ຈາກຜົນງານການແຂ່ງຂັນຈູຈິດຊູຊີງແຊ້ມອາຊຽນ ໃນທ້າຍເດືອນ 8 ທີ່ຜ່ານມາ ດ້ວຍການຄວ້າ 1 ຫຼຽນເງິນ ແລະ 1 ຫຼຽນທອງ ກັບສູ່ປະທດລາວ
********
ນີ້ຄືເລື່ອງລາວຂອງ ນ້ອງແປງ ຫລື ນາງ ແປງ ແສງມະນີ ນັກກິລາ ດາວຮຸ່ງ ໄວ 18 ປີ ຈາກເມືອງນາໝໍ້ ແຂວງອຸດົມໄຊ ນ້ອງແປງ ເກີດເມືອວັນທີ 23 ມິຖຸນາ 2008 ສັນຊາດລາວ ຊົນເຜົ່າກຶມມຸ ສັງກັດສະໂມສອນກິລາຢູໂດ ແລະ ຈູຈິດຊູ ສະຖາບັນກິລາ-ກາຍຍະກຳ
ຮຸ່ນນ້ຳໜັກບໍ່ເກີນ 57 ກິໂລກຣາມ ທັງກະລາຢູໂດ ແລະ ກິລາຈູຈິດຊູ
ນ້ອງແປງ ຈົບການສຶກສາມັດທະຍົມ ຊັ້ນ ມ.7 ຈາກໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ແລະ ກຳລັງຈະສຶກສາຕໍ່ລະດັບປະລິນຍາຕີ ໃນປີ 1 ຢູ່ທີ່ ສະຖາບັນກິລາ-ກາຍຍະກຳ ສາຂາ ເສີມສ້າງສະມັດຕະພາບຮ່າງກາຍ
ຈາກເດັກນ້ອຍຊົນນະບົດ ທີ່ຫຼິ້ນກິລາຫຍັງບໍ່ເປັນ ແລະ ບໍ່ຮູ້ກ່ຽວກັບກິລາຢູໂດ ແລະ ຈູຈິດຊູ ເລີຍ ເສັ້ນທາງຂອງ ນ້ອງແປງ ເລີ່ມຕົ້ນຕອນອາຍຸ 15 ປີ ຄືການທີ່ຖືກໝູ່ຊວນຈ້າງລົດຈາກເມືອງນາໝໍ້ ໄປສອບເສັງຄັດເລືອກ ທີ່ເມືອງໄຊ ແຂວງອຸດົມໄຊ ເພື່ອເຂົ້າຮຽນທີ່ໂຮງຮຽນພອນສະຫວັນກິລາກາຍຍະກຳ
ເຖິງວ່າເບື້ອງຕົ້ນ ນ້ອງແປງ ສອບເສັງແລ້ວແຕ່ບໍ່ມີຊື່ຕິດເພື່ອເຂົ້າຮຽນ, ແຕ່ດ້ວຍໂອກາດ ແລະ ຄວາມໂຊກດີ ເມື່ອມີນັກຮຽນຈາກແຂວງຫລວງນ້ຳທາ ທີ່ສອບເສັງຕິດ ແຕ່ຖອນຕົວ, ອາຈານ ກັນຍາເພັດ ພັນດານຸວົງ ຈຶ່ງໄດ້ຕິດຕໍ່ຫາ ນ້ອງແປງ ແລະ ຮັບເອົານ້ອງເຂົ້າຮຽນທີ່ໂຮງຮຽນພອນສະຫວັນກິລາກາຍຍະກຳ ຕັ້ງແຕ່ນັ້ນເປັນຕົ້ນມາ
ນ້ອງແປງ ເລີ່ມຮຽນໜັງສື ຊັ້ນ ມ.5 ທີ່ໂຮງຮຽນພອນສະຫວັນກິລາກາຍຍະກຳ ໃນສົກຮຽນ 2023 ຫາ 2024 ແລະ ຝຶກຊ້ອມກິລາຢູໂດ ພາຍໃຕ້ການສິດສອນຂອງ ອາຈານ ເພັດສົມພອນ ຊຸມພົນພັກດີ ແລະ ອາຈານ ກັນຍາເພັດ ພັນດານຸວົງ ຄູຝຶກປະຈຳສະໂມສອນ ແລະ ເມື່ອສະຫະພັນຈູຈິດຊູແຫ່ງຊາດລາວຖືກສ້າງຕັ້ງຂຶ້ນໃນປີ 2024 ໃນຂະນະນັ້ນ ອາຈານ ກັນຍາເພັດ ທີ່ຖືກແຕ່ງຕັ້ງເປັນຄູຝຶກຈູຈິດຊູທີມຊາດ ກໍໄດ້ໍັກຊວນ ນ້ອງແປງ ຝຶກຊ້ອມທັງກິລາ ຢູໂດ ແລະ ຈູຈິດຊູ ຄວບຄູ່ກັນໄປ.
