19/03/2026
[English Text Below]
ໃນວັນທີ 16 ທັນວາ 2025 ພະນັກງານໂຄງການ ຈາກ MCC ແລະ ຄະນະຮັບຊອບໂຄງການ ຈາກກົມກວດກາ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ໄດ້ລົງທັດສະນະສຶກສາ ແລະ ແລກປ່ຽນຮຽນ ທີ່ ສູນຝຶກວິຊາຊີບ ຊາວໜຸ່ມ ດອນບອສໂກ(ສູນຜູ້ຊາຍ) ເພື່ອປຶກສາຫາລືແນວທາງການຮ່ມມືກັນໃນອານາຄົດ ພ້ອມດຽວກັນນັ້ນຍັງໄດ້ນຳສະເໜີແນວຄວາມຄິດໂຄງການໃໝ່ໃນການສົ່ງເສີມສັນຕິພາບ ຄຽງຄູ່ກັບການສົ່ງເສີມຊາວໜຸ່ມຝຶກວິຊາຊີບ ເພືອພັດທະນາສີມືແຮງງານໃຫ້ຊາວໜຸ່ມຜູ້ດ້ອຍໂອການໃນເຂດຊົນນະບົດຮ່ວມກັນ
On 16 December 2025, project staff from MCC, together with the project coordination team from the Inspection Department and the Department of Youth Vocational Development of the Lao People’s Revolutionary Youth Union Central Office, conducted a learning visit and exchange at the Don Bosco Youth Vocational Training Center (Women Center). The purpose of the visit was to discuss directions for future collaboration. At the same time, the team presented a concept for a new project that would promote peacebuilding alongside youth vocational skills training, in order to strengthen employable skills for disadvantaged youth in rural areas.
# YouthVocational
19/03/2026
[English Text Below]
ໃນວັນທີ 16 ທັນວາ 2025 ພະນັກງານໂຄງການ ຈາກ MCC ແລະ ຄະນະຮັບຊອບໂຄງການ ຈາກກົມກວດກາ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ໄດ້ລົງທັດສະນະສຶກສາ ແລະ ແລກປ່ຽນຮຽນ ທີ່ ສູນຝຶກວິຊາຊີບ ຊາວໜຸ່ມ ດອນບອສໂກ(ສູນຜູ້ຊາຍ) ເພື່ອປຶກສາຫາລືແນວທາງການຮ່ມມືກັນໃນອານາຄົດ ພ້ອມດຽວກັນນັ້ນຍັງໄດ້ນຳສະເໜີແນວຄວາມຄິດໂຄງການໃໝ່ໃນການສົ່ງເສີມສັນຕິພາບ ຄຽງຄູ່ກັບການສົ່ງເສີມຊາວໜຸ່ມຝຶກວິຊາຊີບ ເພືອພັດທະນາສີມືແຮງງານໃຫ້ຊາວໜຸ່ມຜູ້ດ້ອຍໂອການໃນເຂດຊົນນະບົດຮ່ວມກັນ
On 16 December 2025, project staff from MCC, together with the project coordination team from the Inspection Department and the Department of Youth Vocational Development of the Lao People’s Revolutionary Youth Union Central Office, conducted a learning visit and exchange at the Don Bosco Youth Vocational Training Center (Men Center). The purpose of the visit was to discuss directions for future collaboration. At the same time, the team presented a concept for a new project that would promote peacebuilding alongside youth vocational skills training, in order to strengthen employable skills for disadvantaged youth in rural areas.
