26/06/2026
ແຈ້ງການ: ຂໍ້ກຳນົດໃໝ່ກ່ຽວກັບການຮັບຂົນສົ່ງເອກະສານ ແລະ ບັດສຳຄັນ
ຮຽນ ລູກຄ້າ ແລະ ຄູ່ຮ່ວມທຸລະກິດທີ່ຮັກແພງທຸກທ່ານ,
ເພື່ອເປັນການຍົກລະດັບມາດຕະຖານການບໍລິການ ແລະ ປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນຕໍ່ຊັບສິນ ແລະ ເອກະສານສຳຄັນຂອງລູກຄ້າ, ບໍລິສັດ Cavi Express ຂໍແຈ້ງໃຫ້ຊາບວ່າ:
ນັບແຕ່ມື້ນີ້ເປັນຕົ້ນໄປ, ທາງບໍລິສັດຂໍສະຫງວນສິດ "ບໍ່ຮັບຂົນສົ່ງ" ເອກະສານ ແລະ ບັດສຳຄັນຕ່າງໆ ດັ່ງລາຍການລຸ່ມນີ້:
1. ໜັງສືຜ່ານແດນ (Passport)
2. ບັດປະຈຳຕົວ (ID Card)
3. ບັດທະນາຄານທຸກປະເພດ (ບັດ ATM, ບັດຮູດເງິນ, ບັດເຄຣດິດ, ບັດວີຊ່າ ແລະ ບັດການເງິນອື່ນໆ)
ເຫດຜົນຄວາມຈຳເປັນ:
ບັນດາເອກະສານ ແລະ ບັດເຫຼົ່ານີ້ ເປັນສິ່ງທີ່ມີຄວາມສຳຄັນສູງ ແລະ ມີຂັ້ນຕອນການອອກໃຫ້ໃໝ່ທີ່ຍຸ້ງຍາກ. ໃນກໍລະນີເກີດການສູນຫາຍ, ເສຍຫາຍ ຫຼື ເກີດເຫດສຸດວິໄສໃນລະຫວ່າງການຂົນສົ່ງ, ເຈົ້າຂອງຈະໄດ້ຮັບຜົນກະທົບໂດຍກົງ, ເສຍເວລາໃນການແຈ້ງອາຍັດ, ຕ້ອງໄດ້ເດີນທາງມາພົວພັນຢູ່ ສປປ ລາວ ດ້ວຍຕົນເອງ ເຊິ່ງຈະສ້າງຄວາມຫຍຸ້ງຍາກ ແລະ ເສຍຄ່າໃຊ້ຈ່າຍຢ່າງມະຫາສານ.
ເພື່ອຄວາມປອດໄພຂອງຜົນປະໂຫຍດລູກຄ້າເປັນສຳຄັນ, ທາງບໍລິສັດຈຶ່ງມີຄວາມຈຳເປັນຕ້ອງອອກກົດລະບຽບນີ້. ຂໍຂອບໃຈລູກຄ້າທຸກທ່ານທີ່ເຂົ້າໃຈ ແລະ ໃຫ້ຄວາມຮ່ວມມືກັບທາງບໍລິສັດດ້ວຍດີສະເໝີມາ.
ດ້ວຍຄວາມເຄົາລົບ ແລະ ປາດຖະໜາດີ,
ຄະນະບໍລິຫານງານ Cavi Express
ວັນທີ 26 ມິຖຸນາ 2026