ຈາກເດັກນ້ອຍຝຶກຫັດໃນວັນນັ້ນ ໃຊ້ເວລາພຽງ 3 ປີ ພັດທະນາໂຕເອງຈາກລະດັບສະໂມສອນ ສູ່ລະດັບແຂວງ ແລະ ລະດັບປະເທດ ໄດ້ກ້າວຂຶ້ນມາເປັນ ນັກກິລາຢູໂດທີມຊາດຮຸ່ນເຍົາວະຊົນ ແລະ ກິລາຈູຈິດຊູທີມຊາດຊຸດໃຫຍ່ ຢ່າງສົມບູນ ເມື່ອມີຊື່ຕິດທີມກະກຽມໄປຮ່ວມການແຂ່ງຂັນກິລາເອຊຽນເກມ ທີ່ປະເທດຍີ່ປຸ່ນ ໃນທ້າຍເດືອນ ກັນຍາ 2026 ທີ່ຈະມາເຖິງນີ້
ທາງດ້ານຜົນງານການແຂ່ງຂັນຂອງ ນ້ອງແປງ ແມ່ນບໍ່ທຳມະດາ
ໃນກິລາຢູໂດ ນ້ອງແປງ
- ລົງແຂ່ງກິລາຢູໂດຊີງແຊ້ມທົ່ວປະເທດ ປີ 2023 ປະເພດ ຕໍ່ສູ້ ອາຍຸ 13 ຫາ 15 ປີ ນ້ຳໜັກບໍ່ເກີນ 57ກິໂລກຣາມ ຄວ້າມາໄດ້ 1 ຫຼຽນເງິນ
- ໃນເດືອນ 4 ປີ 2024 ສອບເສັງຜ່ານ ສາຍເຫລືອງ ຂອງກິລາຢູໂດ
- ລົງແຂ່ງຂັນ ຢູໂດຊີງແຊ້ມທົ່ວປະເທດລາວ ປີ 2024 ປະເພດ ຕໍ່ສູ້ ອາຍຸ 15 ຫາ 18 ປີ ນ້ຳໜັກບໍ່ເກີນ 52ກິໂລກຣາມ ຄວ້າມາໄດ້ 1 ຫຼຽນທອງ
- ໃນເດືອນ 3 ປີ 2025 ສອບເສັງຂ້າມສາຍສົ້ມຂຶ້ນສາຍຂຽວ ຂອງກິລາຢູໂດ
- ລົງແຂ່ງຂັນ ຢູໂດຊີງແຊ້ມທົ່ວປະເທດລາວ ປີ 2025 ປະເພດ ຕໍ່ສູ້ ອາຍຸ 15 ຫາ 18 ປີ ນ້ຳໜັກບໍ່ເກີນ 63ກິໂລກຣາມ ຄວ້າມາໄດ້ 1 ຫຼຽນຄຳ ພ້ອມຂັນນັກກິລາດີເດັ່ນ ຮຸ່ນອາຍຸ 15 ຫາ 18 ປີ 1 ໜ່ວຍ
- ລົງແຂ່ງຂັນຢູໂດ ງານມະຫະກຳກິລາແຫ່ງຊາດ 2025 ປະເພດ ຕໍ່ສູ້ ນ້ຳໜັກບໍ່ເກີນ 63ກິໂລກຣາມ ຄວ້າມາໄດ້ 1 ຫຼຽນທອງ ປະເພດດ່ຽວ ແລະ ປະເພດທີມປະສົມ ໄດ້ 1 ຫຼຽນທອງ
- ໃນເດືອນ 2 ປີ 2026 ສອບເສັງຂ້າມສາຍຟ້າຂຶ້ນສາຍນ້ຳຕານ ຂອງກິລາຢູໂດ
- ປີ 2026 ຕິດທີມຊາດລາວ ລົງແຂ່ງ ຢູໂດ ຊີງແຊ້ມອາຊຽນ ທີ່ປະເທດຫວຽດນາມ ປະເພດຕໍ່ສູ້ ອາຍຸບໍ່ເກີນ 21ປີ ນ້ຳໜັກບໍ່ເກີນ 57ກິໂລກຣາມ ໄດ້ອັນດັບທີ 5
ລວມຜົນງານການແຂ່ງຂັນກິລາຢູໂດທັງພາຍໃນແລະຕ່າງປະເທດ ໄດ້ 1ຫຼຽນຄຳ, 1ຫຼຽນເງິນ ແລະ 3 ຫຼຽນທອງ
ສ່ວນໃນກິລາຈູຈິດຊູ ນ້ອງແປງ