# YouthVocational
19/03/2026
[English Text Below]
ໃນທ້າຍອາທິດ ທີ່ຜ່ານມາກິດຈະກໍາສົ່ງຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບ ໄລຍະ 3 (YSPP) ໄດ້ຈັດງານພົບປະແລກປ່ຽນລະຫວ່າງອາສາສະໝັກ ແລະ ອາດີອາສາສະໝັກ ກຸ່ມມິດຕະພາບ ຂຶ້ນຢູ່ທີຫ້ອງການ ອົງການມິດຕະພາບເມັນໂນນາຍປະຈຳ ສປປ ລາວ (MCC).ໂດຍການເຂົ້າຮ່ວມຂອງອາສະໜັກຮຸ່ນປະຈຸບັນ ຈຳນວນ 9 ນ້ອງ ທີ່ເດີນທາງມາເຂົ້າຮ່ວມ ແລະ ອະດີດອາສາສະໝັກກຸ່ມມິດຕະພາບ ພ້ອມພະນັກງານໂຄງການ ແລະ ຄູ່ຮ່ວມງານເຂົ້າຮ່ວມງານ ຈຳນວນທາງໝົດ 26 ທ່ານ,
ງານດັ່ງກ່າວຈັດຂື້ນເພື່ອໃຫ້ອາສາສະໝັກຮຸນປະຈຸບັນໄດ້ມີໂອກາດນຳສະເໜີບົດຮຽນທີ່ຖອດຖອນໄດ້ຈາກການເຂົ້າຮ່ວມກິດຈະກຳ ແລະ ຈາກການຈັດຕັ້ງກິດຈະກຳຝືກອົບຮົມໃຫ້ຄວາມຮູ້ກ້ຽວກັບການສົ່ງການສ້າງສັນຕິພາບໃນຊຸ່ມຊົນຂອງຕົນໃນໄລຍະຜ່ານມາໃຫ້ກັບອາດີດອາສາສະໝັກ, ພະນັກງານໂຄງການ,ຄູ່ຮ່ວມງານ.
ພ້ອມກັນນີ້ກໍຍັງເປັນໂອກາດດີໃນການສ້າງສາຍສຳພັນທີ່ດີເພື່ອໃຫ້ເກີດການແລ່ກປ່ຽນບົດຮຽນລະຫວ່າງສອງຮຸ່ນ ທັງເປັນການສ້າງເຄື່ອຂ່າຍໃນການເຮັດວຽກຮ່ວມກັນໃນອານະຄົດເພື່ອສົ່ງເສີມການສ້າງສັນຕິພາບໃຫ້ແຜຂະຫຍາຍອອກຕື່ມ.
Recently, Youth Solidarity and Peace Promotion Activity Phase 3 (YSPP) organized an exchange gathering between current volunteers and alumni “Mittapab” at the Mennonite Central Committee (MCC) Laos office. The event brought together 9 current volunteers, alumni volunteers, project staff, and partners—26 participants in total.
The gathering was held to give current volunteers an opportunity to present lessons learned from their participation and from organizing training activities that promote peacebuilding in their communities, and to share these experiences with alumni volunteers, project staff, and partners.
At the same time, it was a valuable chance to strengthen relationships between the two generations, encourage mutual learning, and build a network for future collaboration—so that peacebuilding efforts can continue to expand further.
19/03/2026
[English Text Below]
ກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບຢູ່ 5 ແຂວງພາກກາງ (ນະຄອນຫຼວງວຍງຈັນ, ຊຽງຂວາງ, ບໍລິຄຳໄຊ,ໄຊຍະບູລີ, ວຽງຈັນ) ໄລຍະລາຍງານ: ເມສາ 2025 - ກັນຍາ 2025 ຈັດຂື່ນທີ່ ຫ້ອງປະຊຸມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ນະຄອນຫຼວງວຽງຈັນ ຄັ້ງວັນທີ 18 ພະຈິກ 2025.
ໂດຍການເປັນປະທານຂອງ ນາງ ປານີ ກິນດາວົງ ຮອງເລຂາຄະນະບໍລິຫານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ນາງ ແຄັດເທີຣີນ ໂສບເບຼເວກາ ຜູ້ຕາງໜ້າ ອົງການ ມິດຕະພາບເມັນໂນນາຍ ປະຈຳ ສປປ ລາວ ພ້ອມພະນັກງານກົມອ້ອມຂ້າງ ສູນກາງຊາວ ປະຊາຊົນປະຕິວັດລາວ ຫົວໜ້າໂຄງການ ແລະ ພະນັກງານວິຊາການໂຄງການເຂົ້າຢ່າງພ້ອມໜ້າ.
ໃນກອງປະຊຸມດັ່ງກ່າວໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳໃນໄລຍະ 6 ເດືອນຕົ້ນປີ(ເດືອນ (ເມສາ 2025 - ກັນຍາ 2025) ພ້ອມກັນນັ້ນກໍ່ໄດ້ຟັງຮັບການນຳສະເໜີຮ່າງແຜ່ນການຈັດຕັ້ງປະຕິບັດກິດຈະກຳ ແລະ ແຜນງົບປະມານໃນ ສົກປີ 2025-2026.ນອກຈາກນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີການປະກອບຄໍຳຄິດເຫັນ ແລະ ການຖອດຖອນບົດໃສ່ໃນບົດລາຍງານການຈັດຕັ້ງປະຕິບັດກິດຈະກຳໃນໄລ 6 ເດືອນຕົ້ນປີ, ພ້ອມກັນນັ້ນຍັງໄດ້ສະເໜີແນະ ທິດທາງໃນການຈັດຕັ້ງກິດຈະກຳໃນໄລຍະ ສົກປີ 2025-2026 ຕື່ມອີກ.
