball
Girls and boys, ages 8–14
With Coach Mike
📅 Kids Floorball starts this Saturday!
📍 Lao Floorball Development Centre
Beginners are welcome. Equipment is available.
29/08/2026
🇱🇦 ເສັ້ນທາງສູ່ມາເລເຊຍ 2027 🇲🇾
SEA GAMES 2027
ເປີດຮັບນັກກິລາເຂົ້າຮ່ວມການເຝິກຊ້ອມ ແລະ ຄັດເລືອກເຂົ້າທີມຊາດລາວ
ສະຫະພັນກິລາຟລໍບອນແຫ່ງຊາດລາວ ຂໍເຊີນຊວນທັງນັກກິລາທີ່ມີປະສົບການ ແລະ ນັກກິລາໜ້າໃໝ່ ເຂົ້າຮ່ວມໂຄງການ “ເສັ້ນທາງສູ່ມາເລເຊຍ 2027”.
ຜູ້ເຂົ້າຮ່ວມຈະໄດ້ຮັບໂອກາດໃນການເຝິກຊ້ອມ ແລະ ແຂ່ງຂັນເພື່ອຄັດເລືອກເປັນຕົວແທນທີມຊາດລາວ ເຂົ້າຮ່ວມການແຂ່ງຂັນກິລາຊີເກມ 2027 ທີ່ປະເທດມາເລເຊຍ.
ພວກເຮົາເປີດຮັບນັກກິລາໃນທຸກຕຳແໜ່ງ ລວມທັງ ຜູ້ຮັກສາປະຕູ, ກອງຫຼັງ ແລະ ກອງໜ້າ (ຕົວກາງ ແລະ ປີກ).
ເງື່ອນໄຂສຳລັບຜູ້ສະໝັກ:
• ຕ້ອງມີອາຍຸຢ່າງໜ້ອຍ 18 ປີ ພາຍໃນມື້ເປີດການແຂ່ງຂັນກິລາຊີເກມ 2027
• ຕ້ອງເປັນພົນລະເມືອງລາວ, ມີໜັງສືຜ່ານແດນລາວທີ່ຍັງໃຊ້ໄດ້ ແລະ ສາມາດເດີນທາງໄປຕ່າງປະເທດໄດ້
• ຕ້ອງສຳເລັດການລົງທະບຽນນັກກິລາກັບສະຫະພັນກິລາຟລໍບອນແຫ່ງຊາດລາວ
• ຕ້ອງສະແດງໃຫ້ເຫັນເຖິງຄວາມສົນໃຈ ແລະ ຄວາມມຸ່ງໝັ້ນໃນການພັດທະນາຕົນເອງ
• ຕ້ອງສາມາດເຂົ້າຮ່ວມການເຝິກຊ້ອມຂອງທີມໄດ້ຢ່າງສະໝ່ຳສະເໝີ
• ຕ້ອງພ້ອມເຝິກສະມັດຖະພາບທາງຮ່າງກາຍ ແລະ ພັດທະນາທັກສະສ່ວນບຸກຄົນນອກເວລາເຝິກຊ້ອມຂອງທີມ
• ຕ້ອງມີຄວາມຮັບຜິດຊອບ, ມີລະບຽບວິໄນ ແລະ ພ້ອມທີ່ຈະຮ່ວມກັບທີມຢ່າງມຸ່ງໝັ້ນຕະຫຼອດໄລຍະໂຄງການ
ບໍ່ວ່າທ່ານຈະເປັນ:
• ນັກກິລາຟລໍບອນທີ່ມີປະສົບການ
• ນັກກິລາທີ່ມີພື້ນຖານຈາກກິລາປະເພດອື່ນ
• ຜູ້ຫຼິ້ນໜ້າໃໝ່ທີ່ພ້ອມຈະຮຽນຮູ້
—ນີ້ແມ່ນໂອກາດຂອງທ່ານ!
ມາຮ່ວມເຝິກຊ້ອມ, ພັດທະນາຄວາມສາມາດ, ທ້າທາຍຕົນເອງ ແລະ ກ້າວໄປສູ່ເປົ້າໝາຍໃນການເປັນຕົວແທນທີມຊາດລາວ! 🇱🇦
ສຳລັບການສະໝັກ ຫຼື ສອບຖາມຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:
Emanuel
WhatsApp: 020 2251 3337
ອອກໂດຍ:
ສະຫະພັນກິລາຟລໍບອນແຫ່ງຊາດລາວ
🇱🇦 ROAD TO MALAYSIA 2027 🇲🇾
SEA GAMES 2027
Call for athletes to participate in training and selection for the Lao National Team
The Lao Floorball Federation invites both experienced and new athletes to join the Road to Malaysia 2027 programme.
