ເກາະຕິດນັກກິລາລາວ ໃນຊີເກມ 2015

ເກາະຕິດນັກກິລາລາວ ໃນຊີເກມ 2015

Share

ເກາະຕິດ ການເຄື່ອນໄຫວ ຂອງນັກກິລາລາວ ?

Photos from ເກາະຕິດນັກກິລາລາວ ໃນຊີເກມ 2015's post 16/06/2015

ກະແສຂອງແຟນກິລາລາວທັງປະເທດ ຍັງມຸງຄວາມສົນໃຈ ແລະ ຂ້ອງໃຈ ກັບຜົນງານຂອງນັກກິລາລາວ ໃນຊີເກມ 28...ສະນັ້ນ ຈຶ່ງຂໍນຳສະເໜີ ສະກຸບພິເສດ ຂອງ ນາມປາກກາ "ຄົນຂ້າງສະໜາມ" ໜຶ່ງໃນທີມງານ ນສພ ສຶກສາ-ກິລາ ລາຍວັນ ທີ່ໄດ້ໄປສຳພັດເຖິງຂອບສະໜາມສິງກາໂປ ມາເລົ່າສູ່ກັນຟັງ!

15/06/2015

ຂໍກ່າວຄຳວ່າ ບາຍ ບາຍ ຊີເກມ...! Bye Bye Singapore
ສິ້ນສຸດພາລະກິດ ຂອງທັບນັກກິລາລາວ ຢ່າງເປັນທາງການແລ້ວ ຫລັງຈາກລົງແຂ່ງມື້ນີ້ ເປັນມື້ສຸດທ້າຍສອງລາຍການ ກະຕໍ້ປະເພດຄູ່ ທັງຍິງ ແລະ ຊາຍ ໃນຮອບຮອງຊະນະເລີດ ເສຍໃຫ້ມຽນມາ ໝົດ (ໄດ້ຫລຽນທອງ ປອບໃຈ). ເຊັ່ນດຽວກັບ ເປຕັງ ປະເພດທີມຍິງ ແລະ ຊາຍ ໃນຮອບຮອງຊະນະເລີດ ທີມຍິງ ເສຍໃຫ້ ມາເລເຊຍ 5 ຕໍ່ 13. ຂະນະທີ່ທີມຊາຍ ເສຍໃຫ້ໄທ 12 ຕໍ່ 13.ເປັນອັນວ່າຈົບເສັ້ນທາງພຽງຫລຽນທອງອີກເຊັ່ນກັນ.
ສະຫລຸບຜົນງານ ຂອງນັກກິລາລາວ ໄປຊີເກມຄັ້ງນີ້ ໄດ້ມາພຽງ 4 ຫລຽນເງິນ ກັບ 25 ຫລຽນທອງ ລວມ 29 ຫລຽນ ເປັນອັນດັບທີ 9 ຂອງຕາຕະລາງຄະແນນ. (ລາຍລະອຽດ ໄດ້ມາຈາກຫລຽນຫຍັງນັ້ນ ຕິດຕາມທາງໜ້າ ໜັງສືພິມ ສຶກສາ-ກິລາ ລາຍວັນເອົາເດີ ເພາະທີມງານເພິ່ນ ເກາະຕິດຂອບສະໜາມສິງກາໂປ ຈະລາຍງານລະອຽດຕື່ມ). # ຮູ້ສຶກມຶນຕຶບ!

Photos 15/06/2015

ທ່ານ ຟຣີຄິກ ເພິ່ນບໍ່ມີເຈດຕະນາຊ້ຳເຕີມເດີ ພຽງລະບາຍຄວາມອັດອັ້ນຕັນໃຈ ທີ່ເພິ່ນຜິດຫວັງຊື່ໆ...ເວລາໃດ ເພິ່ນກໍ່ເຊຍທີມຊາດລາວ ຢ່າງສຸດໃຈ ວ່າຊັ້ນ!