A progress-report meeting was held to review the implementation of youth solidarity and peace promotion activities in five central provinces (Vientiane Capital, Xiengkhouang, Borikhamxay, Xayabouly, and Vientiane). Reporting period: April 2025 – September 2025. The meeting took place at the Lao People’s Revolutionary Youth Union Central Office meeting hall in Vientiane Capital on 18 November 2025.
The meeting was co-chaired by Ms. Pany Kindavong, Deputy Secretary of the LPRYU Central Executive Committee, and Ms. Catherine Sobrevega, Country Representative of Mennonite Central Committee (MCC) in Lao PDR, with relevant central staff, the project lead, and technical project staff in attendance.
During the meeting, participants heard a report on activities implemented over the first six months (April 2025 – September 2025). They also reviewed a draft implementation plan and budget for the 2025–2026 fiscal year. In addition, participants provided comments and lessons learned for the six-month report and shared further recommendations and directions to strengthen implementation during 2025–2026.
19/03/2026
[English Text Below]
ກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບຢູ່ 5 ແຂວງພາກກາງ (ນະຄອນຫຼວງວຍງຈັນ, ຊຽງຂວາງ, ບໍລິຄຳໄຊ,ໄຊຍະບູລີ, ວຽງຈັນ) ໄລຍະລາຍງານ: ຕຸລາ 2025 - ມີນາ 2026 ຈັດຂື່ນທີ່ ຫ້ອງປະຊຸມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ນະຄອນຫຼວງວຽງຈັນ ຄັ້ງວັນທີ 17 ມີນາ 2026.
ໂດຍການເປັນປະທານຂອງທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ນາງ ແຄັດເທີຣີນ ໂສບເບຼເວກາ ຜູ້ຕາງໜ້າ ອົງການ ມິດຕະພາບເມັນໂນນາຍ ປະຈຳ ສປປ ລາວ ພ້ອມພະນັກງານກົມອ້ອມຂ້າງ ສູນກາງຊາວ ປະຊາຊົນປະຕິວັດລາວ ຫົວໜ້າໂຄງການ ແລະ ພະນັກງານວິຊາການໂຄງການເຂົ້າຢ່າງພ້ອມໜ້າ.
ໃນກອງປະຊຸມດັ່ງກ່າວໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳໃນໄລຍະ 6 ເດືອນທ້າຍປີ(ເດືອນ (ຕຸລາ 2025-ເດືອນ ມີນາ 2026) ເຊີ່ງເປັນກອງປະຊຸມຄັ້ງສຸດທ້າຍຂອງກິດຈະກໍາສົ່ງເສີມຄວາມສາມັກຄີຂອງຊາວໜຸ່ມ ໄລຍະທີ 3 ພ້ອມກັນນັ້ນກໍ່ໄດ້ຟັງຮັບການນຳສະເໜີແນວຄວາມຄິດການຈັດຕັ້ງປະຕິບັດໂຄງການໃໝ່ ໄລຍະທີ 4 ສົກປີ 2025-2029.ນອກຈາກນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີການປະກອບຄໍຳຄິດເຫັນ ແລະ ການຖອດຖອນບົດໃສ່ໃນບົດລາຍງານການຈັດຕັ້ງປະຕິບັດກິດຈະກຳໃນໄລ 6 ເດືອນທ້າຍປີ, ພ້ອມກັນນັ້ນຍັງໄດ້ສະເໜີແນະ ທິດທາງໃນການຈັດຕັ້ງກິດຈະກຳໃນໄລຍະ4 ສົກປີ 2025-2029 ຕື່ມອີກ.
A progress-report meeting was held to review the implementation of youth solidarity and peace promotion activities in five central provinces (Vientiane Capital, Xiengkhouang, Borikhamxay, Xayabouly, and Vientiane). Reporting period: October 2025 – March 2026. The meeting took place at the Lao People’s Revolutionary Youth Union Central Office meeting hall in Vientiane Capital on 17 March 2026.
The meeting was co-chaired by Mr. Suliya Keophilavong, Deputy Secretary of the LPRYU Central Executive Committee, and Ms. Catherine Sobrevega, Country Representative of Mennonite Central Committee (MCC) in Lao PDR, with relevant central staff, the project lead, and technical project staff in attendance.