- ລົງແຂ່ງຂັນລາຍການ ຈູຈິດຊູຊີງແຊ້ມທົ່ວປະເທດໄທ ປີ 2024 ປະເພດ ເນວາຊາ ອາຍຸບໍ່ເກີນ 18 ປີ ນ້ຳໜັກບໍ່ເກີນ 57ກິໂລກຣາມ ໄດ້ 1 ຫຼຽນຄຳ ແລະ ປະເພດ ໄຟຕິ້ງ ໄດ້ 1 ຫຼຽນຄຳ
- ລົງແຂ່ງຂັນ ລາຍການ ຈູຈິດຊູ ຊົນບູຣີ ໂອເພັນ 2024 ທີ່ປະເທດໄທ ປະເພດ ເນວາຊາ ອາຍຸບໍ່ເກີນ 18 ປີ ນ້ຳໜັກບໍ່ເກີນ 57ກິໂລກຣາມ ໄດ້ 1 ຫຼຽນເງິນ ແລະ ປະເພດ ໄຟຕິ້ງ ໄດ້ 1 ຫຼຽນຄຳ
- ລົງແຂ່ງຂັນ ຈູຈິດຊູລາຍການ ຊີງແຊ້ມເຍົາວະຊົນເອເຊຍ ຄັ້ງທີ 2 ປີ 2025 ທີ່ປະເທດໄທ ປະເພດ ເນວາຊາ ອາຍຸບໍ່ເກີນ 18 ປີ ນ້ຳໜັກບໍ່ເກີນ 57ກິໂລກຣາມ ໄດ້ອັນດັບທີ 13 ແລະ ປະເພດ ໄຟຕິ້ງ ໄດ້ 1 ຫຼຽນທອງ
- ລົງແຂ່ງຂັນຈູຈິດຊູ ລາຍການຊີງແຊ້ມອາຊຽນ ປີ 2025 ທີ່ປະເທດຟີລິບປິນ ປະເພດ ເນວາຊາ ອາຍຸບໍ່ເກີນ 18 ປີ ນ້ຳໜັກບໍ່ເກີນ 57ກິໂລກຣາມ ໄດ້ 1 ຫຼຽນທອງ ແລະ ປະເພດ ໄຟຕິ້ງ ໄດ້ອັນດັບທີ 4
- ລົງແຂ່ງຂັນຢູຈິດຊູ ໃນງານມະຫະກຳກິລາຊາວໜຸ່ມອາຊີ ປີ 2025 ທີ່ປະເທດບາເຣນ ປະເພດ ເນວາຊາ ອາຍຸບໍ່ເກີນ 18 ປີ ນ້ຳໜັກບໍ່ເກີນ 57ກິໂລກຣາມ ໄດ້ອັນດັບທີ9
- ແລະ ຫຼ້າສຸດ ລົງແຂ່ງຂັນຈູຈິດຊູ ລາຍການຊີງແຊ້ມອາຊຽນ ປີ 2026 ທີ່ປະເທດກຳປູເຈຍ ປະເພດ ເນວາຊາ ອາຍຸບໍ່ເກີນ 21 ປີ ນ້ຳໜັກບໍ່ເກີນ 57ກິໂລກຣາມ ໄດ້ 1 ຫຼຽນເງິນ ແລະ ປະເພດ ໄຟຕິ້ງ ໄດ້ 1 ຫຼຽນທອງ
ເຊິ່ງຜົນງານທີ່ສຳຄັນທີ່ສຸດ ກໍຄື: ຫຼຽນທອງ ຈູຈິດຊູ ຊີງແຊມເຍົາວະຊົນເອເຊຍ 2025, ຫຼຽນເງິນ ຊີງແຊມອາຊຽນ 2026 ຢາກຜົນງານທີ່ຄວ້າມາໄດ້ເຮັດໃຫ້ ນ້ອງແປງ ເຄີຍກ້າວໄປໄກເຖິງ ອັນດັບ 20 ຂອງໂລກ ໃນປະເພດ Fighting ຮຸ່ນອາຍຸ ບໍ່ເກີນ 18 ປີ
ດ້ວຍຄວາມທຸ້ມເທ ແລະ ຜົນງານທີ່ສ້າງຊື່ສຽງໃຫ້ປະເທດຊາດ, ນ້ອງແປງ ເຄີຍໄດ້ຮັບການຍ້ອງຍໍ ຫຼຽນໄຊແຮງງານ ຊັ້ນ 3, ໃບຍ້ອງຍໍຈາກລັດຖະບານ ແລະ ໃບຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ.
