08/11/2021
ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈຸດປະສານງານແຫ່ງຊາດ ຂອງ ອະນຸສັນຍາມົງເຣອານ ມີຄວາມຍິນດີເຊີນທ່ານເຂົ້າຮ່ວມ “ການແຂງຂັນງານສິນລະປະຮູບພາບ” ປະກອບມີ 3 ປະເພດຄື: ການອອກແບບດ້ວຍກຣາຟຟິກ , ຮູບແຕ້ມ ແລະ ຮູບຖ່າຍ ພາຍໃຕ້ຫົວຂໍ້ ອານຸສັນຍາມົງເຣອານ-ຊ່ວຍໃຫ້ໂລກເຢັນ, ການເກັບຮັກສາສະພາບອາຫານ ແລະ ວັກຊີນ ພ້ອມຊື່ຮູບພາບ ແລະ ຄຳບັນຍາຍຮູບພາບ ລາຍລະອຽດເພິ່ມຕື່ມ ຕິດຕໍ່ສອບຖາມ ຕາມຂໍ້ມູນໃນໂພສເຕີ້ ຫຼື www.ozone2climate.org
ຫຼື ໝ່ວຍງານໂອໂຊນແຫ່ງຊາດ ໂທ 020 52997979
ລາງວັນຊະນະເລີດ: Tablet 1 ເຄື່ອງ (ມີ 6 ລາງວັນ)
ລາງວັນຊົມເຊີຍ: smartwatches 1 ໝ່ວຍ (ມີ 6 ລາງວັນ)
21/09/2021
Would Ozone day 16 September
20/09/2021
World Ozone Day 16 September
02/09/2021
ເພື່ອເປັນການສະເຫລີມສະຫລອງວັນໂອໂຊນໂລກ #16ກັນຍາ ກຄມ,ກຊສ ຂໍເປັນສ່ວນໜຶ່ງໃນການຫລຸດຜ່ອນສິ່ງເສດເຫລືອປລາສຕິກ ຫລຸດຜ່ອນສິ່ງເສດເຫລືອຂອງໂລກ ໂດຍການຫັນມາໃຊ້ ຈອກທີ່ສາມາດນຳກັບມາໃຊ້ຄືນໃຫມ່ໄດ້ ຫັ້ນໃຊ້ສິ່ງເສດເຫຼືອໃຫ້ເກີດປະໂຫຍດສູງສຸດ ຂໍຂອບໃຈມາຍັງທະນາຄານຂີ້ເຫຍື້ອ ມຊ ທີ່ຊ່ວຍໃນການອອກແບບຖົງງາມໆ
29/01/2021
ສຳເລັດການຝຶກອົບຮົມໃຫ້ແກ່ເຈົ້າຫນ້າທີ່ພາສີ ພາກກາງ ແລະ ພາກໃຕ້ ໃນການຈັດຕັ້ງປະຕິບັດ ການຄຸ້ມຄອງການຳເຂົ້າ-ສົ່ງອອກ ສານເຮັດຄວາມເຢັນພາຍໃຕ້ອະນຸສັນຍາມົງເຣອານ ໃນວັນທີ 28 ມັງກອນ 2021 ທີ່ແຂວງສະຫວັນນະເຂດ ໂດຍການເປັນປະທານ ຂອງ ທ່ານໂລນຄຳ ອາດສະນະວົງ ຫົວໜ້າກົມ ຄວບຄຸມ ແລະ ຕິດຕາມກວດກາມົນລະພິ,ກຊສ, ໂດຍມີຜູ້ເຂົ້າຮ່ວມທັງຫມົດ 35 ທ່ານ
14/12/2020
ໃນຕອນເຊົ້າວັນທີ 14 ທັນວາ 2020, ຫນ່ວຍງານໂອໂຊນແຫ່ງຊາດ ໄດ້ເຂົ້າພົບ ກົມພາສີ ເພື່ອປຶກສາຫາລື ການຮ່ວມມືຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ ອະນຸສັນຍາມົງເຣອານ ເນື້ອໃນຕົ້ນຕໍປະກອບມີ:
- ການປັບປຸງສາລະບານສິນຄ້າ
- ການສ້າງບົດບັນທຶກຄວາມເຂົ້າໃຈ
- ການກຳນົດມື້ຝຶກອົບຮົມເຈົ້າຫນ້າທີ່ພາສີສຳລັບປີ 2021.
07/12/2020
ເພື່ອສາມາດປະຕິບັດຕາມພັນທະ ກິກາລີ ສະບັບດັດແກ້, ເອກະສານດັດແກ້ ພາຍໃຕ້ອະນຸສັນຍາມົງເຣອານ, ສປປ ລາວ ຈະຕ້ອງໄດ້ມີລະບົບຄຸ້ມຄອງສານເຄມີ HFC ໂດຍຜ່ານລະບົບໂຄຕ້າ ແລະ ລະບົບອອກໃບຢັ້ງຢືນການນຳເຂົ້າ-ສົ່ງອອກ ພາຍໃນ ວັນທິ 1 ມັງກອນ 2021.