Participants will have the opportunity to train and compete for selection to represent the Lao National Team at the 2027 Southeast Asian Games in Malaysia.
We welcome players in all positions, including goalkeepers, defenders, and forwards (centres and wingers).
Applicant requirements:
• Must be at least 18 years old by the opening date of the 2027 Southeast Asian Games
• Must be a Lao citizen, hold a valid Lao passport, and be eligible to travel internationally
• Must complete player registration with the Lao Floorball Federation
• Must demonstrate genuine interest in and commitment to personal development
• Must be able to attend team training sessions consistently
• Must be willing to undertake physical training and develop individual skills outside team training sessions
• Must demonstrate responsibility and discipline and be prepared to remain committed to the team throughout the programme
Whether you are:
• An experienced floorball player
• An athlete with a background in another sport
• A new player ready to learn
—this is your opportunity!
Join us to train, develop your abilities, challenge yourself, and work towards representing the Lao National Team! 🇱🇦
To apply or request further information, please contact:
Emanuel
WhatsApp: 020 2251 3337
Issued by:
Lao Floorball Federation
28/08/2026
🏋️♀️ Fitness4Floorball ກັບ Coach Tjaard Bu!
📍 Lao Floorball Development Centre, ວຽງຈັນ
🕖 ຄ່ຳນີ້ ເວລາ 19:00 ໂມງ!
♦️ເໝາະຫຼາຍສຳລັບນັກກິລາຟລໍບອລ, ບານເຕະ, ຟຸດຊໍ, ບານສົ່ງ, ເບສບອລ, ຣັກບີ້, ບາສ, ນັກແລ່ນ — ລວມທັງຊາວໂຊຟາທີ່ຢາກລຸກຂຶ້ນມາເຄື່ອນໄຫວ! 😄
♦️ຈະຟິດຢູ່ແລ້ວ ຫຼື ຫາກໍເລີ່ມຕົ້ນ ກໍຍິນດີຕ້ອນຮັບທຸກຄົນ!
ໂປຣແກຣມມື້ນີ້:
5 rounds:
12 Box Jump Overs
20 Mountain Climbers
12 Medicine Ball Slams
- Rest 60 seconds between each round.
ມາມ່ວນນຳກັນ ແລະ ຮ່ວມກັນຍົກລະດັບນັກກິລາລາວ ແລະ ວົງການກິລາລາວໃຫ້ກ້າວໄປອີກຂັ້ນ! 🚀
27/08/2026
🇱🇦 ແຈ້ງການຢ່າງເປັນທາງການ
ເປີດລະດູການຟລໍບອນ 2026–2027
English below
ສະຫະພັນກິລາຟລໍບອນແຫ່ງຊາດລາວ ມີຄວາມຍິນດີປະກາດເປີດລະດູການຟລໍບອນ 2026–2027 ຢ່າງເປັນທາງການ.
ຂະນະນີ້ ໄດ້ເປີດຮັບການລົງທະບຽນສຳລັບສະໂມສອນຟລໍບອນ ແລະ ສະມາຊິກລາຍບຸກຄົນແລ້ວ. ຜູ້ສົນໃຈສາມາດສະໝັກໄດ້ຕະຫຼອດລະດູການ.
ລະດູການໃໝ່ນີ້ ຈະມີການເຝິກຊ້ອມເປັນປະຈຳ, ການພັດທະນານັກກິລາ ແລະ ສະໂມສອນ, ການແຂ່ງຂັນລາຍການຕ່າງໆ ພ້ອມທັງໂອກາດໃໝ່ໆໃນການເຂົ້າຮ່ວມແຂ່ງຂັນ.
ນອກຈາກນີ້ ຍັງເປັນການເລີ່ມຕົ້ນໂຄງການ “ເສັ້ນທາງສູ່ມາເລເຊຍ 2027” ເຊິ່ງນັກກິລາທີ່ມີຄວາມມຸ່ງໝັ້ນ ຈະໄດ້ຮັບໂອກາດເຝິກຊ້ອມ ແລະ ແຂ່ງຂັນເພື່ອຄັດເລືອກເປັນຕົວແທນທີມຊາດລາວ ເຂົ້າຮ່ວມກິລາຊີເກມ 2027 ທີ່ປະເທດມາເລເຊຍ.
ພວກເຮົາຍິນດີຕ້ອນຮັບທັງນັກກິລາທີ່ມີປະສົບການ, ນັກກິລາຈາກກິລາປະເພດອື່ນ ແລະ ຜູ້ຫຼິ້ນໜ້າໃໝ່ທີ່ບໍ່ເຄີຍຫຼິ້ນຟລໍບອນມາກ່ອນ.