ສຳລັບເປົ້າໝາຍໃນອະນາຄົດ, ນ້ອງແປງ ຕັ້ງເປົ້າໝາຍໄວ້ຄື ຢາກຄວ້າຫຼຽນໃດຫຼຽນໜຶ່ງເອຊຽນເກມທີ່ຈະມາເຖິງນີ້ ແລະ ໃນປີໜ້າ ຢາກຄວ້າຫຼຽນຄຳ ໃນການແຂ່ງຂັນ ຊີເກມ ທີ່ປະເທດມາເລເຊຍ ຖ້າມີການບັນຈຸກິລາຈູຈິດຊູໃນການແຂ່ງຂັນ, ນອກນັ້ນກໍຢາກສ້າງຜົນງານທີ່ດີຂຶ້ນຕື່ມໃນການແຂ່ງຂັນ ຊີງແຊ້ມອາຊຽນ, ຊີງແຊ້ມ ເອເຊຍ ແລະ ຊີງແຊ້ມໂລກ ເພື່ອເກັບຄະແນນສະສົມ ຄັດເລືອກໄປແຂ່ງຂັນ ໃນງານ ເວີເກມສ໌ ໃຫ້ໄດ້
ນອກຈາກນັ້ນ ກໍຄືຢາກເປັນແບບຢ່າງ ແລະ ແຮງບັນດານໃຈໃຫ້ເຍົາວະຊົນຮຸ່ນໃໝ່ ໃນການຫັນມາຫຼິ້ນກິລາ; ພ້ອມທັງນຳເອົາຄວາມຮູ້ທີ່ຮຽນດ້ານກິລາ ມາປະກອບອາຊີບ ແລະ ພັດທະນາວົງການກິລາລາວ ໃຫ້ກ້າວໄກເທົ່າທີ່ຈະເຮັດໄດ້
ຮ່ວມເປັນກຳລັງໃຈໃຫ້ ນາງ ແປງ ແສງມະນີ ດາວຮຸ່ງທີມຊາດລາວ ຄົນນີ້ ໃນທຸກໆ ຍ່າງກ້າວຂອງອະນາຄົດ ດ້ວຍ
ຕັດຕໍ່, ຮຽບຮຽງ: ນ້ຳສອງສີ
Nong Peng
Institute of Sport Judo and Jujitsu Club
Institute of Sport Judo-Jujitsu Club ຕິດຕາມຊົມ ຕິດຕາມເຊຍພວກເຮົາແນ່ເດີ້
ທີມຢູໂດສະຖາບັນກິລາ-ກາຍຍະກຳ
ມີຫຍັງກະສອບຖາມມາໄດ້ທີ່ 02028880080
facebook.com/bay.laojudo
29/08/2026
ສະໂມສອນຢູໂດ ແລະ ຈູຈິດຊູ ສະຖາບັນກິລາ-ກາຍຍະກຳ
ຂໍສະແດງຄວາມຍິນດີນຳ
ໂລໂບຄັອປ ສ. ສຸວັນນາຣັນ ຫຼື ລຳມອນ ລິດາພອນ ອະດີດນັກກິລາຢູໂດ ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ສປປ. ລາວ ຊະນະ ນັກມວຍຈາກປະເທດໄທ
*************
ໂລໂບຄັອປ ສ. ສຸວັນນາຣັນ (ນ້ຳເງິນ) ຊະນະ TKO ເພັດເທວາ ສິດເຈ້ຢູຣິ (ແດງ) ຍົກທີ 2
ໃນສຶກ Nakornluang Boxing Road To the World Champion
ວັນທີ 28 ສິງຫາ 2026 ທີ່ເວທີມວຍນະຄອນຫຼວງສະເຕດຽມ
22/08/2026