ປັດຈຸບັນ ກຄມ ຍັງຢູ່ໃນຂັ້ນຕອນການປຶກສາຫາລືກັບຂະແຫນງທີ່ກ່ຽວຂ້ອງ ເພື່ອກຳນົດຄວາມຮັບຜິດຊອບ ພ້ອມທັງປັບປຸງ ລະຫັດພາສີ ເພື່ອສາມາດຄວບຄຸມສານ HFC ແຕ່ລະຊະນິດໄດ້ຢ່າງມີປະສິດທິພາບ.
04/12/2020
ໜ່ວຍງານໂອໂຊນແຫ່ງຊາດ ພວມກະກຽມປັບປຸງ ໂປສເຕີ ວິທີການກວດສອບເບື້ອງຕົ້ນ ສຳລັບສານເຄມີທີ່ທຳລາຍຊັ້ນໂອໂຊນ ເພື່ອອຳນວຍຄວາມສະດວກໃຫ້ແກ່ເຈົ້າຫນ້າທີ່ພາສີ ໃນການກວດສອບສານເຄມີທີ່ທຳລາຍຊັ້ນໂອໂຊນ. ເນື້ອໃນການປັບປຸງສະບັບໃຫມ່ຈະລວມເອົາ
1. ລະຫັດພາສີໃຫມ່ ເພື່ອລະບຸແຕ່ລະປະເພດສານເຄມີ (ໃນຂັ້ນຕອນເຈລະຈາ)
2. ປັບປຸງເນື້ອໃນວິທີການກວດສອບການລັກລອບນຳເຂົ້າ
3. ລະບຸສານເຄມີທີ່ຖືກຄວບຄຸມພາຍໃຕ້ອະນຸສັນຍາ ທີ່ມັກພົບເຫັນ ອີງຕາມການສຳຫລວດຄັ້ງລ້າສຸດ ປິ 2020.
ຕິດຕາມເພຈ ຂອງພວກເຮົາ ສຳລັບຂໍ້ມູນອັບເດດ ແລະ ນິຕິກຳທີ່ຈະບັງຄັບໃຊ້ໃນໄວໆນີ້.
17/01/2019
ໃນວັນທີ 4 ມັງກອນ 2019 ຄະນະຮັບຜິດຊອບການລົງກວດກາສານເຮັດຄວາມເຢັນ ທີ່ນໍາເຂົ້າແບບຊະຊາຍ, ໃນນັ້ນ ລວມມີ ກົມຄວບຄວບຄຸມມົນລະພິດ ສົມທົບກັບຂະແໜງການທີ່ກ່ຽວຂ້ອງຄື: ກົມການຄ້າພາຍໃນ, ກະຊວງ ອຸດສະຫະກໍາ ແລະ ການຄ້າ; ກົມຕໍາຫຼວດສິ່ງແວດລ້ອມ, ກະຊວງ ປ້ອງກັນຄວາມສະຫງົບ; ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ; ນາຍບ້ານ ບ້ານໜອງດ້ວງ ແລະ ບ້ານຂົວຫຼວງ, ປກສ ແລະ ກອງຫຼອນບ້ານໜອງດ້ວງ ແລະ ບ້ານຂົວຫຼວງ, ເມືອງ ຈັນທະບູລີ ໄດ້ກວດກາ ແລະ ຢືດ ສານເຮັດຄວາມເຢັນປອມປົນ ແລະນໍາເຂົ້າແບບຊະຊາຍ ທີ່ວາງຂາຍຕາມເຂດຕະຫຼາດໜອງດ້ວງ ແລະ ບ້ານຂົວຫຼວງ ຈໍານວນ 709.36 Kg ລວມເປັນມູນຄ່າສະເລ່ຍຫຼາຍກວ່າ 42,000,000 ກີບ. ສານເຮັດຄວາມເຢັນປອມປົນທີ່ກວດກາ ແລະ ຢຶດມານັ້ນ ແມ່ນຈະນໍາໄປຈັດການຢ່າງຖືກວິທີຕໍ່ໄປ.
21/08/2018
ການຝຶກອົມຮົມໃຫ້ແກ່ບັນດານາຍຊ່າງສ້ອມແປງແອເຢັນ ກ່ຽວກັບການນຳໃຊ້ສານເນັດຄວາມເຢັນ R-32 ເພື່ອຫລຸດຜ່ອນພາວະໂລກຮ້ອນຢ່າງຖືກວິທີ ໃນວັນທີ່ 2-3 ສິງຫາ 2018 ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