Lao Futsal League

Lao Futsal League

Share

LAO FUTSAL LEAGUE

Photos from ສະຫະພັນບານເຕະແຫ່ງຊາດລາວ Lao Football Federation's post 05/12/2025
Photos from Lao Futsal League's post 16/09/2025

ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກຟຸດ​ຊໍ ລະດັບ 2 AFC Coaching Certificate Course Futsal Level 2

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຂໍຖືເປັນກຽດແຈ້ງມາຍັງບັນດາສະຫະພັນບານເຕະແຂວງ, ສະໂມສອນກິລາບານເຕະ ທີ່ເປັນສະມາຊິກຂອງ ສຕລ ຊາບວ່າ: ສຕລຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກຟຸດ​ຊໍ ລະດັບ 2 AFC Coaching Certificate Course Futsal Level 2 ຝຶກສອນໂດຍວິທະຍາກອນທິ່ໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC).
ຜູ້ເຂົ້າຮ່ວມຕ້ອງມີເງື່ອນໄຂດັ່ງລຸ່ມນີ້:

#ກຳນົດການ

- ວັນເວລາການຝຶກອົບຮົມ: ລະຫວ່າງວັນທີ 26 /11/ - 4/12/ 2025

- ປິດຮັບສະໝັກ ວັນທີ 31 ຕຸລາ 2025, ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)

#ສະຖານທີ່

- ສຳນັກງານໃຫຍ່ ສຕລ (ບ້ານຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປ ລາວ

#ເງື່ອນໄຂ:

- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ພະແນກເຕັກນິກວິທະຍາ ສຕລ.

- ການຢື່ນສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມໜັງສືຜ່ານແດນ(ປາສະປໍ) ແລະ ຮູບສີ 1ໃບ.

- ຜູ້ເຂົ້າຮ່ວມຕ້ອງມີໃບປະກາດຄູຝຶກບານເຕະຟຸດ​ຊໍລະດັບ 1 ຈຶ່ງ​ເຂົ້າຮ່ວມການຝຶກອົບຮົມໄດ້.

- ໃນເວລາມາຍື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າລົງທະບຽນພ້ອມ

* ຄົນລາວ 1,500,000 ກີບ / ທ່ານ

* ຄົນຕ່າງປະເທດ 1000 ໂດລາ(USD) / ທ່ານ

- ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດໄລຍະການຝຶກອົບຮົມ.

- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງAFCວາງອອກຢ່າງເຂັ້ມງວດ.

#ຄວາມຮັບຜິດຊອບຂອງ ສຕລ:

- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກອົບຮົມ

- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.

- ອາຫານທ່ຽງ ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.

# ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:

- ການເດີນທາງໄປ-ກັບ.

- ບ່ອນພັກເຊົາຕະຫຼອດໄລຍະການຝຶກອົບຮົມ.

- ເກີບສຳລັບເຕະບານຟຸດຊໍ ແລະ ອຸປະກອນຮັບໃຊ້ສ່ວນຕົວ.

- ຖ້າຜູ້ເຂົ້າຮ່ວມນຳເອົາຄອມພິວເຕີໂນ໋ດບຸກ, USB ມາດ້ວຍຍິ່ງຈະເປັນການດີເພື່ອນໍາໃຊ້ເຂົ້າໃນການຝຶກອົບຮົມ.

ໝາຍເຫດ:

#ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສຕລ ກ່ອນວັນປິດ

ຮັບສະໝັກ 31 ຕຸລາ 2025, ເພື່ອລົງທະບຽນ ກັບ AFC.

- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນຈິ່ງຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນສົມບັດຂອງຜູ້ສະໝັກ. (ສຕລ ຈະແຈ້ງໃຫ້ຮັບຊາບຜູ້ທີ່ຜ່ານການຄັດເລືອກ)

- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:

020 55411932 ທ່ານ ສີ​ສະ​ເຫວີຍ ໄຊ​ຊະ​ນະ​ສີ (ຜູ້ປະສານງານ)

Email: [email protected]

05/09/2025

ພົບກັນໃນໄວໆນີ້ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ Xll ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025 !