Participants heard a report on activity implementation during the last six months (October 2025 – March 2026), which marked the final meeting for Phase 3. The meeting also included a presentation on the concept for the new project Phase 4 (2025–2029). In addition, participants provided comments and lessons learned for the six-month report and shared further recommendations and directions for implementation in Phase 4 (2025–2029).
26/03/2025
[English Text Below]
ກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບຢູ່ 6 ແຂວງພາກໃຕ້ (ຈໍາປາສັກ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື) ໄລຍະລາຍງານ: ຕຸລາ 2024 - ມີນາ 2025 ຈັດຂື່ນທີ່ ຫ້ອງປະຊຸມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ນະຄອນຫຼວງວຽງຈັນ ຄັ້ງວັນທີ 25 ມີນາ 2025.
ໂດຍການເປັນປະທານຂອງທ່ານ ຄຳປອນ ອິນສີຊຽງໃໝ ຫົວໜ້າພະແນກຄົ້ນຄວ້າຄໍາຮ້ອງ, ຄໍາສະເໜີ ແລະ ໃຫ້ຄຳປຶກສາຊາວໜຸ່ມ-ເຍົາວະຊົນ ກົມກວດກາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ນາງ ແຄັດເທີຣີນ ໂສບເບຼເວກາ ຜູ້ຕາງໜ້າ ອົງການ ມິດຕະພາບເມັນໂນນາຍ ປະຈຳ ສປປ ລາວ ພ້ອມພະນັກງານກົມອ້ອມຂ້າງ ສູນກາງຊາວ ປະຊາຊົນປະຕິວັດລາວ ຫົວໜ້າໂຄງການ ແລະ ພະນັກງານວິຊາການໂຄງການເຂົ້າຢ່າງພ້ອມໜ້າ.
ໃນກອງປະຊຸມດັ່ງກ່າວໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳໃນໄລຍະ 6 ເດືອນທ້າຍປີ(ເດືອນ (ຕຸລາ 2024-ເດືອນ ມີນາ 2025) ພ້ອມກັນນັ້ນກໍ່ໄດ້ຟັງຮັບການນຳສະເໜີຮ່າງແຜ່ນການຈັດຕັ້ງປະຕິບັດກິດຈະກຳ ແລະ ແຜນງົບປະມານໃນ ສົກປີ 2025-2026.ນອກຈາກນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີການປະກອບຄໍຳຄິດເຫັນ ແລະ ການຖອດຖອນບົດໃສ່ໃນບົດລາຍງານການຈັດຕັ້ງປະຕິບັດກິດຈະກຳໃນໄລ 6 ເດືອນທ້າຍປີ, ພ້ອມກັນນັ້ນຍັງໄດ້ສະເໜີແນະ ທິດທາງໃນການຈັດຕັ້ງກິດຈະກຳໃນໄລຍະ ສົກປີ 2025-2026 ຕື່ມອີກ.
Progress Report Meeting on the Implementation of Youth Solidarity and Peace Promotion Activities in Six Southern Provinces (Champasak, Khammouane, Savannakhet, Salavan, Sekong, Attapeu) Reporting Period: October 2024 - March 2025
The meeting was held at the Central Youth Office of the Lao People's Revolutionary Youth Union in Vientiane Capital on March 25, 2025. It was chaired by Mr. Khamphon Insyxiengmai, Head of the Youth Research, Complaints, Proposals, and Advisory Department, and Ms. Catherine Sobrevega, Representative of the Mennonite Central Committee (MCC) in Laos, along with staff from the Central Youth Office, project leaders, and technical staff.
During the meeting, participants reviewed the progress of activities implemented over the past six months (October 2024 - March 2025). They also discussed and proposed plans and budgets for the 2025-2026 fiscal year. Additionally, attendees provided feedback and suggestions for the final report on the activities conducted over the past six months and offered recommendations for future activities in the 2025-2026 period.
