16/12/2025
🔥 #ຂ້ອຍບໍ່ແມ່ນບັນໄດໃຫ້ເຂົາຂ້າມ!
“ໂຈ ນັດວຸດ” ປະກາດກ້າ ພ້ອມເປີດສົງຄາມແລກອາວຸດກັບ “ໂມຮັມມັດ ເຊຍຊາຣານີ” ຈອມແຂງຈາກອີຣານ ຜູ້ມີສະໄຕລ໌ການຊົກທີ່ມັກປະທະເໝືອນກັນ ໃນສຶກໃຫຍ່ສົ່ງທ້າຍປີ ວັນສຸກທີ 19 ທັນວານີ້
“ຫຼາຍຄົນເປັນຫ່ວງວ່າສະພາບຮ່າງກາຍຂອງຂ້ອຍຈະຮັບອາວຸດໄດ້ບໍ ແຕ່ໄຟຕ໌ນີ້ຂ້ອຍບໍ່ໄດ້ຕຽມມາແຕ່ຕັ້ງຮັບ ຂ້ອຍພ້ອມແລກອາວຸດກັບ ໂມຮັມມັດ ດ້ວຍ ເຖິງແມ່ນຂ້ອຍອາຍຸ 36 ປີແລ້ວ ແຕ່ສະພາບຮ່າງກາຍຍັງດີເໝືອນເກົ່າ”
“ກ່ອນໜ້ານີ້ ຂ້ອຍແພ້ມາ 3 ໄຟຕ໌ຕິດ ຄັ້ງນີ້ແພ້ບໍ່ໄດ້ແລ້ວ ພ້ອມສູ້ຖວາຍຊີວິດ ບໍ່ຍອມເປັນບັນໄດໃຫ້ເຂົາຜ່ານໄປງ່າຍໆ ແນ່ນອນ”
12/12/2025
🥊 ເປົ້າໝາຍຂອງ “ສາມເອ” ໃນການພົບ “ຈ້າວເສືອໃຫຍ່”
“ສາມເອ” ອະດີດແຊັມໂລກ ONE ສາມເສັ້ນ, ໄດ້ຕັ້ງເປົ້າໝາຍທີ່ຈະຢຸດຮຸ່ນນ້ອງທີ່ເປັນອັນຕະລາຍຢ່າງ “ຈ້າວເສືອໃຫຍ່” ທີ່ຫຍັບພິກັດລົງມາທົດສອບຝີມື, ເພື່ອຫວັງໂອກາດກັບໄປທວງຄືນສາຍແອວລາຊາໝັດມວຍໄທ ຮຸ່ນສະຕໍເວດ ອີກຄັ້ງ.
“ຈ້າວເສືອໃຫຍ່ ເປັນນັກຕໍ່ສູ້ທີ່ມີຄວາມຄ່ອງຕົວ, ອອກໝັດຄົມ, ແລະ ຈັງຫວະຕີນໄວ, ຖືວ່າເປັນນັກມວຍຮຸ່ນໃໝ່ທີ່ມີຄວາມຄົບເຄື່ອງ.”
“ຂ້ອຍຍັງຢາກໄດ້ໂອກາດຊິງສາຍແອວໝັດມວຍໄທ. ຖ້າຂ້ອຍສາມາດຜ່ານ ຈ້າວເສືອໃຫຍ່ ໄປໄດ້, ກໍພ້ອມທີ່ຈະເປັນຄູ່ຕໍ່ສູ້ຄົນຕໍ່ໄປຂອງຜູ້ຊະນະລະຫວ່າງ ພະຈັນສາຍ ກັບ ອາລີຟ. ເຖິງແມ່ນວ່າອາຍຸຫຼາຍແລ້ວ ແຕ່ກໍຍັງຢາກສຳຜັດຄວາມສຳເລັດຄືເກົ່າ.”
12/12/2025
"ຖ້າກ້າຮັບຫມັດ ດຽວຈັດໃຫ້ ຮັບຮອງວ່າມີລ່ວງ!!
ກຸຫຼາບດຳ: ຖ້າ ປຕທ ກ້າເປີດໜ້າຮັບໝັດ ຂ້ອຍກໍພ້ອມຈັດໃຫ້ແນ່ນອນ ຢາກທົດສອບເຫມືອນກັນວ່າ ລາວຈະອຶດຂະໜາດໃດ? ຂ້ອຍໝັ້ນໃຈວ່າ ຖ້າໃຜໂດນໝັດຂ້ອຍແບບເຕັມໆ ກໍຕ້ອງມີລ່ວງແນ່ນອນ. ໄຟທ໌ນີ້ຕັ້ງໃຈມາປິດເກມ ປຕທ ໃຫ້ໄດ້.”
