08/06/2024
🥰🥰
Youth Volunteer of NUOL, Faculty of Natural Science
ວິທະຍາອາສາ ວິທະຍາອາສາຊ່ວຍເຫຼືອສັງຄົມ
08/06/2024
🥰🥰
01/06/2024
ຕອນເຊົ້າວັນທີ່ 1.6.2024 ~🌲
ທາງທີມງານ ວິທະຍາອາສາ ໄດ້ເຮັດກິດຈະກຳອະນາໄມ,ເກັບຂີ້ເຫຍື້ອ ເພື່ອຕ້ອນຮັບ"ວັນເດັກນ້ອຍ ສາກົນຄົບຮອບ 100ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ44ປີ" ເຊິ່ງນຳພາໂດຍ ທ່ານ ປອ ແສງທອງ ບຸນຍາວົງ ປະທານວິທະຍາອາສາ ລຸ້ນທີ່ V
Happy International Children's day and National Tree planting day 👩🔬👨🔬🌱🌲
#ວິທະຍາອາສາ #ອາສາສະໝັກ #ຊາວໜຸ່ມມຊ #ມຊ
06/06/2023
3.6.2022🌱🪴🌳
ເນື່ອງໃນໂອກາດ ວັນປູກຕົ້ນໄມ້ ແລະ ວັນເດັກນ້ອຍ 1.6.2022🌱
ທາງວິທະຍາອາສາໄດ້ຈັດເຮັດກິດຈະກຳປູກຕົ້ນໄມ້ ແລະ ອະນາໄມພາຍໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ດ້ວຍ ທິດຊີ້ນຳຂອງ ທ່ານ ນາງ ຈິດນາວັນ ພອນຄຳມາ ປະທານຂອງວິທະຍາອາສາ.
"ຕົ້ນໄມ້ນ້ອຍໃນມື້ນີ້ຈະເປັນຮົ່ມໃຫຍ່ໃນເມື່ອໜ້າ" ວິທະຍາອາສາຂໍເຊີນຊວນບັນດາທ່ານຈົ່ງຊ່ວຍກັນປົກປັກຮັກສາ ແລະ ຮ່ວມກັນປູກຕົ້ນໄມ້,ຮັກສາສິ່ງແວດລ້ອມໃຫ້ຄຽງຄູ່ສົງຄົມລາວ ເພື່ອໃຫ້ສັງສົມລາວເປັນພື້ນທີ່ສີຂຽວຕະຫລອດໄປ👏👏
17/03/2023
ຂໍຂອບໃຈ ທ່ານ ນາງ ແກ້ວພາວັນ ວົງພະຈັນ ທີ່ໄດ້ມອບເສື້ອຜ້າເປັນຈຳນວນ 3 ແກັດ ໃຫ້ກັບຄັງຂອງວິທະຍາອາສາເພື່ອຈັດກຽມສົ່ງມອບຊ່ວຍເຫຼືອໃຫ້ກັບນ້ອງໆທີ່ຢູ່ເຂດຫ່າງໄກ🥰🥰
17/03/2023
17.3.2023📢
ໃນຕອນເຊົ້າ ທາງມະຫາວິທະຍາໄລແຫ່ງຊາດໄດ້ມີການຈັດກິດຈະກຳບໍລິຈາກເລືອດ ທາງວິທະຍາອາສາຂອງເຮົາກໍ່ໄດ້ເຂົ້າຮ່ວມບໍລິຈາກເລືອດໃນງານຄັ້ງນີ້ ເຊິ່ງນຳພາໂດຍ ທ່ານ ນາງ ຈິດນາວັນ ພອນຄຳມາ ປະທານໂຄງການ ວິທະຍາອາສາ ອາສາສະໝັກຊາວໝຸ່ມ ຄວທ ຮ່ວມສານຝັນເພື່ອນ້ອງ 👩⚕️🥰