Mobile uploads 15/06/2015

ມື້ນີ້ເປັນມື້ສຸດທ້າຍແລ້ວ ສຳລັບການແຂ່ງຂັນຊີເກມ ຄັ້ງທີ 28 ທັບນັກກິລາລາວມີໂປຣແກຣມ ລົງແຂ່ງຂັນພຽງ ສອງລາຍການສຸດທ້າຍ ຄື: ກະຕໍ້ ປະເພດຄູ່ ທັງ ຊາຍ-ຍິງ ຮອບຮອງຊະນະເລີດ ໂດຍທັງຄູ່ຊາຍ ແລະ ຄູ່ຍິງ ແມ່ນຕັດເຊືອກ ກັບມຽນມາໝົດ ຖ້າຫາກຊະນະ ກໍ່ຈະໄດ້ເຂົ້າຊີງຫລຽນຄຳ ຖ້າເສຍກໍ່ຈະໄດ້ພຽງຫລຽນທອງ. ສ່ວນເປຕັງ ປະເພດທີມຊຸດ ຊາຍ-ຍິງ ຍັງຢູ່ໃນຮອບທຳອິດ. ແຕ່ທີມຊາດລາວ ມີໂອກາດເຂົ້າຮອບຕັດເຊືອກ ສູງທັງສອງທີມ. ຊ່ວຍກັນໃຫ້ກຳລັງໃຈ ນັກກິລາລາວ ທັງສອງປະເພດສຸດທ້າຍມື້ນີ້ແດ່ເດີ!

Photos from ເກາະຕິດນັກກິລາລາວ ໃນຊີເກມ 2015's post 14/06/2015

ໜ້າເສຍດາຍ ນາງອໍລະໄທ ສູນທະວົງ ນັກກິລາປັນຈັກສີລັດຂອງລາວ ບໍ່ສາມາດ ຄວ້າຫລຽນຄຳ ມາຄອງໄດ້ ຫລັງຈາກເສຍໃຫ້ນັກກິລາຈາກໄທ ໄປແບບວຸດວິດທີ່ສຸດ 2 ຕໍ່ 3....ເຮັດໃຫ້ໄດ້ພຽງຫລຽນເງິນເທົ່ານັ້ນ!

Mobile uploads 13/06/2015

ຄວາມຫວັງຫລຽນຄຳ ອີກຄົນໜຶ່ງ ຂອງນັກເທຄວັນໂດລາວ"ພຸດທະສອນ ທຳມະວົງ" ຕ້ອງຈົບເສັ້ນທາງພຽງຮອບຮອງ ຫລັງຈາກເສຍໃຫ້ ໄທ 5-10 ຄະແນນ....ໄດ້ພຽງຫລຽນທອງ

Mobile uploads 13/06/2015

ຂ່າວດີ: ນາງ ອໍລະໄທ ສຸນທະວົງ ນັກກິລາປັນຈັກສີລັດ ທີມຊາດລາວ ສາມາດຜ່ານເຂົ້າຊີງຫລຽນຄຳໄດ້ແລ້ວ ຫລັງຈາກເອົາຊະນະນັກກິລາຈາກເຈົ້າພາບ ສິງກາໂປ ໄປຂາດຮອຍ 4-1.....ຂໍເປັນກຳລັງໃຈໃຫ້ນ້ອງເຂົາ ເອົາຫລຽນຄຳ ທີ່ຄົນລາວທັງປະເທດ ກຳລັງຄອງຄອຍມາໃຫ້ໄດ້!!!!! ສູ້ໆໆໆ

Mobile uploads 11/06/2015

ສະຫລຸບຫລຽນ ປະຈຳວັນທີ 11/6/2015...ສປປລາວ ໄດ້ມາພຽງໜຶ່ງຫລຽນທອງ ຈາກເປຕັງ ປະເພດຄູ່ຍິງ

Photos from Edu-Sport TV online's post 11/06/2015

ູຮູ້ເຂົາ ຮູ້ເຮົາ...ຢາກໃຫ້ອ່ານ ມຽນມາ ກັບການພັດທະນາ ວົງການບານເຕະຂອງເຂົາ.!?!

11/06/2015

ຈົບແລ້ວ ທີມຊາດລາວ ຢູ-23 ນັດສຸດທ້າຍ ຖືກ ມາເລເຊຍ ສົ່ງທ້າຍ ກ່ອນກັບບ້ານ 3-1...ນັກກິລາເຮົາ ສູ້ເຕັມທີ່ແລ້ວ ຂໍຊົມເຊີຍ. ສ່ວນຜົນງານ ກັບມາບ້ານ ຄວນວິເຄາະກັນໃໝ່ ຫາສາເຫດ...!

Photos from ເກາະຕິດນັກກິລາລາວ ໃນຊີເກມ 2015's post 11/06/2015

ມາເລເຊຍ ນຳລາວແລ້ວ 3-1

Mobile uploads 11/06/2015

ມາເລ ຕີສະເໝີແລ້ວ 1-1

Want your business to be the top-listed Gym/sports Facility in Singapore?

Click here to claim your Sponsored Listing.

Location

Category

Website

Address


1 Stadium Drive
Singapore
397629