17/03/2025
ປະກາດຮັບພະນັກງານ
ຕຳແໜ່ງ: ຮັກສາຄວາມປອດໄພ /ດູແລສວນ
ປະຈຳຫ້ອງ ອົງການ MCC ທີ່ນະຄອນຫຼວງວຽງຈັນ
ອົງການມິດຕະພາບເມັນໂນນາຍ (MCC) ແມ່ນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ດຳໂນນໂຄງການຢູ່ ສປປ ລາວ ນັບຕັ້ງແຕ່ ປີ 1975. ອົງການ MCC ປະຈຳລາວ ປະຈຸບັນມີໂີຄງການທີ່ສຸ່ມໃສ່ ວຽກງານການໄກ່ເກ່ຍ ແລະ ແກ້ໄຂຂໍ້ຂັດແຍ້ງ , ການເຝິກອົບຮົມຊາວໜຸ່ມເພື່ອສາ້ງສັນຕິສຸກ, ກົດໝາຍທີ່ດິນ ແລະ ຊ່ວຍເຫຼື່ຄົນພິການ.
ອົງການ MCC ປະຈາໍ ລາວ ມິບຸກຄະລາກອນຫຼາຍກວ່າ 30 ຄົນປະຈາໍ ຢູ່ຫ້ອງການທີ່ນະຄອນຫຼວງວຽງຈັນ ແລະ 3 ຫ້ອງການປະຈຳຢູ່ຕ່າງແຂວງ.ປະຈຸບັນຫ້ອງການ ອົງການ MCC ປະຈຳ ສປປ ລາວ ມີຄວາມຕ້ອງການຮັບສະໝັກພະນັກງານ
ຮັກສາຄວາມປອດໄພ/ດູແລສວນ ຈາໍນວນ 01 ຕໍາແໜ່ງ ປະຈາໍຫ້ອງການ ອົງການ MCC ທີ່ນະຄອນຫຼວງວຽງຈັນ.
ເງື່ອນໄຂ ແລະ ຄຸນນະວຸດທິ:
- ສາມາດອ່ານ-ຂຽນ-ເວົ້າພາສາລາວໄດ້ເປັນຢ່າງດີ
- ມີບ່ອນພັກອາໄສຢູ່ເຂດເມືອງສີສັດຕະນາກ ຫຼື ໃກ້ຄຽງ.
- ມີລົດຖ້ຽວວຽກດ້ວຍຕົນເອງ ແລະ ສາມາດເຮັດວຽກໄດ້ທັງກາງເວັ້ນ ແລະ ກາງຄືນ
- ມີຄວາມຮັບຜິດຊອບສູງຕໍ່ຫນ້າທີ່ວຽກງານຮັກສາຄວາມປອດໄພໂດຍສະເພາະຍາມກາງຄືນ
- ມີບຸກຄະລິກະພບທີ່ດີ,ຊື້ສັດ ແລະ ສຸຂະພາບແຂງແຮງ
ໜາ້ທີ່ຮັບຜິດຊອບ:
- ຮັກສາຄວາມປອດໄພຢູ່ບໍລິເວນຫ້ອງການ ແລະ ເຮືອນພັກ(ຕອນກາງຄນື )
- ເບີ່ງຄວາມເປັນລະບຽບຮຽບຮ້ອຍ ຕາມເດີນຫ້ອງການ ແລະ ເຮືອນພັກ
- ດູແເດີນ(ສວນ)ຂອງຫ້ອງການ ລວມທັງການຕັດຫຍ້າ ແລະ ກິ່ງໄມ້ຕ່າງໆ
- ດູແລໄຟຟ້າ ແລະ ນໍ້າປະປາຂອງຫ້ອງການ ແລະ ເຮືອນພັກ
- ເຮັດວຽກອື່ນໆຕາມການມອບໝາຍ
ທ່ານໃດສົນໃຈ, ກະລຸນາປະກອບຊີວະປະຫວັດ, ໃບຄາໍຮ້ອງ, ສໍາເນົາບັດປະຈາໍຕົວ, ສໍາເນົາມະໂນຄົວ ແລະເອກະສານອື່ນໆ ຍື່ນມາທີ່ຫ້ອງການ ອົງການ MCC ເຮືອນເລກທີ 233, ໜ່ວຍ 12, ຮ່ອມ 4 ບາ້ນ ໂພນສະຫວັນໃຕ້ ,ເມືອງ ສັດຕະນາກ, ນະຄອນຫຼວງວຽງຈັນ ຫຼື ທາງອີເມວ [email protected].
ສອບຖາມຂໍ້ມູນເພີ່ມເຕີມ ໂທ: 021 312 625
ກະລຸນາຍື່ນສະໝັກກ່ອນວັນທີ
21/03/2025.
