10/12/2025
❤️❤️❤️🇱🇦🇱🇦🇱🇦✌️✌️✌️🥰🥰🥰
✈️✨🇱🇦 ເຊົ້າວັນທີ 10 ທັນວາ 2025 ນີ້, ຄະນະນັກກິລາຄິກບ໋ອກຊິງ ທີມຊາດລາວ ໄດ້ອອກເດີນທາງໄປປະເທດໄທ ເພື່ອເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ 33 ນຳພາໂດຍ ອາຈານ ບຸນປອນ ລາຊະວົງສີ, ເຊິ່ງຄະນະນັກກິລາຊຸດນີ້ ມີທັງໝົດ 6 ຄົນ (ຍິງ 2) ຈະຮ່ວມແຂ່ງຂັນລາຍການ ຄິກບ໋ອກຊິງ ປະເພດ Low Kick, Full Contact, K1 ແລະ Point Fighting ລະຫວ່າງວັນທີ 13-16 ທັນວາ 2025 ທີ່ຍິມນາຊ້ຽມ ມະຫາວິທະຍາໄລ ອັສສຳຊັ່ນ ສະໝຸດປຣາການ.
✅ ກິລາຄິກບ໋ອກຊິງ ໃນງານຊີເກມຄັ້ງນີ້ ມີຊິງໄຊທັງໝົດ 8 ຫລຽນຄຳ, ຜົນງານຄັ້ງຜ່ານມາຂອງ ຄິກບ໋ອກຊິງ ທີມຊາດລາວ ຍາດມາໄດ້ 1 ຫລຽນເງິນ 1 ຫລຽນທອງ.
🎉💪🇱🇦 ສູ້ໆເດີ‼️
ຂ່າວ: ຂ່າວກິລາ Lao National TV
ຂໍ້ມູນ ແລະ ພາບ: ສະຫະພັນ ຄິງບ໋ອກຊິງ ແຫ່ງຊາດລາວ
20/03/2024
ການຮ່ວມມືກັບວັນ ONE ເພື່ອຄົ້ນຫານັກກິລາລາວທີ່ເດັດເຂົ້າຮ່ວມແຂ່ງຂັນເວທີ ONE 🥊🥊🥊🇱🇦🇱🇦🇱🇦🇹🇭🇹🇭🇹🇭ແບບອາຊີບ
15/05/2023
ໃນນາມສະຫະພັນ ຄິກບ໋ອກຊິງ ແຫ່ງຊາດລາວ ຂໍຂອບໃຈ ລັດຖະບານ,ປະເທດກຳປູເຈຍ ແລະ ບັນດາບໍລິສັດ  Space techno, Gordon  studio & production, TNK investment, Freedom 08, HPC ປະກັນໄພ ຈຳກັດ, ວຽງຄຳ ຮັກສາຄວາມປອດໄພ ຈຳກັດ, ຄູສະປອດ ຈຳກັດທີ່ໃຫ້ໂອກາດ ແລະ ອຸປະຖຳງົບປະມານໃນການເຂົ້າຮ່ວມແຂ່ງກິລາ Cambodia 2023 - 32nd SEA GAMES 🇰🇭
23/01/2023
👍👍👍👌👌👌👏👏👏🥰🥰🥰❤️❤️❤️
ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2022, ຈັດຂຶ້ນລະຫວ່າງວັນທີ 19-20 ມັງກອນ ປີ 2023, ທີ່ນະຄອນຫລວງວຽງຈັນ ກ່ຽວກັບແຜນພັດທະນາທາງດ່ວນໃນ ສປປ ລາວ ວ່າ: ທາງດ່ວນທີ່ເປັນ ບູລິມະສິດ ແລະ ມີເງື່ອນໄຂໃນແຜນພັດທະນາຂອງຂະແໜງການ ຍທຂ ໄລຍະປີ 2021-2025 ມີທັງໝົດ 5 ເສັ້ນ. ສໍາລັບຄວາມຄືບໜ້າຂອງການພັດທະນາ ມາຮອດປັດຈຸບັນ ສາມາດສັງລວມໄດ້ ດັ່ງນີ້:
1). ທາງດ່ວນແຕ່ ບໍ່ເຕ່ນ, ແຂວງຫລວງນໍ້າທາ ຫາ ນະຄອນຫຼວງວຽງຈັນ:
- ຊ່ວງທີ 1 ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ເປີດບໍລິການແລ້ວ.