ຊົມເຊຍ ນາງ ແປງ ແສງມະນີ ນັກກິລາຈູຈິດຊູທີມຊາດລາວ ຈາກສະໂມສອນຢູໂດແລະຈູຈິດຊູ ສະຖາບັນກິລາ-ກາຍຍະກຳ ນັກສຶກສາປີ 1 ສາຂາເສີມສ້າງສະມັດຕະພາບຮ່າງກາຍ ທີ່ສາມາດຄວ້າຫຼຽນເງິນ ໃນການແຂ່ງຂັນ ຈູຈິດຊູ ຊີງແຊມອາຊຽນ ທີ່ປະເທດກຳປູເຈຍ 2026 ມາໄດ້ສຳເລັດ
ຊ້ອມທຸ້ມ ຊ້ອມລົ້ມ ເວລາດຽວກັນ
Judo Jujitsu
Judo Class
ນັກສຶກສາປີ 3 ສະຖາບັນກິລາ-ກາຍຍະກຳ
27/06/2026
ນັກສຶກສາປີ 3 ຊ້ອມເຕັກນິກການທຸ້ມກິລາຢູໂດ
#ໂຄ້ຊເບ່
11/06/2026
ຫລັງຈາກທີ່ເຫັນຈຳນວນທີມເຂົ້າຮ່ວມ ຕາມແຕ່ລະທະວີບໄປແລ້ວ
ມາເບິ່ງຈຳນວນຄັ້ງທີ່ແຕ່ລະທີມ ທີ່ຜ່ານເຂົ້າຮອບສຸດທ້າຍ ບານໂລກມາໃນຄັ້ງນີ້ເປັນຄັ້ງທີເທົ່າໃດ
ຈຳນວນຄັ້ງທີ່ທີມຊາດ ທີ່ໄດ້ໄປບານໂລກ 2026 ເຄີຍເຂົ້າຮ່ວມ FIFA World Cup (ນັບລວມປີ 2026):
🌏 ອາຊີ (AFC)
ປະເທດ ຈຳນວນຄັ້ງ
ຍີ່ປຸ່ນ 8
ອີຣ່ານ 7
ເກົາຫຼີໃຕ້ 12
ອອສເຕຣເລຍ 7
ຊາອຸດິ ອາຣາເບຍ 7
ກາຕາຣ໌ 2
ອີຣັກ 2
ຈໍຣ໌ແດນ 1 (ຄັ້ງທຳອິດ)
ອູສເບກິສຖານ 1 (ຄັ້ງທຳອິດ)
🌍 ອາຟຣິກາ (CAF)
ປະເທດ ຈຳນວນຄັ້ງ
ໂມຣັອກໂຄ 7
ເຊເນກັລ 4
ອີຢິປທ໌ 4
ອັລຈີເຣຍ 5
ຕູນິເຊຍ 7
ການາ 5
ອາຟຣິກາໃຕ້ 4
ໂກຕ ເດິ ວົວຣ໌ 4
ເຄັປເວິຣ໌ດ 1 (ຄັ້ງທຳອິດ)
ຄອງໂກ 2
🌎 CONCACAF
ປະເທດ ຈຳນວນຄັ້ງ
ເມັກຊິໂກ 18
ອາເມຣິກາ 12
ແຄນາດາ 3
ປານາມາ 2
ໄຮຕິ 2
ກູຣາເຊົາ 1 (ຄັ້ງທຳອິດ)
🌎 ອາເມລິກາໃຕ້ (CONMEBOL)
ປະເທດ ຈຳນວນຄັ້ງ
ບຣາຊິລ 23
ອາຣ໌ເຈນຕິນາ 19
ອູຣຸໄກວ 15
ປາຣາໄກວ 9
ໂຄລຳເບຍ 7
ເອກວາດໍຣ໌ 5
🌊 ໂອເຊຍເນຍ (OFC)
ປະເທດ ຈຳນວນຄັ້ງ
ນິວ ຊີແລນດ໌ 3
🌍 ຢູໂຣບ (UEFA)
ປະເທດ ຈຳນວນຄັ້ງ
ເຢຍຣະມັນ 21
ອັງກິດ 17
ສະເປນ 17
ຝຣັ່ງ 17
ເບລຢຽມ 15
ເນເທີຣ໌ແລນດ໌ 12
ສວິຕເຊີຣ໌ແລນດ໌ 13
ໂຄຣເອເຊຍ 7
ໂປຣ໌ຕຸເກດ 9
ສວີເດັນ 13
ສກັອຕແລນດ໌ 9