06/03/2025
[English Text Below]
ໃນວັນທີ 05-06 ມີນາ 2025 ອົງການມິດຕະພາບ ເມັນໂນນາຍ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມພະນັກງານປະຈຳໄຕຣມາດທີ 1 ຂຶ້ນທີ່ນະຄອນຫລວງວຽງຈັນ ໃນໂອກາດດັ່ງກ່າວ ພວກເຮົາໄດ້ຕ້ອນຮັບຜູ້ຕ່າງໜ້າຄົນໃໝ່ທີ່ຈະມາປະຈຳຢູ່ໃນ ສປປ ລາວ. ນອກຈາກນີ້, ພວກເຮົາຍັງໄດ້ຮັບການຝຶກອົບຮົມຈາກຜູ້ແທນພິເສດທີ່ເດີນທາງມາຈາກສຳນັກງານໃຫຍ່, ກ່ຽວກັບຫົວຂໍ້ສຳຄັນທີ່ມີຄວາໝາຍຕໍ່ການດຳເນີນໂຄງການ ແລະ ແນວທາງໃນການປະຕິບັດໃນເວລາທີ່ພວກເຮົາຈັດຕັ້ງກິດຈະກຳຂອງໂຄງການ. ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ມີໂອກາດສົນທະນາ ແລະ ແລກປ່ຽນຄວາມຄິດເຫັນ, ພ້ອມທັງມີກິດຈະກຳຮ່ວມກັນຫຼາຍຢ່າງໃນຊ່ວງກອງປະຊຸມ.
On March 5-6, 2025, the Mennonite Central Committee in Laos held its Q1 quarterly staff meeting in Vientiane Capital. During this gathering, we had the privilege of welcoming the new country representative who will be based in Laos. Additionally, we participated in training sessions led by special representatives from our headquarters, focusing on key topics related to project implementation and best practices for organizing project activities. The meeting also provided an opportunity for participants to engage in meaningful discussions, exchange ideas, and collaborate through various interactive activities.
29/01/2025
[English Text Below]
ໃນລະຫວ່າງວັນທີ 26-27 ພະຈິກ 2024 ທີ່ຜ່ານມານີ້. ກິດຈະກໍາສົ່ງຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບ ໄລຍະ 2 (YSPP) ພ້ອມດ້ວຍຄູ່ຮ່ວມງານ ກົມກວດກາ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ລົງຕິດຕາມຈັດຕັ້ງກິດຈະກຳຝຶກອົບຮົມຂອງອາສາສະໝັກທີ່ບ້ານໂພນເຍຍນ້ອຍ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ.
ໂດຍໄດ້ຮັບກຽດຈາກ ທ່ານ ດວງຕາວັນ ໂຄດຕາມີ ຮອງເລຂາຊາວໜຸ່ມເມືອງ ເປັນປະທານກ່າວເປິດການຝືກອົບຮົມ ຮ່ວມກັບຄະນະຜູ້ຕິດຕາມຈາກກົມກວດກາ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ,ຫ້ອງການຊາວໜຸ່ມປະຊາຊົນປະຕິວັດລາວເມືອງ,ຄະນະບ້ານ,ພະນັກງານໂຄງການ,ຄູຝືກ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 31 ທ່ານ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເປີດໂອກາດໃຫ້ອາສາສະໝັກຊາວໜຸ່ມໂຕແທນຈາກແຂວງຄຳມ່ວນ ຄື ນາງ ພຸພິທັກ ນໍລະສິງ ທີ່ໄດຮັບການຝືກອົບຮົມແລ້ວໄດ້ມີໂອກາດສົ່ງຕໍ່ຄວາມຮູ້ໃຫ້ກັບຊຸ່ມຊົນ ເພື່ອເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການສ້າງຄວາມສາມັກຄີ ສັນຕິສຸກໃຫ້ແກ່ຊາວໜຸ່ມບ້ານຫຼາຍຂຶ້ນ ເຊິ່ງວ່າຫົວຂໍ້ທີ່ອາສາສະໝັກຂອງພວກເຮົານຳມາແບ່ງປັນນີ້ແມ່ນໄດ້ເວົ້າເຖິງ ຄວາມເຂົ້າໃຈກ່ຽວກັບສັນຕິສຸກ, ຂໍ້ຂັດແຍ້ງ, ສາເຫດຂອງຂໍ້ຂັດແຍ້ງ,ເພດ, ຊົນເຜົ່າ,ເອກະລັກຂອງຄົນອື່ນເພື່ອໃຫ້ຢູ່ຮ່ວມກັນຢ່າງຄວາມສາມັກຄີໃນຊຸ່ມຊົນ.