ບໍ່ວ່າເປົ້າໝາຍຂອງທ່ານຈະແມ່ນການຫຼິ້ນເພື່ອຄວາມມ່ວນຊື່ນ, ສຸຂະພາບແຂງແຮງ, ການແຂ່ງຂັນ ຫຼື ການເປັນຕົວແທນປະເທດລາວໃນລະດັບນານາຊາດ—ກິລາຟລໍບອນລາວມີບ່ອນສຳລັບທ່ານ.
🏫 ຄຳເຊີນພິເສດສຳລັບໂຮງຮຽນ
ຂໍເຊີນຊວນບັນດາໂຮງຮຽນເຂົ້າຮ່ວມແນະນຳກິລາຟລໍບອນໃຫ້ແກ່ນັກຮຽນ ແລະ ເຂົ້າຮ່ວມໂຄງການຟລໍບອນໃນໂຮງຮຽນຂອງສະຫະພັນກິລາຟລໍບອນແຫ່ງຊາດລາວ.
ຟລໍບອນເປັນກິລາປະເພດທີມທີ່ຫຼິ້ນໄວ, ເຂົ້າເຖິງໄດ້ງ່າຍ ແລະ ເໝາະສຳລັບທັງນັກຮຽນຊາຍ ແລະ ນັກຮຽນຍິງ.
ໂຮງຮຽນທີ່ສົນໃຈເລີ່ມກິດຈະກຳຟລໍບອນ, ຈັດກິດຈະກຳແນະນຳກິລາ ຫຼື ຕ້ອງການຮັບຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ຫາສະຫະພັນໄດ້.
ຂໍເຊີນຊວນສະໂມສອນ, ໂຮງຮຽນ, ນັກກິລາ ແລະ ຜູ້ສົນໃຈທຸກຄົນ ມາຮ່ວມກັນພັດທະນານັກກິລາລຸ້ນໃໝ່ ແລະ ສ້າງອະນາຄົດຂອງກິລາຟລໍບອນໃນປະເທດລາວ.
ຍິນດີຕ້ອນຮັບສູ່ລະດູການ 2026–2027.
ມາຮ່ວມເປັນສ່ວນໜຶ່ງຂອງການເຕີບໂຕຂອງກິລາໃໝ່ໃນປະເທດລາວ! 🇱🇦
ສຳລັບການລົງທະບຽນ ແລະ ສອບຖາມຂໍ້ມູນ:
Emanuel Lakongseng
WhatsApp: 020 2251 3337
Email: [email protected]
ອອກໂດຍ
ສະຫະພັນກິລາຟລໍບອນແຫ່ງຊາດລາວ
🇱🇦 OFFICIAL ANNOUNCEMENT
2026–2027 FLOORBALL SEASON
The Lao Floorball Federation is pleased to announce the opening of the 2026–2027 floorball season.
Registration is now open for floorball clubs and individual members. Applications may be submitted at any time during the season.
The new season will bring regular training, player and club development, upcoming tournaments, and new opportunities to compete. It also marks the beginning of our Road to Malaysia 2027 programme, through which committed athletes can train and compete for selection to represent the Lao National Team at the 2027 Southeast Asian Games.
We welcome experienced players, athletes from other sports, and complete beginners. Whether your goal is recreation, fitness, competition, or representing Laos internationally, there is a place for you in Laos’ growing floorball movement.
🏫 SPECIAL INVITATION TO SCHOOLS
Schools are warmly invited to introduce floorball to their students and participate in the Lao Floorball Federation’s school floorball programme.
Floorball is a fast, accessible, and inclusive team sport suitable for both boys and girls. Schools interested in starting activities, arranging an introductory session, or learning more about the programme are encouraged to contact the Federation.
Clubs, schools, athletes, and supporters—join us as we develop a new generation of players and build the future of floorball in Laos.
Welcome to the 2026–2027 season.
Welcome to Laos’ new sport movement. 🇱🇦
For registration and further information:
Emanuel Lakongseng
WhatsApp: 020 2251 3337
Email: [email protected]
Issued by
Lao Floorball Federation
26/08/2026
ມາໆໆ ຟິດເພື່ອຟລໍບອລກັບຈາດເດີ!
ມື້ແລງ 19.00 ຢູ່ສູນພັດທະນາຟລໍບອລລາວ
ໂປຣແກຣມຂອງມື້ນີ້ 👇🏽
*5 rounds for time with a partner:*
20 DB hang power cleans
20 DB push presses
200-m DB farmers carry
• Share the work as desired.
• Use two dumbbells.
21/08/2026
ຕອນແລງ17:00 ພົບກັບເທນເນີ້ຈັດ
ຈັດໃຫ້
3 rounds for time:
200-m run
30 DB snatches
20 KB swings
ໂດຍເພີ່ນຖີ້ມທ້າຍໄວ້ວ່າ:
Have a good night,
Greetings🤣