ອັອສເຕຣຍ 8
ເຕີຣ໌ກເຄຍ 3
ນໍຣ໌ເວຍ໌ 4
ເຊັກເກຍ 10* ນັບລວມປະຫວັດຂອງ ເຊັກໂກສໂລວາເກຍ ແລະ ສາທາລະນະລັດເຊັກ
ບອສເນຍ ແລະ ເຮີຣ໌ເຊໂກວີນາ 2
🏆 ອັນດັບ 11 ປະເທດທີ່ໄປບານໂລກຫຼາຍທີ່ສຸດ
1. ບຣາຊິລ – 23 ຄັ້ງ
2. ເຢຍຣະມັນ – 21 ຄັ້ງ
3. ອາຣ໌ເຈນຕິນາ – 19 ຄັ້ງ
4. ເມັກຊິໂກ – 18 ຄັ້ງ
5. ອັງກິດ – 17 ຄັ້ງ
6. ສເປນ – 17 ຄັ້ງ
7. ຝຣັ່ງ – 17 ຄັ້ງ
8. ອູຣຸໄກວ – 15 ຄັ້ງ
9. ເບລຢຽມ – 15 ຄັ້ງ
10. ສວິຕເຊີຣ໌ແລນດ໌ – 13 ຄັ້ງ
11. ສວີເດັນ - 13 ຄັ້ງ
#ນ້ຳສອງສີ #ບານໂລກ
18/05/2026
ຮັບສະຫມັກນັກກິລາຢູໂດ ແລະ ຈູຈິດຊູ ເຂົ້າຮຽນທີ່ ໂຮງຮຽນພອນສະຫວັນກິລາ-ກາຍຍຳ ແລະ ສະຖາບັນກິລາ-ກາຍຍະກຳ (ລະບົບໂຮງຮຽນກິນນອນ ຟຣີ ຕະຫລອດຫຼັກສູດ)
ຮຽນຕໍ່ ຊັ້ນມັດທະຍົມ: ຊັ້ນ ມ.1, ມ.2, ມ.3, ມ.6, ມ.7
ຮຽນຕໍ່ປະລິນຍາຕີ: ນັກສຶກສາປີ 1
ສົນໃຈຕິດຕໍ່: 28880080 ອຈ. ກັນຍາເພັດ
13/03/2026
ຊົມເຊີຍ ຄູຝຶກ ແລະ ນັກກິລາ ສບກ ຈຳນວນ 3 ທ່ານ ທີ່ໄດ້ຮັບຫລຽນໄຊແຮງງານ ຊັ້ນ III ໃນການຄວ້າ 2 ຫຼຽນທອງ ຈາກການເຂົ້າຮ່ວມແຂ່ງຂັນກິລາຈູຈິດຊູຊີງແຊມອາຊີ ທີ່ປະເທດໄທ ໃນປີ 2025 ທີ່ຜ່ານມາ
ປະກອບດ້ວຍ ອາຈານ ກັນຍາເພັດ ພັນດານຸວົງ ຮັກສາການຫົວຫນ້າພາກວິຊາກິລາ-ກາຍຍະກຳ, ນາງ ແປງ ແສງມະນີ ນັກຮຽນຊັ້ນ ມ.7 ແລະ ທ້າວ ນິດສອນ ເພັງໂສພາ ອະດີດ ນັກຮຽນ ຮພກ
Click here to claim your Sponsored Listing.
Location
Category
Contact the business
Telephone
Website
Address
Sikuet Street
Vientiane
Opening Hours
| Monday | 06:00 - 17:30 |
| Tuesday | 06:00 - 17:30 |
| Wednesday | 06:00 - 17:30 |
| Thursday | 06:00 - 17:30 |
| Friday | 06:00 - 18:30 |