From November 26-27, 2024, the "Youth Solidarity and Peace Promotion Activity Phase 2 (YSPP)" in collaboration with its partner, the Inspection Department of the Lao People's Revolutionary Youth Union, conducted a follow-up training activity for youth volunteers in Phonyaynoy Village, Thakheak District, Khammoun Province. The event was graced by the presence of Ms. Duangtavanh Khodtamee, Deputy of the Thakheak District People's Revolutionary Youth Office, who delivered the opening speech. The training was also attended by a team of inspectors from the Inspection Department, provincial youth staff, district youth offices, the village chief, project staff, trainers, and seminar participants, totaling 32 attendees.
The training aimed to provide youth volunteers from Khammoun Province with an opportunity to share their knowledge and experiences within their communities. Notably, volunteers such as Ms Phouphitak Norlasing who had previously undergone training, played a key role in disseminating their learning. This effort sought to raise awareness and foster understanding among the youth about the importance of solidarity and peacebuilding in their villages.
The training topics included an introduction to peace, understanding conflict and its causes, gender awareness, ethnic diversity, and the importance of respecting individual differences. These themes were designed to encourage unity and cooperation within the community.
29/01/2025
[English Text Below]
ໃນລະຫວ່າງວັນທີ 24-25 ພະຈິກ 2024 ທີ່ຜ່ານມານີ້. ກິດຈະກໍາສົ່ງຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບ ໄລຍະ 2 (YSPP) ພ້ອມດ້ວຍຄູ່ຮ່ວມງານ ກົມກວດກາ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ລົງຕິດຕາມຈັດຕັ້ງກິດຈະກຳຝຶກອົບຮົມຂອງອາສາສະໝັກທີ່ບ້ານ ສຸນັນທາ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂດຍໄດ້ຮັບກຽດຈາກ ທ່ານ ສີຜາ ໄຊສົງຄາມ ເລຂາຊາວໜຸ່ມນະຄອນໄກສອນພົມວິຫານ ເປັນປະທານກ່າວເປິດການຝືກອົບຮົມ ຮ່ວມກັບຄະນະຜູ້ຕິດຕາມຈາກກົມກວດກາ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ,ຫ້ອງການຊາວໜຸ່ມປະຊາຊົນປະຕິວັດລາວນະຄອນ,ຄະນະບ້ານ,ພະນັກງານໂຄງການ,ຄູຝືກ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 31 ທ່ານ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເປີດໂອກາດໃຫ້ອາສາສະໝັກຊາວໜຸ່ມໂຕແທນຈາກແຂວງສະຫວັນນະເຂດ ຄື ນາງ ມ່ອມມະນີ ເຄນມີ ທີ່ໄດຮັບການຝືກອົບຮົມແລ້ວໄດ້ມີໂອກາດສົ່ງຕໍ່ຄວາມຮູ້ໃຫ້ກັບຊຸ່ມຊົນ ເພື່ອເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການສ້າງຄວາມສາມັກຄີ ສັນຕິສຸກໃຫ້ແກ່ຊາວໜຸ່ມບ້ານຫຼາຍຂຶ້ນ ເຊິ່ງວ່າຫົວຂໍ້ທີ່ອາສາສະໝັກຂອງພວກເຮົານຳມາແບ່ງປັນນີ້ແມ່ນໄດ້ເວົ້າເຖິງ ຄວາມເຂົ້າໃຈກ່ຽວກັບສັນຕິສຸກ, ຂໍ້ຂັດແຍ້ງ, ສາເຫດຂອງຂໍ້ຂັດແຍ້ງ,ເພດ, ຊົນເຜົ່າ,ເອກະລັກຂອງຄົນອື່ນເພື່ອໃຫ້ຢູ່ຮ່ວມກັນຢ່າງຄວາມສາມັກຄີໃນຊຸ່ມຊົນ.
From November 24-25, 2024, the "Youth Solidarity and Peace Promotion Activity Phase 2 (YSPP)" in collaboration with its partner, the Inspection Department of the Lao People's Revolutionary Youth Union, conducted a follow-up training activity for youth volunteers in Sounantha Village, Kaysone Phomviharn District, Savannakhet Province. The event was graced by the presence of Ms. Seepha Xaisongkham, Head of the Kaysone Phomviharn District People's Revolutionary Youth Office, who delivered the opening speech. The training was also attended by a team of inspectors from the Inspection Department, provincial youth staff, district youth offices, the village chief, project staff, trainers, and seminar participants, totaling 32 attendees.
