Lao Judo Federation

Lao Judo Federation

Share

Lao Judo Federation ສະຫະພັນຢູໂດແຫ່ງຊາດລາວ

06/03/2026

ແຈ້ງເຖິງຄູຝຶກທຸກທ່ານ ທີ່ຕ້ອງການສະຫມັກເພື່ອເປັນຄູຝືກທີມຊາດ ໃຫ້ສົ່ງເອກະສານ ແລະ ປະຫວັດ ເຖິງສະຫະພັນເພື່ອຄົ້ນຄວ້າພິຈາລະນາ ຕາມເງື່ອໄຂ
ລາຍລະອຽດຕິດຕໍ່ 22233546

06/03/2026

ແຈ້ງເຖິງນັກກິລາຢູໂດທຸກຄົນ ເຂົ້າຮ່ວມແຂ່ງຂັນຄັດເລືອກຕົວແທນທີມຊາດ ເພື່ອເຂົ້າຮ່ວມແຂ່ງຂັນລະດັບຕ່າງໆ ປະຈຳປີ 2026
ລາຍລະອຽດຕິດຕໍ່: 22233546

07/02/2026

ແຈ້ງຂ່າວມໍລະນະກຳ
ສະຫະພັນກິລາຢູໂດແຫ່ງຊາດລາວ ຂໍແຈ້ງຂ່າວມາຍັງທ່ານຊາບວ່າ ທ່ານ ຄຳແພງ ພິມພັນທະວົງ ເຊິ່ງເປັນພໍ່ຂອງ ນາງ ສອນນະພາ ພິມພັນທະວົງ ອະດີດນັກກິລາຢູໂດທີມຊາດລາວ ໄດ້ເຖິງແກ່ມໍລະນະກຳແລ້ວ
ສົບໄດ້ບຳເພັນກຸສົນທີ່ເຮືອນຂອງຜູ້ກ່ຽວເອງ ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ
ວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນວັນທີ 9/2/2026 ທີ່ວັດປ່າຕານມີໄຊ
ມື້ຫ້າງຫາກະກຽມ ວັນທີ 11/2/2026
ມື້ຕັກບາດ ຖະຫວາຍສັງຄະທານ ວັນທີ 12/2/2026
ດັ່ງນັ້ນຈຶ່ງແຈ້ງມາຍັງບັນດາທ່ານເພື່ອຮັບຊາບ

23/01/2026

【English Text Below】
📢 ການສົນທະນາພິເສດໃນງານສະແດງບູໂດ້
🇯🇵🥋ພວກເຮົາຂໍນຳສະເໜີລາຍການສົນທະນາພິເສດ, ໜຶ່ງໃນວາລະຂອງງານສະແດງສິລະປະປ້ອງກັນຕົວຍີ່ປຸ່ນ ຄັ້ງທີ່ 23 ທີ່ມີຫົວຂໍ້ວ່າ:
"ມົນສະເໜ່ຂອງສິລະປະປ້ອງກັນໂຕ ຜ່ານຄຳບອກເລົ່າຂອງນັກກິລາຍິງ"

🗓 ວັນທີ: 24 ມັງກອນ 2026
🕙 ເວລາ: 10:00 (ລາຍການ 20 ນາທີ)
🗣 ດຳເນີນລາຍການເປັນພາສາລາວ
📍 ສະຖານທີ່: ສູນກິລາບູໂດລາວ-ຍີ່ປຸ່ນ

🇱🇦 ສີ່ນັກກິລາຍິງໄຟແຮງ ຕາງໜ້າໃຫ້ ຢູໂດ, ເຄນໂດ, ຄາຣາເຕໂດ ແລະ ໄອກິໂດ ຈະມາບອກເລົ່າເຖິງການເດີນທາງ, ມຸມມອງ, ແລະ ຄວາມຫວັງຕໍ່ກັບເດັກຮຸ່ນໃຫມ່.

🙌ຮຽນເຊີນທຸກທ່ານເຂົ້າຮັບຟັງນຳກັນເດີ້!
---------------------------------------------
📢 Special Talk Session at the Budo Demonstration
🇯🇵🥋As part of the 23rd Japanese Martial Arts Demonstration, we are extremely excited to present a special talk session titled:
“The Appeal of Martial Arts Through the Eyes of Female Martial Artists”

🗓 Date: 24 January 2026
🕙 Time: 10:00 (20-minute session)
🗣 Language: Lao
📍 Venue: Lao–Japan Budo Center

🇱🇦 Four passionate female martial artists from Judo, Kendo, Karatedo, and Aikido will share their journeys, perspectives, and hopes for the next generation.

🙌Everyone is welcome to join this special session!

Lao Judo Federation ສະໂມສອນເຄັນໂດແຫ່ງຊາດລາວ - Lao Kendo Club ສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ Lao Karate Federation

Photos from Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ's post 18/01/2026
Photos from Lao Judo Federation's post 17/01/2026