15/03/2023
ວັນທີ່ 16.3.2023 ທາງ ອ້າຍ ກິດາວເພັດ ເປັນລຸ້ນອ້າຍຂອງທີມງານວິທະຍາອາສາ ທັງເປັນຫົວໜ້າອາສາ ລຸ້ນ 1 ໄດ້ມອບປື້ມພາສາອັງກິດໃຫ້ກັບທາງວິທະຍາອາສາຈຳນວນໜຶ່ງ ທາງວິທະຍາອາສາກໍຂໍຂອບໃຈໃນນ້ຳໃຈທາງລຸ້ນອ້າຍເພິ່ນທີ່ສົ່ງມອບໃຫ້ກັບນ້ອງໆຜ່ານທາງ ວິທະຍາອາສາຂອງພວກເຮົາ🥰🥰
13/03/2023
🚨ສະບາຍດີບັນດາທ່ານ 🚨
ຂໍເຊີນຊວນບັນດາທ່ານ ຄູ-ອາຈານ,ນັກສຶກສາທົ່ວທັງພາຍໃນ ແລະ ນອກມະຫາວິທະຍາໄລແຫ່ງຊາດ ຮ່ວມບໍລິຈາກເຄື່ອງ ບໍ່ວ່າຈະເປັນ:
1.ເສື້ອຜ້າມືສອງທີ່ທ່ານບໍ່ໃຊ້ແລ້ວ
2.ອຸປະກອນການຮຽນ,ເຄື່ອງຂຽນທັງໃຫມ່ ແລະ ເກົ່າ
3.ເຄື່ອງຊຸດທີ່ນອນ
4.ອາຫານແຫ້ງ
5.ອຸປະກອນຄັອມພິວເຕີມືສອງ,ເຄື່ອງໄຟຟ້າ
5.ອຸປະກອນການກິລາທຸກປະເພດ
ຖ້າຫາກທ່ານໃດຫາກຕ້ອງການບໍລິຈາກກໍ່ສາມາດຕິດຕໍ່ໄດ້ທາງເພຈ ຫລື ທາງ ເບີໂທ:020 56165123
"ເຄື່ອງຂອງເກົ່າຂອງທ່ານໃນມື້ນີ້ ຈະເປັນເຄື່ອງຂອງໃຫມ່ສຳຫລັບເຂົາເຈົ້າ"
06/03/2023
🚨ຕອນເຊົ້າວັນທີ່ 4.3.2023 🚨
ນ້ອງໆອາສາ ລຸ້ນ 4 ຂອງຫ້ອງການວິທະຍາອາສາ ໄດ້ຮ່ວມກັນເຮັດກິດຈະກຳ ແຈກຢາຍບັດສະມາຊິກໃຫ້ກັບນ້ອງໆໃຫມ່ ທີ່ຫ້ອງການ ວິທະຍາອາສາ ຄະນະວິທະຍາສາດທຳມະຊາດ ມຊ
- ນອກຈາກນັ້ນກໍ່ຍັງໄດ້ມີການຄັດແຍກເຄື່ອງເພື່ອກຽມພ້ອມສົ່ງມອບໃຫ້ກັບນ້ອງໆຜູ້ທີ່ຢູ່ເຂດຫ່າງໄກນຳອີກ🥰
#ວິທະຍາອາສາ
#ອາສາທີ່ຫນ້າຮັກ
#ອາສາສະໝັກຊາວໜຸ່ມຄວທຮ່ວມສານຝັນເພື່ອນ້ອງ
05/12/2022
ໃນຕອນເຊົ້າຂອງວັນທີ່ 5.12.2022 ຖືເປັນຂ່າວດີຂອງທາງວິທະຍາອາສາ ທີ່ໄດ້ຮັບລາງວັນ "ອາສາສະໜັກດີເດັ່ນປະຈຳປີ 2022" ຂອງທາງອົງການຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ອົງການ United Nations Lao PDR ຂື້ນຮັບລາງວັນໂດຍ ທ່ານ ນາງ ຈິດນາວັນ ພອນຄຳມາ ປະທານວິທະຍາອາສາ.