The training aimed to provide youth volunteers from Savannakhet Province with an opportunity to share their knowledge and experiences within their communities. Notably, volunteers such as Ms Mommanee Khenmee who had previously undergone training, played a key role in disseminating their learning. This effort sought to raise awareness and foster understanding among the youth about the importance of solidarity and peacebuilding in their villages.
The training topics included an introduction to peace, understanding conflict and its causes, gender awareness, ethnic diversity, and the importance of respecting individual differences. These themes were designed to encourage unity and cooperation within the community.
29/01/2025
[English Text Below]
ໃນລະຫວ່າງວັນທີ 22-23 ພະຈິກ 2024 ທີ່ຜ່ານມານີ້. ກິດຈະກໍາສົ່ງຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບ ໄລຍະ 2 (YSPP) ພ້ອມດ້ວຍຄູ່ຮ່ວມງານ ກົມກວດກາ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ລົງຕິດຕາມຈັດຕັ້ງກິດຈະກຳຝຶກອົບຮົມຂອງອາສາສະໝັກທີ່ບ້ານ ທ່າເມືອງເຊ, ເມືອງ ສາລະວັນ, ແຂວງ ສາລະວັນ.
ໂດຍໄດ້ຮັບກຽດຈາກ ທ່ານ ນາງ ໄກສອນ ອ່ອນສີໂພໄຊ ຮອງເລຂາຊາວໜຸ່ມເມືອງ ສາລະວັນ ເປັນປະທານກ່າວເປິດການຝືກອົບຮົມ ຮ່ວມກັບຄະນະຜູ້ຕິດຕາມຈາກກົມກວດກາ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ,ຫ້ອງການຊາວໜຸ່ມປະຊາຊົນປະຕິວັດລາວເມືອງ,ຄະນະບ້ານ,ພະນັກງານໂຄງການ,ຄູຝືກ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 32 ທ່ານ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເປີດໂອກາດໃຫ້ອາສາສະໝັກຊາວໜຸ່ມໂຕແທນຈາກແຂວງສາລະວັນ ຄື ນາງ ແອນ ມະນີວົງ ແລະ ທ້າວ ປິ່ງຄຳ ສາຍໄກ່ຕີ ທີ່ໄດຮັບການຝືກອົບຮົມແລ້ວໄດ້ມີໂອກາດສົ່ງຕໍ່ຄວາມຮູ້ໃຫ້ກັບຊຸ່ມຊົນ ເພື່ອເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການສ້າງຄວາມສາມັກຄີ ສັນຕິສຸກໃຫ້ແກ່ຊາວໜຸ່ມບ້ານຫຼາຍຂຶ້ນ ເຊິ່ງວ່າຫົວຂໍ້ທີ່ອາສາສະໝັກຂອງພວກເຮົານຳມາແບ່ງປັນນີ້ແມ່ນໄດ້ເວົ້າເຖິງ ຄວາມເຂົ້າໃຈກ່ຽວກັບສັນຕິສຸກ, ຂໍ້ຂັດແຍ້ງ, ສາເຫດຂອງຂໍ້ຂັດແຍ້ງ,ເພດ, ຊົນເຜົ່າ,ເອກະລັກຂອງຄົນອື່ນເພື່ອໃຫ້ຢູ່ຮ່ວມກັນຢ່າງຄວາມສາມັກຄີໃນຊຸ່ມຊົນ.
From November 22-23, 2024, the "Youth Solidarity and Peace Promotion Activity Phase 2 (YSPP)" in collaboration with its partner, the Inspection Department of the Lao People's Revolutionary Youth Union, conducted a follow-up training activity for youth volunteers in Thameungxe Village, Salavan District, Salavan Province. The event was graced by the presence of Ms. Kaisone Onseephosai, Deputy of the Salavan District People's Revolutionary Youth Office, who delivered the opening speech.The training was also attended by a team of inspectors from the Inspection Department, provincial youth staff, district youth offices, the village chief, project staff, trainers, and seminar participants, totaling 32 attendees.
The training aimed to provide youth volunteers from Salavan Province with an opportunity to share their knowledge and experiences within their communities. Notably, volunteers such as Ms An Manivong and Mr. Pingkham Xaykaitee, who had previously undergone training, played a key role in disseminating their learning. This effort sought to raise awareness and foster understanding among the youth about the importance of solidarity and peacebuilding in their villages.
The training topics included an introduction to peace, understanding conflict and its causes, gender awareness, ethnic diversity, and the importance of respecting individual differences. These themes were designed to encourage unity and cooperation within the community.