ສະຫະພັນກິລາຢູໂດແຫ່ງຊາດ ຈັດສອບເສັງສາຍດຳໃຫ້ແກ່ນັກກິລາ ປະຈຳປີ 2025
*********
ເມື່ອວັນທີ 16 ມັງກອນ 2026 ທີ່ຜ່ານມາ
ສະຫະພັນກິລາຢູໂດແຫ່ງຊາດລາວ ຕາງໜ້າໃຫ້ສະຖາບັນໂຄໂດກັນ ປະເທດຍີ່ປຸ່ນ ຈະໄດ້ຈັດສອບເສັງສາຍດຳ ຂັ້ນ 1 ດັ້ງ ແລະ 2 ດັ້ງ ໃຫ້ແກ່ນັກກິລາ ທີ່ສູນກິລາ ບູໂດ ລາວ-ຍີ່ປຸ່ນ
ການສອບເສັງຄັ້ງນີ້ ເປັນການຈັດສອບເສັງສາຍດຳປະຈຳປີ 2025 (ທີ່ໄດ້ເລື່ອນມາແຕ່ເດືອນທັນວາ ປີ2025)
ໂດຍມີກຳມະການສອບເສັງ ຈຳນວນ 3 ທ່ານ ໄດ້ແກ່: ທ່ານ ໂທໂມກິ ຄິກູຈິ ຄູຝຶກຈາກ ປະເທດຍີ່ປຸ່ນ ສາຍດຳ 5 ດັ້ງ, ທ່ານ ນາງ ມະຍຸລີ ພານຸວົງ ຄູຝຶກຈາກສະຫະພັນຢູໂດແຫ່ງຊາດ ສາຍດຳ 4 ດັ້ງ, ທ່ານ ກັນຍາເພັດ ພັນດານຸວົງ ຄູຝຶກຈາກສະຫະພັນຢູໂດແຫ່ງຊາດ ສາຍດຳ 4 ດັ້ງ ແລະ ມີນັກກິລາສອບເສັງຈຳນວນ 5 ທ່ານ (ສອບເສັງ ເສັງຂຶ້ນ 2 ດັ້ງ 1 ທ່ານ ແລະ 1 ດັ້ງ 4 ທ່ານ ຍິງ 1 ທ່ານ) ຈາກ 3 ສະໂມສອນຄື: ສະໂມສອນຢູໂດສະຫວັນນະເຂດ, ສະໂມສອນຢູໂດວຽງຈັນ ແລະ ສະໂມສອນຢູໂດກອງທັບ
ສ່ວນຜົນການສອບເສັງຈະແຈ້ງໃຫ້ຊາບຕາມພາຍຫລັງ

ພາບ: ແມັກນຳ ແລະ ຕຸກກີ້
ຂ່າວ: ນ້ຳສອງສີ

16/01/2026

Judoooo! 🥰🥋🥋❤️

Photos from Lao Judo Federation's post 16/01/2026

ຢ່າລືມເດີ້ ມື້ແລງເຮົາມີນັດກັນ ເສັງສາຍດຳ ປະຈຳປີ

Photos from Lao Judo Federation's post 08/01/2026

ແຈ້ງຂ່າວມໍລະນະກຳ
ສະຫະພັນກິລາຢູໂດແຫ່ງຊາດລາວ ຂໍແຈ້ງຂ່າວມາຍັງທ່ານຊາບວ່າ ທ່ານ ຄຳໃສ ພົມມະວິຫານ ເຊິ່ງເປັນພໍ່ຂອງ ນາງ ສີປະໄພ ພົມມະວິຫານ ອະດີດນັກກິລາຢູໂດທີມຊາດລາວ ໄດ້ເຖິງແກ່ມໍລະນະກຳແລ້ວ
ສົບໄດ້ບຳເພັນກຸສົນທີ່ເຮືອນຂອງຜູ້ກ່ຽວເອງ ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
ວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນວັນທີ 9/1/2026 ທີ່ວັດ ທາດຝຸ່ນ
ມື້ຫ້າງຫາກະກຽມ ວັນທີ 10/1/2026
ມື້ຕັກບາດ ຖະຫວາຍສັງຄະທານ ວັນທີ 11/1/2026
ດັ່ງນັ້ນຈຶ່ງແຈ້ງມາຍັງບັນດາທ່ານເພື່ອຮັບຊາບ
ສ່ວນທ່ານໃດທີ່ບໍ່ສະດວກໄປອົບອຸ່ນ ສາດມາດຮ່ວມກິນທານໄດ້ຕາມ QR ໃນຮູບ

Photos from Lao Judo Federation's post 06/01/2026

ແຈ້ງການສອບເສັງສາຍດຳ ປະຈຳປີ 2026 ຂອງສະຫະພັນກິລາຢູໂດແຫ່ງຊາດລາວ
ລາຍລະອຽດຕາມແຈ້ງການ ແລະ ຟອມຕາມລິ້ງລຸ່ມນີ້
https://forms.gle/mW3wZvN8UC5fMcFi6
ສອບຖາມໂທ: 02029448196 ອຈ. ພອນວັນ

Photos from Lao Judo Federation's post 11/12/2025

ຜົນການແຂ່ງຂັນກິລາຢູໂດ ໃນການເຂົ້າຮ່ວມການແຂ່ງຂັນກິລາຊີເກມ ຄັ້ງທີ 33 ປີ 2025 ທີ່ປະເທດໄທ ເປັນເຈົ້າພາບ
ມື້ທຳອິດ ວັນທີ 11/12/2025
ນັກກິລາຢູໂດທີມຊາດລາວ ໄດ້ມາ 2 ຫຼຽນທອງ
ຈາກປະເພດ
Ju No Kata ນາງ ມະຍຸລີ ພານຸວົງ
ຄູ່ກັບ ນາງ ພອນວັນ ສີອຳພອນ
ແລະ Nage No kata ທ້າວ ເດດສຸວັນ ວົງສະຫວັນຄຳ ຄູ່ກັບ ທ້າວ ຄຳສີ ຄູນນີວາດ

#ນ້ຳສອງສີ

Want your business to be the top-listed Gym/sports Facility in Vientiane?

Click here to claim your Sponsored Listing.

Location

Telephone

Website

Address


Khoun Boulom
Vientiane

Opening Hours

Monday 06:00 - 20:30
Tuesday 06:00 - 20:30
Wednesday 06:00 - 20:30
Thursday 06:00 - 20:30
Friday 06:00 - 20:30
Saturday 06:00 - 20:30
Sunday 06:00 - 20:30