- ຊ່ວງທີ 2 ວັງວຽງ-ຫຼວງພະບາງ ແລະ
- ຊ່ວງທີ 3 ຫຼວງພະບາງ-ອຸດົມໄຊ ແມ່ນກຳລັງຢູ່ໃນຂັ້ນຕອນຄັດເລືອກເອົາບໍລິສັດໃໝ່ທີ່ມີເງື່ອນໄຂ ແລະ
ຄວາມພ້ອມດ້ານຕ່າງໆ ມາສືບຕໍ່ພັດທະນາ.
- ສຳລັບ ຊ່ວງທີ 4 ອຸດົມໄຊ - ບໍ່ເຕັນ ພວມຢູ່ໃນຂະບວນການເຈລະຈາ ໂດຍກະຊວງແຜນການ ແລະ ການ
ລົງທຶນ.
2) ທາງດ່ວນ ແຕ່ ບໍ່ເຕັນ ແຂວງຫຼວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ: ໄດ້ສຳເລັດການກວດກາແບບແຕ້ມລະອຽດ
ແລະ ຮັບຮອງແບບແຕ້ມເຕັກນິກ ແລ້ວ ປັດຈຸບັນ ກະຊວງແຜນການ ແລະ ການລົງທຶນ ພວມດຳເນີນເຈລະຈາເຊັນ
ສັນຍາສຳປະທານ.
3) ທາງດ່ວນ ແຕ່ ນະຄອນຫຼວງວຽງຈັນ ຫາ ປາກເຊ ແມ່ນໄດ້ແບ່ງ ເປັນ 5 ຊ່ວງ ຄື:
- ຊ່ວງທີ I: ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄຳໄຊ (ສຳເລັດການຮັບຮອງທາງດ້ານເສດຖະກິດ
ເຕັກນິກ).
- ຊ່ວງທີ II: ແຕ່ປາກຊັນ ແຂວງບໍລິຄໍາໄຊ ຫາ ທ່າແຂກ (ແຍກທາງເລກ 12) ແຂວງຄຳມ່ວນ.
- ຊ່ວງທີ III: ແຕ່ ທ່າແຂກ (ແຍກທາງເລກ 12) ແຂວງຄຳມ່ວນ ຫາ ແຂວງສະຫວັນນະເຂດ (ແຍກທາງເລກ
9B).
- ຊ່ວງທີ IV: ແຕ່ ແຂວງສະຫວັນນະເຂດ (ແຍກທາງເລກ 9B) ຫາ ແຂວງສາລະວັນ (ແຍກທາງເລກ 15).
- ຊ່ວງທີ V: ແຕ່ ແຂວງສາລະວັນ (ແຍກທາງເລກ 15) ຫາ ປາກເຊ, ແຂວງຈຳປາສັກ ແມ່ນຢູ່ໃນໄລຍະສຶກສາ
ຄວາມເປັນໄປໄດ້.
4) ໂຄງການທາງດ່ວນ (ແລວໃໝ່) ຂະໜານທາງເລກທີ 12 ແຕ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ແຕ່ເມືອງທ່າແຂກ
ຫາ ຊາຍແດນ ລາວ-ຫວຽດນາມ (ນາເພົ້າ-ຈໍຫຼໍ່) ແຂວງຄໍາມ່ວນ ແມ່ນສຳເລັດການຮັບຮອງທາງດ້ານເສດຖະກິດເຕັກ
ນິກ.
5) ໂຄງການທາງດ່ວນ (ແລວໃໝ່) ແຕ່ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານນາຊ່າງເຫຼັກ ເມືອງທຸລະ
ຄົມ ແຂວງວຽງຈັນ ແມ່ນສຳເລັດການຮັບຮອງທາງດ້ານເສດຖະກິດເຕັກນິກ, ປັດຈຸບັນ ຢູ່ໃນຂັ້ນຕອນສໍາຫຼວດ-
ອອກແບບ ລະອຽດຂອງໂຄງການ (Detail design).
ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ຍົກໃຫ້ເຫັນໝາກຜົນທີ່ໄດ້ຮັບຈາກການພັດທະນາທາງດ່ວນ ໂດຍສະເພາະທາງດ່ວນ ນະຄອນຫຼວງວຽງຈັນ ຫາ ບໍເຕ່ນ ຊ່ວງທີ 1 ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ ທີ່ໄດ້ກໍ່ສ້າງສຳເລັດ ແລະ ກຳລັງນຳໃຊ້ນັ້ນ ໄດ້ຮັບໝາກຜົນ ດັ່ງນີ້:
+ ໝາກຜົນທາງກົງ: ແມ່ນໄດ້ຈາກການແບ່ງປັນຜົນຕາມສັດສ່ວນໃນການຖືຮຸ້ນ ຊຶ່ງເປັນພາລະບົດບາດຂອງກະຊວງ ແຜນການ ແລະ ການລົງທຶນ ໃນນາມຄູ່ສັນຍາເປັນຜູ້ຕິດຕາມຄຸ້ມຄອງ.
+ ໝາກຜົນທາງອ້ອມ: ແມ່ນສະແດງອອກຈາກການຫຼຸດໄລຍະທາງ ແລະ ເວລາໃນການເດີນທາງຂອງປະຊາ ຊົນ (ແຕ່ເດີມໃຊ້ເວລາເດີນທາງ 4 ຊົ່ວໂມງ, ປັດຈຸບັນ ຂຶ້ນທາງດ່ວນໃຊ້ເວລາພຽງ 1 ຊົ່ວໂມງ), ຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງສິນຄ້າ, ຫຼຸດຜ່ອນຄວາມສ່ຽງການເກີດອຸບັດເຫດຈາກການຂັບຂີ່, ສ້າງຄວາມສະດວກໃນການເດີນທາງໄປມາຂອງ ປະຊາຊົນ ແລະ ອື່ນໆ.
ລາຍງານ
10/02/2020
ພວກເຮົາຂໍນຳສະເໜີສະຖິຕິນັກມວຍສັນຊາວລາວ ໄພລັດ ທຳມະວັງສາ ຊຶ່ງໄດ້ຮັບກຽດໃນການເຂົ້າແຂ່ງຊີເກມ ທີ່ປະເທດ ຟີລິບປິນ ໃນປີ 2019 ທີ່ຜ່ານມາ
ແລະ ໃນປີນີ້ທ່ານຍັງສາມາດຕິດຕາມຜົນງານຂອງນັກມວຍທີ່ຈະສ້າງຜົນງານໃຫ້ທ່ານຮັບຊົມ.
--------------
We introduce to you Pailath Thammavongsa, a kick-boxing veteran who was also part of the SEA Games 2019. You surely want to follow his journey this year, as he takes the LKF arena by storm.
06/02/2020
ພວກເຮົາຂໍນຳສະເໜີສະຖິຕິນັກມວຍສັນຊາວລາວ ພັນ ເຈືອງວັນເຮືອງ ຊຶ່ງໄດ້ຮັບກຽດໃນການເຂົ້າແຂ່ງຊີເກມ ທີ່ປະເທດ ຟີລິບປິນ ໃນປີ 2019 ທີ່ຜ່ານມາ
ແລະ ໃນປີນີ້ທ່ານຍັງສາມາດຕິດຕາມຜົນງານຂອງນັກມວຍທີ່ຈະສ້າງຜົນງານໃຫ້ທ່ານຮັບຊົມ.
--------------
We introduce to you Phan Cheung Vanh Heung, a kick-boxing veteran who was also part of the SEA Games 2019. You surely want to follow his journey this year, as he takes the LKF arena by storm.
05/02/2020
ພວກເຮົາຂໍນຳສະເໜີສະຖິຕິນັກມວຍສັນຊາວລາວ ລາດຊະສັກ ສຸລິຍະວົງ ຊຶ່ງໄດ້ຮັບກຽດໃນການເຂົ້າແຂ່ງຊີເກມ ທີ່ປະເທດ ຟີລິບປິນ ໃນປີ 2019 ທີ່ຜ່ານມາ
ແລະ ໃນປີນີ້ທ່ານຍັງສາມາດຕິດຕາມຜົນງານຂອງນັກມວຍທີ່ຈະສ້າງຜົນງານໃຫ້ທ່ານຮັບຊົມ.
--------------
We introduce to you Latxasak Souliyavong, a kick-boxing veteran who was also part of the SEA Games 2019. You surely want to follow his journey this year, as he takes the LKF arena by storm.