30/08/2025

ຂ່າວດີ ວົງການຟຸດຊໍ

#ร่วมมือพัฒนาฟุตซอล ⚽🥅🇹🇭🤝🇱🇦

เมื่อวันที่ 29 สิงหาคม 2568 ที่ผ่านมา นายวรงค์ ทิวทัศน์ ประธานจัดการแข่งขันฟุตซอลไทยลีก ฟุตซอลดิวิชั่น 1 และ ฟุตซอลหญิงชิงชนะเลิศแห่งประเทศไทย ได้เข้าพบ นายวีเพ็ท สีหาจักร ประธานสหพันธ์ฟุตบอลแห่งชาติลาว เพื่อพูดคุยถึงแนวทางความร่วมมือด้านการพัฒนากีฬาฟุตซอล

การหารือครั้งนี้เป็นไปในบรรยากาศที่เป็นมิตรและมุ่งหวังจะยกระดับมาตรฐานฟุตซอลของทั้งสองประเทศ โดยทางสหพันธ์ฟุตบอลลาวได้เสนอแนวทาง ให้ผู้บริหารสโมสรฟุตซอลในลีกลาว เข้ามาศึกษาดูงานด้านต่าง ๆ ของการแข่งขันฟุตซอลไทยลีก ไม่ว่าจะเป็นระบบการจัดการลีก การบริหารสโมสร รวมถึงการฝึกซ้อมและพัฒนานักกีฬา

วัตถุประสงค์สำคัญของการศึกษาดูงานครั้งนี้ คือการนำองค์ความรู้และประสบการณ์จากไทยไปประยุกต์ใช้ในการพัฒนาฟุตซอลลาว เพื่อสร้างความแข็งแกร่งให้กับสโมสร และต่อยอดไปถึงการยกระดับ ฟุตซอลทีมชาติลาว ให้มีศักยภาพมากยิ่งขึ้นในอนาคต

ถือเป็นอีกหนึ่งก้าวสำคัญของความร่วมมือด้านกีฬาระหว่างไทย–ลาว ที่จะช่วยเชื่อมโยงความสัมพันธ์ และสร้างความก้าวหน้าให้กับวงการฟุตซอลในภูมิภาคอาเซียนต่อไป.