ກຸຫຼາບດຳ "ຊ້າຍອຸກກາບາດ
02/12/2025
ຕະວັນໄຊ ຈະຊະນະ ຫຼິວເມີງຢາງ ຫຼືຈະເປັນຫຼິວເມີງຢາງ ທີ່ກັບມາຊະນະໄດ້? 🤔
ລໍຖ້າລຸ້ນ ແລະ ເຊຍຮ໌ກັນເດ້ ແຟນໆ (ວັນສຸກ 19 ທັນວາ) 💯
30/11/2025
📣ແຈ້ງລູກຄ້າທີ່ຫນ້າຮັກທຸກທ່ານ⛔️‼️
22/11/2025
#ໂຊກບໍ່ດີສຸດໆ!!! “ຣາມາຊານອບ” ຖອຍຜິດຈັງຫວະ ຂາຫັກ (ນ່າຈະຫັກຕອນເຕະ) ໃນຂະນະຊົກຢູ່ຍົກ 1 ໃນສຶກ ONE ລຸມພິນີ ໃນແລງນີ້
#ຂໍໃຫ້ຫາຍໄວໆເດີ “ອາລາເວີດີ ຣາມາຊານອບ”
20/11/2025
😥 #ຄິດໄດ້ແຕ່ເຮັດບໍ່ໄດ້
“ຊຸບເປີເລັກ” ເປີດໃຈຫຼັງບຸກໄປແພ້ "ຢູກິ ໂຢຊະ" ຊູພອສເຕາຣ ຄິກບອກຊິ້ງຊາວຍີ່ປຸ່ນ ພ້ອມເຜີຍແຜນປີໜ້າ ກຽມຫຼຸດກັບໄປຮຸ່ນຟລາຍເວດ ເພື່ອປ້ອງກັນເຂັ້ມຂັດແຊ້ມໂລກ ONE ຄິກບອກຊິ້ງ
“ຢູກິ ກຽມຕົວມາດີ ແລະຊົກໄດ້ແຂງແກ່ງຈິງໆ ບໍ່ເວທີ ຂ້ອຍເຫັນອາວຸດຂອງເຂົາຄົບທຸກຢ່າງ ແຕ່ຮ່າງກາຍກັບຕອບສົນບໍ່ໄດ້ຕາມທີ່ໃຈຕ້ອງການ ອາດເປັນເນື່ອງຈາກຂ້ອຍຂາດຄວາມຕໍ່ເນື່ອງໃນການຊົກ ຫຼັງພາກຮັກສາອາການບາດເຈັບໄປຫຼາຍເດືອນ”
“ໄຟດຕໍ່ໄປ ຂ້ອຍຢາກກັບໄປປ້ອງກັນແຊ້ມໂລກ ONE ຄິກບອກຊິ້ງ ຮຸ່ນຟລາຍເວດ ລວມເຖິງໃນອນາຄົດ ຂ້ອຍກໍຢາກທວງຄືນເຂັ້ມຂັດມວຍໄທ ຮຸ່ນແບນຕັມເວດ ດ້ວຍຄັບ.”
18/11/2025
🏆 #ກ່ວາຈະໄດ້ແຊ້ມປະໂຫຍດໂລກບໍ່ງ່າຍ
“ນາດາກາ” ຍອມຮັບວ່າເຫັນເຫຼັກບໍ່ນ້ອຍກ່ອນຈະຜ່ານດ່ານ "ນຸມສຸຣິນທຣ" ໄປຄອງບັນລັງກ໌ຣາຊັນມວຍໄທ ລຸດອະໂຕມເວດ ເປັນຄົນທຳອິດໃນປະຫວັດສາດ. ຈາກນີ້ ເຂົາຈະປະຕິບັດຕົວເອງໃຫ້ສົມຮອບຕຳແໜ່ງແຊ້ມປະໂຫຍດໂລກ ONE.
“ການຊົກກັບ ນຸມສຸຣິນທຣ ແມ່ນໄຟດ໌ທີ່ຍາກຫຼາຍຈິງ. ຂ້ອຍພະຍາຍາມຊະນະນໍ່ອກເຂົາໃຫ້ໄດ້, ແຕ່ບໍ່ສໍາເລັດ ເນື່ອງຈາກເຂົາແມ່ນນັກຊົກທີ່ເກັ່ງ ແລະແຂງແກ່ງຫຼາຍ.”
“ຂ້ອຍຢາກດໍາເນີນຊີວິດໃນຖານະນັກສູ້ຕໍ່ໄປ ແລະວາງຕົວເອງໃຫ້ສົມກັບແຊ້ມປະໂຫຍດໂລກ ONE. ນອກຈາກນັ້ນ ຂ້ອຍຍັງຢາກຊ່ວຍຕອກຢ້ຳວ່າ ONE ແມ່ນອົງການສິນລະປະການຕໍ່ສູ້ທີ່ຍິ່ງໃຫຍ່ທີ່ສຸດໃນໂລກຕໍ່ໄປ.”
17/11/2025
"ຂ້ອຍອາຍຸ 35 ປີແລ້ວ ແຕ່ຍັງຢາກຊົກຕໍ່ອີກ 5 ປີ 10 ປີ. ຂ້ອຍຢາກທວງເຂັມຂັດແຊ້ມໂລກມວຍໄທຄືນ ແລະພ້ອມປ້ອງກັນແຊ້ມໂລກຄິກບ໋ອກຊິ່ງກັບຜູ້ທ້າຊິງທຸກຄົນ."
: ຊຸບເປີບອນ ປະກາດຫຼັງຮັກສາເຂັມຂັດແຊ້ມໂລກຄິກບ໋ອກຊິ່ງໄວ້ໄດ້ສຳເລັດ 👏