ຖືເປັນລາງວັນອັນຊົງກຽດທີ່ສຸດທີ່ທາງວິທະຍາອາສາຂອງພວກເຮົາໄດ້ຮັບໃນປີ 2022 ນີ້ ທາງວິທະຍາອາສາຂອງພວກເຮົາຈະບໍ່ຢຸດພຽງເທົ່ານີ້ຈະຂໍສ້າງຜົນງານສືບຕໍ່ໄປດັ່ງສະໂລແກນ "We do as we can"
ສຸດທ້າຍ ,ຂໍຂອບໃຈທາງທີມງານ ແລະ ສະມາຊິກອາສາທຸກທ່ານທັງສິດເກົ່າ ແລະ ໃໝ່ ທີ່ໃຫ້ການສະຫນັບສະຫນູນ ແລະ ຊ່ວຍເຫລືອກັນຈົນເຖິງທຸກມື້ນີ້.
#ວິທະຍາອາສາ #ຄວທ #ມຊ
Youth Volunteer of NOUL, Faculty of Natural Science ວິທະຍາອາສາ ຄະນະວິທະຍາສາດທໍາມະຊາດ
02/09/2022
ທາງວິທະຍາອາສາຂໍເຊີນທຸກທ່ານເຂົ້າຮ່ວມແຄັມເປນ
🚫❌
"ຄຳເວົ້າຂອງເຈົ້າອາດຈະປຽ່ນແປງຊີວິດຂອງຄົນໆໜຶ່ງໄປຕະຫຼອດການ" ເພື່ອເປັນໜຶ່ງກຳລັງໃຈໃຫ້ກັບບຸກຄົນທີ່ຖືກບູລີ້ໃນສັງຄົມ.
ຍຸກສັງຄົມປະຈຸບັນຍັງມີການບູລີ້ໃນສັງຄົມຫຼາຍຮູບແບບ, ສັງຄົມເຮົາຈະໜ້າຢູ່ຂື້ນ,ຖ້າຫາກເຮົາຮູ້ຈັກໃຫ້ກຽດເຊິ່ງກັນ ແລະ ກັນ.
ດັ່ງນັ້ນ, ຢຸດການບູລີ້ຄົນອື່ນດ້ວຍຄຳເວົ້າ,ທ່າທາງ,ສີໜ້າ ,ແລະ ໃນສື່ອອນໄລນ໌ທຸກປະເພດ ທຸກຄົນລ້ວນແລ້ວແຕ່ມີໜ້າຕາ,ໃບໜ້າ,ຮູບຮ່າງຂອງໂຕເອງ ດັ່ງນັ້ນ ຢຸດການບູລີ້ຄົນອື່ນໃນສັງຄົມໄດ້ແລ້ວອາດຈະຕົ້ງໃຈ ຫຼື ບໍ່ກໍ່ຕາມ📌
Now!!!!!!!
#ອາສາສະໝັກຊາວໜຸ່ມຄວທຮ່ວມສານຝັນເພື່ອນ້ອງ
#ວິທະຍາອາສາ2022🇱🇦
22/08/2022
21.08.2022 Ep1
ເສັດສິ້ນພາລະກິດໄປສຳລັບງານ "ກິລາສີສາມັກຄີວິທະຍາອາສາ 2022".
ທີມທີ່ຊະນະການແຂ່ງຂັນໂຕ້ວາທີແມ່ນທີມ D.
ຮອງຊະນະເລີດແມ່ນ ທີມ A.
ເຊິ່ງເປັນກິດຈະກຳຮັບນ້ອງໃໝ່ -ສົ່ງທ້າຍອາສາເກົ່າຂອງວິທະຍາອາສາ .
ຂອບໃຈ ທາງ ອຈ ຈິດນາວັນ ພອນຄຳມາ ຄະນະບໍລິຫານງານຊາວຫນຸ່ມ ຄວທ ທັງເປັນ ປະທານວິທະຍາອາສາທີ່ສະຫຼະເວລາເຂົ້າຮ່ວມກິດຈະກຳໃນຄັ້ງນີ້ດ້ວຍ🥰🥰🥰.
ຕິດຕາມການເຄື່ອນໄຫວຜົນງານໄດ້ທາງເພຈ:
"ອາສາສະໝັກຊາວໜຸ່ມ ຄວທ ຮ່ວມສານຝັນເພື່ອນ້ອງ"
#ວິທະຍາອາສາ
#ຊາວໜຸ່ມຄວທ
#ຄະນະວິທະຍາສາດທຳມະຊາດ
#ມະຫາວິທະຍາໄລແຫ່ງຊາດ.