Photos from Lao Futsal League's post 26/07/2025

ວີພີຊີ ຄວ້າແຊ້ມລາວຟຸດຊໍ ລີກ 2025 ເປັນສະໄຫມທໍາອິດ

ການແຂ່ງຂັນບານເຕະ ລາວ ຟຸດຊໍ ລີກ 2025 LAO FUTSAL LEAGUE 2024ທີ່ສະຫນາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວເມື່ອວັນທີ 06 ກໍລະກົດ 2025 ແມ່ນຮອບຊິງຊະນະເລີດລະຫວ່າງ ເຄເອັມທີ ພົບ ວີພີຊີ, ໂດຍມີກອງເຊຍເຂົ້າຮ່ວມຊົມ-ເຊຍ ຢ່າງຄັບຄາໜາແໜ້ນ ແລະ ບັນຍາກາດດຳເນີນໄປດ້ວຍໄມຕີຈິດມິດຕະພາບທີ່ເບີກບານມ່ວນຊື່ນ.
ຜ່ານການແຂ່ງຂັນຜົນປະກົດວ່າ ວີພີຊີ ເຮັດໄດ້ດີກວ່າ ເອົາຊະນະ ເຄເອັມທີ 3-1 ໂດຍ ວີພີຊີ ໄດ້ປະຕູຂຶ້ນນຳກ່ອນໃນເຄິ່ງເວລາທີ 1 ຈາກ ເບີ 13 ບຸນທະວີ ສີປະສົງ ນາທີ 13, ເບີ 7 ຄຳຜາ ພິພັກຂະວົງ ນາທີ 18 ແລະ ການສະກັດເຂົ້າປະຕູຕົນເອງນັກກິລາ ເຄເອັມທີ ເບີ 40 ສອນສະນິດ ພົມມະຈັນ ນາທີ 20 ແລະ ເຄເອັມທີິ ມາໄດ້ 1 ປະຕູ ໃນເຄິ່ງເວລາທີ 2 ຈາກ ເບີ 54 ອາລິດ ຄຳປະເສີດ ນາທີ 22.
ການແຂ່ງຂັນ ລາວ ຟຸດຊໍລີກ ປະຈຳປີ 2025 ແມ່ນເລີ່ມແຂ່ງຂັນ ນັບຕັ້ງແຕ່ວັນ ວັນທີ 26 ເມສາ 2025 ເຊິ່ງປີນີ້ ມີ 12 ສະໂມສອນ ເຂົ້າຮ່ວມການແຂ່ງຂັນ ປະກອບມີ:
1. ເບ ສະຫວັນ
2. ຄິງດ້ອມ & ເອັສທີທີ ເອັຟຊີ
3. ເຫນືອ - ໃຕ້
4. ຊີທີເອ ພາວເວີ້
5. ນະຄອນຫຼວງ
6. ວີເຊີນ ຢູໄນເຕັດ
7. ອາສາ ພາວເວີ້
8. ເຄເອັມທີ ເອັຟຊີ
9. ຈັນສີ
10. ລະຊະຕະ
11. ວີພີຊີ ເອັຟຊີ
12. ມະຫາວິທະຍາໄລວິທະຍາສາດສຸຂະພາບ
ສຳລັບຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ, ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3 ຫາ 6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ (Play-off) ນັດດຽວ. ສ່ວນ ສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ.
ຜົນການແຂ່ງຂັນສາມາດສະຫລຸບອັນດັບໄດ້ດັ່ງລຸ່ມນີ້:
ອັນດັບ 1 ຊະນະເລີດ ວີພີຊີ ໄດ້ຮັບຂັນແຊັມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ເເລະ ເງິນລາງວັນ ຈຳນວນ 50.000.000 ກີບ
ອັນດັບ 2 ຮອງຊະນະເລີດ ເຄເອັມທີ ໄດ້ຮັບເງິນລາງວັນ ຈຳນວນ 25.000.000 ກີບ
ອັນດັບ 3 ລະຊະຕະ ໄດ້ຮັບເງິນລາງວັນ 10.000.000 ກີບ
ອັນດັບ 4 ນະຄອນຫຼວງ
ອັນດັບ 5 ເບສະຫວັນ
ອັນດັບ 6 ຊີທີເອ ພາວເວີ້
ອັນດັບ 7 ຄິງດ້ອມ & ເອັສທີທີ
ອັນດັບ 8 ຈັນສີ
ອັນດັບ 9 ເຫນືອ - ໃຕ້
ອັນດັບ 10 ວີເຊີ້ນ ຢູໄນເຕັດ
ອັນດັບ 11 ອາສາ ພາວເວີ້
ອັນດັບ 12 ມະຫາວິທະຍາໄລວິທະຍາສາດສຸຂະພາບ
ນອກຈາກນັ້ນ, ຍັງມີລາງວັນຜູ້ຍິງປະຕູສູງສຸດເປັນຂອງ ສິດ ຄຳສຸລິດາ ຈາກ ສະໂມສອນ ຟຸດຊໍ ລະຊະຕະ ຍິງໄດ້ 29 ປະຕູ ໄດ້ຮັບຂັນລາງວັນ, ຜູ້ຮັກສາປະຕູດີເດັ່ນ ຈັນທະະສອນ ສິລິອຳພອນ ຈາກ ສະໂມສອນ ຟຸດຊໍ ສະໂມສອນ ຟຸດຊໍ ເຄເອັມທີ ລົງສະຫນາມ 13 ນັດ ເສຍປະຕູຫນ້ອຍທີ່ສຸດ ໄດ້ຮັບຂັນລາງວັນ, ນັກກິລາດີເດັ່ນ ບຸນທະວີ ສີປະສົງ ຈາກ ສະໂມສອນ ຟຸດຊໍ ວີພີຊີ ໄດ້ຮັບຂັນລາງວັນ ແລະ ຄູຝຶກດີເດັ່ນ ໄຊຊະນະ ອິນທະວົງ ຈາກ ສະໂມສອນ ຟຸດຊໍ ວີພີຊີ ໄດ້ຮັບຂັນລາງວັນ.
ໃຫ້ກຽດເຂົ້າຮ່ວມພິີທີມອບລາງວັນມີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນ. ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສົມລິດ ພົມມະຫານ ຮອງຫົວຫນ້າພະແນກກວດກາ ບໍລິສັດລາວໂທລະຄົມມະຫາຊົນ, ທ່ານ ນ. ທີດາລັກ ບົວບຸນມີ ປະທານ Cava - ຊາວ໌ະ , ແຟນບານຟຸດຊໍ ແລະ ສື່ມວນຊົນ ເຂົ້າຮ່ວມ.






26/07/2025

ຍິນດີນຳ ສະໂມສອນ ຟຸດຊໍ ວີພີຊີ ຄວ້າແຊ້ມ ການແຂ່ງຂັນ ລາວ ຟຸດຊໍ ລີກ 2025






26/07/2025

ຂໍສະແດງຄວາມຍິນດີນຳ ສະໂມສອນ ຟຸດຊໍ ວີພີຊີ ຄວ້າແຊ້ມ ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2025

CHAMPIONS LAO FUTSAL LEAGUE 2025 '' VPC FUTSAL CLUB ''






26/07/2025

✅🏆 ລາງວັນນັກກິລາດີເດັ່ນ ບຸນທະວີ ສີປະສົງ ຈາກ ສະໂມສອນ ຟຸດຊໍ ວີພີຊີ






26/07/2025

✅🏆 ລາງວັນຄູຝືກດີເດັ່ນ ທ່ານ ໄຊຊະນະ ອິນທະວົງ ຈາກ ສະໂມສອນຟຸດຊໍ ວີພີຊີ






Want your business to be the top-listed Gym/sports Facility in Vientiane?

Click here to claim your Sponsored Listing.

Location

Category

Website

Address


Lao Football Federation Ban Houayhong, Chanthabouly District P. O. Box 3777, Vientiane Lao PDR Tel: +856-21-560821 Fax:+856-21-560820 Email: Contact@laoff. Org, , P. O. Box 3777 Vientiane
Vientiane
1800