13/06/2022
ວັນທີ (22/5/2022-9/6/2022) ສູນຝືກອົບຮົມ ຟຟລ, ນຳໂດຍ ອາຈານ ສົມບັດ ສຸດທິສົມບັດ ຫົວໜ້າຂະແໜງ ສະຖານີ ແລະສາຍສົ່ງໄຟຟ້າ ພ້ອມວິຊາການສຳນານງານສູນຝືກອົບຮົມ ສົມທົບກັບ ພະນັກງານເຕັກນິກ ວິຊາການໄຟຟ້າສາຂາແຂວງບ່ໍແກ້ວ ບຳລຸງຮັກສາອຸປະກອນໄຟຟ້າ ໜ່ວຍຕັດ LBS, Recloser ແລະໝໍ້ແປງຈຳໜ່າຍ22/0.4kV ເພື່ອປັບປຸງລະບົບສາຍຈຳໜ່າຍໄຟຟ້າ 22ກິໂລໂວນ ເພື່ອແກ້ໄຂ ແລະປັບປຸງໄຟຕົກ ໄຟມອດ ບໍລີການລູກຄ້າໃຫ້ວ່ອງໄວ ແລະຖ່ວງທັນກັບເວລາ
01/05/2022
ຊົມເຊີຍວັນກຳມະກອນສາກົນ ວັນທີ1 ເດືອນ5 ໝັ້ນຍືນ
04/03/2022
ສູນຝືກອົບຮົມ ລັດວິສາຫະກິດໄຟຟ້າລາວ ໄດ້ທົດສອບຕິດຕັ້ງເຄື່ອງຈັບໄຟຕົກ ໄຟມອດ ເພື່ອບໍລິການລູກຄ້າ ສຳເລັດ ໃຫ້ໄຟຟ້າສາຂານະຄອນຫຼວງ2 ທີ່ສູນໄຟຟ້າເມືອງໄຊທານີ ແລະ ສູນໄຟຟ້າເມືອງນາຊາຍທອງ ລວມ 50ຊຸດ ເພື່ອບໍລິການລູກຄ້າໃຫ້ວ່ອງໄວ ແລະ ຖ່ວງທັນເວລາ
18/12/2021
18/12/2021 ຊົມເຊີຍ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 60ປີ ຢ່າງສຸດອົກ ສຸດໃຈ
16/12/2021
ວັນທີ 16/12/2021 ສູນຝືກອົບຮົມໄຟຟ້າລາວ ສຳເລັດການວິໄຈ ແລະບຳລຸງຮັກສາໝໍ້ແປງກຳລັງ 22/0.4kVພ້ອມສົ່ງໃຫ້ໄຟຟ້າສາຂາແຂວງວຽງຈັນ ໄປນຳໃຊ້ຄືນໃໝ່ 06 ໜ່ວຍ
1/ໝໍ້ແປງກຳລັງ 250kVA 02 ໜ່ວຍ
2/ໝໍ້ແປງກຳລັງ 100kVA 03 ໜ່ວຍ
3/ໝໍ້ແປງກຳລັງ 50kVA 01 ໜ່ວຍ
21/08/2021
14-21/08/2021 ສູນຝືກອົບຮົມ ໄຟຟ້າລາວ ໄດ້ໄປຕິດຕັ້ງ Auto Recloser ຢູ່ໄຟຟ້າ ສາຂາແຂວງຫົວພັນ ສຳເລັດ 3ຊຸດ ເພື່ອແກ້ໄຂປັບປຸງເລື່ອງໄຟຕົກ ໄຟມອດ ຂອງສາຂາໃຫ້ດີຂື້ນ ເຮັດວຽກສຳເລັດມີ:
1/.ຕິດຕັ້ງ Auto Recloser ຢູ່ເມືອງຮ້ຽມ
2/.ຕິດຕັ້ງ Auto Recloser ຢູ່ເມືອງຫົວເມືອງ
3/.ຕິດຕັ້ງ Auto Recloser ຢູ່ເມືອງຊຳໃຕ້
16/07/2021
ວັນທີ 15/07/2021 ສູນຝຶກອົບຮົມລັດວິສາຫະກິດໄຟຟ້າລາວ ໄດ້ຈັດກອງປະຊຸມແລກປ່ຽນທາງດ້ານວິຊາການ
#ໂດຍເປັນປະທານ ທ່ານ ຄູນ ບົວແພງພັນ ຮອງຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວ.
#ຫົວຂໍ້ ”ມາດຕະຖານເຕັກນິກການກໍ່ສ້າງສາຍຕາຂ່າຍ 22/0.4kV”
16/07/2021
ວັນທີ 14/07/2021 ສູນຝຶກອົບຮົມ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດກອງປະຊຸມແລກປ່ຽນທາງດ້ານວິຊາການ
#ໂດຍເປັນປະທານ ທ່ານ ຄູນ ບົວແພງພັນ ຮອງຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວ.
#ຫົວຂໍ້ ”ບຳລຸງຮັກສາ Load Beak Switch ແລະ Auto Recloser”
ສາມາດດາວໂຫຼດຂໍ້ມູນການບັນຍາຍໄດ້ຢູ່ລິ້ງລຸ່ມນີ້:
1.https://drive.google.com/file/d/1IVfYfHgxYpZVdEP32X6qd61WoZsftjVS/view?usp=sharing
2.https://drive.google.com/file/d/15oPKb1ahqAKRFlU96cM-GZQS3WCPdSgX/view?usp=sharing
3.https://drive.google.com/file/d/1piDdPcHoUXwdISd8n3vNhUIxtfWCYs7n/view?usp=sharing
18/06/2021
ວັນທີ 14/06/2021 ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ລົງຊີ້ນຳໂດຍກົງ ກ່ຽວກັບວຽກງານວິໄຈ ແລະ ການຝຶກອົບຮົມ ຢູ່ສູນຝຶກອົບຮົມ, ໂດຍເຮັດທົດສອບໃນຂົງເຂດເມືອງໄຊທານີ
1/ເຮັດຊຸດ Remote control Recloser,
2/ເຮັດຊຸດ Remote LBS + Protection Ground Fault
3/ເຮັດຊຸດ Fault Location
4/ເຮັດຊຸດ ATS, Automation Terminal Switch
5/ວິໄຈ LBS ແລະRecloser
6/ວິໄຈໝໍ້ແປງກຳລັງ22/0.4kV ມັກໄໝ້